Jump to content

ຄວາມຍຸດຕິທຳດ້ານສິ່ງແວດລ້ອມ (ສະພາບດິນຟ້າອາກາດ)

ຈາກ ວິກິພີເດຍ
ຂະບວນການຍ່າງປະທ້ວງຂອງບັນດາເຍົາວະຊົນເພື່ອຄວາມຍຸດຕິທໍາດ້ານສິ່ງແວດລ້ອມ (2017).

ຄວາມຍຸດຕິທຳດ້ານສະພາບດິນຟ້າອາກາດ ຫຼື ສິ່ງແວດລ້ອມ ແມ່ນຄໍາສັບທີ່ໃຊ້ຕີກອບຄວາມໝາຍຂອງ ພາວະໂລກຮ້ອນ (Global Warming) ທີ່ເປັນບັນຫາທາງດ້ານຈັນຍາບັນ ແລະ ທາງດ້ານການເມືອງ, ເຊິ່ງມັນແມ່ນຫຼາຍກວ່າສິ່ງທີ່ເປັນສິ່ງແວດລ້ອມທຳມະຊາດທົ່ວໄປ. ຮູບການປະຕິບັດນີ້ແມ່ນເກີດຂຶ້ນໂດຍການເຊື່ອມໂຍງຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດໃ່ສ່ກັບຄວາມຍຸດຕິທໍາ, ໂດຍສະເພາະແມ່ນ ຄວາມຍຸດຕິທໍາທາງດ້ານສິ່ງແວດລ້ອມ ແລະ ຄວາມຍຸດຕິທໍາທາງດ້ານສັງຄົມ, ນອກນີ້ກໍຍັງກ່ຽວຂ້ອງບັນຫາຕ່າງໆທີ່ໄດ້ກວດສອບເຊັ່ນ: ຄວາມສະເຫມີພາບ, ສິດທິມະນຸດ, ສິດທິສ່ວນລວມ, ແລະ ຄວາມຮັບຜິດຊອບທາງປະຫວັດສາດສໍາລັບການປ່ຽນແປງຂອງສະພາບອາກາດ (ຄວາມໝາຍຂອງ ຄວາມຮັບຜິດຊອບທາງປະຫວັດສາດແມ່ນຫົວໃຈສຳຄັນຂອງການໂຕ້ຖຽງໃນເລື່ອງຂອງຄວາມຍຸດຕິທຳ ແລະ ການວັດລະດັບຄວາມຮັບຜິດຊອບໃນຖານະທີ່ໄດ້ທຳການຜະລິດອາຍພິດເຮືອນແກ້ວຮ່ວມກັນທົ່ວໂລກໃນອາດີດ) . ຂໍ້ສະເຫນີຂັ້ນພື້ນຖານກ່ຽວກັບຄວາມຍຸດຕິທໍາໃນສະພາບດິນຟ້າອາກາດມີຄື ຜູ້ທີ່ມີຄວາມຮັບຜິດຊອບຕໍ່ການປ່ຽນແປງຂອງສະພາບອາກາດໜ້ອຍທີ່ສຸດ ແມ່ນຈະໄດ້ຮັບຜົນກະທົບອັນຮ້າຍແຮງທີ່ສຸດ [1] [2] [3]

ຄຳວ່າ ຄວາມຍຸດຕິທໍາດ້ານສິ່ງແວດລ້ອມ (ສະພາບດິນຟ້າອາກາດ) ແມ່ນຍັງຫມາຍເຖິງ ການປະຕິບັດທີ່ຖືກຕ້ອງຕາມກົດຫມາຍ ຕໍ່ກັບບັນຫາການປ່ຽນແປງດິນຟ້າອາກາດ.[4] ໃນປີ 2017, ຈາກບົດລາຍງານຂອງ ໂຄງການສິ່ງແວດລ້ອມ ຂອງ ສະຫະປະຊາຊາດ (United Nations Environment Program) ໄດ້ລະບູວ່າ ແປດຮ້ອຍເກົ້າສິບສີ່ກິດຈະກໍາກຳລັງດຳເນີນການໃນທຸກທົ່ວໂລກ[5] ໃນທ້າຍປີ 2018, ຂະບວນການພັກໂຮງຮຽນເພື່ອລວມຕົວກັນປະທ້ວງຕໍ່ຕ້ານການທຳລາຍສິ່ງແວດລ້ອມໄດ້ເລີ່ມຂຶ້ນໃນທົ່ວໂລກ,ໂດຍໄດ້ແຮງຈູງໃຈມາຈາກ ເກຣຕາ ທັນເບີກ (Greta Thunberg),ເຊິ່ງເປັນຜູ້ລິເລີ່ມການປະທ້ວງ ໃນປະເທດສະວີເດັນ

ສາເຫດຂອງຜົນກະທົບທີ່ແຕກຕ່າງກັນຈາກການປ່ຽນແປງດິນຟ່້າອາກາດ

[ດັດແກ້]
ການຮວມຕົວກັນເພື່ອຮຽກຮ້ອງຄວາມຍຸດຕິທຳດ້ານດິນຟ້າອາກາດ (2009).

ຄວາມສາມາດຂອງປະຊາຊົນເພື່ອການຫຼຸດຜ່ອນ ແລະ ປັບຕົວເຂົ້າກັບຜົນກະທົບທາງລົບຂອງການປ່ຽນແປງສະພາບອາກາດແມ່ນຂຶ້ນກັບປັດໄຈຕ່າງໆເຫຼົ່ານີ້ເຊັ່ນ: ລາຍຮັບ, ເຊື້ອຊາດ, ຊົນຊັ້ນ, ເພດ, ເງິນທຶນ ແລະ ການນຳສະເໜີວຽກງານທາງດ້ານການເມືອງ. [6] ໃນຂະນະທີ່ຊຸມຊົນທີ່ມີລາຍຮັບຕ່ໍາ ແລະ ຊຸມຊົນທີ່ບໍ່ແມ່ນຄົນຜິວຂາວ (ອາຟຣິກາ, ອາຊີ...) ທີ່ມີຊັບພະຍາກອນໃນການປັບຕົວຫນ້ອຍ, ພວກເຂົານັ້ນມີຄວາມສ່ຽງຕໍ່ຜົນກະທົບຂອງການປ່ຽນແປງສະພາບອາກາດໄດ້ງ່າຍ. [6] [7] ປະຊາຊົນທີ່ຢູ່ໃນຄວາມທຸກຍາກ ຫຼື ຢູ່ໃນສະຖານະພາບທີ່ເປັນອັນຕະລາຍ ມີແນວໂນ້ມທີ່ຈະບໍ່ມີຊັບພະຍາກອນ ຫຼື ແນວຮັບປະກັນທີ່ຈໍາເປັນ ສຳລັບການຟື້ນຕົວຈາກໄພພິບັດທາງທຳມະຊາດ. [7] ນອກເຫນືອຈາກນັ້ນ, ປະຊາກອນດັ່ງກ່າວມັກຈະໄດ້ຮັບຄວາມຊ່ວຍເຫລືອເພື່ອການຫລຸດຜ່ອນໄພພິບັດ ແລະ ການຟື້ນຟູທີ່ບໍ່ເທົ່າທຽມກັນອີກດ້ວຍ. [6] ນອກຈາກນີ້, ພວກເຂົານັ້ນມີສ່ວນຮ່ວມໜ້ອຍໃນການອອກຄຳຄິດຄຳເຫັນຕໍ່ກັບຂະບວນການຕັດສິນໃຈ, ທາງດ້ານການເມືອງ ແລະ ກົດຫມາຍທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມທາງທໍາມະຊາດ.

ຄວາມເປັນມາຂອງຄໍາສັບ

[ດັດແກ້]

ໃນປີ 2000, ກອງປະຊຸມຄັ້ງທີ 6 ຂອງພັກຕ່າງໆ (COP 6) ກໍຄື ກອງປະຊຸມສຸດຍອດຄວາມຍຸຕິທໍາດ້ານສິ່ງແວດລ້ອມຄັ້ງທໍາອິດ ໄດ້ຈັດຂຶ້ນໃນ ເມືອງ La Hague . ໂດຍກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອ "ຢືນຢັນວ່າ ການປ່ຽນແປງສະພາບອາກາດເປັນບັນຫາດ້ານສິດທິ" ແລະ "ສ້າງພັນທະມິດໃນທົ່ວປະເທດ ແລະ ທົ່ວຂອບເຂດຊາຍແດນ" ຕໍ່ຕ້ານການປ່ຽນແປງທາງສະພາບອາກາດ ແລະ ເພື່ອການພັດທະນາແບບຍືນຍົງ. [8]

ຕໍ່ມາ, ໃນເດືອນສິງຫາ ຫາ ເດືອນກັນຍາ ປີ 2002, ຄະນະສິ່ງແວດລ້ອມສາກົນໄດ້ມາເຕົ້າໂຮມກັນໃນ Johannesburg ສໍາລັບ ກອງປະຊຸມສຸດຍອດຂອງໂລກ (ກອງປະຊຸມສະຫະປະຊາຊາດ ວ່າດ້ວຍສິ່ງແວດລ້ອມ ແລະ ການພັດທະນາ). [9] ໃນກອງປະຊຸມຄັ້ງນີ້ຍັງເອີ້ນວ່າ Rio + 10, ຕັ້ງແຕ່ 10 ປີ ຫຼັງຈາກທີ່ໄດ້ຈັດ 'ກອງປະຊຸມສຸດຍອດໂລກ 1992 ', ຍຸດທະສາດ Bali ວ່າດວ້ຍຄວາມຍຸດຕິທຳດ້ານສິ່ງແວດລ້ອມ [10] ແມ່ນໄດ້ຖືກຮັບຮອງເອົາ. ແມ່ແບບ:Quote box ໃນປີ 2004, ກຸ່ມ Durban ສໍາລັບຄວາມຍຸດຕິທໍາທາງດິນຟ້າອາກາດໄດ້ຖືກສ້າງຂຶ້ນໃນກອງປະຊຸມລະດັບສາກົນໃນ Durban, ປະເທດອາຟຣິກາໃຕ້. ໃນທີ່ນີ້ແມ່ນມີຜູ້ຕາງຫນ້າຈາກ ອົງການ NGOs (Non-Government Organizations) ແລະ ກິດຈະກຳການເຄື່ອນໄຫວຂອງຊຸມຊົນຕ່າງໆ, ເຊິ່ງໄດ້ປຶກສາຫາລືກັນກ່ຽວກັບນະໂຍບາຍທີ່ມີປະສິດທິພາບ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ [11]

ໃນ 'ກອງປະຊຸມສຸດຍອດ Bali ' ປີ 2007, ການຫາສຽງເພື່ອສະໜັບສະໜູນການຍຸດຕິການທຳລາຍສິ່ງແວດລ້ອມ ໄດ້ຖືກສ້າງຕັ້ງຂື້ນ, ແລະ ໃນປີ 2008, ກອງປະຊຸມພະແນກມະນຸດສະທຳສາກົນ ໄດ້ສຸມໃສ່ຄວາມຍຸດຕິທໍາດ້ານສິ່ງແວດລ້ອມ ທີ່ກອງປະຊຸມຄັ້ງທໍາອິດໃນ ນະຄອນເຈນີວາ . [12]

ໃນປີ 2009, ເຄືອຂ່າຍ ການລົງມືປະຕິບັດຕໍ່ຄວາມຍຸດຕິທຳດ້ານດິນຟ້າອາກາດ ໄດ້ຖືກສ້າງຂຶ້ນໃນລະຫວ່າງການດໍາເນີນງານຂອງ ກອງປະຊຸມສຸດຍອດ Copenhagen . [13] ມັນໄດ້ຊີ້ແຈງເຖິງ ການບໍ່ເຊື່ອຟັງຂອງປະຊາຊົນ ແລະ ການລົງມືປະຕິບັດໂດຍກົງ ໃນລະຫວ່າງກອງປະຊຸມສຸດຍອດ , ແລະ ນັກເຄື່ອນໄຫວກິດຈະກຳດ້ານສະພາບດິນຟ້າອາກາດຈໍານວນຫຼາຍ ໄດ້ໃຊ້ຄໍາຂວັນທີ່ວ່າ: 'ການປ່ຽນແປງລະບົບ ບໍ່ແມ່ນ ການປ່ຽນແປງດິນຟ້າອາກາດ'. [14]

ໃນເດືອນເມສາ 2010, ກອງປະຊຸມປະຊາຄົມໂລກ ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ສິດທິຂອງໂລກ ໄດ້ຈັດຂື້ນໃນ Tiquipaya, ປະເທດໂບລິເວຍ. ມັນໄດ້ຖືກຈັດຕັ້ງໂດຍລັດຖະບານຂອງໂບລິເວຍ ທີ່ເປັນການລວມຕົວຂອງປະຊາຊົນ ແລະລັດຖະບານ. ກອງປະຊຸມດັ່ງກ່າວໄດ້ຈັດພິມ ຫລື ລົງຂ່າວວ່າເປັນ "ຂໍ້ຕົກລົງຂອງປະຊາຊົນ" ເຊິ່ງຮຽກຮ້ອງໃຫ້ມີການສ້າງຄວາມຍຸດຕິທຳດ້ານດິນຟ້າອາກາດ ຫຼື ສິ່ງແວດລ້ອມຫລາຍຂຶ້ນ. [15]

ໃນເດືອນທັນວາ 2018, ຄວາມຕ້ອງການຂອງປະຊາຊົນສໍາລັບການຍຸດຕິທໍາດິນຟ້າອາກາດ, ລົງນາມໂດຍ 292,000 ບຸກຄົນ ແລະ 366 ອົງການ, ໄດ້ຮຽກຮ້ອງໃຫ້ຜູ້ແທນຂອງລັດຖະບານຢູ່ກອງປະຊຸມ COP24 ໃຫ້ປະຕິບັດຕາມ 6 ບັນຊີລາຍຊື່ຂອງຄວາມຕ້ອງການຄວາມຍຸຕິທໍາດ້ານສິ່ງແວດລ້ອມ. [16] ແມ່ແບບ:Quote box

ການຕີຄວາມຫມາຍທີ່ຂັດແຍ່ງ

[ດັດແກ້]

ປະເດັນຫນຶ່ງທີ່ເປັນຂໍ້ໂຕ້ຖຽງກັນໃນການໂຕ້ວາທີ ກ່ຽວກັບ ຄວາມຍຸດຕິທໍາໃນສະພາບອາກາດ ແມ່ນບັນຫາລະດັບຫນຶ່ງທີ່ຖືວ່າ ລະບອບທຶນນິຍົມ (Capitalism) ເປັນສາເຫດຕົ້ນຕໍ. ຄໍາຖາມນີ້ມັກຈະນໍາໄປສູ່ຄວາມບໍ່ເຫັນດີເຫັນພ້ອມລະຫວ່າງບັນດາ ກຸ່ມສິ່ງແວດລ້ອມທີ່ເປັນເສລີນິຍົມ ແລະ ກຸ່ມສິ່ງແວດລ້ອມທີ່ເປັນອະນຸລັກນິຍົມ, ໃນອີກຄວາມໝາຍຫນຶ່ງແມ່ນ, ອົງການຈັດຕັ້ງຝ່າຍຊ້າຍ ແລະ ອົງການຈັດຕັ້ງຮາກຖານ. ໃນຂະນະທີ່ ຜູ້ຈັດຕັ້ງອົງການດັ່ງກ່າວຕ່າງໆ ແມ່ນຈະຕໍາຫນິ ແລະ ຕໍ່ສູ້ຕ້ານ ຄວາມຕ້ອງການເກີນຄວາມຈຳເປັນຂອງ ລັດທິເສລີນິຍົມໃໝ່ (Neoliberalism) ວ່າດ້ວຍການປ່ຽນແປງຂອງສະພາບອາກາດ ແລະ ການໂຕ້ຖຽງໃນເງື່ອນໄຂການປະຕິຮູບລະບົບຕະຫຼາດ, ມຸມມອງ ແລະ ທັດສະນະຄະຕິ ພາຍຫລັງການເກີດບັນຫາ ຂອງລະບົບເສລີນິຍົມທີ່ມີລັກສະນະເອົາລັດເອົາປຽບ ຫຼື ທີ່ມີລັກສະນະຂູດຮີດ ເຊິ່ງເຮັດໃຫ້ເກີດບັນຫາ ແລະ ຜົນກະທົບທາງລົບຕ່າງໆຕາມມາ. [17] [18]

ພາບນ້ໍາຖ້ວມຫຼັງຈາກ ພະຍຸ Katrina ຂອງ NASA.

ອີງຕາມການສຶກສາຄົ້ນຄວ້າຫນຶ່ງ, ພາຍຸ ເຮີຣີເຄນ ແຄທຣິນາ (Hurricane Katrina) ໄດ້ເຮັດໃຫ້ມີຄວາມເຂົ້າໃຈວ່າ ການປ່ຽນແປງຂອງດິນຟ້າອາກາດແມ່ນໄດ້ໃຫ້ຜົນກະທົບຕໍ່ປະຊາຊົນ ຫລື ຊຸມຊົນທີ່ແຕກຕ່າງກັນ, [6] ເນື່ອງຈາກວ່າ ຜົນກະທົບທີ່ເກີດຂຶ້ນຕໍ່ກັບກຸ່ມທີ່ມີລາຍໄດ້ຕ່ໍາ ແລະ ຊົນເຜົ່າກຸ່ມນ້ອຍ ແມ່ນຮ້າຍແຮງກວ່າໝູ່. [6] ການສຶກສາກ່ຽວກັບເນື້ອໃນຂໍ້ມູນຂອງ ເຊື້ອຊາດ ແລະ ຊົນຊັ້ນຕ່າງໆໃນການເກີດພາຍຸ ເຮີຣີເຄນ ແຄທຣິນາຄັ້ງນີ້ ໄດ້ຊີ້ໃຫ້ເຫັນວ່າຜູ້ທີ່ມີຄວາມສ່ຽງທີ່ສຸດແມ່ນ ປະຊາຊົນຜູ້ທຸກຍາກ, ຊຸມຊົນທີ່ບໍ່ແມ່ນຄົນຜິວຂາວ (ຄົນຜິວດຳ), ຜູ້ສູງອາຍຸ, ຄົນເຈັບ ແລະ ຄົນທີ່ບໍ່ມີບ່ອນຢູ່ອາໄສ. [19] ຊຸມຊົນທີ່ມີລາຍໄດ້ຕໍ່າ ແລະ ຊຸມຊົນຄົນຜິວດໍາແມ່ນມີຊັບພະຍາກອນຫນ້ອຍ ແລະ ມີຄວາມຈຳກັດໃນການເຄື່ອນຍ້າຍເພື່ອຫຼີກລ້ຽງກ່ອນພາຍຸຈະເກີດ. [20] [21] ນອກຈາກນີ້, ຫຼັງຈາກພະຍຸເຮີລິເຄນ, ຊຸມຊົນທີ່ມີລາຍໄດ້ຕໍ່າແມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການປົນເປື້ອນ, [6] ແລະ ນີ້ຍິ່ງເຮັດໃຫ້ຮ້າຍແຮງໄປກວ່າເກົ່າ ຍ້ອນວ່າມາດຕະການການແກ້ໄຂ ແລະ ການຊ່ວຍເຫຼືອຂອງລັດຖະບານ ບໍ່ສາມາດຊ່ວຍບັນດາຜູ້ທີ່ຢູ່ໃນສະຖານະພາບທີ່ສ່ຽງອັນຕະລາຍໄດ້ຢ່າງພຽງພໍ. [7] [19]

ການປະຕິບັດຕໍ່ກັບບັນຫາການປ່ຽນແປງດິນຟ້າອາກາດ

[ດັດແກ້]
ຫລາຍສິບພັນຄົນຍ່າງເປັນຂະບວນຢູ່ ເມືອງ Copenhagen ສໍາລັບຄວາມຍຸດຕິທໍາດ້ານດິນຟ້າອາກາດ (2009). [22]

ໃນປີ 2018, ສິບຄອບຄົວຈາກບັນດາປະເທດເອີຣົບເຊັ່ນ: ປະເທດ ເຄນຢາ (Kenya) ແລະ ປະເທດຟິຈິ (Fiji) ອັນໄດ້ຍື່ນຄໍາຮ້ອງຕໍ່ຕ້ານ ສະຫະພາບເອີຣົບ ກ່ຽວກັບໄພຂົ່ມຂູ່ຕໍໍບ້ານເມືອງຂອງພວກເຂົາ ທີ່ເກີດຈາກການປ່ອຍອາຍພິດເຮືອນແກ້ວຂອງສະຫະພາບເອີຣົບ. [23]

ຕໍ່ຕ້ານລັດ

[ດັດແກ້]

ເນເທີແລນ (ປະເທດ ໂຮນລັງ)

[ດັດແກ້]

ໃນປີ 2012, ທະນາຍຄວາມຊາວເນເທີແລນ, ຣອດເຈີ້ ຄ໋ອກ (Roger Cox) ໄດ້ໃຫ້ແນວຄິດກ່ຽວກັບການແຊກແຊງທາງການເມືອງເພື່ອບັງຄັບໃຊ້ການປະຕິບັດຕໍ່ຕ້ານ ການປ່ຽນແປງດິນຟ້າອາກາດ . [24] [25] ໃນປີ 2013, ອົງການ Urgenda, ມີຄະນະຜູ້ແທນ 900 ຄົນ, ໄດ້ຍື່ນຄໍາຮ້ອງຟ້ອງຕໍ່ ລັດຖະບານເນເທີແລນ ວ່າ "ບໍ່ໄດ້ໃຊ້ມາດຕະການເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວພຽງພໍ ອັນເຮັດໃຫ້ເກີດການປ່ຽນແປງທາງສະພາບອາກາດຢ່າງຮ້າຍແຮງ". [24]

ໃນປີ 2015, ສານຂັ້ນເມືອງຂອງ The Hague ຕັດສິນວ່າລັດຖະບານຂອງ ເນເທີແລນ ຄວນລົງມືປະຕິບັດເພື່ອຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ເພື່ອປົກປ້ອງພົນລະເມືອງຂອງຕົນຈາກການປ່ຽນແປງທາງສະພາບອາກາດ (ກໍລະນີສຶກສາຂອງ Urgenda). [24] [26] [27] ມັນໄດ້ຖືວ່າເປັນ "ການຕັດສິນທີ່ໄດ້ຈັດວາງໄວ້ກ່ອນຫນ້ານີ້" [26] ແລະ ເປັນ"ການຟ້ອງຮ້ອງຄະດີທາງດິນຟ້າອາກາດຄັ້ງທໍາອິດຂອງໂລກ". [27]

ອີງຕາມ ທ່ານ ເຈມສ໌ ທອນຕັ້ນ (James Thornton), ຫົວຫນ້າບໍລິຫານຂອງ Client Earth, "ສິ່ງທີ່ສຳຄັນທີ່ສຸດ, ແມ່ນອີງໃສ່ເນື້ອຫາສຳຄັນຂອງວິທະຍາສາດທີ່ຖືກຈັດຕັ້ງຂຶ້ນ ແລະ ຍຸດທະສາດອັນເກົ່າແກ່ຂອງຫນ້າທີ່ການເບິ່ງແຍງຂອງລັດຖະບານ. ເຫດຜົນດັ່ງກ່າວແມ່ນໃຊ້ໄດ້ໃນລະບົບກົດຫມາຍໃດຫນຶ່ງ ແລະ ຈະຖືກນໍາໃຊ້ໂດຍສານ ຢູ່ໃນປະເທດອື່ນໆ ". [26] [28] ໃນປີ 2018, ສານອຸທອນໃນເມືອງ La Hague ໄດ້ຢືນຢັນການຕັດສິນທີ່ກໍານົດໄວ້ກ່ອນຫນ້ານີ້ ທີ່ເປັນການບັງຄັບໃຫ້ລັດຖະບານເນເທີແລນ (ປະເທດໂຮນລັງ) ເພີ່ມຄວາມພະຍາຍາມຂຶ້ນຕື່ມ ເພື່ອຄວບຄຸມການປ່ອຍອາຍພິດເຮືອນແກ້ວໃນປະເທດເນເທີແລນ. [29]

ອື່ນໆ

[ດັດແກ້]

ຫຼັງຈາກການວາງກົດລະບຽບທີ່ພົ້ນເດັ່ນຂອງ ປະເທດເນເທີແລນ ໃນປີ 2015, ກຸ່ມຜູ້ປະຕິບັດຢູ່ໃນປະເທດອື່ນໆກໍ່ໄດ້ພະຍາຍາມໃຊ້ວິທີການທາງດ້ານການເມືອງແບບດຽວກັນ. [30] [31] [32] ຕົວຢ່າງເຊັ່ນ: ກຸ່ມຕ່າງໆເຫຼົ່ານັ້ນໄດ້ໄປສານ ເພື່ອປົກປ້ອງປະຊາຊົນຈາກການປ່ຽນແປງດິນຟ້າອາກາດໃນ ປະເທດເບຢ້ຽມ, [26] ອິນເດຍ, [33] ນິວຊີແລນ, [34] ນໍເວ, [35] ແອຟິກາໃຕ້, [34] ສະຫວິດເຊີແລນ [36] ແລະ ສະຫະລັດອາເມລິກາ . [30] [37] [32]

ຕໍ່ຕ້ານບໍລິສັດ ຫລື ອົງກອນ

[ດັດແກ້]

ໃນປະເທດສະຫະລັດອາເມລິກາ, Friends of the Earth, Greenpeace , ພ້ອມກັນກັບ ຫລາກຫລາຍເມືອງເຊັ່ນ: ເມືອງ Boulder, Arcata ແລະ Oakland ໄດ້ຊະນະຕໍ່ການປະທ້ວງ ທະນາຄານການສົ່ງອອກນໍາເຂົ້າຂອງສະຫະລັດ ແລະ ບໍລິສັດລົງທຶນພາກເອກະຊົນໃນຕ່າງປະເທດ ( ລັດວິສາຫະກິດ ຂອງ ລັດຖະບານສະຫະລັດ ), ເຊິ່ງໄດ້ຖືກກ່າວຫາ ວ່າດ້ວຍການຈ່າຍເງິນໃຫ້ແກ່ ໂຄງການນໍ້າມັນເຊື້ອໄຟຟອດຊິນ ເຊິ່ງເປັນອັນຕະລາຍຕໍ່ສະພາບອາກາດ, ເຊິ່ງມັນແມ່ນໃນການລະເມີດ ກົດຫມາຍວ່າດ້ວຍນະໂຍບາຍດ້ານສິ່ງແວດລ້ອມແຫ່ງຊາດ (ກໍລະນີທີ່ໄດ້ຖືກສະເໜີໃນປີ 2002 ແລະໄດ້ຕົກລົງໃນປີ 2009). [38] [39] [40]

ໃນປີ 2016, ອົງການຂອງລັດຖະບານ ຟິລິບປິນ (ຄະນະກໍາມະການດ້ານສິດທິມະນຸດ) ໄດ້ເລີ່ມທຳການສືບສວນຢ່າງເປັນທາງການ ກ່ຽວກັບການປ່ຽນແປງດິນຟ້າອາກາດຕໍ່ຕ້ານບັນດາ 47 ຜູ້ຜະລິດກາກບອນທີ່ໃຫຍ່ທີ່ສຸດໃນໂລກ. [37] [41]

ໃນປີ 2017, ຊານຟຣານຊິສໂກ, ໂອກແລນ ແລະ ຊຸມຊົນແຄມຝັ່ງ ແຄລິຟໍເນຍອື່ນໆ ໄດ້ຟ້ອງຮ້ອງ ບໍລິສັດນໍ້າມັນເຊື້ອໄຟຫຼາຍແຫ່ງ ວ່າດ້ວຍການເພີ່ມທະວີຂອງລະດັບນ້ໍາທະເລ. [32] ໃນປີ 2018 ນະຄອນ ນິວຢອກ ໄດ້ປະກາດວ່າ ພວກເຂົາກໍາລັງນຳ 5 ບໍລິສັດນ້ໍາມັນເຊື້ອໄຟຟອດຊິນ ( BP, ExxonMobil, Chevron, ConocoPhillips ແລະ Shell ) ໄປຂຶ້ນສານຂອງລັດຖະບານກາງ ຍ້ອນການຜະລິດຂອງພວກເຂົາສົ່ງຜົນກະທົບຕໍ່ການປ່ຽນແປງສະພາບອາກາດ (ຈາກທີ່ເມືອງມີບັນຫານັ້ນຢູ່ແລ້ວ ກໍຍິ່ງເພີ່ມວະທີຄວາມຮຸນແຮງຂຶ້ນໄປອີກ). [42]

ເບິ່ງເພີ່ມຕື່ມ

[ດັດແກ້]
  1. Global Humanitarian Forum (1 ຕຸລາ 2009) Kofi Annan ເປີດຕົວຕິດຕາມການໂຄສະນາຍຸດທະສາດດ້ານສິ່ງແວດລ້ອມ, Global Humanitarian Formum, 1 ຕຸລາ 2009.
  2. Wendy Koch, ການສຶກສາ: ການປ່ຽນແປງສະພາບອາກາດມີຜົນກະທົບທີ່ຮ້າຍແຮງຕໍ່ຜູ້ທີ່ຮັບຜິດຊອບໜ້ອຍຕໍ່ສິ່ງແວດລ້ອມ, USA Today, 7 ມີນາ 2011
  3. ອາຟຣິກາເວົ້າເຖິງການປ່ຽນແປງທາງດ້ານສະພາບອາກາດ Archived 2018-12-19 at the Wayback Machine ເຊິ່ງໄດ້ກ່າວວ່າ: "ໃນບັນດາປະເທດທີ່ມີຄວາມອຸດົມສົມບູນ, ວິກິດການສະພາບອາກາດ(ບັນຫາສິ່ງແວດລ້ອມ)ທີ່ພວມພົ້ນເດັ່ນນີ້ຄືບັນຫາສໍາຄັນ, ຍ້ອນວ່າມັນຈະມີຜົນກະທົບຕໍ່ສຸຂະພາບຂອງເສດຖະກິດ, ແຕ່ໃນອາຟຣິກກາບັນຫາຫລັກໆແມ່ນເລື່ອງຂອງຊີວິດ ແລະ ຄວາມຕາຍ. "
  4. ເບິ່ງຕົວຢ່າງເຊັ່ນ ຖານຂໍ້ມູນກົດຫມາຍ ກ່ຽວກັບ ສະພາບດິນຟ້າອາກາດ ຂອງໂຄງການສິ່ງ ແວດລ້ອມ .
  5. Patricia Jolly, "Les Pays-Bas, ໂດຍຜ່ານການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ" Le Monde, 9 ຕຸລາ 2018 (ຫນ້າທີ່ຢ້ຽມຢາມໃນວັນທີ 18 ເດືອນຕຸລາປີ 2018).
  6. 6.0 6.1 6.2 6.3 6.4 6.5 {{cite book}}: Empty citation (help)
  7. 7.0 7.1 7.2 {{cite journal}}: Empty citation (help)
  8. CorpWatch: ການປະຊຸມສຸດຍອດທີ່ມີການຮຽກຮ້ອງໃຫ້ມີຄວາມຍຸຕິທໍາດ້ານສິ່ງແວດລ້ອມ Archived 2016-04-19 at the Wayback Machine, ວັນທີ 19 ເດືອນພະຈິກປີ 2000
  9. website worldsummit2002.org (archive)
  10. ນະໂຍບາຍຂອງການປະຕິບັດດ້ານສິ່ງແວດລ້ອມຂອງ Bali, PDF, 29 ສິງຫາ 2002
  11. ກຸ່ມ Durban ສໍາລັບການຍຸຕິທໍາດິນຟ້າອາກາດ
  12. ກອງປະຊຸມປະຈໍາປີຂອງອົງການມະນຸດສະທໍາໂລກປີ 2008
  13. ການປ່ຽນແປງດິນຟ້າອາກາດແລະການຍຸຕິທໍາ: ກ່ຽວກັບຖະຫນົນຫົນທາງເພື່ອ Copenhagen Archived 2018-12-21 at the Wayback Machine, ມູນນິທິ Heinrich Böll
  14. 100,000 ເດືອນສໍາລັບການປ່ຽນແປງຂອງລະບົບບໍ່ແມ່ນການປ່ຽນແປງດິນຟ້າອາກາດໃນ Copenhagen ດ້ວຍການຈັບກຸມມະຫາຊົນ Indymedia, 13 ທັນວາ 2009
  15. ກອງປະຊຸມປະຊາຊົນໂລກກ່ຽວກັບການປ່ຽນແປງດິນຟ້າອາກາດແລະສິດທິຂອງໂລກແມ່, ປະຊາຊົນ 22 ເມສາ, Cochabamba, ໂບລິເວຍ
  16. https://www.peoplesdemands.org/ Archived 2018-12-08 at the Wayback Machine ຄວາມຕ້ອງການຂອງປະຊາຊົນສໍາລັບຄວາມຍຸຕິທໍາດ້ານສິ່ງແວດລ້ອມ
  17. Space for Movement: Reflections from Bolivia on climate justice, social movements and the state PDF, edited by Building Bridges collective, July 2010, ISBN 978 0 85316 294 0
  18. "ແມ່ນການປ່ຽນແປງທາງດ້ານສິ່ງແວດລ້ອມທີ່ປະສົບຜົນສໍາເລັດຂອງນະຄອນຫຼວງ?". Archived from the original on 2018-12-17. Retrieved 2019-04-28.
  19. 19.0 19.1 {{cite journal}}: Empty citation (help)
  20. {{cite journal}}: Empty citation (help)
  21. {{cite journal}}: Empty citation (help)
  22. Bibi van der Zee ແລະ, David Batty "Copenhagen ການປະທ້ວງອາກາດສະທ້ອນໃຫ້ເຫັນ", The Guardian, 12 ເດືອນທັນວາ 2009 (ຫນ້າທີ່ໄດ້ໄປຢ້ຽມຢາມ 17 ເດືອນທັນວາ 2017).
  23. "Families from 8 countries sue EU over climate change", France 24, 24 May 2018. ຮຽກຂໍ້ມູນວັນທີ 28 May 2018
  24. 24.0 24.1 24.2 ກໍລະນີອາກາດ Urgenda, Urgenda Foundation (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 6 ເດືອນພະຈິກປີ 2016).
  25. Roger Cox, "ມັນເປັນເວລາສໍາລັບການຕັດສິນໃຈຂອງໄອຍະການທີ່ຈະເຂົ້າໄປໃນແລະຫັນໄປສູ່ຄວາມຮ້າຍກາດທາງອາກາດ", The Guardian, 14 ພະຈິກ 2012 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 6 ເດືອນພະຈິກປີ 2016).
  26. 26.0 26.1 26.2 26.3 Quirin Schiermeier, "ກົດລະບຽບຂອງສານປະຊາທິປະໄຕປະກາດໃຫ້ລັດຖະບານໂຮນລັງປະຕິບັດເພີ່ມເຕີມກ່ຽວກັບການປ່ຽນແປງດິນຟ້າອາກາດ", Nature, 24 ມິຖຸນາ 2015 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 5 ພະຈິກ 2016).
  27. 27.0 27.1 Arthur Neslen, "ລັດຖະບານເນເທີແລນສັ່ງໃຫ້ຕັດການປ່ອຍອາຍຄາບອນໃນກົດລະບຽບທີ່ສໍາຄັນ", The Guardian, 24 ມິຖຸນາ 2015 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 5 ເດືອນພະຈິກປີ 2016).
  28. ມັນຍັງຖືກສະຫນັບສະຫນູນໂດຍ ຫລັກການ Oslo ກ່ຽວກັບການປ່ຽນແປງດິນຟ້າອາກາດໂລກ Archived 2017-03-05 at the Wayback Machine . ເບິ່ງ Julia Powles ແລະ Tessa Khan, "ການປ່ຽນແປງຂອງສະພາບອາກາດ: ສຸດທ້າຍເປັນຄວາມກ້າວຫນ້າຕໍ່ຄວາມບໍ່ແນ່ນອນທາງດ້ານການເມືອງທີ່ຮ້າຍກາດຂອງພວກເຮົາ?", ຜູ້ປົກຄອງ, 30 ມີນາ 2015 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 6 ເດືອນພະຈິກປີ 2016).
  29. {{cite journal}}: Empty citation (help)
  30. 30.0 30.1 "ການເຄື່ອນໄຫວທາງດ້ານສິ່ງແວດລ້ອມໃນທົ່ວໂລກ" Archived 2016-11-06 at the Wayback Machine, Greenpeace, 19 ສິງຫາ 2015 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 6 ເດືອນພະຈິກປີ 2016).
  31. Jonathan Watts, "ພວກເຮົາຄວນຈະຢູ່ໃນການກະທໍາຜິດ" - James Hansen ຮຽກຮ້ອງໃຫ້ມີການຮ້ອງຟ້ອງກ່ຽວກັບອາກາດ ", The Guardian, 17 ພະຈິກ 2017 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 17 ເດືອນພະຈິກປີ 2017).
  32. 32.0 32.1 32.2 ສູນການປະຕິບັດຄວາມເປັນສ່ວນຕົວ, "ສະຖານທີ່ສຸດທ້າຍ: ກົດຫມາຍອາກາດທີ່ຂົ່ມຂູ່ຕໍ່ອະນາຄົດຂອງນ້ໍາມັນຂະຫນາດໃຫຍ່", The Guardian, 17 ເດືອນທັນວາ 2017 (ຫນ້າຢ້ຽມຢາມໃນວັນທີ 17 ເດືອນທັນວາປີ 2017).
  33. Reuters, "ຊາວຫນຸ່ມອາຍຸ 9 ປີປະທ້ວງລັດຖະບານອິນເດຍກ່ຽວກັບການປ່ຽນແປງການປ່ຽນແປງດິນຟ້າອາກາດ", The Guardian, 7 ເມສາ 2017 (ຫນ້າທີ່ຢ້ຽມຢາມໃນວັນທີ 9 ເມສາ 2017).
  34. 34.0 34.1 Tessa Khan, "ວິທີການຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດແມ່ນກໍາລັງເພີ່ມຂຶ້ນແລະໄດ້ຮັບໄຊຊະນະໃນສານ", The Guardian, 8 ມີນາ 2017 (ຫນ້າຢ້ຽມຢາມໃນວັນທີ 9 ມີນາ 2017).
  35. Tone Sutterud ແລະ Elisabeth Ulven, "Norway sued over Arctic oil exploration plans", The Guardian, 14 November 2017 (page visited on 17 November 2017).
  36. Ainès pour la protection du climat, 2016 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 5 ເດືອນພະຈິກປີ 2016).
  37. 37.0 37.1 John Vidal, "ຜູ້ຜະລິດກາກບອນທີ່ໃຫຍ່ທີ່ສຸດໃນໂລກໄດ້ປະເຊີນກັບບັນຫາສິດທິມະນຸດສະຍະຊນ", The Guardian, 27 ກໍລະກົດ 2016
  38. ທ່ານ Douglas Starr, "ບັນຊີລາຍການຄາບອນ Richard Heede ໄດ້ຮັບຄວາມຮັບຜິດຊອບຫຼາຍຕໍ່ການປ່ຽນແປງດິນຟ້າອາກາດໃນ 90 ບໍລິສັດ, ຄົນອື່ນເວົ້າວ່າມັນເປັນການຮ່ວມມື", Science, Volume 353, Issue 6302, 26 ສິງຫາ 2016, ຫນ້າ 858-861.
  39. ຄະດີທີ່ກ່ຽວຂ້ອງກັບການປ່ຽນແປງສະພາບອາກາດ Archived 2018-11-04 at the Wayback Machine, IPCC ບົດລາຍງານການປະເມີນຜົນທີສີ່: ການປ່ຽນແປງສະພາບອາກາດ 2007, ຄະນະກໍາມະການສາກົນກ່ຽວກັບການປ່ຽນແປງດິນຟ້າອາກາດ (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 30 ເດືອນພະຈິກປີ 2016).
  40. ຄໍາສັ່ງການປະຕິເສດຄໍາຕັດສິນຂອງຜູ້ຖືກກ່າວຫາຄໍາຮ້ອງທຸກສໍາລັບການພິພາກສາ, ໃນກໍລະນີຂອງຫມູ່ເພື່ອນຂອງໂລກ, Greenpeace, Inc. ແລະເມືອງ Boulder Colorado ກັບ Peter Watson (Overseas Private Investment Corporation) ແລະ Phillip Lerrill (ທະນາຄານສົ່ງອອກ - ນໍາເຂົ້າຂອງສະຫະລັດ) ຫມາຍເລກ C 02-4106 JSW Archived 2016-12-01 at the Wayback Machine, ສະຫະລັດເຂດເມືອງສໍາລັບພາກເຫນືອຂອງລັດ California, 2005 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 30 ເດືອນພະຈິກປີ 2016).
  41. ຄໍາຮ້ອງຟ້ອງຮ້ອງຂໍສໍາລັບການສືບສວນກ່ຽວກັບຄວາມຮັບຜິດຊອບຂອງກາກບອນສໍາລັບການລະເມີດສິດທິມະນຸດຫຼືການຂົ່ມຂູ່ຂອງການລະເມີດທີ່ໄດ້ຮັບຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ Archived 2017-03-15 at the Wayback Machine, ຄະນະກໍາມະສິດທິກ່ຽວກັບມະນຸດຂອງຟີລິບປິນ, 2016 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 30 ເດືອນພະຈິກປີ 2016).
  42. Oliver Milman, "ນະຄອນນິວຢອກມີແຜນທີ່ຈະຖີ້ມ $ 5 ພັນລ້ານຈາກນໍ້າມັນເຊື້ອໄຟແລະບໍລິສັດນ້ໍາມັນ", The Guardian, 10 ມັງກອນ 2018 (ຫນ້າທີ່ໄດ້ໄປຢ້ຽມຢາມໃນວັນທີ 12 ມັງກອນ 2018).

ອ່ານ​ເພີ່ມ​ຕື່ມ

[ດັດແກ້]