ກະເພາະໜາມ

ຈາກ ວິກິພີເດຍ

ກະເພາະໜາມ (ຈີນ: 刺蝟) ຫຼື ເຮດຮອກ (ອັງກິດ: hedgehog) ຫຼື ເຮຣີຊົງ (ຝຣັ່ງ: hérisson) ເປັນສັດລ້ຽງລູກດ້ວຍນ້ຳນົມຂະໜາດນ້ອຍທີ່ຢູ່ໃນວົງຍ່ອຍ Erinaceinae ໃນວົງສ໌ໃຫຍ່ Erinaceidae.

ກະເພາະໜາມ ມີລັກສະນະທົ່ວໄປຄ້າຍກັບເໝ້ນ ເຊິ່ງເປັນສັດໃນອັນດັບສັດແຂ້ວແທະ (Rodentia) ເຊິ່ງຢູ່ກັນຄົນລະອັນດັບກັນ ແມ່ນ ເບື້ອງຫຼັງຂອງລຳໂຕປົກຄຸມໄປດ້ວຍຂົນທີ່ມີລັກສະນະແຂງຄ້າຍໜາມ ເຊິ່ງໄວ້ສຳລັບປ້ອງກັນໂຕ ແຕ່ກະເພາະໜາມມີຂະໜາດທີ່ນ້ອຍກວ່າຫຼາຍ ແລະມີໜາມທີ່ສັ້ນກວ່າຫຼາຍ ໂດຍຂົນຂອງກະເພາະໜາມມີລັກສະນະນ້ອຍແຂງຄ້າຍສ້ຽນຫຼືໜາມຫຼາຍກວ່າ ມີສ່ວນໃບໜ້າຄ້າຍໜູ ແຕ່ມີດັງທີ່ຮຽວຍາວທີ່ຂະໝຸບຂະໝິບສຳລັບດົມກິ່ນຢູ່ຕະຫຼອດ.

ອ້າງອີງ[ດັດແກ້]