ຊາລີ ແຊັບປິນ

ຈາກ ວິກິພີເດຍ
ຊາລີ ແຊັບປິນ
Charlie Chaplin
Charlie Chaplin.jpg
ເກີດ 16 ເມສາ ຄ.ສ.1889
London England
ເສຍຊີວິດ 25 ທັນວາ ຄ.ສ. 1977 (88 ປີ)
Vevey Switzerland
ສັນຊາດ ອັງກິດ
ຮູ້ຈັກໃນຖານະ ນັກສະແດງຕະຫຼົກ ຜູ້ກຳກັບຮູບເງົາ ໂປດິວເຊີ
ສາດສະໜາ ສາສະໜາຄິດ
ຄູ່ສົມລົດ Mildred Harris (1918-1920 ບຸດ 1 ຄົນ)
Lita Gray (1924-1927 ບຸດ 2 ຄົນ)
Paulette Goddard
(1936-1942)
Oona O'Neill
(1943-1977 ບຸດ 8 ຄົນ)


ເຊີຊາລສ໌ ສະແປນເຊີ ແຊັບປິນ ຈູເນຍ (ອັງກິດ: Sir Charles Spencer Chaplin, Jr.) ຫຼືຮູ້ຈັກກັນໃນຊື່ ຊາລີ ແຊັບປິນ (Charlie Chaplin) (16 ເມສາ ຄ.ສ. 1889 -25 ທັນວາ ຄ.ສ.1977) ແມ່ນນັກສະແດງຊາວສະຫະລາຊະອານາຈັກ ຜູ້ມີຊື່ສຽງທີ່ສຸດຄົນໜຶ່ງ ໃນຍຸກຕົ້ນຮອດຍຸກກາງ ຄິດສະຕະວັດທີ່ 20 ຂອງຮອລລີວູດ ອີກທັງຍັງເປັນຜູ້ກຳກັບຮູບເງົາ ເຊິ່ງມີຜົນງານໂດດເດັ່ນຫຼາຍເລື່ອງດ້ວຍກັນ ຕົວລະຄອນທີ່ເຂົາສະແດງເຊິ່ງມີຜູ້ຈົດຈຳໄດ້ຫຼາຍທີ່ສຸດຄື "ຄົນຈອນຈັດ" (The Tramp) ເຊິ່ງມັກປາກົດຕົວໃນລັກສະນະຄົນຈອນຈັດ ເຊິ່ງສວມເສື້ອນອກຄັບຕົວ ສວມກາງເກງແລະເກີບຫຼວມ ສວມໝວກດາບີຫຼືໝວກໂບເລີ ຖືໄມ້ເທົ້າເຊິ່ງເຮັດຈາກໄມ້ໄຜ່ ແລະໄວ້ໜວດ ຈຸ໋ມຈິ໋ມ ແຊັບປິນເປັນບຸກຄົນທີ່ມີຄວາມຄິດສ້າງສັນຫຼາຍທີ່ສຸດຄົນໜຶ່ງໃນຍຸກຮູບເງົບງຽບ ດັງຈະເຫັນໄດ້ຈາກການທີ່ເຂົາທັງສະແດງ ກຳກັບ ຂຽນບົດ ອຳນວຍການສ້າງ ຮວມໄປເຖິງປະພັນດົນຕີປະກອບໃນຮູບເງົາຂອງເຂົາເອງ

ຜົນງານບາງເລື່ອງຂອງເຂົາເຊັ່ນ The Great Dictator, Monsieur Verdoux ເຮັດໃຫ້ເຂົາຖືກໂຈມຕີວ່າແມ່ນຜູ້ນິຍົມລັດທິຄອມມິວນີສຕ໌ ເນື່ອງຈາກເຂົາມີຄວາມຄິດທາງການເມືອງທີ່ຂັດກັບລັດຖະບານ ນັ່ນເປັນເຫດຜົນທີ່ເຮັດໃຫ້ເຂົາຖືກສັ່ງຫ້າມອາເມລິກາອີກ [໑]

ປະຫວັດ[ແກ້ໄຂ]

ຊີວິດໃນວັຍເດັກ[ແກ້ໄຂ]

ຊາລີ ແຊັບປິນ (Charlie Chaplin) ເກີດທີ່ກຸງລອນດອນ ສະຫະລາຊະອານາຈັກ ເມື່ອວັນທີ່ 16 ເມສາ ຄ.ສ. 1889 [໒] ໂດຍພໍ່ຂອງແຊັບປິນ (ຊາລີ ແຊັບປີນ ຊີເນຍ) ເປັນນັກຮ້ອງແລະນັກສະແດງ ແມ່ຊື່ ລິລີ ຮາລີ (Lily Harley) ເປັນນັກສະແດງແລະນັກຮ້ອງໂອເປລາ ແຊັບປິນມີອ້າຍຕ່າງພໍ່ອີກຄົນຊື່ ຊິດນີ (Sydney) ພໍ່ແລະແມ່ຂອງແຊັບປິນຢ່າກັນຕັ້ງແຕ່ເຂົາຍັງເປັນເດັກໜ້ອຍ ເຊິ່ງທັງໝົດຮ່ວມຜະຈົນຊີວິດອັນຢາກລຳບາກມານຳກັນ ວັນໜຶ່ງແມ່ຂອງແຊັບປິນເຊິ່ງປ່ວຍເປັນໂຮກຫຼອດລົມອັກເສບ ຕ້ອງຫຍຸດການສະແດງກາງຄັນເພາະເຈັບຄໍ ບໍ່ມີສຽງ ຜູ້ຊົມຮ້ອງໂຫ່ບໍ່ພໍໃຈຢ່າງຫຼາຍ ຜູ້ຈັດການເວທີບໍ່ຮູ້ຈະແກ້ໄຂປັນຫາແນວໃດ ບັງເອີນມອງໄປເຫັນເດັກຊາຍແຊັບປິນ ຈຶງພາອອກມາແນະນຳຕົວຕໍ່ຜູ້ຊົມແລ້ວໃຫ້ແຊັບປິນສະແດງແທນແຊັບປິນຮ້ອງເພງແລະເຕ້ນລະບຳຕາມທີ່ແມ່ຫັດໃຫ້ໂດຍບໍ່ເຂີນອາຍ ການສະແດງຂອງເຂົາເປັນທີ່ຊື່ນຊອບຂອງຜູ້ຊົມຢ່າງບໍ່ຄາດຝັນ ແລະນັ້ນແມ່ນການສະແດງບົນເວທີຄັ້ງທຳອິດຂອງເຂົາແຕ່ເປັນຄັ້ງສຸດທ້າຍຂອງແມ່

ເມື່ອແມ່ບໍ່ສາມາດຍຶດອາຊີບນັກສະແດງໄດ້ຕໍ່ໄປ ຄວາມເປັນຢູ່ໃນຄອບຄົວກໍລຳບາກຂຶ້ນ ແຊັບປິນແລະອ້າຍຕ້ອງຂາຍຂອງແລະເຮັດງານຮັບຈ້າງຫາເງິນມາລ້ຽງຄອບຄົວ ໃນທີ່ສຸດແມ່ກໍເສຍສະຕິ ເຂົາແລະອ້າຍຕ້ອງເຂົ້າໄປຢູ່ສະຖານສົງເຄາະເດັກອະນາຖາ

ແມ້ນປະສົບປັນຫາທາງການເງິນ ແຕ່ຄວາມຝັນຂອງແຊັບປິນກໍຍັງບໍ່ໝົດໄປ ທຸກມື້ຕອນແລງເຂົາຈະໄປຢ່າງເບິ່ງແຖວສຳນັກຈັດຫານັກສະແດງ ເມື່ອອາຍຸ 12 ປີ ແຊັບປິນໄດ້ງານສະແດງງານທຳອິດເປັນເດັກສົ່ງໜັງສືພິມຊື່ ບິນລີ້ (Billy) ໃນລະຄອນເລື່ອງ ເຊີລັອກ ໂຮມ ແລະໄດ້ງານຕໍ່ມາໃນເລື່ອງ Jim, The Romance of a Cockney ແລະເລິ່ມເປັນທີ່ຮູ້ຈັກ ແຊັບປິນໄດ້ເຂົ້າກຸ່ມນັກສະແດງທີ່ຊື່ The Eight Lancashire Lads ແລະໄດ້ຮັບຄວາມນິຍົມຫຼາຍຂຶ້ນຈາກຝີມືການເຕ້ນແທັບຂອງເຂົາ ເຊິ່ງພຽງຄັ້ງທຳອິດທີ່ແຊັບປິນໄດ້ອວດຝີມືໃນການສະແດງ ນັກວິຈານກໍຂຽນຊົມວ່າ ແຊັບປິນ ເປັນ...ດາລາທີ່ອະນາຄົດຈະສຸກໃສແນ່ນອນ

ໃນຊ່ວງປີ 1912-1913

ເຂົ້າສູ່ວົງການສະແດງ[ແກ້ໄຂ]

ແຊັບປິນໄດ້ມີໂອກາດເດີນທາງໄປອາເມລິກາໂດຍຮ່ວມໄປກັບຄະນະລະຄອນຂອງແຟດ ຄາໂນ ແລະໄດ້ຮັບການຕິດຕໍ່ໃຫ້ຮູບເງົາຂອງບໍລິສັດຄີສະໂຕນ ແຊັບປີນສ້າງຄວາມຊື່ນຊອບໃຫ້ແກ່ຜູ້ຊົມດ້ວຍພາບຂອງຕົວຕະຫຼົກທີ່ສວມເສື້ອຄັບ ກາງກາງຫຼວມ ເກີບຂະໜາດໃຫຍ່ ສວມໝວກໃບໜ້ອຍ ຄວງໄມ້ເທົ້າ ແລະຕິດໜວດແປງສີແຂ້ວເໜືອຮິມຝີສົບຮູບເງົາທຸກເລື່ອງຂອງແຊັບປິນເຮັດລາຍໄດ້ຢ່າງງົດງາມເປັນກ່າວຂວັນຕາມໜ້າໜັງສືພິມແລະຮ້ານກະເພ ຫຼັງຈາກທີ່ປະສົບຄວາມສຳເລັດທາງດ້ານການສະແດງ ແຊັບປິນກໍຂໍຂຽນບົດແລະກຳກັບການສະແດງເອງ

ຕົວລະຄອນທີ່ມີຊື່ສຽງທີ່ສຸດຂອງແຊັບປິນຄື "ຄົນຈອນຈັດ" (The Tramp)

ຜົນງານເລື່ອງທຳອິດຂອງເຂົາຄືເລື່ອງ Caught in the Rain ໃນເວລາ 1 ປີ ບໍລີສັດຄີສະໂຕນກໍມີໜັງທີ່ແຊັບປິນສະແດງເຖິງ 35 ເລື່ອງ ແຕ່ລະເລື່ອງເຮັດລາຍໄດ້ສູງທັງສິ້ນ ໃນລະຫວ່າງນີ້ແຊັບປິນມີລາຍໄດ້ອາທິດລະ 200 ຫຼຽນ ເມື່ອສັນຢາຄົບ 1 ປີ ແຊັບປິນກໍລາອອກຈາກຄີສະໂຕນເພາະບໍລິສັດບໍ່ສາມາດຈ່າຍຄ່າຕອບແທນອາທິດລະ 1,000 ຫຼຽນຕາມທີ່ເຂົາຮຽກຮ້ອງໄດ້

ແຊັບປິນເຮັດງານກັບບໍລິສັດ ເອສຊັນເຊ ແລະມິວຊວນຟີມ ຕາມລຳດັບ ກັບບໍລິສັດຫຼັງນີ້ ເຂົາໄດ້ຄ່າຈ້າງອາທິດລະ 20,000 ຫຼຽນແລະເງິນໂບນັດອີກປີ ລະ 150,000 ຫຼຽນ ຄ່າຕົວຂອງແຊັບປິນຕື່ມປິລະ 1 ລ້ານ 2 ຫຼຽນ ເມື່ອເຮັດສັນຢາບໍລິສັດເຟີສ ເນຊັ່ນແນລ ໃນເວລານັ້ນແຊັບປິນກາຍເປັນມະຫາເສດຖີຫຍ້ອຍ ໆ ຄົນໜຶ່ງ ແລະກາຍເປັນອັດສະລິຍະສິລະປິນຂອງໂລກ

ຮູບເງົາຂອງແຊັບປິນ[ແກ້ໄຂ]

ຕົວລະຄອນທີ່ມີຊື່ສຽງທີ່ສຸດຂອງແຊັບປິນຄື "ຄົນຈອນຈັດ" (The Tramp) ປາກົດຕົວຄັ້ງທຳອິດໃນຮູບເງົາເລື່ອງ Kid Auto Races at Venice (1914) ສ່ວນໜັງທີ່ສ້າງຊື່ສຽງໃຫ້ເຂົາຄື The Kid (1921) ,City Light (1931) ,Modern Times (1936) ແລະ The Great Dictator (1940)

ຮູບເງົາງຽບຂອງແຊັບປິນ ບໍ່ແມ່ນຮູບເງົາຕະຫຼົກທຳມະດາ ແຕ່ເປັນຮູບເງົາທີ່ສະທ້ອນຄວາມຄິດທີ່ມີຕໍ່ສັງຄົມແລະມະນຸດ ໂດຍສະເພາະຄວາມຄິດທີ່ມີຕໍ່ສັງຄົມໃນລະບົບທຸນນິຍົມ ດັງຈະເຫັນໄດ້ຈາກຜົນງານເດັ່ນ ໆ ເຊັ່ນ The Gold Rush ແມ່ນເລື່ອງຍຸກຄັ່ງຄຳໃນອາເມລິກາສະທ້ອນພາບຊີວິດຂອງຄົນອາເມລິກັນໃນຍຸກຕົ້ນຂອງລະບົບທຸນນິຍົມທີ່ສັງຄົມເຕັມໄປດ້ວຍການຍາດແຍ່ງແລະສວຍໂອກາດ ຄົນລວຍຍິ່ງລວຍຂຶ້ນ ໃນຂະນະທີ່ຄົນຈົນບໍ່ມີໂອກາດທີ່ຈະຍົກລະດັບຕົວເອງເລື່ອງ City Lights ຊີ້ເຖິງຜົນການເຕີບໂຕຂອງສັງຄົມ ເລື່ອງ Modern Times ສະແດງເຖິງຊີວິດສັງຄົມໃນສັງຄົມອຸສາຫະກຳທີ່ມີການແບ່ງງານກັນເຮັດຢ່າງເປັນລະບຽບເຄື່ອງຍົນກົນໄກຕ່າງ ໆ ໄດ້ຮັບການພັດທະນາ ໜັງປຽບທຽບໃຫ້ເຫັນວ່າມະນຸດຕົກຢູ່ພາຍໃຕ້ກົດເກນແລະລະບົບການເຮັດງານຂອງສິ່ງທີ່ມະນຸດປະດິດຂຶ້ນ[໓][໔]

ປະພັນເພງແລະດົນຕີ[ແກ້ໄຂ]

ນອກຈາກບົດບາດການສະແດງເປັນຕົວຕະຫຼົກຜູ້ຍິ່ງໃຫຍ່ໃນຍຸກຮູບເງົາງຽບແລ້ວ ແຊັບປິນຍັງໄດ້ແຕ່ງເພງປະກອບຮູບເງົາຕ່າງໆ ໄວ້ຫຼາຍເພງດ້ວຍກັນ ເຊັ່ນເພງ This is my song (ໃນຮູບເງົາເລື່ອງ The Countess From Hong Kong), ເພງ Smile (ໃນເລື່ອງ Modern Times),Sing a song (ເລື່ອງ The Gold Rush),Now that it’s ended, Mandolin Serenade, Without you, The spring song (ຈາກເລື່ອງ A King in New York) ແລະ Beautiful,Wonderful Eyes (ໃນ City Lights),Weeping Willows ເປັນຕົ້ນ

ຊາລີ ແຊັບປິນໄດ້ຮັບຮາງວັນອອສກາສາຂາດົນຕີປະກອບຍ່ຽມຈາກໜັງເລື່ອງ Limelight ໃນປີ ຄ.ສ. 1972

ຊີວິດສ່ວນຕົວແລະຄອບຄົວ[ແກ້ໄຂ]

ແຊັບປິນບໍ່ປະສົບຄວາມສຳເລັດໃນເລື່ອງຄວາມຮັກ ເຂົາຜ່ານການຢ່າຮ້າງກັບນັກສະແດງດາລາສາວເຖິງ 3 ຄົນ ໄດ້ແກ່ ມິດເລດ ຮາຣີດ (ມີບຸດ 1 ຄົນ),ລິດຕາ ເກດ (ມີບຸດ 2 ຄົນ), ພາເລັດ ກັອດຕາ ຈົນມາພົບກັບ ອູນາ ໂອນີລ ເຊິ່ງເປັນການແຕ່ງງານຄັ້ງທີ່ 4 ຊີວິດຄອບຄົວມີຄວາມສຸກຢ່າງແທ້ຈິງ ມີບຸດທິດາຮວມທັງໝົດ 8 ຄົນ

ເອັດນາ ເພີວຽນ ນາງເອກຄູ່ບຸນທີ່ສະແດງຄູ່ກັບຊາລີຫຼາຍທີ່ສຸດເຖິງ 40 ເລື່ອງ ເອັດນາເປັນຮັກແຮກຂອງຊາລີກໍເປັນຮັກທີ່ບໍ່ສົມຫວັງເພາະວ່າຄວາມເຈົ້າຊູ້ຂອງຊາລີ ເຮັດໃຫ້ເຂົາຕ້ອງເຂົ້າພິທີແຕ່ງງານກັບມິດເລດ ຮາຣີດ ແຕ່ຢ່າງໃດກໍຕາມຊາລີແລະເອັດນາກໍເປັນເພື່ອນທີ່ດີຕໍ່ກັນສະເໝີມາ ເຖິງແມ້ນວ່າເວລາທີ່ຍຸກຂອງຮູບເງົາສຽງເຂົ້າມາແທນທີ່ຮູບເງົາງຽບ ເຮັດໃຫ້ເອັດນາບໍ່ມີງານສະແດງອີກແລະມີຊີວິດຄ່ອນຂ້າງຢາກລຳບາກ ແຕ່ຊາລີກໍມັກທີ່ຈະໃຫ້ໂອກາດນາງມາຮ່ວມສະແດງສາກສົມທົບເລັກໆ ໜ້ອຍໆ ໃນຮູບເງົາສຽງຍຸກຫຼັງຂອງເຂົາ ແລະຊ່ອຍເຫຼືອໂດຍສົ່ງເງິນເບ້ຍລ້ຽງໃຫ້ນາງໃຊ້ທຸກເດືອນຈົນກະທັ່ງເມື່ອນາງເສຍຊີວິດເມື່ອປີ 1958

ບຸດຂອງຊາລີ ແຊັບປິນ ໄດ້ແກ່ ເຈີລັນດີນ ແຊັບປິນ, ຊິດນີ້ ແຊັບປິນ, ໂຈເຊຟິນ ແຊັບປິນ, ວິກທໍເລຍ ແຊັບປິນ, ໄມເຄິລ ແຊັບປິນ, ຄຣິສໂຕເຟີ ແຊັບປິນ, ຍູຈີນ ແຊັບປິນ, ນໍມັນ ສະແປນເຊີ ແຊັບປິນ, ແອນເນັດ ເອມິລີ້ ແຊັບປິນ, ເຈນ ແຊັບປິນ

ຖືກວ່າເປັນລັດທິຄອມມິວນິສ[ແກ້ໄຂ]

The Great Dictator (1940)

ໃນປີ 1940 ຊາລີ ແຊັບປິນສ້າງຮູບເງົາເລື່ອງ The Great Dictator ເປັນຮູບເງົາລໍ້ລຽນຮິດແລ ເປັນຮູບເງົາສຽງເລື່ອງທຳອິດຂອງຊາລີ ເຊິ່ງສອດແຊກຄວາມຄິດທາງການເມືອງຂອງເຂົາໄປດ້ວຍ ເປັນເລື່ອງຂອງຮິງເກລຜູ້ນຳຕະຫຼອດການແຫ່ງລັດໂທມາເນຍ ຜູ້ນຳທີ່ບ້າຄັ່ງອຳນາດແລະສົງຄາມແລະຄວາມຝັນສູງສຸດຄືການທີ່ຈະໄດ້ຄອງໂລກ ໂດຍເດີນເລື່ອງຄູ່ໄປກັບຊ່າງຕັດຜົມຊາວຍິວ ທີ່ໜ້າຕາຄືກັນກັບຜູ້ນຳຮິງເກລທີ່ເຄີຍໄປອອກຮົບໃນສົງຄາມໂລກຄັ້ງທີ່ໜຶ່ງແລະເມື່ອກັບມາກໍປ່ວຍຢູ່ໃນໂຮງໝໍໂຮກຈິດນັບສິບປີ ຈົນເມື່ອອອກມາຈາກໂຮງໝໍ ກໍພົບວ່າບ້ານເມືອງຂອງເຂົາພາຍໃຕ້ການປົກຄອງຂອງຮິງເກລ ບໍ່ໄດ້ເໝືອນເດີມອີກຕໍ່ໄປ

ແຊັບປິນໃນຂະນະນັ້ນເຖິງເປັນມະຫາເສດຖີແຕ່ກໍມີປັນຫາຢ່າງໜັກເລື່ອງທັດສະນະຄະຕິທາງການເມືອງ ໂດຍສະເພາະເຂົາກຳລັງຖືກຈັບຕາມອງຈາກລັດຖະບານອາເມລິກາໃນຂໍ້ຫາຝັກໃຝ່ລັດທິຄອມມິວນິສ [໕] [໖]

ໃນປີ 1947 ຊາລີ ແຊັບປິນ ໄດ້ສ້າງ ກຳກັບ ແລະສະແດງຮູບເງົາຂາວດຳອອກມາເລື່ອງ Monsieur Verdoux ແມ່ນຮູບເງົາຕະຫຼົກ ກ່ຽວກັບຄາດຕະກອນຕໍ່ເນື່ອງຊາວຝະລັ່ງ ບົດຮູບເງົາອ້າງອີງມາຈາກເລື່ອງຈິງ ຮູບເງົາເລື່ອງນີ້ບໍ່ໄດ້ຮັບຄວາມນິຍົມ ອີກທັງຍັງຖືກຕໍ່ຕ້ານຈາກຫຼາຍຝ່າຍໃນປະເທດສະຫະລັດອາເມລິກາ ທັງນີ້ເນື່ອງຈາກລັດຖະບານອາເມລິກາກ່າວຫາວ່າແຊັບປິນເປັນຝັກໃຝ່ຄອມມິວນິສ ອີກທັງກ່ອນທີ່ຮູບເງົາເລື່ອງຈະໄດ້ສາຍ ແຊັບປິນຖືກແກ້ງໂດຍຝ່າຍເຊັນເຊີຂອງລັດຖະບານອາເມລິກາແລະຈາກຄວາມຜິດຫວັງກັບປະເທດສະຫະລັດອາເມລິກາໃນຄັ້ງນີ້ ເຮັດໃຫ້ເຂົາຖືກໂຈມຕີວ່າເປັນຜູ້ນິຍົມລັດທິຄອມມິວນິສເນື່ອງຈາກເຂົາມີຄວາມຄິດທາງການເມືອງທີ່ຂັດແຍ້ງກັບລັດຖະບານ ນັ້ນເປັນເຫດຜົນທີ່ເຮັດໃຫ້ເຂົາພ້ອມກັບຄອບຄົວຕ້ອງຖືກສັ່ງອອກຈາກອາເມລິກາແລະຫ້າມເຂົ້າອາເມລິກາອີກ ໃນປີ 1952[໗][໘]

ແຈັກ ເລມມອນ (ຊ້າຍ) ຊາລີ ແຊັບປິນ (ຂວາ) ຂຶ້ນຮັບຮາງວັນອອສກາກຽດຕິຍົດ ໃນປີ 1972

ຊ່ວງບັ້ນປາຍຊີວິດ[ແກ້ໄຂ]

ໃນປີ 1972 ຊາລີ ແຊັບປິນກັບມາຍັງສະຫະລັດອາເມລິກາອີກຄັ້ງໃນຮອບ 20 ປີ ເພື່ອມາໄດ້ຮາງວັນອອສກາກຽດຕິຍົດ (Academy Honorary Award) ໃນງານປະກາດຜົນຮາງວັນຄັ້ງທີ່ 44 ເຊິ່ງຄັ້ງທຳອິດແລະຄັ້ງດຽວໃນຊີວິດທີ່ໄດ້ຂຶ້ນຮັບຮາງວັນອອສກາດ້ວຍຕົນເອງ ເຂົາກ່າວຄຳຂອບໃຈທຸກຄົນທີ່ຍັງລະລຶກເຖິງເຂົາໄດ້ແລະເຂົາຮູ້ສຶກຊາບຊຶ້ງໃຈຫຼາຍຈົນກັ້ນນ້ຳຕາໄວ້ບໍ່ຢູ່ ທຸກຄົນໃນງານລຸກຂຶ້ນປົບມືໃຫ້ເຂົາດົນຫຼາຍຈົນເຖິງກັບບັນທຶກໄວ້ໃນສະຖິຕິຂອງການຈັດງານເລີຍວ່າເປັນການສະແຕນດິ້ງໂອເວຊັ່ນທີ່ຍາວທີ່ສຸດໃນປະຫວັດສາດຂອງອອສກາ[໙]

ຊ່ວງບັ້ນປາຍຊີວິດ ຊາລີ ແຊັບປິນ ອາໄສຢູ່ກັບອູນາແລະລູກໆ ທີ່ສະວິດເຊີແລນ ໃນປີ 1975 ເຂົາໄດ້ຮັບແຕ່ງຕັ້ງຈາກສົມເດັດພະລາຊິນີແຫ່ງອັງກິດໃຫ້ເປັນ ເຊີຊາລ ສະແປນເຊີ ແຊັບປິນ ຈູເນຍ (Sir Charles Spencer Chaplin, Jr.)

ຖັດມາອີກ 2 ປີ ໃນວັນຄຣິສມາສ 25 ທັນວາ 1977 ຊາລີ ແຊັບປິນ ເຖິງແກ່ກຳຢ່າງສະຫງົບ ປິດສາກອັດສະລິຍະນັກສະແດງດາວຕະຫຼົກລະດັບໂລກຜູ້ເປັນໄອດອລຂອງນັກສະແດງຫຼາຍໆ ຄົນ ໄປດ້ວຍວັຍ 88 ປີ[໑໐]

ໃນວັນທີ່ 1 ມີນາ ຄ.ສ. 1978 ໂລງສົບຂອງຊາລີ ແຊັບປິນ ຖືກຂຸດແລະຖືກຂະໂມຍໂດຍຄົນວ່າງງານ ຄື Roman Wardas ແລະ Gantcho Ganev ເພື່ອເອິ້ນຄ່າໄຖ່ຈາກພັນລະຍາຂອງຊາລີ ແຊັບປິນທັງຄູ່ຖືກຈັບຈາກການຮ່ວມມືຄັ້ງໃຫຍ່ຂອງຕຳລວດໃນເດືອນພຶດສະພາ ໂລງສົບຂອງຊາລີ ແຊັບປິນ ຖືກຄົ້ນພົບໃນສະໜາມຍ່າໄກ້ກັບໝູ່ບ້ານ Noville ແລະຖືກກັບມາຝັງໃໝ່ທີ່ສຸສານໃນເມືອງ Corsier ໂດຍຖືກລ້ອມຮອບດ້ວຍຄອນກີດເສີມໃຍເຫຼັກ

ອ້າງອີງ[ແກ້ໄຂ]

  1. ชาลี แชปปลิน ตำนานแห่งเสียงหัวเราะ
  2. หัวร่อร่า น้ำตาริน: อนุสติจากชีวิตตลกเอกของโลก – ชาลี แชปลิน โดย ธีรภาพ โลหิตกุล
  3. ชาร์ลี แชปลิน: สุภาพบุรุษพเนจร โดย จิตรลดา อุดมประเสริฐกุล
  4. "Modern Times" บทเรียนเศรษฐศาสตร์ของชาลี แชปลิน
  5. The Great Dictator - อย่าฟังคนบ้า จะพาไปตาย
  6. The Great Dictator สยบเผด็จการด้วยเสียงหัวเราะ
  7. หนังตลกที่ตลกไม่ออกของ ชาลี แชปลิน Monsieur Verdoux (1947)
  8. ข้อคิดจาก ตลกระดับโลก ชาร์ลี แชปลิน ในยุคแห่งความเกลียดชังในอเมริกา (ไทย)
  9. รายการ แฟนพันธุ์แท้ 2013 เรื่อง ออสการ์ ครั้งที่ 2 ออกอากาศ 15 มีนาคม 2556
  10. รำลึก 122 ปี "ชาร์ลี แชปลิน" ราชาตลกสุดคลาสสิคผู้ยิ่งใหญ่ ที่อยู่ในใจคนทั้งโลก!! ค้นพบเมื่อ 8 กันยายน 2556