Jump to content

ການເສຍກຸງສີອະຍຸດທະຍາຄັ້ງທີ່ສອງ

ຈາກ ວິກິພີເດຍ
ການເສຍກຸງສີອະຍຸດທະຍາຄັ້ງທີ່ສອງ
ສ່ວນໜຶ່ງຂອງ ສົງຄາມພະມ້າ–ສະຫຍາມ

ແຜນທີ່ຄ່າວໆສະແດງເສ້ນທາງການເຄື່ອນທັບຂອງພະມ້າຈົນເຖີງກຸງສີອະຍຸດທະຍາ:
  •      ສະຫຍາມ
  •      ພະມ້າແລະເມືອງຂຶ້ນ (ວຽງຈັນ, ຫຼວງພະບາງ ຯລຯ)
  •      ດິນແດນທີ່ສາມ (ກຳປູເຈຍ ຯລຯ)
  •      ການເຄື່ອນຕົວຂອງທັບພະມ້າ
  •      ເຂດແດນໃນປັດຈຸບັນ
ວັນທີ11 ມັງກອນ ຄ.ສ. 1765 – 7 ເມສາ ຄ.ສ. 1767
ສະຖານທີ່
ຜົນ

ອານາຈັກພະມ້າຊະນະ

ດິນແດນ
ປ່ຽນແປງ
ພະມ້າຜະໜວກເຂດຕະນາວສີ​ຕອນໃຕ້ເປັນການຖາວອນ
ຄູ່ສົງຄາມ
ອານາຈັກໂກ້ນບອງ (ພະມ້າ)

ອານາຈັກອະຍຸດທະຍາ (ສະຫຍາມ)

  • ຊາວບ້ານບາງຣະຈັນ

ຮ່ວມລົບ:
ບໍລິສັດອິນເດຍຕະເວັນອອກ
ຜູ້ບັນຊາການ ແລະ ຜູ້ນຳ
ພະເຈົ້າມັງຣະ
ກອງທັບຝ່າຍໃຕ້:
ມັງມະຫານໍຣະທາ
ເນມຽວຄຸງນະຣັດ
ແມງຍີກາມະນີຈັນທາ
ແມງຍີໄຊສູ
ເມຄະຣາໂບ
ຕິງຈາແມງຂ່ອງ
ກອງທັບຝ່າຍເໜືອ:
ເນມຽວສີຫະບໍດີ
ຊັບກຸງໂບ
ແນກວນຈໍໂບ
ສະໂດມັງຖ່າງ
ສິຣິຣາຊະສົງຄາມ
ນັນທະອຸເທນຈອດິນ

ສົມເດັດພະທີ່ນັ່ງສຸຣິຍາດອຳມະຣິນ
ເຈ້າພະຍາພະຄັງວ່າທີ່ສະໝຸຫະນາຍົກ (ຊະເລຍ)
ເຈົ້າພະຍາພິສະນຸໂລກ (ເຣືອງ)
ເຈົ້າພະຍານະຄອນສີທຳມະລາດ
ພະຍາຣັດຕະນາທິເບດ
ພະຍາຍົມມະຣາດ (ຊະເລຍ)
ພະຍາພົນລະເທບ (ຊະເລຍ)
ພະຍາເພັດຊະບຸລີ (ເຣືອງ)
ພະຍາຕາກ (ສິນ)


ວິລລຽມ ພອວ໌ນີຍ໌
ໜ່ວຍທີ່ກ່ຽວຂ້ອງ

ກອງທັບແຫ່ງອານາຈັກພະມ້າ ປະກອບດ້ວຍ:

ກອງທັບຊານ
ກອງທັບລ້ານຊ້າງ
ອັດສະວານຶກຈາກມະນີປຸລະ
ທະຫານເກນຈາກມອນ
ທະຫານເກນຈາກສະຫຍາມ
ກອງທັບແຫ່ງອານາຈັກສະຫຍາມ
ກຳລັງ

ການຮຸກຮານຄັ້ງທຳອິດ:[IV]
40,000[1]ເຖີງ 50,000 ນາຍ[2]

  • ທາງເໜືອ: 20,000 ນາຍ
  • ທາງໃຕ້: 20,000–30,000 ນາຍ

ນົນທະບຸລີ: 20,000 ນາຍ[1]
ນອກອະຍຸດທະຍາ: 50,000 ນາຍ[3]

ລ້ອມກຸງອະຍຸດທະຍາ: 40,000+ ນາຍ

ການປ້ອງກັນເລີ່ມຕົ້ນ:[III]

  • ທາງເໜືອ: ບໍ່ຊາບ
  • ທາງໃຕ້: ມາກກວ່າ 60,000 ນາຍ[4]

ນົນທະບຸລີ: 60,000 ນາຍ[4]
ນອກອະຍຸດທະຍາ: 50,000 ນາຍ[3]

ລ້ອມກຸງອະຍຸດທະຍາ: ບໍ່ຊາບ
ຄວາມສູນເສຍ
ທະຫານເສຍຊີວິດປະມານ 3,000-4,000 ນາຍ[V] ທະຫານແລະພົນລະເຮືອນເສຍຊີວິດປະມານ 200,000 ຄົນ[V]

ການເສຍກຸງສີອະຍຸດທະຍາຄັ້ງທີ່ສອງ (ໄທ: การเสียกรุงศรีอยุธยาครั้งที่ 2) ແມ່ນຄວາມຂັດແຍ້ງຄັ້ງທີ່ສອງລະຫວ່າງລາຊະວົງໂກ້ນບອງແຫ່ງພະມ້າແລະລາຊະວົງບ້ານພູຫຼວງແຫ່ງອະຍຸດທະຍາ ໃນການທັບຄັ້ງນີ້ກຸງສີອະຍຸດທະຍາຊຶ່ງເປັນລາຊະທານີຄົນໄທເກືອບສີ່ສັດຕະວັດໄດ້ເສຍແກ່ພະມ້າ ແລະເຖິງການສິ້ນສຸດລົງໄປດ້ວຍ ເຫດການໄດ້ເກີດຂຶ້ນເມື່ອວັນອັງຄານ ຂຶ້ນ 9 ຄ່ຳ ເດືອນ 5 ປີກຸນ ຕົງກັບວັນທີ 7 ເມສາ ຄ.ສ. 1767

ຍຸດທະນາການນີ້ເປັນຜົນພວງຂອງສົງຄາມພະເຈົ້າອະລອງພະຍາເມື່ອ ຄ.ສ. 1760 ແລະອຸບັດຂຶ້ນໃນ ຄ.ສ. 1765 ເມື່ອພະມ້າສົ່ງກອງທັບເຂົ້າບຸກຄອງອະຍຸດທະຍາເປັນສອງທາງແບບຄີມ ທັບພະມ້າພິຊິດການປ້ອງກັນຂອງຝ່າຍອະຍຸດທະຍາທີ່ປະກອບດ້ວຍກຳລັງອັນເໜືອກວ່າແຕ່ຂາດການປະສານງານກັນໄດ້ ແລະເລີ່ມລ້ອມກຸງສີອະຍຸດທະຍານານ 14 ເດືອນ ກະທັ່ງເດືອນມີນາ ຄ.ສ. 1767 ພະເຈົ້າເອກກະທັດຊົງຍອມເປັນປະເທດສະລາດຂອງພະມ້າ ແຕ່ພະມ້າປະສົງໃຫ້ຍອມແພ້ຢ່າງບໍ່ມີເງື່ອນໄຂ ໃນທີ່ສຸດ ກອງທັບພະມ້າຫັກເຂົ້າພະນະຄອນໄດ້ເປັນຄັ້ງທີ່ສອງໃນປະຫວັດສາດ ແລ້ວທຳລາຍລ້າງພະນະຄອນ

ການເສຍກຸງຄັ້ງນີ້ ນອກຈາກຈະສົ່ງຜົນໃຫ້ອານາຈັກອະຍຸດທະຍາລົ່ມສະຫຼານລົງແລ້ວ ຕະນາວສີຕອນໃຕ້ຍັງໄດ້ຕົກເປັນຂອງພະມ້າເປັນການຖາວອນ ແລະເກີດຄວາມຂັດແຍ້ງລະຫວ່າງກຸ່ມການເມືອງໃນລະດັບຕ່າງໆຈົນແທບນຳໄປສູ່ການລົ່ມສະຫຼາຍຂອງລັດໄທ ຢ່າງໄຮກົດີ ພະມ້າຈຳເປັນຕ້ອງຖອນກຳລັງສ່ວນໃຫຍ່ໃນອານາຈັກອະຍຸດທະຍາເດີມກັບຄືນປະເທດໄປເມື່ອຖືກຈີນບຸກຄອງ ຈຶງເປັນເຫດໃຫ້ສົມເດັດພະເຈົ້າກຸງທົນບຸຣີຊົງຖະເຫຼີງອຳນາດແລະຕັ້ງອານາຈັກຂອງຄົນໄທໃໝ່

ອ້າງອີງ

[ດັດແກ້]
  1. 1.0 1.1 Harvey, p. 250
  2. Kyaw Thet, pp. 300–301
  3. 3.0 3.1 Htin Aung, p. 184
  4. 4.0 4.1 Cite error: Invalid <ref> tag; no text was provided for refs named dkw-118