ຈະລິຍະທຳ

ຈາກ ວິກິພີເດຍ

ຈະລິຍະທຳ ຫຼື ຈະລິຍະສາດ (ຄຳເຄົ້າ: ຈຣິຍທັມ ຫຼື ຈຣິຍສາສຕຣ໌; ອັງກິດ: ethics, ຝຣັ່ງ: éthique) ແມ່ນນຶ່ງໃນວິຊາຫຼັກຂອງ ວິຊາປັດຊະຍາ ເຊິ່ງສຶກສາກ່ຽວກັບຄວາມດີງາມທາງສັງຄົມມະນຸດ ຈຳແໜກແຍກແຍະວ່າສິ່ງໃດຖືກແລະສິ່ງໃດຜິດ ຄັນຈະອະທິບາຍຢ່າງງ່າຍ ໆ ແມ່ນ ຈະລິຍະທຳ ໝາຍເຖິງ ການແຍກສິ່ງຖືກຈາກຜິດ ດີຈາກຊົ່ວ. ມາຈາກຄຳ 2 ຄຳແມ່ນ ຈະຣິຍ ກັບ ທັມ ເຊິ່ງແປຕາມສັບ ແມ່ນ ຈະຣິຍະ ແປວ່າ ຄວາມປະພຶດ ກິລິຍາທີ່ຄວນປະພຶດ ຄຳວ່າ ທັມ ແປວ່າ ຄຸນຄວາມດີ. ຄຳສັ່ງສອນໃນສາສະໜາ ຫຼັກປະຕິບັດໃນທາງສາສະໜາ ຄວາມຈິງ ຄວາມຍຸຕິທຳ ຄວາມຖືກຕ້ອງ ກົດເກນ ເມື່ອເອົາຄຳ ຈະຣິຍະ ມາຕໍ່ກັບຄຳວ່າ ທັມ ເປັນຈະລິຍະທຳ ແປເອົາຄວາມໝາຍວ່າ ກົດເກນແຫ່ງຄວາມປະພຶດ ຫຼືຫຼັກຄວາມຈິງທີ່ແມ່ນແນວທາງແຫ່ງຄວາມປະພຶດປະຕິບັດ.