ກຸ່ມພາສາໄຕ-ກະໄດ
ຮູບຮ່າງການສະແດງຜົນ

ກຸ່ມພາສາໄຕ-ກະໄດ ຫຼືເອີ້ນກັນວ່າ ໄທ-ກະໄດ ແມ່ນໝວດພາສາໃນຂົງເຂດແຫຼມອິນດູຈີນ, ພາກໃຕ້ຂອງຈີນ, ແລະ ພາກຕາເວັນອອກສຽງເໜືອຂອງອິນເດຍ . ພາສາທັງໝົດໃນຕະກູນເປັນພາສາທີ່ໃຊ້ສຽງວັນນະຍຸດ ລວມທັງພາສາໄທ ແລະ ພາສາລາວ, ເຊິ່ງເປັນພາສາປະຈຳຊາດຂອງ ປະເທດໄທ ແລະ ປະເທດລາວ ຕາມລຳດັບ.[1] ມີປະມານ 93 ລ້ານຄົນທີ່ເວົ້າພາສາໃນໝວດໄຕ-ກະໄດ ເຊິ່ງ 60% ຂອງຄົນເຫຼົ່ານັ້ນເວົ້າພາສາໄທ.[2] ວາລະສານ Ethnologue ໄດ້ລະບຸມີທັງໝົດ 95 ພາສາໃນໝວດພາສານີ້ ເຊິ່ງມີ 62 ພາສາທີ່ຢູ່ໃນສາຂາຂອງກຸ່ມພາສາໄຕ.[3]

ອ້າງອີງ
[ດັດແກ້]- ↑ Diller, Anthony, Jerry Edmondson, Yongxian Luo. (2008). The Tai–Kadai Languages. London [etc.]: Routledge. ISBN 978-0-7007-1457-5
- ↑ "Taikadai". www.languagesgulper.com. ຄົ້ນຫາເມື່ອ 15 October 2017.
- ↑ "Ethnologue Tai–Kadai family tree".