ການປຽບທຽບການເອີ້ນຊື່ປະເທດໃນພາສາລາວແລະພາສາໄທ

ຈາກ ວິກິພີເດຍ

ໃນພາສາລາວມີການເອີ້ນຊື່ປະເທດຕ່າງໆຄືກັນກັບພາສາໄທ ເຊິ່ງບໍ່ກົງຕາມວິທີການຂຽນຄຳຂອງທາງການລັດ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກຳກັບເອົາໄວ້ ຍ້ອນບາງຊື່ຢືມມາຈາກພາສາຝຣັ່ງ ບາງຊື່ຢືມມາຈາກພາສາອັງກິດ ພ້ອມນຳການຮັບເອົາໃນດ້ານຂອງອິດທິພົນຂອງສື່ຈາກປະເທດໄທ ເຮັດໃຫ້ມີປັນຫາໃນການສຶກສາ ການສື່ສານ ແລະ ການຄ້າການລົງທຶນ

ປຽບທຽບລາຍຊື່ປະເທດໃນພາສາລາວແລະພາສາໄທທຽບຄຽງພາສາຝຣັ່ງ ແລະ ພາສາອັງກິດ[ດັດແກ້]

ພາສາລາວ

  • ຄຳເທິງ ເປັນຄຳທີ່ຂຽນຈາກປຶ້ມຄູ່ມືການຮຽນການສອນພາສາລາວ ໄວຍາກອນລາວປັດຈຸບັນ ພາກອັກຂະຫຼະວິທີ ຂອງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ສະບັບປີ 2020 ເຊິ່ງເປັນແບບທີ່ໃຊ້ຂຽນໃນປັດຈຸບັນ
  • ຄຳລຸ່ມໂຕອຽງ ເປັນຄຳທີ່ຂຽນຈາກໃບແຈ້ງການ ການເອີ້ນຊື່ປະເທດ, ດິນແດນ ແລະ ປະຊາຊົນ ເປັນພາສາລາວ ໂດຍອີງຕາມແຈ້ງການຂອງລັດຖະບານ ເລກທີ 1843 (ປີ 2007)
  • ຊື່ທີ່ມີວົງເລັບ ເປັນຄຳທີ່ຂຽນຈາກປື້ມເລັກໆນ້ອຍໆ ກ່ຽວກັບໂລກ ຂອງ ດຣ.ສີສະຫຼຽວ ສະແຫວງສຶກສາ (ປີ 1993 ແລະ ປີ 1998) ເປັນຄຳທີ່ດ່ຽວນີ້ບໍ່ເຫັນໃຊ້
  • ຊື່ທີ່ບໍ່ມີຄຳເທິງ ຄຳລຸ່ມ ແລະຄຳທີ່ມີວົງເລັບ ຍ້ອນວ່າມີໃຊ້ໃນທັງສາມແບບ
  • ການຮຽງລຳດັບພະຍັນຊະນະ ແລະ ສະຫຼະໃນພາສາລາວ ຮຽງຕາມການຮຽງລຳດັບຕາມວັດຈະນານຸກົມພາສາລາວ ຂອງ ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ ປີ 2012

ພາສາໄທ

  • ທຸກຊື່ໃນພາສາໄທເປັນຄຳທີ່ຂຽນຈາກປະກາດສຳນັກງານລາຊະບັນດິດຕະຍະສະພາ ເລື່ອງ ກຳນົດຊື່ປະເທດ ດິນແດນ ເຂດການປົກຄອງແລະເມືອງຫຼວງ ພ.ສ. 2561 (2018) ເຊິ່ງຕອນນີ້ຖືກຍົກເລີກ
  • ໂຕອຽງ ເປັນຄຳທີ່ມີການໃຊ້ຢ່າງຫຼາຍ

ທະວີບອາຊີ[ດັດແກ້]

ພາສາຝຣັ່ງ ພາສາລາວ ທຸງຊາດ ພາສາໄທ ພາສາອັງກິດ
Kazakhstan ກາຊັກສະຖານ

(ກາຊັກສະຕັງ)

คาซัคสถาน Kazakhstan
Qatar ກາຕາ

(ກາຕ້າ)

กาตาร์ Qatar
Cambodge ກຳປູເຈຍ

(ກຳປູເຈັຍ)

กัมพูชา Cambodia
Corée du Sud ເກົາຫຼີໃຕ້

(ເກົາຫຼີໄຕ້)

เกาหลีใต้ South Korea
Corée du Nord ເກົາຫຼີເໜືອ
เกาหลีเหนือ North Korea
Kirghizistan ກີກິດສະຖານ

ກຽກກິດສະຖານ

(ກຽກຊີຊິດສຕັງ; ກຽກຊີຊິດສະຕັງ)

คีร์กีซสถาน Kyrgyzstan
Koweït ກູເວດ
คูเวต Kuwait
Chine ຈີນ
จีน China
Géorgie ຈໍເຈຍ

ຊອກຊີ

(ເຈອອກເຈຽ)

จอร์เจีย Georgia
Jordanie ຈໍແດນ

ຊອກດານີ

(ຊອກດານີ)

จอร์แดน Jordan
Émirats arabes unis ສະຫະອາຣັບເອມິເຣດ

ສະຫະນະຄອນ ເອເມຣັດ ອາຣັບ

(ເອເມຽຣັດອາຣັບເອກະພາບ)

สหรัฐอาหรับเอมิเรตส์ United Arab Emirates
Singapour ສິງກະໂປ
สิงคโปร์ Singapore
Sri Lanka ສີລັງກາ
ศรีลังกา Sri Lanka
Arabie saoudite ຊາອຸດິອາຣະເບຍ

ອາຣັບບີ ຊາອູດິດ

(ອາຣັບບີຊາອູດິດ)

ซาอุดีอาระเบีย

ซาอุดิอาระเบีย

Saudi Arabia
Syrie ຊີຣີ
ซีเรีย Syria
Chypre ໄຊປຣັດ

(ໄຊປຼັດ)

ไซปรัส Cyprus
Japon ຍີ່ປຸ່ນ
ญี่ปุ่น Japan
Turquie ຕວກກີ

ຕວັກກີ

(ຕວຽກກີ)

ตุรกี Turkey
Turkménistan ຕວກເມນິດສະຖານ

ຕວັກເມນິດສະຖານ

(ຕວກເມນິດສຕັງ; ຕວກເມນິດສະຕັງ)

เติร์กเมนิสถาน Turkmenistan
Tadjikistan ຕາດຈິກິດສະຖານ

ຕັດຈິກິດສະຖານ

(ຕັດຊິກິດສຕັງ; ຕັດຊິກິດສະຕັງ)

ทาจิกิสถาน Tajikistan
Timor-Leste ຕີມໍ ແລັດສະເຕ

ຕິມໍແລັດສະເຕ

ติมอร์-เลสเต Timor-Leste
Taïwan ໄຕ້ຫວັນ

ໄຕຫວັນ

ไต้หวัน Taiwan
Thaïlande ໄທ
ไทย Thailand
Népal ເນປານ
เนปาล Nepal
Brunei ບຣູໄນ
บรูไน Brunei
Bangladesh ບັງກລາເທດ

(ບັງກະລາເທດ)

บังกลาเทศ Bangladesh
Bahreïn ບາເຣນ
บาห์เรน Bahrain
Pakistan ປາກິດສະຖານ
ปากีสถาน Pakistan
Palestine ປາແລັດສະຕິນ
ปาเลสไตน์ Palestine
Bhoutan ພູຖານ

(ບູຕານ)

ภูฏาน Bhutan
Philippines ຟີລິບປິນ

(ຟີລິປິນ)

ฟิลิปปินส์ Philippines
Maldives ມານດີວ

(ມານດິວ)

มัลดีฟส์ Maldives
Malaisie ມາເລເຊຍ

(ມາແລເຊັຍ)

มาเลเซีย Malaysia
Mongolie ມົງໂກລີ
มองโกเลีย Mongolia
Myanmar ມຽນມາ

(ມຽນມ້າ)

เมียนมา Myanmar
Yémen ເຢເມນ

(ເຢແມັນ)

เยเมน Yemen
Laos ລາວ
ลาว Laos
Liban ລີບັງ
เลบานอน Lebanon
Viêt Nam ຫວຽດນາມ
เวียดนาม Vietnam
Afghanistan ອັບການິດສະຖານ

ອາຟະການິດສະຖານ

(ອັຟການິດສະຖານ)

อัฟกานิสถาน Afghanistan
Arménie ອາກເມນີ

(ອາກເມເນຽ)

อาร์มีเนีย Armenia
Azerbaïdjan ອາແຊກໄບຊານ

(ອາແຊກໄບຢັງ)

อาร์เซอร์ไบจาน Azerbaijan
Israël ອິດສະຣາແອນ
อิสราเอล Israel
Inde ອິນເດຍ

(ອິນເດັຍ)

อินเดีย India
Indonésie ອິນໂດເນເຊຍ

(ອິນໂດເນເຊັຍ)

อินโดนีเซีย Indonesia
Irak ອີຣັກ
อิรัก Iraq
Iran ອີຣານ
อิหร่าน Iran
Ouzbékistan ອູຊະເບັກກິດສະຖານ

ອຸດສະເບກິດສະຖານ

(ອູເບກິດສຕັງ; ອຸດສະເບກິດສະຕັງ)

อุซเบกิสถาน Uzbekistan
Oman ໂອມານ

(ໂອມັນ)

โอมาน Oman

ທະວີບໂອເຊອານີ[ດັດແກ້]

ພາສາຝຣັ່ງ ພາສາລາວ ທຸງຊາດ ພາສາໄທ ພາສາອັງກິດ
Kiribati ກິຣີບາຕີ
คิริบาส Kiribati
Samoa ຊາມົວ
ซามัว Samoa
Tuvalu ຕູວາລູ

(ຕຸຍວາລຸຍ)

ตูวาลู Tuvalu
Tonga ຕົງກາ
ตองงา

ตองกา

Tonga
Nauru ນາອູຣູ
นาอูรู Nauru
Nouvelle-Zélande ນິວຊີແລນ

ນູແວນເຊລັງ

(ນູແວນເຊລັງ)

นิวซีแลนด์ New Zealand
Papouasie-Nouvelle-Guinée ປາປົວນິວກີເນ

(ປາປົວນີວກີເນ)

ปาปัวนิวกินี Papua New Guinea
Palaos ປາເລົາ

ປາລາອູ

ปาเลา Palau
Fidji ຟີຈິ

ຟິຈີ

(ຟິດຊີ່)

ฟีจี

ฟิจิ

Fiji
Vanuatu ວານູອາຕູ

(ວານົວຕຸຍ)

วานูวาตู

วานูอาตู

Vanuatu
Îles Salomon ໝູ່ເກາະໂຊໂລມອນ

ຊາໂລມົງ ອິດສະແລນ

(ເກາະຊາໂລໂມງ)

หมู่เกาะโซโลมอน Solomon Islands
Îles Marshall ໝູ່ເກາະ ມາແຊນ
หมู่เกาะมาร์แชลล์ Marshall Islands
Micronésie ໄມໂຄຣນີເຊຍ

ໄມໂກຣນີຊີ

ไมโครนีเซีย Micronesia
Australie ອົດສະຕຣາລີ

(ອົດສະຕຼາລີ)

ออสเตรเลีย Australia

ທະວີບເອີຣົບ[ດັດແກ້]

ພາສາຝຣັ່ງ ພາສາລາວ ທຸງຊາດ ພາສາໄທ ພາສາອັງກິດ
Grèce ເກຣັກ

(ເກຼັກ)

กรีซ Greece
Kosovo ໂກໂຊໂວ
คอซอวอ Kosovo
Croatie ໂຄຣເອເຊຍ

ກຣົວຊີ

(ກຣົວຊີ; ກະຣົວອາຊີ)

Flag of Croatia
Flag of Croatia
โครเอเชีย Croatia
Suisse ສະວິດ
สวิตเซอร์แลนด์ Switzerland
Royaume-Uni
  • Galles
  • Angleterre
  • Irlande du Nord
  • Écosse
ສະຫະລາຊະອານາຈັກ
  • ການ
  • ອັງກິດ
  • ອຽກລັງເໜືອ
  • ເອກົດ
สหราชอาณาจักร
  • เวลส์
  • อังกฤษ
  • ไอร์แลนด์เหนือ
  • สกอตแลนด์
United Kingdom
  • Wales
  • England
  • Northern Ireland
  • Scotland
Slovaquie ສະໂລວາກີ
สโลวาเกีย Slovakia
Slovénie ສະໂລວີເນຍ

ສະໂລເວນີ

(ສະໂລເວນີ; ສະໂລວານີ)

สโลวีเนีย Slovenia
Saint-Marin ຊານມາຣີໂນ

ຊັງມາລີໂນ

(ແຊັງມາແຣັງ)

ซานมารีโน San Marino
Suède ຊູແອັດ
สวีเดน Sweden
Serbie ເຊີເບຍ

ແຊັກບີ

(ແຊກບີ)

เซอร์เบีย Serbia
Tchéquie ເຊັກກີ

ເຊັກ

(ເຊັກ)

เช็กเกีย Czechia
Danemark ເດນມາກ

ດານມາກ

(ແດນມາກ)

เดนมาร์ก Denmark
Pays-Bas ເນເທີແລນ

ໂຮນລັງ

(ໂຮນລັງ)

เนเธอร์แลนด์

ฮอลแลนด์

Netherlands
Norvège ນອກແວ
นอร์เวย์ Norway
Bulgarie ບຸນກາຣີ

ບູນກາລີ

บัลแกเรีย Bulgaria
Biélorussie ເບລາຣຸດ

ເບລາຣຸດຊີ

(ເບຽໂລຣຸດຊີ)

เบลารุส Belarus
Belgique ແບນຊິກ
เบลเยียม Belgium
Bosnie-Herzégovine ບອດສະເນຍ ແລະ ເຮີເຊໂກວີນາ

ບົດສະນີ ແຮກເຊໂກວິນາ

(ບົສນີ-ແຮກເຊໂກວິນ; ໂບດສະນີແອກເຊໂກວິນ)

บอสเนียและเฮอร์เซโกวีนา Bosnia and Herzegovina
Pologne ໂປໂລຍ
โปแลนด์ Poland
Portugal ປອກຕຸຍການ
โปรตุเกส Portugal
France ຝຣັ່ງ
ฝรั่งเศส France
Finlande ແຟງລັງ
ฟินแลนด์ Finland
Macédoine du Nord ມາຊິໂດເນຍເໜືອ

ມາເຊໂດນີເໜືອ

(ມາເຊດວນເໜືອ)

นอร์ทมาซิโดเนีย North Macedonia
Malte ມານຕາ

(ມານຕ້າ)

มอลตา Malta
Moldavie ໂມນດາວີ
มอลโดวา Moldova
Monaco ໂມນາໂກ
โมนาโก Monaco
Monténégro ມອນເຕເນໂກຣ

ມົງເຕເນໂກຣ

(ມົງເຕເນກະໂຣ)

มอนเตเนโกร Montenegro
Allemagne ເຢຍຣະມັນ

ເຢຍລະມັນ

(ເຢຽລະມັນ; ເຢຍລະມັນ)

เยอรมนี Germany
Russie ຣັດເຊຍ

ລັດເຊຍ

(ລັດເຊຽ)

รัสเซีย Russia
Roumanie ຣູມານີ
โรมาเนีย Romania
Lettonie ລັດເວຍ

(ແລັດໂຕນີ)

ลัตเวีย Latvia
Liechtenstein ລິກເຕນສະແຕນ

ເລັກເຕນສະເຕນ

(ລິດເຕັນສະແຕມ)

ลิกเตนสไตน์ Liechtenstein
Lithanie ລິດຕັວນີ

(ລີຕົວນີ)

ลิทัวเนีย Lithuania
Luxembourg ລຸກຊຳບວກ
ลักเซมเบิร์ก Luxembourg
Andorre ອັນດໍຣາ

ອັງໂດລາ

(ອັງດໍ)

อันดอร์รา Andorra
Cité du Vatican ວາຕິກັງ
นครรัฐวาติกัน Vatican City
Albanie ອານບານີ
แอลเบเนีย Albania
Islande ອິດສະລັງ

(ອາຍແລັນ)

ไอซ์แลนด์ Iceland
Italie ອິຕາລີ
อิตาลี Italy
Ukraine ອູແກຣນ

(ອູແກຼນ)

ยูเครน Ukraine
Espagne ແອັດສະປາຍ

(ແອສະປາຍ)

สเปน Spain
Estonie ແອັດສະໂຕນີ
เอสโตเนีย Estonia
Autriche ໂອຕຣິດ

(ໂອຕຼິດ)

ออสเตรีย Austria
Irlande ອຽກລັງ
ไอร์แลนด์ Ireland
Hongrie ຮຸງກາຣີ

ຮັງກາລີ

(ຮົງກາຣີ)

ฮังการี Hungary

ທະວີບອາຟຣິກາ[ດັດແກ້]

ພາສາຝຣັ່ງ ພາສາລາວ ທຸງຊາດ ພາສາໄທ ພາສາອັງກິດ
Ghana ການາ
กานา Ghana
Cap-Vert ກາບູເວດີ

ກັບແວກ

(ກັບແວກ)

กาบูเวร์ดี

เคปเวิร์ด

Cabo Verde
Gabon ກາບົງ
กาบอง Gabon
Cameroun ກາເມີຣູນ
แคเมอรูน Cameroon
Gambie ກຳບີ
แกมเบีย Gambia
Guinée ກີເນ
กินี Guinea
Guinée-Bissau ກີເນ ບິດເຊົາ

ກິເນ-ບິດຊາວ

(ກິເນບິດຊາວ)

กินี-บิสเซา Guinea-Bissau
Guinée équatoriale ກີເນ ເອກວາຕໍຣຽນ

ກິເນ ເອກວາຕໍຣິອານ

(ກິເນເອກົວຕໍຣີອານ; ກິເນເອກົວຕໍຣິອານ)

อิเควทอเรียลกินี Equatorial Guinea
Côte d'Ivoire ໂກດດີວົວ

ກົດດີວົວ

(ກົດດີວົວ)

โกตดิวัวร์ Côte d'Ivoire
Comores ໂກມໍໂຣດ

ໂກມໍຣົດ

(ໂກມໍ)

คอโมโรส Comoros
Kenya ເຄນຍາ

ເຄັນຍາ

(ເກນຢາ)

เคนยา Kenya
Tchad ຈາດ

ຊາດ

(ຊາດ)

ชาด Chad
Djibouti ຈິບູຕີ

(ຈີບຸຕີ)

จิบูตี Djibouti
République du Congo ສາທາລະນະລັດ ກົງໂກ
สาธารณรัฐคองโก Republic of the Congo
République démocratique du Congo ສາທາລະນະລັດ ປະຊາທິປະໄຕ ກົງໂກ

(ຊາເອຍ; ກົງໂກ)

สาธารณรัฐประชาธิปไตยคองโก

ซาอีร์

Democratic Republic of the Congo
République centrafricaine ສາທາລະນະລັດ ອາຟຣິກາກາງ

ສາທາລະນະລັດ ອາຟຣິກກາກາງ

(ຊັງຕຼາຝິຼກ)

Flag of the Central African Republic
Flag of the Central African Republic
สาธารณรัฐเซ็นทรัลแอฟริกา

สาธารณรัฐแอฟริกากลาง

Central African Republic
Zambie ຊຳເບຍ

ຊຳບີ

(ຊຳບີ)

แซมเบีย Zambia
Sao Tomé-et-Principe ເຊົາຕູເມ ແລະ ປຣິນຊິປີ

ຊາວໂຕເມ ແລະ ແຟຣງຊິບ

(ຊາວໂຕເມ)

Flag of São Tomé and Príncipe
Flag of São Tomé and Príncipe
เซาตูเมและปรินซีปี São Tomé and Príncipe
Zimbabwe ຊິມບຳເວ

(ຊິມບັບເວ)

ซิมบับเว Zimbabwe
Soudan ຊູດັງ
ซูดาน Sudan
Soudan du Sud ຊູດັງໃຕ້
เซาท์ซูดาน

ซูดานใต้

South Sudan
Sénégal ເຊເນການ
เซเนกัล Senegal
Seychelles ເຊແຊນ
เซเชลล์ Seychelles
Sierra Leone ເຊຍຣາລີໂອນ

ເຊຍຣາເລອອນ

(ເຊຍຣາເລອອນ)

เซียร์ราลีโอน Sierra Leone
Somalie ໂຊມາລີ
โซมาเลีย Somalia
Tanzanie ຕັງຊານີ
แทนซาเนีย Tanzania
Tunisie ຕຸຍນີຊີ
ตูนีเซีย Tunisia
Togo ໂຕໂກ
โตโก Togo
Namibie ນາມີບີ

(ນາມິບີ)

นามิเบีย Namibia
Niger ນີເຊ
ไนเจอร์ Niger
Nigeria ນີເຊເຣຍ

ນີເຊຣີ

(ນີເຊເຣັຽ)

ไนจีเรีย Nigeria
Burkina Faso ບູກີນາຟາໂຊ

ບວກກິນາຟາໂຊ

(ບວກກີນາ ຟາໂຊ)

บูร์กินาฟาโซ Burkina Faso
Burundi ບູຣຸນດີ

ບູຣູນດີ

บุรุนดี Burundi
Bénin ເບແນັງ
เบนิน Benin
Botswana ບົດສະວານາ

(ບົດສາວານາ)

บอตสวานา Botswana
Madagascar ມາດາກາດສະກາ

ມາດາກາສະກາ

(ມາດາກັດສະກາ)

มาดากัสการ์ Madagascar
Maroc ມາຣົກ
โมร็อกโก Morocco
Malawi ມາລາວີ
มาลาวี Malawi
Mali ມາລີ
มาลี Mali
Mozambique ໂມຊຳບິກ
โมซัมบิก Mozambique
Maurice ໂມຣິດ

(ໂມຣິສ)

มอริเชียส Mauritius
Mauritanie ໂມຣິຕານີ

(ໂມຣີຕານີ)

มอริเตเนีย Mauritania
Rwanda ຣະວັນດາ

ຣູວັນດາ

รวันดา Rwanda
Libye ລີບີ

ລິບີ

ลิเบีย Libya
Liberia ລີເບເຣຍ

(ລີເບເຣັຽ)

ไลบีเรีย Liberia
Lesotho ເລໂຊໂທ

(ເລໂຊໂຕ)

เลโซโท Lesotho
Angola ອັງໂກລາ
แองโกลา Angola
Algérie ອານເຊຣີ
แอลจีเรีย Algeria
Afrique du Sud ອາຟຣິກາໃຕ້

(ອາຟຼິກກາໄຕ້)

เซาท์แอฟริกา

แอฟริกาใต้

South Africa
Ouganda ອູການດາ

ອູກັນດາ

ยูกันดา Uganda
Éthiopie ເອທິໂອປີ
เอธิโอเปีย Ethiopia
Égypte ເອຢີບ

(ເອຢິບ)

อียิปต์ Egypt
Érythrée ເອຣິເທຣຍ

ອີຣີເຕຣຍ

(ເອຣິທະເຣ)

เอริเทรีย Eritrea
Eswatini ແອັດສະວາຕີນີ

ສະວາຊິແລນ

(ສະວາຊີລັງ)

เอสวาตินี

สวาซิแลนด์

Eswatini

ທະວີບອາເມຣິກາເໜືອ[ດັດແກ້]

ພາສາຝຣັ່ງ ພາສາລາວ ທຸງຊາດ ພາສາໄທ ພາສາອັງກິດ
Canada ການາດາ
แคนาดา Canada
Cuba ກູບາ

(ກຸຍບາ)

คิวบา Cuba
Grenade ເກຣນາດາ

ເກຣີນາດາ

(ເກຼີນາດ)

เกรนาดา Grenada
Costa Rica ກົດສະຕາຣິກາ

ໂກສະຕາຣິກາ

คอสตาริกา Costa Rica
Guatemala ກົວເຕມາລາ
กัวเตมาลา Guatemala
Jamaïque ຈາໄມກາ
จาเมกา Jamaica
États-Unis d'Amérique ສະຫະລັດ ອາເມຣິກາ

ສະຫະລັດອາເມຣິກາ

(ສະຫະລັດອາເມລິກາ)

สหรัฐอเมริกา United States of America
République dominicaine ສາທາລະນະລັດ ໂດມິນິກັນ

ໂດມິນິກັນ

(ສາທາລະນະລັດ ໂດມີ ນີແກນ)

สาธารณรัฐโดมินิกัน Dominican Republic
Saint-Christophe-et-Niévès ເຊນຄິດ ແລະ ເນວິດ
เซนต์คิตส์และเนวิส Saint Kitts and Nevis
Sainte-Lucie ເຊນລູເຊຍ

ແຊັງລຸຍຊີ

(ແຊັງລຸຍຊີ)

เซนต์ลูเชีย Saint Lucia
Saint-Vincent-et-les-Grenadines ເຊນວິນເຊນ ແລະ ເກຣນາດີນ

ແຊັງແວັງຊັງ ແລະ ເກຣນາດີນ

(ແຊັງແວັງຊັງ ແລະ ເກຼີນາດິນ)

เซนต์วินเซนต์และเกรนาดีนส์ Saint Vincent and the Grenadines
Dominique ໂດມິນິກາ

ໂດມິນິກ

(ໂດມີນິກ)

ดอมินีกา Dominica
Trinité-et-Tobago ຕຣີນິແດດ ແລະ ໂຕບາໂກ

ຕຣີນີດັດ ແລະ ໂຕບາໂກ

(ຕຼີນີດັດໂຕບາໂກ)

ตรินิแดดและโตเบโก Trinidad and Tobago
Nicaragua ນີກາຣາກົວ

ນິກາຣາກົວ

นิการากัว Nicaragua
Bahamas ບາຮາມາດ

(ບາຫາມາດ)

บาฮามาส Bahamas
Barbade ບາເບໂດດ
บาร์เบโดส Barbados
Belize ເບລີດ

ເບລິດ

เบลีซ Belize
Panama ປານາມາ
ปานามา Panama
Mexique ເມັກຊິກໂກ

ເມັກຊິກ

(ເມັກຊິກ)

เม็กซิโก Mexico
Salvador ແອນຊານວາດໍ

(ຊານວາດໍ)

เอลซัลวาดอร์ El Salvador
Antigua-et-Barbuda ແອນຕິກາ ແລະ ບາບູດາ

ອັງຕີກາ ແລະ ບາກບູດາ

(ເອັງຕີກົວແລະບາກບູດ; ເອັງຕີກົວແລະບາກບູດາ)

แอนติกาและบาร์บูดา Antigua and Barbuda
Honduras ຮົງດູຣັດ
ฮอนดูรัส Honduras
Haïti ໄຮຕິ

(ໄຮຕີ)

เฮติ Haiti

ທະວີບອາເມຣິກາໃຕ້[ດັດແກ້]

ພາສາຝຣັ່ງ ພາສາລາວ ທຸງຊາດ ພາສາໄທ ພາສາອັງກິດ
Guyana ກາຍອານາ

ກຸຍຢານ

(ກຸຍຢານາ)

กายอานา Guyana
Colombie ໂກລົມບີ

ໂກໂລມບີ

โคลอมเบีย Colombia
Chili ຊີເລ

(ຈີເລ)

ชิลี Chile
Suriname ຊູຣິນາມ

(ຊູຣີນາມ)

ซูรินาม Suriname
Brésil ບຣາຊິນ

(ເບຼຊິນ)

บราซิล Brazil
Bolivie ໂບລີວີ
โบลิเวีย Bolivia
Paraguay ປາຣາໄກວ

ປຣາກວາຍ

(ປາຣາກວາຍ)

ปารากวัย Paraguay
Pérou ເປຣູ
เปรู Peru
Venezuela ເວເນຊູເອລາ

(ເວເນຊູເອນລາ)

เวเนซุเอลา Venezuela
Argentine ອາກຊັງຕີນ

(ອາກຊັງຕິນ)

อาร์เจนตินา Argentina
Uruguay ອູຣູໄກວ

ອູຣູກວາຍ

(ອູຣູກວາຍ)

อุรุกวัย Uruguay
Équateur ເອກົວດໍ

ເອກວາດໍ

(ເອກົວເຕີ)

เอกวาดอร์ Ecuador

ອ້າງອີງ[ດັດແກ້]

  • ກົມການຂ່າວ. (2014). ໃບແຈ້ງການ ການເອີ້ນຊື່ປະເທດ, ດິນແດນ ແລະ ປະຊາຊົນ ເປັນພາສາລາວ ໂດຍອີງຕາມແຈ້ງການຂອງລັດຖະບານ ເລກທີ 1843 (ປີ 2007). ຄົ້ນເມື່ອ 2 ພະຈິກ 2021, ຈາກ http://www.moic.gov.la/wp-content/uploads/filebase/prime_minister%27s_cabinet/Country%20Name%20Lao.pdf Archived 2021-11-05 at the Wayback Machine
  • ດວງເດືອນ ບຸນຍາວົງ. (1998). ວັດຈະນານຸກົມປະກອບຮູບ. ພິມຄັ້ງທີ 4. ວຽງຈັນ : ເຄເອັສການພິມ.
  • ລາຊະບັນດິດຕະຍະສະພາ. (2018). ປະກາດສຳນັກງານລາຊະບັນດິດຕະຍະສະພາ ເລື່ອງ ກຳນົດຊື່ປະເທດ ດິນແດນ ເຂດການປົກຄອງແລະເມືອງຫຼວງ ພ.ສ. 2561. ຄົ້ນເມື່ອ 2 ພະຈິກ 2021, ຈາກ https://slideshare-downloads.s3.amazonaws.com/2561-211101193452.pdf?response-content-disposition=attachment&X-Amz-Algorithm=AWS4-HMAC-SHA256&X-Amz-Credential=AKIATZMST4DYZS7SJPXU%2F20211103%2Fus-east-1%2Fs3%2Faws4_request&X-Amz-Date=20211103T144513Z&X-Amz-Expires=300&X-Amz-SignedHeaders=host&X-Amz-Signature=5ed147e48d982a68790cbce743640a098103498b1390abaf3d251df57cdbf044[dead link] (ພາສາໄທ)
  • ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. (2012). ຄູ່ມືຄູ ພູມສາດ ຊັ້ນມັດທະຍົມສຶກສາ ປີທີ 1. ບ.ປ.ພ.
  • ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. (2012). ຄູ່ມືຄູ ພູມສາດ ຊັ້ນມັດທະຍົມສຶກສາ ປີທີ 2. ບ.ປ.ພ.
  • ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. (2016). ແບບຮຽນ ພາສາລາວ ຊັ້ນມັດທະຍົມສຶກສາປີທີ 7. ປະເທດໄທ : Eastern Printing.
  • ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. (2017). ເອກະສານປະກອບການຮຽນ ວິຊາ ປະຫວັດສາດ, ພູມສາດ ແລະ ສຶກສາພົນລະເມືອງ ຊັ້ນມັດທະຍົມສຶກສາ. ບ.ປ.ພ.
  • ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. (2020). ຄູ່ມືການຮຽນການສອນພາສາລາວ ໄວຍາກອນລາວປັດຈຸບັນ ພາກອັກຂະຫຼະວິທີ. ພິມຄັ້ງທີ 2. ວຽງຈັນ : ໂຮງພິມສືກສາ.
  • ສີສະຫຼຽວ ສະແຫວງສຶກສາ. (1993). ເລັກ ໆ ນ້ອຍ ໆ ກ່ຽວກັບໂລກ. ວຽງຈັນ : ບ.ປ.ພ.