ປະເທດທີ່ບໍ່ມີທາງອອກສູ່ທະເລ
ປະເທດທີ່ບໍ່ມີທາງອອກສູ່ທະເລມັກຈະຖືກນິຍາມວ່າ: ປະເທດທີ່ຖືກປິດລ້ອມ ຫຼື ເກືອບຖືກປິດລ້ອມດ້ວຍແຜ່ນດິນ ໃນປີ ຄ.ສ. 2011 ມີທັງໝົດ 44 ປະເທດ. ການເປັນປະເທດທີ່ບໍ່ມີທາງອອກສູ່ທະເລນັບເປັນຈຸດດ້ອຍທາງພູມສັນຖານ ເພາະນອກຈາກຈະຖືກປິດກັ້ນຈາກຊັບພະຍາກອນທາງທະເລ ແລ້ວຍັງເຮັດໃຫ້ບໍ່ສາມາດຄ້າຂາຍທາງທະເລອີກດ້ວຍ. ປະເທດທີ່ຕິດກັບທະເລມີທ່າອຽງ ທີ່ຈະລ່ຳລວຍ ແລະ ປະຊາກອນຫຼາຍກວ່າປະເທດທີ່ບໍ່ມີທາງອອກສູ່ທະເລ. ນອກຈາກນີ້ຍັງມີຄຳວ່າ ທະເລປິດ ໝາຍເຖິງທະເລທີ່ບໍ່ໄດ້ເຊື່ອມຕໍ່ກັບມະຫາສະໝຸດເຊັ່ນ: ທະເລກັດສະປຽນ ບາງເທື່ອອາດເຂົ້າໃຈວ່າ ທະເລສາບກັດສະປຽນ ນອກຈາກນີ້ຍັງມີທະເລອື່ນໆເຊັ່ນ: ທະເລແດງ, ທະເລເມດີເຕຣາເນ, ທະເລດຳ ມີຊ່ອງທາງອອກສູ່ທະເລໜ້ອຍ.
ລາຍຊື່ປະເທດທີ່ບໍ່ມີທາງອອກສູ່ທະເລ[ດັດແກ້]
- † ມີຊາຍຝັ່ງຕິດກັບທະເລກາສະປຽນເຊິ່ງເປັນທະເລປິດ
- ‡ ມີຊາຍຝັ່ງຕິດກັບທະເລອາຣັນເຊິ່ງເປັນທະເລປິດ
- ¤ ຖືກອ້ອມຮອບທຸກດ້ານໂດຍປະເທດດຽວ
ປະເທດທີ່ເກືອບບໍ່ມີທາງອອກສູ່ທະເລ[ດັດແກ້]
ປະເທດຕໍ່ໄປນີ້ມີຊາຍຝັ່ງຕິດກັບທະເລສັ້ນຫຼາຍ
ສາທາລະນະລັດປະຊາທິປະໄຕກົງໂກ[໑] (ມະຫາສະໝຸດອັດລັງຕິກ) 40 ກິໂລແມັດ
ບົດສະນີ ແຮກເຊໂກວິນາ[໑] (ທະເລເອເດຣຍຕິກ) 26 ກິໂລແມັດ
ອິຣັກ[໑] (ອ່າວແປກ) 58 ກິໂລແມັດ
ແມ່ແບບ:Country data ຈໍແດນ ຊອກດານີ[໑] (ທະເລເເດງ) 26 ກິໂລແມັດ
ສະໂລເວນີ[໑] (ທະເລເອເດຣີຍຕິກ) 47 ກິໂລແມັດ
ປະຫວັດສາດທີ່ກ່ຽວຂ້ອງ[ດັດແກ້]
- ການກໍ່ຕັ້ງ ປະເທດອິຣິເຕຣຍ[໑] ແລະ ມົງເຕເນໂກຣ[໑]ເຊິ່ງເປັນຜົນຈາກການຮຽກຮ້ອງແບ່ງແຍກດິນແດນ ເຮັດໃຫ້ເອທິໂອປີ[໑] ແລະ ແຊັກບີ[໑] (ຕາມລຳດັບ) ກາຍເປັນປະເທດທີ່ບໍ່ມີທາງອອກສູ່ທະເລ
- ປະເທດໂບລີວີ[໑]ເສຍດິນແດນຊາຍຝັ່ງໃຫ້ແກ່ຊີເລ[໑]ໃນ ສົງຄາມມະຫາສະໝຸດປາຊີຟິກ ປັດຈຸບັນກອງທັບເຮືອໂບລີວີ[໑]ຕ້ອງເຝິກຊ້ອມໃນ ທະເລສາບຕີຕີກາກາ
- ໂອຕຣິດ[໑]ແລະຮົງກາຣີ[໑]ສູນເສຍທາງອອກສູ່ທະເລຈາກສົນທິສັນຍາແຊງ - ແຊແມງ ແລະ ສົນທິສັນຍາຕຣີຍານົງ ຕາມລຳດັບ
ອ້າງອີງ[ດັດແກ້]
- ↑ ໑.໐໐ ໑.໐໑ ໑.໐໒ ໑.໐໓ ໑.໐໔ ໑.໐໕ ໑.໐໖ ໑.໐໗ ໑.໐໘ ໑.໐໙ ໑.໑໐ ໑.໑໑ ໑.໑໒ ໑.໑໓ ໑.໑໔ ໑.໑໕ ໑.໑໖ ໑.໑໗ ໑.໑໘ ໑.໑໙ ໑.໒໐ ໑.໒໑ ໑.໒໒ ໑.໒໓ ໑.໒໔ ໑.໒໕ ໑.໒໖ ໑.໒໗ ໑.໒໘ ໑.໒໙ ໑.໓໐ ໑.໓໑ ໑.໓໒ ໑.໓໓ ໑.໓໔ ໑.໓໕ ໑.໓໖ ໑.໓໗ ໑.໓໘ ໑.໓໙ ໑.໔໐ ໑.໔໑ ໑.໔໒ ໑.໔໓ ໑.໔໔ ໑.໔໕ ໑.໔໖ ໑.໔໗ ໑.໔໘ ໑.໔໙ ໑.໕໐ ໑.໕໑ ໑.໕໒ ໑.໕໓ ໑.໕໔ ປະກາດ ຊື່ທາງການຂອງບັນດາປະເທດຕ່າງໆ ເປັນພາສາລາວ ທີ່ຖືກຕ້ອງຕ້ອງແມ່ນແບບນີ້ !. Facebook Lao Youth Radio FM 90.0 Mhz. ສືບຄົ້ນ 15 ພະຈິກ 2019