ດັງ

ຈາກ ວິກິພີເດຍ

ດັງ (ອັງກິດ: nose, ຝຣັ່ງ: nez) ແມ່ນສ່ວນທີ່ຍື່ນອອກມາຈາກກົງກຶ່ງກາງຂອງໃບໜ້າ. ຮູບຮ່າງຂອງດັງມີລັກສະນະເປັນຮູບສາມຫຼ່ຽມປີລະມິດ. ຖານຂອງຮູບສາມຫຼ່ຽມວາງຕິດນຳໜ້າຜາກລະຫວ່າງຕາສອງຂ້າງ. ສັນດັງ ມີຮູບຮ່າງແລະຂະໜາດຕ່າງ ໆ ກັນ ຍື່ນຕັ້ງແຕ່ຖານອອກມາຂ້າງນອກແລະລົງຂ້າງກ້ອງມາສຸດຢູ່ປາຍດັງ ອີກດ້ານນຶ່ງຂອງຮູບສາມຫຼ່ຽມຫ້ອຍຕິດນຳຮິມສົບເທິງຮູ. ດັງເປີດອອກສູ່ພາຍນອກທາງດ້ານນີ້. ຮູດັງເຮັດໜ້າທີ່ເປັນທາງກາຍຂອງອາກາດທີ່ຫາຍໃຈເຂົ້າໄປຍັງຊ່ອງດັງແລະກອງຝຸ່ນລະອອງນຳ