ບະລັງແນດ

ຈາກ ວິກິພີເດຍ
Snow White (1916)

ບະລັງແນດ (ຝະລັ່ງ: Blanche-neige, ເຢຍລະມັນ: Schneewittchen; Schneeweißchen, ອັງກິດ: Snow White) ຫຼື ເຈົ້າຍິງຫິມະຂາວ ແມ່ນຊື່ຂອງເທບນິຍາຍອັນຂຶ້ນຊື່ລືຊາໃນເອີລົບ ແລະເປັນທີ່ຮູ້ຈັກກັນທັ່ວໂລກ. ເທບນິຍາຍເລື່ອງນີ້ຕັ້ງຊື່ຂຶ້ນຕາມໂຕເອກຂອງເລື່ອງ ໂດຍກົກເຄົ້າແມ່ນນິທານພື້ນບ້ານພື້ນເມືອງຂອງເອີລົບ. ໄດ້ຮັບການເລົ່າຂານກັນມາຕ່າງໆ ກັນ ແຕ່ເທບນິຍາຍເລື່ອງບະລັງແນດທີ່ຜູ້ຄົນຮູ້ຈັກກັນດີທີ່ສຸດ ມາຈາກບົດແຕ່ງໃນພາສາເຢຍລະມັນຂອງ ອ້າຍນ້ອງກະກຸນກະລິມ ໂດຍອ້າຍນ້ອງກະກຸນກະລິມໄດ້ຕື່ມໂຕລະຄອນສ່ວນປະກອບຊຶ່ງເຮັດໃຫ້ເລື່ອງລາວເປັນຕາສົນເອິກສົນໃຈຫຼາຍຂຶ້ນ ເປັນຕົ້ນແວ່ນແຍງວິເສດ ແລະ ຄົນແຈ້ທັງເຈັດ.

ເນຶ້ອເລື່ອງ[ແກ້ໄຂ]

ບະລັງແນດແມ່ນເຈົ້າຍິງໜ້າຈົບຕາງາມຜູ້ຖືກລາຊິນີໃຈໂຫດຮ້າຍຂົ່ມເຫັງຄະເນັງຮ້າຍໃຫ້ເຮັດວຽກໜັກໜາສາຫັດຍ້ອນຢ້ານກົວວ່າບະລັງແນດຈະງາມກວ່ານາງ. ທຸກມື້ລາຊິນີຈະເຝົ້າຖາມແວ່ນແຍງວິເສດວ່າແມ່ນຜູ້ໃດງາມເລີດໃນປະຖະພີ ແລະ ແວ່ນແຍງກໍຈະຂານຕອບຄືນວ່າພະນາງຈົບງາມທີ່ສຸດ.

ແຕ່ສິ່ງທີ່ພະນາງສະທ້ານຢ້ານກົວທີ່ສຸດກໍເກີດຂຶ້ນຄັນບະລັງແນດໄດ້ໃຫຍ່ກ້າໜ້າບານເປັນຍິງຜູ້ໜ້າຈົບຕາງາມທີ່ສຸດໃນປະຖະພີ. ດ້ວຍຄວາມອິດສາລິສະຫຍາ ລາຊິນີກໍເອີ້ນນາຍພານລ່າເນື້ອເຂົ້າເຝົ້າ ແລະ ບັງຄັບໃຫ້ເພິ່ນຂ້າບະລັງແນດຖິ້ມແລ້ວເອົາຫົວໃຈໃສ່ກ່ອງມາຢັ້ງຢືນພະກັບນາງ. ແຕ່ວ່ານາຍພານຊ້ຳພັດບໍ່ອາດທຳຮ້າຍເຈົ້າຍິງໄດ້. ເພິ່ນຈຶ່ງປ່ອຍນາງໄປ ແລະ ເອົາຫົວໃຈໝູມາໃຫ້ລາຊິນີແທນ. ບະລັງແນດແລ່ນໜີລີ້ໄພເຂົ້າໄປໃນປ່າດົງພົງໄພ ຊຶ່ງມີກົກໄມ້ເບິ່ງຄືກັບມີຊີວິດ. ມັນຍື່ນກິ່ງອອກມາສຸດຮັ້ງຍື່ນເອົາໄວ້. ນາງຮູ້ໂຕອີກເທື່ອກໍມານອນຮ້ອງໄຫ້ຢູ່ກາງປ່າດົງເລິກ. ຝູງສັດກໍພາກັນມຸງເບິ່ງນາງຄືກັບເປັນສິ່ງປະຫຼາດ.

ບັດດຽວນີ້ ຊີວິດຂອງບະລັງແນດບໍ່ໄດ້ມືດມົນອີກແລ້ວ. ນາງຮ້ອງລຳທຳເພງຢູ່ກັບສ່ຽວສັດປ່າຂອງນາງ. ຊຸມມັນພານາງໄປຂໍບ່ອນພັກເຊົາໃນປ່າ. ຄັນບະລັງແນດພົບພໍ້ກະຕູບຫຼັງນ້ອຍ ນາງຈຶ່ງເຂົ້າໄປເຮັດຄວາມສະອາດມ້ຽນມັດຈັດຫາມບ່ອນຫັ້ນ ແລະ ແຕ່ງກິນກຽມເຂົ້ານ້ຳຊາມປາໄວ້ ເຜື່ອວ່າເຈົ້າຂອງກະຕູບຈະເຫັນເອິກເຫັນໃຈ ແລະ ໃຫ້ນາງພັກເຊົານຳ. ຄັນເຮັດແລ້ວ ນາງກໍບໍ່ຕັ້ງໃຈນອນຫຼັບໄປຢູ່ນອກເຮືອນ.

ຄົນແຈ້ໂຕນ້ອຍໆ ທັງເຈັດຄົນຍ່າງເມືອມາຈາກການເຮັດວຽກຢູ່ເໝືອງ ແລະ ພົບພໍ້ວ່າເຮືອນຕົນໂຕມີຜູ້ບຸກລຸກ ຈຶ່ງເຂົ້າໄປເບິ່ງວ່າແມ່ນໃຜ ແລ້ວກໍຈຳຕ້ອງຕົກເອິກຕົກໃຈຄັນເຫັນຍິງສາວສວຍສົດງົດງາມ ແລະ ອະນຸຍາດໃຫ້ນາງຢູ່ນຳ.

ຢູ່ຫໍຄຳ ລາຊິນີຖາມແວ່ນແຍງເພື່ອໃຫ້ແນ່ໃຈວ່າໂຕເອງຍັງຈົບງາມທີ່ສຸດຢູ່ຫຼືບໍ່. ພະນາງເຖິງກັບຄຶດຄຽດສຽດໃສ່ຄັນຮູ້ວ່າບະລັງແນດຍັງບໍ່ຕາຍໂດຍອາໄສຢູ່ກັບຝູງຄົນແຈ້ທີ່ກະຕູບໃນປ່າດົງພົງຕຶບ. ພະນາງແລ່ນລົງໄປຍັງຄຸກໃຕ້ດິນແລະປຸງຢາເບື່ອເພື່ອກຳຈັດບະລັງແນດດ້ວຍພະອົງເອງ. ໝາກປົ່ມສີແດງສົດຖືກເອົາມາເຄືອບດ້ວຍຢາເບື່ອ. ຢາເບື່ອທີ່ຄັນບະລັງແນດກິນແລ້ວຈະຕ້ອງຫຼັບເປັນຕາຍ ບໍ່ມີສິ່ງໃດປຸກນາງຈາກນິທາໄດ້ ເວັ້ນໄວ້ແຕ່ຖືກຈູບທຳອິດແຫ່ງຮັກແທ້. ລາຊິນີປອມໂຕເປັນຍິງເຖົ້າແມ່ຄ້າແກ້ງໄປຂາຍໝາກປົ່ມໃຫ້ບະລັງແນດ. ນາງໃຊ້ອຸບາຍຫຼອກໃຫ້ບະລັງແນດກິນໝາກປົ່ມຈົນສຳເລັດແລະລີ້ໄປ.

ຄັນພວກຄົນແຈ້ຄືນເມືອມາເຫັນຊາກສົບຂອງບະລັງແນດ ກໍບໍ່ອາດຝັງຮ່າງນາງໄດ້. ເຂົາເຈົ້າກໍ່ສ້າງໂລງແກ້ວບັນຈຸຮ່າງບະລັງແນດເອົາໄວ້ແລະມາຢາມທຸກມື້.

ມື້ນຶ່ງເຈົ້າຊາຍຮູບຈົບຮ່າງງາມກາຍມາພົບມາພໍ້ບະລັງແນດ. ຄັນພະອົງຈູບບະລັງແນດ ຄຳສາບຄຳແຊ່ງກໍສູນສະຫຼາຍໄປ. ເຈົ້າຊາຍພາບະລັງແນດຂີ່ມ້າຂາວໄປຍັງຫໍຄຳຂອງພະອົງ. ແລ້ວທັງຄູ່ກໍມັກຮັກກັນຢ່າງມີຄວາມສົມບູນພູນສຸກສືບໄປ.

ອ້າງອີງ[ແກ້ໄຂ]

  • Grimm, Jacob and Wilhelm, edited and translated by Stanley Appelbaum, Selected Folktales/Ausgewählte Märchen: A Dual-Language Book Dover Publications Inc. Mineola, New York. ISBN 0-486-42474-X
  • Jones, Steven Swann. The New Comparative Method: Structural and Symbolic Analysis of the allomotifs of "Snow White". Helsinki, 1990. FFC., N 247.

ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]