ສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້

ຈາກ ວິກິພີເດຍ

ສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ (Association of South East Asian Nations) ຫຼື ອາຊຽນ (ASEAN) ເປັນອົງການຄວາມຮ່ວມມືທາງດ້ານເສດຖະກິດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ສະມາຊິກປະຈຸບັນ 10 ປະເທດ ມີສຳນັກງານເລຂາທິການອາຊຽນຕັ້ງຢູ່ເມືອງຈາກາຕາ ປະເທດອີນໂດເນເຊຍ ມີເລຂາທິການອາຊຽນເປັນຜູ້ບໍລິຫານ ເຊິ່ງແມ່ນທ່ານ ສຸຣິນ ພິດສຸວັນ ຈາກປະເທດໄທ ເປັນເລຂາທິການຄົນປັດຈຸບັນ

ເນື້ອໃນ

[ດັດແກ້] ປະຫວັດ

ມີຈຸດເລີ່ມຕົ້ນໃນເດືອນມັງກອນ ປິ ຄ.ສ 1961 ໂດຍປະເທດໄທ ມາເລເຊີຍ ແລະ ຟິລິບປີນ ໄດ້ຮ່ວມກັນຈັດຕັ້ງສະມາຄົມອາສາ ຫຼື Association of South East Asia ຂື້ນເພື່ອຮ່ວມມືກັນທາງດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ ແຕ່ດຳເນີນການໄດ້ພຽງ 2 ກໍ່ຕ້ອງຢຸດຊະງັກລົງ ເນື່ອງຈາກການຜັນແປທາງດ້ານການເມືອງລະຫວ່າງ ອິນໂດເນເຊຍ ກັບ ມາເລເຊຍ

ໃນໄລຍະຕໍ່ມາ ໄດ້ມີການຟື້ນຟູສາຍສຳພັນລະຫວ່າງປະເທດຂື້ນ ຈຶ່ງໄດ້ຊອກຫາແນວທາງຈັດຕັ້ງ ອົງການຮ່ວມມືທາງດ້ານເສດຖະກິດ ຂື້ນໃນຂົງເຂດ "ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້" ແລະ ພັນເອກ(ພິເສດ) ດຣ.ຖະນັດ ຄໍມັນ ອາດີດລັດຖະມົນຕີກະຊວງການຕ່າງປະເທດສະໄໝລັດຖະບານ ຈອມພົນຖະໜອມ ກິດຕິຂະຈອນ ໂດຍໄດ້ມີການລົງນາມ "ປະລິນຍາບາງກອກ" ທີ່ວັງສະຣານລົມ ໃນຄັ້ງວັນທີ່ 8 ສິງຫາ ຄ.ສ. 1967 ຈາກ ຄຳປະກາດອາຊຽນ (ASEAN Declaration) ເຊິ່ງລົງນາມໂດຍ ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດສະມາຊິກຜູ້ກໍ່ຕັ້ງ 5 ປະເທດ ໄດ້ແກ່ ໄທ, ອິນໂດເນເຊຍ, ຟິລິບປິນ, ມາເລເຊຍ ແລະ ສິງກະໂປ [໑]

ຕໍ່ມາໃນປີ ຄ.ສ. 1984 ປະເທດບຮູໄນ ໄດ້ເຂົ້າຮ່ວມສະມາຊິກເປັນປະເທດທີ່ຫົກ ແລະ ມີຫວຽດນາມ ລາວ ມຽນມາ ແລະ ກຳປູເຈຍ ເຂົ້າເປັນສະມາຊິກຕາມລຳດັບ ກດ

[ດັດແກ້] ສັນຍາລັກ

ສັນຍາລັກ ອາຊຽນ ຄື ຕົ້ນເຂົ້າ ສີເຫຼືອງ 10 ຕົ້ນມັດລວມກັນໄວ້ ໝາຍເຖິງປະເທດສະມາຊິກຮ່ວມກັນເພື່ອມິດຕະພາບ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນ ສີຟ້າ ໝາຍເຖິງ ສັນຕິພາບ ແລະ ຄວາມມັ່ນຄົງ ສີແດງ ໝາຍເຖິງ ຄວາມກ້າຫານ ແລະ ຄວາມກ້າວໜ້າ ສີຂາວ ໝາຍເຖິງ ຄວາມບໍລິສຸດ ແລະ ສີເຫຼືອງ ໝາຍເຖິງ ຄວາມຈະເລີນຮຸ່ງເຮືອງ

[ດັດແກ້] ປະເທດສະມາຊິກ

ໂດຍມີ ປະເທດປາປົວນິວກີນີ ເປັນປະເທດຜູ້ສັງເກດການ ສ່ວນ ປະເທດຕີມໍຕະເວັນອອກ ນັ້ນ ໄດ້ຮັບເຊີນໃຫ້ເຂົ້າຮ່ວມໃນກອງປະຊຸມອາຊຽນໃນຫຼາຍໂອກາດ ແຕ່ຍັງບໍ່ທັນໄດ້ເປັນປະເທດຜູ້ສັງເກດການເທື່ອ

[ດັດແກ້] ເບີ່ງຕື່ມ

[ດັດແກ້] ອ້າງອິງ

  1. "ສູລິນ ພິດສຸວັນ" ກັບບົດບາດປະທານອາຊຽນຄົນໃໝ່

[ດັດແກ້] ແຫຼ່ງຂໍ້ມູນອື່ນ

ເຄື່ອງມືສ່ວນຕົວ

Variants
ເທື່ອເບິ່ງ
Actions
ນຳທິດ
ກັບອຸບປະກອນ
ເປັນພາສາອື່ນໆ