ພະສິວະ

ຈາກ ວິກິພີເດຍ
Jump to navigation Jump to search

ພະສິວະ ຫຼື ພະອິສວນ (ສັນສະກິດ: शिव; ອັງກິດ: Shiva) ເປັນໜຶ່ງໃນຕີມູລະຕິ ແມ່ນເທບພະເຈົ້າສູງສຸດ ໓ ອົງຕາມຄວາມເຊື່ອຮິນດູ (ອີກສອງອົງແມ່ນ ພະພົມແລະພະວິສະນຸ). ພະສິວະ ຊົງມີຮູບກາຍເປັນຊາຍໜຸ່ມຮ່າງແຂງແຮງ ວັນນະຂາວ (ສີຜິວຂາວ) ນຸ່ງຫົ່ມໜັງເສືອເໝືອນລືສີ ມີສັງວານເປັນລູກປະຄໍາຫຼືກະໂຫຼກມະນຸດ ມີງູເຫົ່າຄ້ອງພະສໍ ໄວ້ພະເກສາຍາວ ເຊິ່ງຈະມ້ວນເປັນຈຸທາ (ມວຍຜົມ) ມີພະຈັນເປັນປິ່ນແລະແມ່ຄົງຄາຢູ່ເທິງຍອດຈຸທາ ເຊິ່ງພົ່ນນ້ໍາຕະຫຼອດ ແລະມີຕາທີສາມກາງພະນະລາດ (ໜ້າຜາກ) ເຊິ່ງປົກກະຕິຈະປິດຢູ່ສະເໝີ. ເຊື່ອວ່າຄັນເປີດຂຶ້ນເມື່ອໃດຈະເຮັດໃຫ້ໄຟບັນໄລກັນເຜົາຜານລ້າງໂລກ (ບາງຄັ້ງວ່າເປັນພະພົມ) ເຊິ່ງຖືວ່າແມ່ນການສິ້ນສຸດກັບໜຶ່ງ ກ່ອນພະພົມຈະສ້າງໂລກໃໝ່[໑].

ອ້າງອີງ[ແກ້ໄຂ]

  1. ไฟบรรลัยกัลป์ แปลว่า