ພັນທຸສາດ

ຈາກ ວິກິພີເດຍ
ດີເອັນເອແມ່ນໂມເລກຸນພື້ນຖານຂອງການຖ່າຍທອດລັກສະນະທາງພັນທຸກຳ. ດີເອັນເອແຕ່ລະສາຍປະກອບຂຶ້ນຈາກສາຍໂສ້ນູກະເລໂອຕິດຈັບຄູ່ກັນຮອບກຶ່ງກາງກາຍເປັນໂຄງສ້າງທີ່ເບິ່ງຄືຂັ້ນໄດເຊິ່ງບິດເປັນກຽວ.

ພັນທຸສາດ (ຄຳເຄົ້າ: ພັນທຸສາສຕຣ໌; ອັງກິດ: genetics) ແມ່ນສາຂານຶ່ງຂອງຊີວະວິທະຍາ. ສຶກສາກ່ຽວກັບແຊນ ການຖ່າຍທອດລັກສະນະທາງພັນທຸກຳ ແລະຄວາມຫຼາກຫຼາຍທາງພັນທຸກຳຂອງສິ່ງມີຊີວິດ.

ພັນທຸສາດວ່າດ້ວຍໂຄງສ້າງທາງໂມເລກຸນແລະໜ້າທີ່ຂອງແຊນ ພຶຕິກຳຂອງແຊນໃນບໍລິບົດຂອງເຊລູນສິ່ງມີຊີວິດ (ເຊັ່ນ ຄວາມເດັ່ນແລະອີພິເຈເນຕິກ) ແບບແຜນຂອງການຖ່າຍທອດລັກສະນະຈາກລຸ້ນສູ່ລຸ້ນ ການຢາຍຂອງແຊນ ຄວາມແຕກຕ່າງທາງພັນທຸກຳແລະການປ່ຽນແປງຂອງພັນທຸກຳໃນປະຊາກອນຂອງສິ່ງມີຊີວິດ (ເຊັ່ນການສຶກສາຫາຄວາມສຳພັນຂອງແຊນຕະຫຼອດທົ່ວທັງເຊໂນມ). ເມື່ອຖືວ່າແຊນເປັນພື້ນຖານຂອງສິ່ງມີຊີວິດທັງໝົດ ພັນທຸສາດຈິ່ງແມ່ນວິຊາທີ່ນຳໄປໃຊ້ໄດ້ກັບສິ່ງມີຊີວິດທຸກຊະນິດ ທັງວີລຸດ ບັກເຕລີ ພືດຜັກ ໂຕສັດ ແລະມະນຸດ (ເວຊະພັນທຸສາດ).

ມີການສັງເກດມາແຕ່ບູຮານແລ້ວວ່າສິ່ງມີຊີວິດມີການຖ່າຍທອດລັກສະນະຈາກລຸ້ນສູ່ລຸ້ນ ເຊິ່ງແມ່ນຄວາມຮູ້ທີ່ມະນຸດໃຊ້ໃນກາປັບປຸງເຊື້ອພັນພືດແລະໂຕສັດດ້ວຍວິທີການຄັດເລືອກພັນ ຢ່າງໃດກໍດີ ຄວາມຮູ້ພັນທຸສາດສະໄໝໃໝ່ທີ່ວ່າດ້ວຍການພະຍາຍາມເຮັດຄວາມເຂົ້າໃຈກະບວນການການຖ່າຍທອດລັກສະນະເຊັ່ນນີ້ຫາກໍເລີ່ມຕົ້ນໃນຄະລິດຕະສະຕະວັດທີ 19 ໂດຍເກເກີ ເມນເດນ ແມ່ນວ່າລາວບໍ່ສາມາດສຶກສາເຈາະເລິກໄປເຖິງກະບວນການທາງກາຍະພາບຂອງການຖ່າຍທອດລັກສະນະທາງພັນທຸກຳ ແຕ່ກໍຄົ້ນພົບວ່າລັກສະນະທີ່ຖ່າຍທອດນັ້ນແມ່ນມີແບບແຜນຈຳເພາະ ກຳໜົດໄດ້ດ້ວຍໜ່ວຢພັນທຸກຳ ເຊິ່ງຕໍ່ມາຖືກເອີ້ນວ່າ ແຊນ.

ແຊນແມ່ນສ່ວນນຶ່ງຂອງສາຍດີເອັນເອເຊິ່ງເປັນໂມເລກຸນທີ່ປະກອບດ້ວຍນູກະເລໂອຕິດສີ່ຊະນິດເຊື່ອມຕໍ່ກັນເປັນສາຍຍາວ. ລຳດັບນູກະເລໂອຕິດສີ່ຊະນິດນີ້ແມ່ນຂໍ້ມູນທາງພັນທຸກຳທີ່ຖືກເກັບແລະມີການຖ່າຍທອດໃນສິ່ງມີຊີວິດ. ດີເອັນເອຕາມທຳມະຊາດຢູ່ໃນຮູບກຽວຄູ່ ໂດຍນູກະເລໂອຕິດເທິງແຕ່ລະສາຍຈະເປັນຄູ່ສົມເຊິ່ງກັນແລະກັນກັບນູກະເລໂອຕິດເທິງສາຍດີເອັນເອອີກສາຍນຶ່ງ ແຕ່ລະສາຍທຳໜ້າທີ່ເປັນແມ່ແບບໃນການສ້າງສາຍຄູ່ຂຶ້ນມາໄດ້ໃໝ່ ແມ່ນກະບວນການທາງກາຍະພາບທີ່ເຮັດໃຫ້ແຊນສາມາດຈຳລອງໂຕເອງ ແລະຖ່າຍທອດໄປຍັງລຸ້ນລູກໄດ້.

ລຳດັບຂອງນູກະເລໂອຕິດໃນແຊນຈະຖືກແປອອກມາເປັນສາຍຂອງກົດອະມິໂນ ປະກອບກັນເປັນປະໂລເຕອິນ ເຊິ່ງລຳດັບຂອງກົດອະມິໂນທີ່ມາປະກອບກັນເປັນປະໂລເຕອິນນັ້ນແມ່ນຖ່າຍທອດອອກມາຈາກລຳດັບຂອງນູກະເລໂອຕິດເທິງດີເອັນເອ ຄວາມສັມພັນລະຫວ່າງລຳດັບຂອງນູກະເລໂອຕິດແລະລຳດັບຂອງກົດອະມິໂນນີ້ເອີ້ນວ່າລະຫັດພັນທຸກຳ ກົດອະມິໂນແຕ່ລະຊະນິດທີ່ປະກອບຂຶ້ນມາເປັນປະໂລເຕອິນຊ່ອຍກຳໜົດວ່າສາຍໂສ້ຂອງກົດອະມິໂນນັ້ນຈະພັບມ້ວນເກີດເປັນໂຄງສ້າງສາມມິຕິຢ່າງໃດ ໂຄງສ້າງສາມມິຕິນີ້ກຳໜົດໜ້າທີ່ຂອງປະໂລເຕອິນນັ້ນ ໆ ເຊິ່ງປະໂລເຕອິນມີໜ້າທີ່ໃນກະບວນການເກືອບທັງໝົດຂອງເຊລູນສິ່ງມີຊີວິດ. ການປ່ຽນແປງທີ່ເກີດກັບດີເອັນເອໃນແຊນແຊນນຶ່ງ ອາດເຮັດໃຫ້ເກີດການປ່ຽນແປງລຳດັບກົດອະມິໂນໃນປະໂລເຕອິນ ປ່ຽນໂຄງສ້າງປະໂລເຕອິນ ປ່ຽນການເຮັດໜ້າທີ່ຂອງປະໂລເຕອິນ ເຊິ່ງອາດສົ່ງຜົນຕໍ່ເຊລູນແລະສິ່ງມີຊີວິດນັ້ນ ໆ ໄດ້ຫຼາຍ.

ແມ່ນວ່າພັນທຸກຳຂອງສິ່ງມີຊີວິດຈະມີບົດບາດຫຼາຍໃນການກຳໜົດລັກສະນະແລະພຶຕິກຳຂອງສິ່ງມີຊີວິດ ແຕ່ຜົນສຸດທ້າຍແລ້ວໂຕຕົນຂອງສິ່ງມີຊີວິດນຶ່ງ ໆ ແມ່ນຜົນທີ່ໄດ້ຈາກການປະສົມປະສານກັນລະຫວ່າງພັນທຸກຳແລະສິ່ງແວດລ້ອມທີ່ສິ່ງມີຊີວິດນັ້ນ ໆ ປະສົບ ໂຕຢ່າງເຊັ່ນ ຂະໜາດຂອງສິ່ງມີຊີວິດບໍ່ໄດ້ຖືກກຳໜົດໂດຍແຊນພຽງຢ່າງດຽວ ແຕ່ໄດ້ຮັບຜົນຈາກອາຫານແລະສຸຂະພາບຂອງສິ່ງມີຊີວິດນັ້ນ ໆ ດ້ວຍ ເປັນຕົ້ນ.

ອ້າງອີງ[ດັດແກ້]


ເບິ່ງຕື່ມ[ດັດແກ້]