ຊູເປີມູນ
ຊູເປີມູນ ແມ່ນປະກົດການທາງດາລາສາດເຊິ່ງເປັນ ເດືອນເພັງ ຫຼື ເດືອນແຮມ ໂດຍເກີດຂຶ້ນພ້ອມກັບການເຂົ້າໃກ້ໂລກທີ່ສຸດຂອງດວງຈັນໃນວົງໂຄຈອນຂອງມັນ ເຮັດໃຫ້ເຮົາເບິ່ງເຫັນວ່າດວງຈັນມີຂະໜາດໃຫຍ່ກວ່າປົກກະຕິເມື່ອແນມເບິ່ງຈາກໂລກ.[1] ສັບສະເພາະສຳລັບເອີ້ນປະກົດການນີ້ແມ່ນ ຈຸດໃກ້ທີ່ສຸດຂອງວົງໂຄຈອນຮອບໂລກ-ຈຸດໂຄຈອນຂອງດາວທີ່ຢູ່ກົງກັນຂ້າມກັນ ຂອງລະບົບໂລກ-ດວງຈັນ-ດວງຕາເວັນ. ຄຳວ່າ "ຊູເປີມູນ" ບໍ່ແມ່ນຊື່ທາງດາລາສາດ ແຕ່ເປັນຊື່ທີ່ມີຕົ້ນກຳເນີດມາຈາກໂຫລາສາດສະໄໝໃໝ່.[2] ຄວາມກ່ຽວຂ້ອງຂອງດວງຈັນກັບລະດັບນ້ຳຂຶ້ນ-ນ້ຳລົງໃນໂລກໄດ້ນຳໄປສູ່ການກ່າວອ້າງວ່າປະກົດການຊູເປີມູນອາດຈະກ່ຽວກັບຄວາມສ່ຽງທີ່ເພີ່ມຂຶ້ນຂອງໄພພິບັດຕ່າງໆເຊັ່ນ: ແຜ່ນດີນໄຫວ ແລະ ພູໄຟລະເບີດ ເປັນຕົ້ນ ແຕ່ວ່າຫຼັກຖານຂອງການເຊື່ອມໂຍງດັ່ງກ່າວແມ່ນຍັງບໍ່ຊັດເຈນ.[3]
ສ່ວນເຫດການກົງກັນຂ້າມແມ່ນເອີ້ນວ່າໄມໂຄຣມູນ[4] ເຊິ່ງເຫດການນີ້ບໍ່ຄ່ອຍເປັນທີ່ຮູ້ຈັກປານໃດເມື່ອທຽບກັບຊູເປີມູນ.
ໃນບາງຄັ້ງ ຊູເປີມູນເກີດຂຶ້ນພ້ອມກັນກັບຈັນທະຄາດເຕັມດວງ ຫຼື ກົບກິນເດືອນເຕັມດວງ. ເຫດການຫຼ້າສຸດເກີດຂຶ້ນເມື່ອວັນທີ 27-28 ກັນຍາ 2015 ເຊິ່ງທີ່ຄັ້ງຕໍ່ໄປຈະເກີດຂຶ້ນອີກໃນເດືອນຕຸລາ 2033.[5] ປະກົດການຊູເປີມູນຄັ້ງຕໍ່ໄປຈະເກີດຂຶ້ນໃນວັນທີ 13-14 ພະຈິກ 2016.
ໄລຍະຫ່າງ
[ດັດແກ້]ໄລຍະຫ່າງຂອງດວງຈັນມີຄວາມແຕກຕ່າງກັນໃນແຕ່ລະເດືອນ ເຊິ່ງຢູ່ລະຫວ່າງປະມານ 357,000 ກິໂລແມັດ ຫາ 406,000 ກິໂລແມັດ ເຊິ່ງຂຶ້ນກັບແຕ່ລະໄລຍະຂອງການໂຄຈອນຮອບໂລກ.[6][7][8]
ດວງຈັນເຕັມດວງເມື່ອຢູ່ຈຸດທີ່ໃກ້ໂລກທີ່ສຸດຂອງວົງໂຄຈອນ ຈະເຫັນວ່າເສັ້ນຜ່າສູນກາງມີຂະໜາດໃຫຍ່ຂຶ້ນ 14% (ຫຼື ເນື້ອທີ່ໃຫຍ່ຂຶ້ນປະມານ 30%) ແລະ ມີຄວາມສະຫວ່າງເພີ່ມຂຶ້ນ 30% ເມື່ອທຽບກັບດວງຈັນຂະໜາດທົ່ວໄປເມື່ອຢູ່ຈຸດທີ່ໄກທີ່ສຸດຈາກໂລກເຊິ່ງເອີ້ນວ່າ apogee.[9]
ການນິຍາມຊື່
[ດັດແກ້]ຄຳວ່າ ຊູເປີມູນ ປະດິດຂຶ້ນໂດຍນັກໂຫລາສາດຊື່ວ່າ ຣິຊາດ ໂນນ (Richard Nolle) ໃນປີ 1979 ເຊິ່ງໄດ້ໃຫ້ນິຍາມວ່າ:
...ເດືອນແຮມ ຫຼື ເດືອນເພັງທີ່ເກີດຂຶ້ນເມື່ອດວງຈັນຢູ່ທີ່ ຫຼື ເຂົ້າໃກ້ (ໃນຂອບເຂດ 90% ຂອງ) ໄລຍະໃກ້ໂລກທີ່ສຸດຂອງວົງໂຄຈອນ (ຈຸດໂຄຈອນໃກ້ໂລກທີ່ສຸດ). ສະຫຼຸບຄື ໂລກ, ດວງຈັນ ແລະ ດວງຕາເວັນ ທັງໝົດຮຽງຕົວຢູ່ໃນເສັ້ນຊື່ດຽວກັນ ໂດຍດວງຈັນຢູ່ໃນໄລຍະໃກ້ໂລກທີ່ສຸດ.[10]
Nolle ໄດ້ອ້າງອີກວ່າດວງຈັນໄດ້ກໍ່ໃຫ້ເກີດ "ແຮງກະຕຸ້ນທາງທໍລະນີຟີຊິກ" ໃນລະຫວ່າງເວລາທີ່ເກີດປະກົດການຊູເປີມູນ. ເຖິງຢ່າງໃດກໍຕາມ Nolle ບໍ່ເຄີຍກ່າວເຖິງເລີຍວ່າຍ້ອນຫຍັງຈຶ່ງເລືອກຕົວເລກ 90.[2]
ຄຳວ່າ ຊູເປີມູນ ບໍ່ໄດ້ຮັບການຍອມຮັບ ຫຼື ໃຊ້ກັນຢ່າງກວ້າງຂວາງໃນປະຊາຄົມດາລາສາດ ແຕ່ຈະໃຊ້ຄຳວ່າ perigee-syzygy ຫຼື ເດືອນແຮມ ຫຼື ເດືອນເພັງທີ່ໃກ້ໂລກທີ່ສຸດ ແທນ.[11] Perigee ແມ່ນຈຸດທີ່ດວງຈັນໂຄຈອນເຂົ້າໃກ້ໂລກທີ່ສຸດ ແລະ Syzygy ແມ່ນເຫດການທີ່ເກີດຂຶ້ນເມື່ອໂລກ, ດວງຈັນ ແລະ ດວງຕາເວັນໂຄຈອນມາຢູ່ໃນເສັ້ນຊື່ດຽວກັນ ເຊິ່ງຈະເກີດຂຶ້ນໃນທຸກໆວັນເດືອນເພັງ ຫຼື ເດືອນແຮມ. ດັ່ງນັ້ນ ຊູເປີມູນຈຶ່ງອາດເປັນສອງປະກົດການນນີ້ທີ່ເກີດຂຶ້ນພ້ອມກັນເຖິງແມ່ນວ່າອາດຈະບໍ່ເກີດຂຶ້ນພ້ອມກັນຢ່າງສົມບູນໃນແຕ່ລະຄັ້ງກໍ່ຕາມ.
ຄວາມຖີ່ໃນການເກີດ
[ດັດແກ້]ຮອບວຽນຂອງເດືອນເພັງ ແມ່ນໄລຍະເວລາລະຫວ່າງການຮຽງຕົວກັນຂອງຈຸດທີ່ໃກ້ສຸດຂອງດວງຈັນໃນວົງໂຄຈອນ ກັບດວງຕາເວັນ ແລະ ໂລກ ເຊິ່ງແມ່ນປະມານ 13.9443 ເດືອນ (ປະມານ 411.8 ວັນ). ດັ່ງນັ້ນ ໃນປະມານທຸກໆເດືອນເພັງຄັ້ງທີ 14 ກໍຈະເກີດປະກົດການຊູເປີມູນຂຶ້ນ. ເຖິງຢ່າງໃດກໍຕາມ ໃນໄລຍະເວລາເຄິ່ງໜຶ່ງຂອງຮອບວຽນ, ເດືອນເພັງຈະເຂົ້າໃກ້ຈຸດທີ່ໃກ້ໂລກທີ່ສຸດຂອງວົງໂຄຈອນ ແລະ ເດືອນແຮມກ່ອນ ແລະ ຫຼັງຈາກນັ້ນສາມາດເປັນຊູເປີມູນໄດ້. ດັ່ງນັ້ນ ອາດຈະເກີດປະກົດການຊູເປີມູນໄດ້ເຖິງ 3 ຄັ້ງຕໍ່ໜຶ່ງຮອບວຽນຂອງເດືອນເພັງ.
ເພາະວ່າ 13.9443 ແລະ 14 ມີຄ່າຄວາມແຕກຕ່າງກັນປະມານ 1⁄18, ຊູເປີມູນຈະມີຄວາມແຕກຕ່າງກັນໃນໄລຍະເວລາ 18 ຮອບວຽນຂອງເດືອນເພັງ (ປະມານ 251 ເດືອນ ຫຼື 20.3 ປີ). ໝາຍຄວາມວ່າ ປະມານໜຶ່ງທົດສະວັດ ປະກົດການຊູເປີມູນທີ່ໃຫຍ່ທີ່ສຸດຈະເກີດຂຶ້ນໃນມື້ເດືອນເພັງ ແລະ ໃນອີກໜຶ່ງທົດສະວັດຕໍ່ມາປະກົດການຊູເປີມູນທີ່ໃຫຍ່ທີ່ສຸດຈະເກີດຂຶ້ນໃນມື້ເດືອນແຮມ.
ຜົນກະທົບຕໍ່ປະກົດການນ້ຳຂຶ້ນ-ນ້ຳລົງ
[ດັດແກ້]ຜົນກະທົບທີ່ມີຮ່ວມກັນຂອງດວງຕາເວັນ ແລະ ດວງຈັນຕໍ່ກັບນ້ຳໃນມະຫາສະໝຸດໃນໂລກເຊິ່ງເອີ້ນວ່າ ປະກົດການນ້ຳຂຶ້ນ-ນ້ຳລົງ,[12] ໂດຍນ້ຳຈະມີລະດັບສູງທີ່ສຸດເມື່ອດວງຈັນເປັນເດືອນເພັງ ຫຼື ເດືອນແຮມ.[13] ໃນມື້ທີ່ດວງຈັນຢູ່ໃນຈຸດໂຄຈອນທີ່ໃກ້ໂລກທີ່ສຸດ ແຮງທີ່ເຮັດໃຫ້ເກີດປະກົດການນ້ຳຂຶ້ນ-ນ້ຳລົງ (ແຮງໄທດັນ) ຈະມີຄວາມແຮງເພີ່ມຂຶ້ນ[14] ເຮັດໃຫ້ເກີດປະກົດການນ້ຳຂຶ້ນ-ນ້ຳລົງສູງ ຫຼື ຕ່ຳທີ່ສຸດ. ແຕ່ເຖິງແມ່ນວ່າຈະຢູ່ໃນຈຸດທີ່ມີຄວາມແຮງທີ່ສຸດ ແຮງດັ່ງກ່າວກໍ່ຍັງຖືວ່າຂ້ອນຂ້າງອ່ອນແຮງ[7] ແລະ ສົ່ງຜົນໃຫ້ເກີດມີຄວາມແຕກຕ່າງຂອງລະດັບນ້ຳຫຼາຍນິ້ວ.[15]
ເນື່ອງຈາກແຮງໄທດັນ (ແຮງທີ່ເຮັດໃຫ້ເກີດປະກົດການນ້ຳຂຶ້ນ-ນ້ຳລົງ) ເປັນໄປຕາມກົດການກຳລັງສາມຜົກຜັນ ແຮງນີ້ຈະມີຄວາມແຮງເພີ່ມຂຶ້ນ 19% ຫຼາຍກວ່າປົກກະຕິ.[ຕ້ອງການອ້າງອີງ] ເຖິງຢ່າງໃດກໍຕາມ ເນື່ອງຈາກລະດັບນ້ຳຂຶ້ນ-ນ້ຳລົງມີຄວາມແຕກຕ່າງກັນໃນແຕ່ລະບ່ອນທົ່ວໂລກ, ນີ້ອາດບໍ່ໄດ້ໝາຍຄວາມວ່າຊູເປີມູນມີຜົນກະທົບໂດຍກົງຕໍ່ກັບປະກົດການດັ່ງກ່າວ.
ໄດ້ມີການກ່າວອ້າງວ່າ ຊູເປີມູນໃນວັນທີ 19 ມີນາ່ 2011 ເປັນຕົ້ນເຫດທີ່ເຮັດໃຫ້ເຮືອຈຳນວນ 5 ລຳຫຼົ້ມໃນຊ່ອງແຄບໂຊເລັນໃນສະຫະລາຊະອານາຈັກ,[16] ແຕ່ວ່າການກ່າວຫາດັ່ງກ່າວບໍ່ມີຫຼັກຖານມາຢັ້ງຢືນແຕ່ຢ່າງໃດ.
ຄວາມເຊື່ອມໂຍງກັບໄພພິບັດທາງທຳມະຊາດ
[ດັດແກ້]ສື່ຕ່າງໆໄດ້ມີການຄາດຄະເນວ່າໄພພິບັດທາງທຳມະຊາດຕ່າງໆເຊັ່ນ: ແຜ່ນດິນໄຫວ ແລະ ສຶນາມິໃນໂທໂຮະກຸໃນປີ 2011 ແລະ ແຜ່ນດິນໄຫວ ແລະ ສຶນາມິໃນມະຫາສະໝຸອິນເດຍໃນປີ 2004 ມີຄວາມເຊື່ອມໂຍງກັບປະກົດການຊູເປີມູນ.[17][18] ແຜ່ນດິນໄຫວລະດັບ 7.5 ເຊິ່ງມີສູນກາງທີ່ທິດຕາເວັນຕົກສ່ຽງເໜືອຂອງເມືອງຄັນເວີເດັນໃນປະເທດນິວຊີແລນ ເມື່ອເວລາ 12.02 ກາງຄືນ ຕາມເວລາທ້ອງຖິ່ນ ຂອງວັນທີ 14 ພະຈິກ 2016 ກໍໄດ້ເກີດຂຶ້ນພ້ອມກັນກັບປະກົດການຊູເປີມູນ.[19][20] ຍັງບໍ່ພົບຫຼັກຖານທີ່ຊີ້ໃຫ້ເຫັນວ່າປະກົດການຊູເປີມູນ ແລະ ໄພແຜ່ນດິນໄຫວຂະໜາດໃຫຍ່ຕ່າງໆມີຄວາມກ່ຽວຂ້ອງກັນ.[21][22][23]
ຄັງຮູບພາບ
[ດັດແກ້]-
ຊູເປີມູນເມື່ອວັນທີ23 ມິຖຸນາ 2013 ທີ່
ພະລາຊະວັງອະຈິດພາວັນ, ປະເທດອິນເດຍ -
ເລຂາຄະນິດຂອງວົງໂຄຈອນຂອງ
ດວງຈັນເປັນຮູບເຄື່ອນໄຫວ ໃນລະຫວ່າງປີ 2014 -
ຊູເປີມູນຈັນທະຄາດ ເມື່ອວັນທີ 28 ກັນຍາ 2015 ເຊິ່ງເບິ່ງເຫັນຈາກເມືອງມິວນິກ, ປະເທດເຢຍລະມັນ
ອ້າງອີງ
[ດັດແກ້]- ↑ Staff. "Revisiting the Moon", New York Times, September 7, 2014. ຮຽກຂໍ້ມູນວັນທີ September 8, 2014
- ↑ 2.0 2.1 Phil Plait. "Kryptonite for the supermoon". Bad Astronomy. Discover. Archived from the original on ຕຸລາ 22, 2019. Retrieved August 29, 2015.
- ↑ Rachel Rice. "No Link Between 'Super Moon' and Earthquakes". Discovery News. Archived from the original on ມິຖຸນາ 13, 2011. Retrieved March 20, 2015.
- ↑ What is a micromoon? Timeanddate.com, accessed 1 Oct 2015.
- ↑ "'Supermoon' coincides with lunar eclipse", BBC News, 28 September 2015. ຮຽກຂໍ້ມູນວັນທີ 29 September 2015
- ↑ Meeus, Jean (1997). Mathematical Astronomy Morsels. Richmond, Virginia: Willmann-Bell. p. 15. ISBN 0-943396-51-4.
- ↑ 7.0 7.1 Plait, Phil (March 11, 2011). "No, the 'supermoon' didn't cause the Japanese earthquake". Discover Magazine. Archived from the original on 22 ຕຸລາ 2019. Retrieved 14 March 2011.
- ↑ Hawley, John. "Appearance of the Moon Size". Ask a Scientist (No publication date). Newton. Retrieved 14 March 2011.
- ↑ Phillips, Tony, Dr. (March 16, 2011). "Super Full Moon". Science@NASA Headline News. NASA. Archived from the original on May 7, 2012. Retrieved 22 June 2013.
- ↑ Nolle, Richard. "Supermoon". Astropro (No publication date; modified March 10, 2011). Retrieved 14 March 2011.
- ↑ Phillips, Tony (May 2, 2012). "Perigee "Super Moon" On May 5–6". NASA Science News. NASA. Archived from the original on 14 ພະຈິກ 2016. Retrieved 6 May 2012.
- ↑ Plait, Phil (2008). "Tides, the Earth, the Moon, and why our days are getting longer". Bad Astronomy (Modified March 5, 2011). Retrieved 14 March 2011.
- ↑ Sumich, J.L. (1996). "Animation of spring and neap tides". NOAA's National Ocean Service. Archived from the original on ທັນວາ 14, 2018. Retrieved June 22, 2013.
- ↑ "Apogee and Perigee of the Moon". Moon Connection (No publication date). Retrieved 14 March 2011.
- ↑ Rice, Tony. "Super moon looms Saturday", 4 May 2012. ຮຽກຂໍ້ມູນວັນທີ 5 May 2012
- ↑ Andy Bloxham (March 21, 2011). "Supermoon blamed for stranding five ships in Solent". Telegraph.co.uk. Retrieved June 22, 2013.
- ↑ Paquette, Mark (March 1, 2011). "Extreme Super (Full) Moon to Cause Chaos?". Astronomy Weather Blog. AccuWeather. Retrieved 14 March 2011.
- ↑ "Is the Japanese earthquake the latest natural disaster to have been caused by a supermoon?". The Daily Mail. March 11, 2011. Retrieved 14 March 2011.
- ↑ "GeoNet - Quakes". Retrieved 13 November 2016.
- ↑ Andrew Griffin. "Supermoon: Biggest in living memory to appear in the sky, as 2016 ends with three huge full moons in a row", The Independent
- ↑ "Can the position of the Moon affect seismicity?". The Berkeley Seismological Laboratory. 1999. Retrieved 14 March 2011.
- ↑ Fuis, Gary. "Can the position of the moon or the planets affect seismicity?" (No publication date). U.S. Geological Survey: Earthquake Hazards Program. Retrieved 14 March 2011.
- ↑ Wolchover, Natalie (March 9, 2011). "Will the March 19 "SuperMoon" Trigger Natural Disasters?". Life's Little Mysteries. Archived from the original on 15 ມີນາ 2011. Retrieved 15 March 2011.
ການເຊື່ອມຕໍ່ພາຍນອກ
[ດັດແກ້]- ວັນທີເກີດຊູເປີມູນ
- ຮູບປຽບທຽບລະຫວ່າງດວງຈັນເຕັມດວງ (ເດືອນເພັງ) ທີ່ໄລຍະ 222,000 ໄມ ກັບອີກຮູບທີ່ໄລຍະ 248,000 ໄມ
- ການໃຫ້ຄຳນິຍາມຂອງ Richard Nolle
- CBC News, ຄັງຮູບພາບ ຂອງຊູເປີມູນເມື່ອວັນທີ 19 ມີນາ 2011, ແນມເຫັນໄດ້ທົ່ວປະເທດການາດາ (ລິ້ງໃຊ້ບໍ່ໄດ້ຕັ້ງແຕ່ວັນທີ 2014.08.11)
- BBC News, ຄັງຮູບພາບ ຂອງຮູບພາບທີ່ໄດ້ແບ່ງປັນ
- ຮູບພາບທີ່ມະຫັດສະຈັນ 21 ຮູບຂອງ ຊູເປີມູນທີ່ຫາເບິ່ງໄດ້ຍາກ Archived 2015-09-29 at the Wayback Machine ຈາກເມືອງນິວຢອກຊິຕີ, ນິວຢອກ, ສະຫະລັດອາເມລິກາ