Jump to content

ໂຣບລັອກຊ໌

ຈາກ ວິກິພີເດຍ

Page ແມ່ແບບ:ກ່ອງຂໍ້ມູນ ວິດີໂອເກມ/styles.css has no content.

ໂຣບລັອກຊ໌
ໂລໂກ້ໂຣບລັອກຊ໌ ຕັ້ງແຕ່ປີ 2022
ຜູ້ພັດທະນາໂຣບລັອກຊ໌ ຄໍປໍເຣຊັນ
ຜູ້ວາງຈຳໜ່າຍໂຣບລັອກຊ໌ ຄໍປໍເຣຊັນ
ຜູ້ກຳກັບເດວິດ ບາສຊຸກີ, ເອຣິກ ແຄສເຊລ[1]
ເຄື່ອງຫຼິ້ນໄມໂຄຣຊອບວິນໂດ, ແມກໂອເອສ, ໄອໂອເອສ, ແອນດຣອຍ, ເອກຊ໌ບອກວັນ
ວັັນວາງຈຳໜ່າຍຄອມພິວເຕີສ່ວນຕົວ
1 ກັນຍາ 2006[2][3]
ໄອໂອເອສ
11 ທັນວາ 2012[4]
ແອນດຣອຍ
16 ກໍລະກົດ 2014[5]
ເອກຊ໌ບອກວັນ
20 ພະຈິກ 2015[6]
ເພລສະເຕຊັນ 4
10 ຕຸລາ 2023[7]
ແນວເກມເອນຈິນ, ເກມອອນລາຍຫຼາຍຜູ້ຫຼິ້ນ
ຮູບແບບຜູ້ຫຼິ້ນດ່ຽວ, ຫຼາຍຜູ້ຫຼິ້ນ
ໂລໂກ້ໂຣບລັອກຊ໌
ໂລໂກ້ແອັບເກມໂຣບລັອກຊ໌ ຕັ້ງແຕ່ປີ 2025

ໂຣບລັອກຊ໌ (ອັງກິດ: Roblox /ˈroʊblɒks/) ແມ່ນແພລັດຟອມເກມອອນລາຍ ແລະ ໂປຣແກຣມພັດທະນາເກມທີ່ພັດທະນາໂດຍໂຣບລັອກຊ໌ ຄໍປໍເຣຊັນ, ເຊິ່ງໃຫ້ຜູ້ໃຊ້ຕິດຕັ້ງໂປຣແກຣມເກມ ແລະ ຫຼິ້ນເກມທີ່ສ້າງໂດຍຜູ້ໃຊ້ຄົນອື່ນໆ. ສ້າງຂຶ້ນໂດຍເດວິດ ບາສຊຸກິ ແລະ ເອຣິກ ຄັສເສລ ໃນປີ 2004 ແລະ ເປີດຕົວໃນປີ 2006, ຕົວແພລັດຟອມມີເກມຢູ່ຫຼາກຫຼາຍປະເພດທີ່ສ້າງໂດຍຜູ້ໃຊ້ເອງ ແລະ ຖືກຂຽນໂຄດຂຶ້ນດ້ວຍພາສາລວາ (Lua). ຕະຫຼອດປະຫວັດສາດຂອງໂຣບລັອກຊ໌ທີ່ຜ່ານມາ, ສ່ວນຫຼາຍແລ້ວແມ່ນຖືວ່າເປັນແພລັດຟອມທີ່ຄ່ອນຂ້າງນ້ອຍ, ນີ້ກໍລວມເຖິງຕົວບໍລິສັດເອງນຳ. ແຕ່ໂຣບລັອກຊ໌ກໍເລີ່ມເຕີບໂຕຂຶ້ນຢ່າງວ່ອງໄວໃນຊ່ວງເຄິ່ງຫຼັງຂອງຍຸກ2010, ແລະ ເຕີບໂຕຂຶ້ນຢ່າງກ້າວກະໂດດໃນຊ່ວງການແຜ່ລະບາດຂອງໂຄວິດ-19.[8][9]

ໂຣບລັອກຊ໌ແມ່ນເກມຫຼິ້ນຟຣີ, ທີ່ປະກອບໂດຍລະບົບຊື້ເຄື່ອງໃນເກມທີ່ໃຊ້ສະກຸນເງິນສະເໝືອນທີ່ເອີ້ນວ່າ ໂຣບັກຊ໌. ອີງຕາມເດືອນສິງຫາປີ2020, ໂຣບລັອກຊ໌ມີຜູ້ໃຊ້ງານຫຼາຍກວ່າ164ລ້ານຄົນຕໍ່ເດືອນ, ເຊິ່ງລວມເອົາປະຊາກອນເດັກອາເມຣິກາທີ່ມີອາຍຸຕໍ່າກວ່າ16ປີຫຼາຍກວ່າເຄິ່ງ.[10][11] ເຖິງແມ່ນວ່າໂຣບລັອກຊ໌ຈະໄດ້ຮັບຄຳວິຈານທີ່ດີຈາກນັກວິຈານ, ແຕ່ກໍມີຄຳວິຈານແງ່ລົບຈຳນວນໜຶ່ງທີ່ເວົ້າເຖິງການກັ່ນກອງທີ່ບໍ່ມີປະສິດຕິພາບ, ໄມໂຄຣທານເສັກຊັນສ(ຮູບແບບທຸລະກິດຂະໜາດຜ່ານວີດີໂອເກມ)ໃນເກມເດັກນ້ອຍ ແລະ ການສະແຫວງຫາຜົນປະໂຫຍດຂອງຄົນກຸ່ມໜຶ່ງ, ເຊິ່ງອາດສົ່ງຜົນກະທົບຕໍ່ເດັກໄດ້.

ໂຣບລັອກຊ໌ແມ່ນໄດ້ຖືກຈໍາກັດຫຼືຖືກແບນຢ່າງສົມບູນໃນ 6 ປະເທດເຊັ່ນ: ຈີນ, ຈໍແດນ, ເກົາຫຼີເໜືອ, ກົວເຕມາລາ, ສະຫະລັດອາຣັບເອມີເຣດ[12] ແລະ ຕວກກີ[13].

ພາບລວມ

[ດັດແກ້]

ໂຣບລັອກຊ໌ ສະຕູດີໂອ

[ດັດແກ້]
Two blue polygons with a gap in between them.
ກາຂອງໂຣບລັອກຊ໌ ສະຕູດີໂອ 2025

ໂຣບລັອກຊ໌ ອະນຸຍາດໃຫ້ຜູ້ຫຼິ້ນສ້າງເກມຂອງຕົນເອງໂດຍໃຊ້ເອນຈິ້ນ(ໂປຣແກຣມພັດທະນາເກມ)ຂອງທາງໂຣບລັອກຊ໌ເອງເອີ້ນວ່າ ໂຣບລັອກຊ໌ ສະຕູດີໂອ, ເຊິ່ງຜູ້ຫຼິ້ນຄົນອື່ນສາມາດເຂົ້າມາຫຼິ້ນໄດ້.[14] ເກມ (ທາງການເອີ້ນວ່າ ເອັກຊ໌ເປີຣຽນສ໌(experience))ແມ່ນສ້າງຂຶ້ນໂດຍພາສາໂປຣແກຣມລວາ.[15][16] ຜູ້ສ້າງສາມາດສ້າງເນື້ອຫາທີ່ສາມາດຊື້ໄດ້ຄັ້ງດຽວທີ່ເອີ້ນວ່າ ເກມພາສ.[17][18] ເກມສ່ວນຫຼາຍຖືກພັດທະນາໂດຍເດັກນ້ອຍ ແລະ ໄວຮຸ່ນ, ແລະ ມີປະມານ20ລ້ານເກມທີ່ຖືກສ້າງຂຶ້ນໃນປີໜຶ່ງໂດຍໃຊ້ໂປຣແກຣມນີ້ .[19][10]

ໄອເທັມ ແລະ ສະກຸນເງິນ

[ດັດແກ້]
ກາສະກຸນເງິນສະເໝືອນ "ໂຣບັກຊ໌"

ໂຣບລັອກຊ໌ ອະນຸຍາດໃຫ້ຜູ້ຫຼິ້ນຊື້, ຂາຍ ແລະ ສ້າງໄອເທັມສະເໝືອນທີ່ສາມາດນຳມາຕົກແຕ່ງຕົວລະຄອນ ຫຼື ອາວະຕາຣຂອງຜູ້ຫຼິ້ນເທິງແພລັດຟອມໄດ້.[10] ແຕ່ກ່ອນ, ມີພຽງແຕ່ຜູ້ດູແລຂອງໂຣບລັອກຊ໌ເທົ່ານັ້ນທີ່ສາມາດຂາຍເຄື່ອງຕົກແຕ່ງເສີມ, ພາກສ່ວນຮ່າງກາຍ ແລະ ອຸປະກອນ ພາຍໃຕ້ບັນຊີທາງການຂອງໂຣບລັອກຊ໌,[20] ໂດຍໝວກ ແລະ ເຄື່ອງຕົກແຕ່ງເສີມຍັງພໍສາມາດຂາຍເອງໄດ້ໂດຍຜູ້ໃຊ້ທີ່ມີປະສົບການເຮັດວຽກນຳບໍລິສັດໂຣບລັອກຊ໌.[21][22] ນະໂຍບາຍນີ້ດຳເນີນໄປຈົນກະທັ່ງມີການເປີດຕົວຄະຕະລັອກຢູຈີຊີ(UGC),[23][24] ເຊິ່ງອະນຸຍາດໃຫ້ບຸກຄົນທີ່ໄດ້ຮັບອະນຸຍາດໃນຊຸມຊົນໂຣບລັອກຊ໌ສາມາດສ້າງ ແລະ ຂາຍເຄື່ອງຕົກແຕ່ງອາວະຕາຣ ຫຼື ເອີ້ນວ່າ ຢູຈີຊີ (UGC, ເນື້ອຫາທີ່ສ້າງໂດຍຜູ້ໃຊ້)ພາຍໃຕ້ໂຄງການຢູຈີຊີ.[25][26][27] ຫຼາຍຄົນໄດ້ເຮັດວຽກອອກແບບໄອເທັມເຫຼົ່ານີ້ເປັນງານຫຼັກຂອງຕົນ, ໂດຍສາມາດສ້າງລາຍໄດ້ໆຫຼາຍກວ່າ100,000ໂດລາສະຫະລັດຕໍ່ປີຈາກການຂາຍໄອເທັມ.[28]

ເຄື່ອງທີ່ເປັນຮຸ່ນຈຳນວນຈຳກັດ ຫຼື ໄອເທັມລີມີເຕັດສາມາດແລກປ່ຽນ ຫຼື ຂາຍໄດ້ໂດຍຜູ້ໃຊ້ທີ່ສະໝັກສະມາຊິກໂຣບລັອກຊ໌ພຣີມຽມເທົ່ານັ້ນ.[29] ໄອເທັມລີມີເຕັດເຫຼົ່ານີ້ມີລາຄາສະເລ່ຍຫຼ້າສຸດ(ຄ່າອາຣເອພີ) ແລະ ມູນຄ່າຂອງໄອເທັມຈະຜັນຜວນໄປຕາມຄວາມຕ້ອງການ ແລະ ຄວາມຫາຍາກຂອງມັນ. ເຖິງເມ່ນວ່າການຂາຍເຄື່ອງເຫຼົ່ານີ້ດ້ວຍສະກຸນເງິນແທ້ຈະຖືເປັນການລະເມີດຂໍ້ກຳນັດໃນການໃຫ້ບໍລິການຂອງໂຣບລັອກຊ໌, ແຕ່ກໍບໍ່ອາດຢຸດກຸ່ມຄົນກຸ່ມໜຶ່ງຈາກການກະທຳນັ້ນໄດ້ ໂດຍຂາຍຜ່ານເວັບໄຊຕະຫຼາດມືດ ແລະ ຊຸມຊົນຂອງຕົນ, ບາງອັນກໍຖືກລັກ, ສ່ວນຫຼາຍແລກປ່ຽນຊື້ຂາຍກັນຜ່ານຄຣິບໂຕເຄີເຣນຊີ ຫຼື ເພພາວລ໌.[30] ແຕ່ກ່ອນ, ມີພຽງແຕ່ທາງໂຣບລັອກຊ໌ເທົ່ານັ້ນທີ່ສາມາດຂາຍເຄື່ອງລີມີເຕັດໄດ້ຈົນກະທັ່ງການເປີດຕົວ"ຢູຈີຊີ ລີມີເຕັດ"ໃນເດືອນເມສາປີ2023,[31] ເຊິ່ງໃຫ້ອະນຸຍາດຄົນທີ່ຢູ່ໂຄງການຢູຈີຊີສາມາດຂາຍໄອເທັມຂອງພວກເຂົາໃນຮູບແບບຈຳນວນຈຳກັດໄດ້.[32][33] ແຕ່ກໍບໍ່ຄືກັບເຄື່ອງລີມີເຕັດຂອງທາງໂຣບລັອກຊ໌, ໄອເທັມຢູຈີຊີບໍ່ສາມາດແລກປ່ຽນໄດ້. ແຕ່ຈັ່ງໃດກໍຕາມ, ພວກເຂົາກໍຍັງສາມາດຂາຍຕໍ່ໄດ້ຫຼັງຈາກ30ມື້ຫຼັງການຊື້.[34]

ຜູ້ຫຼິ້ນສາມາດໃຊ້ໂຣບັກຊ໌ຊື້ເຄື່ອງຕ່າງໆພາຍໃນແພລັດຟອມ, ສາມາດຮັບເອົາໄດ້ຜ່ານການຊື້ດ້ວຍເງິນແທ້, ໄດ້ຈາກຄ່າຕອບແທນປະຈຳເດືອນຂອງການເປັນສະມາຊິກໂຣບລັອກຊ໌ພຣີມຽມ ແລະ ຈາກການສ້າງ ແລະ ຂາຍເນື້ອຫາໃດໜຶ່ງພາຍໃນໂຣບລັອກຊ໌.[35][36] ກ່ອນເຖິງປີ2016, ໂຣບລັອກຊ໌ຍັງເຄີຍມີອື່ນສະກຸນໜຶ່ງຄື ຕິກຊ໌ (ຫຍໍ້ຈາກ ທິກເກັດ), ແຕ່ກໍຖືກຍົກເລີກໄປໃນເດືອນເມສາຂອງປີດຽວກັນນັ້ນ.[37] [ຕ້ອງການແຫຼ່ງອ້າງອີງທີ່ດີກວ່ານີ້] ໂຣບັກຊ໌ທີ່ໄດ້ຮັບຈາກຂາຍເນື້ອຫາທີ່ຜູ້ໃຊ້ສ້າງຂຶ້ນສາມາດແລກປ່ຽນເປັນສະກຸນເງິນແທ້ຜ່ານເວັບໄຊ.[38]

ປະຫວັດສາດຄວາມເປັນມາ ແລະ ການພັດທະນາ

[ດັດແກ້]
ວິວັດທະນາການຂອງກາໂຣບລັອກຊ໌. ນັບຈາກຊ້າຍເທິງຫາຂວາເທິງລົງໄປ: ກາແຮກຂອງ"ໂຣບລັອກຊ໌"ອອກແບບໃນປີ2004, (2004–05), (2005–06), (2006–17), (2017–18), (2018–22).[39][40]

ເວີຊັນເບຕ້າຂອງໂຣບລັອກຊ໌ຖືກສ້າງຂຶ້ນໂດຍຜູ້ສ້າງຕັ້ງລວມເດວິດ ບາສຊຸກິ ແລະ ເອຣິກ ຄັສເສລໃນປີ2004ພາຍໃຕ້ຊື່ໄດນາບລັອຊ໌ກສ.[41] ບາສຊຸກິເລີ່ມທົດສອບຕົວເກມເວີຊັນນີ້ໃນປີດຽວກັນ.[42] ໃນປີ2005, ກໍໄດ້ປ່ຽນຊື່ທັງຊື່ບໍລິສັດ ແລະ ເກມເປັນໂຣບລັອກຊ໌,[42] ແລະ ເປີດຕົວຢ່າງເປັນທາງການເມື່ອວັນທີ1, ກັນຍາປີ2006. ໃນປີ2007, ໂຣບລັອກຊ໌ໄດ້ປະຕິບັດຕາມຂໍ້ກຳນັດຄວາມເປັນສ່ວນຕົວຂອງເດັກຂອງສະຫະລັດດ້ວຍການເພີ່ມຄວາມປອດໄພຂອງການແຊັດ, ປ່ຽນໃຫ້ຜູ້ໃຊ້ທີ່ມີອາຍຸ13ປີຂຶ້ນໄປສາມາດໃຊ້ແຊັດສົນທະນາໄດ້.[43] ໃນເດືອນສິງຫາ, ໂຣບລັອກຊ໌ ໄດ້ປັບປຸງເຊັບເວີຣ໌ ແລະ ເປີດຕົວບໍລິການສະໝັກສະມາຊິກພິເສດ "ບິວລດ໌ເດີຣ໌ສ ຄລັບ".[44] ຕໍ່ມາ, ຖືກປ່ຽນໃໝ່ເປັນລະບົບ ໂຣບລັອກຊ໌ ພຣີມຽມໃນເດືອນກັນຍາປີ2019.[45]

ໃນເດືອນທັນວາປີ2011, ໂຣບລັອກຊ໌ໄດ້ຈັດງານແຮັກວີກຄັ້ງແຮກ, ເຊິ່ງແມ່ນງານປະຈຳປີທີ່ໃຫ້ເຫຼົ່ານັກພັດທະນາມາຊ່ວຍກັນຊອກຫາແນວຄິດນອກຂອບສຳລັບການພັດທະນາໃໝ່ໆ, ເພື່ອນຳມາສະເໜີໃຫ້ແກ່ບໍລິສັດນຳເປັນພັດທະນາ.[46][47] ໃນວັນທີ11, ທັນວາປີ2012, ເວີຊັນໄອໂອເອັສຖືກເຜີຍແຜ່ ແລະ ເວີຊັນແອນດອຍດ໌ເມື່ອວັນທີ1, ຕຸລາປີ2014.[48] ໃນວັນທີ1, ຕຸລາປີ2013, ໂຣບລັອກຊ໌ໄດ້ເປີດຕົວໂຄງການແລກປ່ຽນລາຍໄດ້ນັກພັດທະນາ, ຊ່ວຍໃຫ້ນັກພັດທະນາສາມາດແລກປ່ຽນໂຣບັກຊ໌ທີ່ໄດ້ຈາກເກມຂອງຕົນແປງເປັນສະກຸນເງິນແທ້.[49]

ໃນວັນທີ31, ພຶດສະພາປີ2015, ໄດ້ມີການເພີ່ມລະບົບ"ພູມສັນຖານຮຽບ", ເຊິ່ງເພີ່ມຄວາມສະເໝີພາບຂອງຕົວກຣາຟິກຂອງພື້ນດິນ ແລະ ປ່ຽນກົນໄກເອນຈິ້ນຟີຊິກຈາກຮູບແບບເປັນບລັອກລ່ຽມໆເປັນຮູບແບບມົນໆຮາບພຽງ ແລະ ສົມຈິງຂຶ້ນ.[50] ໃນວັນທີ20, ພະຈິກ, ໂຣບລັອກຊ໌ໄດ້ເປີດຕົວເຖິງເຄື່ອງເກມເອັກຊບັອກຊ໌ ວັນ, ໂດຍມີເກມໃຫ້ຫຼິ້ນ15ເກມໃນເບື້ອງຕົ້ນໂດຍເລືອກໂດຍທີມງານໂຣບລັອກຊ໌.[6] ເກມໂຣບລັອກຊ໌ທີ່ຈະລົງໃຫ້ກັບເຄື່ອງເອັກຊບັອກຊ໌ຕ້ອງຜ່ານຂະບວນການອະນຸມັດພາຍໃຕ້ມາດຕະຖານຂອງຄະນະກຳມະການຈັດເຣດຊອບແວບັນເທິງ.[51]

ໃນເດືອນເມສາປີ2016, ໂຣບລັອກຊ໌ໄດ້ເປີດຕົວ ໂຣບລັອກຊ໌ ວີອາຣ ສຳລັບເຄື່ອງອັອກຄຸລັສ ຣິຟຕ໌. ເຊິ່ງໃນເວລານັ້ນມີປະມານສິບລ້ານກວ່າເກມທີ່ໃຫ້ຫຼິ້ນໃນແບບສາມມິຕິ.[52] ນອກນີ້ຍັງມີການລົບລະບົບແຊັດທ໌ປອດໄພອອກແລ້ວແທນທີ່ດ້ວຍລະບົບລາຍຊື່ຄຳທີ່ອະນຸຍາດໃຫ້ຜູ້ໃຊ້ທີ່ມີອາຍຸຕໍ່າກວ່າ13ປີພິມໄດ້ ແລະ ລາຍຊື່ຄຳທີ່ບໍ່ສາມາດພິມໄດ້ສຳລັບຜູ້ໃຊ້ຄົນອື່ນໆແທນ.[53] [ການກວດສອບຄວາມຖືກຕ້ອງຂອງຂໍ້ມູນລົ້ມແຫຼວ] ໃນເດືອນມິຖຸນາ, ທາງບໍລິສັດໄດ້ເປີດຕົວເວີຊັນສຳລັບເຄື່ອງຄອມພິວເຕີວິນໂດ 10. ເຖິງແມ່ນວ່າຕົວແພລັດຟອມເກມຈະເຮັດຂຶ້ນສຳລັບເຄື່ອງພີຊີ(ຄອມພິວເຕີສ່ວນບຸກຄົນ)ມາຕັ້ງແຕ່ປີ2004, ແຕ່ຫາກນັບຕັ້ງແຕ່ສະໄໝທີ່ຍັງເປັນເກມເວັບ, ນີ້ຖືເປັນຄັ້ງທຳອິດທີ່ຕົວແພລັດຟອມໄດ້ມີການອັບເກຣດປັບປຸງດ້ວຍການໃຊ້ໂປຣແກຣມຕົວຫຼິ້ນແບບດ່ຽວ, ເຊິ່ງສ້າງຂຶ້ນສຳລັບລະບົບປະຕິບັດການວິນໂດ.[54]

ຕະຫຼອດປີ2017, ໂຣບລັອກຊ໌ ມີການປັບປຸງເຊີບເວີຣ໌ຢູ່ຫຼາຍຄັ້ງ, ເນື່ອງຈາກເຕັກໂນໂລຊີຂອງຕົວເຊີບເວີຣ໌ທີ່ເຮັດວຽກຢູ່ນັ້ນມາເຖິງຈຸດສຸດຍຸກຂອງມັນແລ້ວ ຫຼື ເວົ້າໄດ້ວ່າຫຼ້າສະໄໝແລ້ວ, ເຮັດໃຫ້ນຳໄປສູ່ການລົ້ມຂອງເຊີບເວີຣ໌ຫຼາຍເທື່ອ.[55] ນອກຈາກນີ້ໃນປີດຽວກັນ, ໂຣບລັອກຊ໌ໄດ້ປິດຕົວຟໍຣໍ່າທາງການຂອງໂຣບລັອກຊ໌.[56] ໃນເດືອນພະຈິກປີ2018, ລະບົບທີ່ຄົນສາມາດຫຼິ້ນເກມໄດ້ບໍ່ຈຳເປັນຕ້ອງສ້າງບັນຊີ ຫຼື ຫຼິ້ນເປັນ"ເກສັຕ໌ (ແຂກ)", ໄດ້ຖືກທາງໂຣບລັອກຊ໌ຈຳກັດອອກຢ່າງຕໍ່ເນື່ອງໃນໄລຍະທີ່ຜ່ານມາສອງປີກໍໄດ້ຖືກລົບອອກຢ່າງສົມບູນ.[57] ໃນເດືອນກໍລະກົດປີ2020, ໂຣບລັອກຊ໌ ໄດ້ປະກາດການສ້າງ"ສະຖານທີ່ປາຣຕີ້", ເຊິ່ງແມ່ນສ້າງເພື່ອເປັນສະຖານທີ່ພົບປະກັນທາງອອນລາຍ. ລະບົບນີ້ສ້າງຂຶ້ນໂດຍເຕັກໂນໂລຊີໃໝ່ທີ່ເຄີຍໃຊ້ໃນງານບລັອກຊີ້ ອາວອດສປີ2020 ແລະ ໄດ້ຮັບການອອກແບບໃໝ່ເພື່ອຕອບສະໝອງຕໍ່ການລະບາດຂອງໂຄວິດ19.[58] ໂຮບລັອກຊ໌ ໄດ້ຮັບອະນຸຍາດໃນການເຜີຍແຜ່ໃນປະເທດຈີນເມື່ອວັນທີ3, ທັນວາປີ2020.[59] ໃນເດືອນຕຸລາປີ2021, ໂຣບລັອກຊ໌ ປະສົບການລົ້ມຂອງລະບົບເຊີບເວີຣ໌ທີ່ຍາວນານທີ່ສຸດເທົ່າທີ່ເຄີຍມີມາ, ໂດຍລະບົບ ແລະ ບໍລິການຕ່າງໆບໍ່ສາມາດໃຊ້ງານໄດ້ເປັນເວລາສາມມື້.[60][61][62]

ໃນເດືອນທັນວາປີ2021, ໂຣບລັອກຊ໌ໄດ້ປິດເຊີບເວີຣ໌ຈີນ, ໂດຍໄດ້ລະບຸວ່າພວກເຂົາກຳລັງສ້າງຕົວເກມທີ່ອະນຸຍາດໃຫ້ຜູ້ຫຼິ້ນຈີນສາມາດເຂົ້າເຖິງຕົວເກມໄດ້.[63] ໃນເດືອນກໍລະກົດປີ2022, ເອກະສານພາຍໃນທີ່ກ່ຽວຂ້ອງກັບກິດຈະກຳຂອງແພລັດຟອມຈີນຖືກເປີດໂປງຂຶ້ນໂດຍແຮັກເກີນິລະນາມ. ເອກະສານນີ້ເປີດເຜີຍວ່າ ທາງໂຣບລັອກຊ໌ ຄັອບໂປເຣຊັນໄດ້ມີການດັດແກ້ຫຼາຍໆຕໍ່ແພລັດຟອມ ເພື່ອໃຫ້ສອດຄ່ອງກັບກົດໝາຍເຊັນເຊີສື່ອິນເຕີເນັດຈີນ, ແລະະະ ກ່ອນທິ່ຈະປິດໃຫ້ບໍລິການໃນປະເທດຈີນ, ພວກເຂົາຍັງມີຄວາມກັງວົນວ່າເທັນເຊັນຕ໌ຈະແຮັກແພລັດຟອມ ແລະ ກາຍເປັນຄູ່ແຂ່ງ.[64]

ໃນເດືອນກັນຍາປີ2022, ທາງໂຣບລັອກຊ໌ໄດ້ປະກາດວ່າຈະມີການເພີ່ມລະບົບຈັດເຣດຕິ່ງອາຍຸ, ເຊິ່ງຈະຊ່ວຍແບ່ງແຍກປະເພດເກມຕ່າງໆໃຫ້ມີຄວາມເໝາະສົມກັບໄວອາຍຸຂອງຜູ້ຫຼິ້ນ ແລະ ແບ່ງເກມທີ່ມີການສະແດງຄວາມຮຸນແຮງໃຫ້ສະແດງໃຫ້ຫຼິ້ນສະເພາະຜູ້ຫຼິ້ນທີ່ມີອາຍຸ13ປີຂຶ້ນໄປ ຫຼື ຫຼາຍກວ່າ. ທາງບໍລິສັດລະບຸວ່າພວກເຂົາມີຄວາມຕ້ອງການເພີ່ມຄວາມໜ້າສົນໃຈຂອງແພລັດຟອມຕໍ່ໃຫ້ກັບຖານຜູ້ຫຼິ້ນຜູ້ໃຫຍ່ໜຸ່ມ ຫຼື ທີ່ມີອາຍຸ17ຫາ24ປີ, ເຊິ່ງແມ່ນກຸ່ມຜູ້ຫຼິ້ນທີ່ເພີ່ມຂຶ້ນໄວທີ່ສຸດເທິງໂຣບລັອກຊ໌.[65] ໃນວັນທີ20, ເດືອນມິຖຸນາປີ2023, ໂຣບລັອກຊ໌ໄດ້ອະນຸຍາດໃຫ້ສ້າງເກມເຣດ17ປີ, ເຊິ່ງຈະມີເນື້ອຫາທີ່ຮຸນແຮງ, ໂຣແມນຕິກ ແລະ ສິ່ງເສບຕິດແອວກໍຮໍ ແລະ ອື່ນໆ.[66]

ໃນວັນທີ27, ເດືອນກໍລະກົດປີ2023, ໂຣບລັອກຊ໌ໄດ້ເປີດຕົວເກມເວີຊັນເບຕ້າສາທາລະນະສຳລັບເຄື່ອງເມຕ້າ ເຄດສຕ໌ 2 ແລະ ເມຕ້າ ເຄດສຕ໌ ໂປຣ. ຕົວເບຕ້າຖືກດາວໂຫຼດຫຼາຍກວ່າໜຶ່ງລ້ານເທື່ອພາຍໃນຫ້າມື້.[67]

ໃນເດືອນກັນຍາປີ2023, ມີການປະກາດວ່າໂຣບລັອກຊ໌ຈະເຜີຍແຜ່ວາງຈຳໜ່າຍເກມເທິງເພລສະເຕຊັນໃນເດືອນໜ້າ, ແລະ ຍັງໄດ້ເປີດຕົວເວີຊັນເຕັມສຳລັບເມຕ້າ ເຄດສຕ໌ຢ່າງເປັນທາງການໃນປາຍເດືອນດຽວກັນ. ນອກນີ້ຍັງມີການຮ່ວມມືກັບບໍລິສັດສະຕາດອັບເອໄອທີ່ມີສຳນັກງານຫຼັກຢູ່ເມືອງເຮວຊິນກິ(ນະຄອນຫຼວງປະເທດແຟງລັງ)ໃນການພັດທະນາລະບົບສື່ສານດ້ວຍສຽງພາຍໃນເກມ.[68]

ຜົນຕອບຮັບ ແລະ ລາຍໄດ້

[ດັດແກ້]

ຜົນຕອບຮັບທີ່ສຳຄັນ

[ດັດແກ້]

ໂຮບລັອກຊ໌ ໄດ້ຮັບຜົນຕອບຮັບສ່ວນຫຼາຍໃນແງ່ບວກ. ຄອມມອນ ເຊັນສ໌ ມິເດຍໄດ້ໃຫ້ຄະແນນ4/5ດາວ, ໂດຍຊົມເຊີຍຄວາມຫຼາກຫຼາຍຂອງເກມເທິງແພລັດຟອມ ແລະ ຄວາມສາມາດໃນການຊ່ວຍເສີມສ້າງຄວາມຄິດສ້າງສັນຂອງເດັກ ໃນຂະນະທີ່ພົບວ່າລັກສະນະໃນການຈັດແຍກເກມຂອງແພລັດຟອມເຮັດໃຫ້ຄຸນນະພາບເກມມີຄວາມຫຼາກຫຼາຍໆ ແລະ ຍັງແນະນຳໃຫ້ປິດລະບົບແຊັດທ໌ສຳລັບຜູ້ຫຼິ້ນໄວນ້ອຍເພື່ອປ້ອງກັນອັນຕະລາຍທີ່ອາດເກີດຂຶ້ນ.[69] ແພັດທຣິເຊຍ ອີ. ແວນຊ໌ຈາກສະຖາບັນຄວາມປອດໄພອອນລາຍຂອງຄອບຄົວແນະນຳໃຫ້ຜູ້ປົກຄອງຕິດຕາມປະຕິສຳພັນຂອງລູກຫຼານຕໍ່ເກມເທິງແພລັດຟອມ ແຕ່ລາວກໍຍ້ອງຍໍຕົວແພລັດຟອມນີ້ວ່າ "...ເຮັດໃຫ້ເຫຼົ່າເດັກນ້ອຍໄດ້ຫຼິ້ນ, ໄດ້ສຳຫຼວດ, ໄດ້ເຂົ້າສັງຄົມ, ໄດ້ສ້າງສັນສິ່ງຕ່າງໆ ແລະ ຮຽນຮູ້ໃນແນວທາງທີ່ຕົນເອງເລືອກ", ແລະ ຍ້ອງຍໍເປັນພິເສດໃຫ້ກັບໂຣບລັອກຊ໌ ສະຕູດີໂອທີ່ໃຫ້ເດັກໄດ້ມີປະສົບການກັບການພັດທະນາເກມ.[70] ທຣັສນທ໌ ຣີວິວສໄດ້ຊົມເຊີຍພາບລວມຂອງແພລັດຟອມ, ແລະ ຍັງຍໍຍ້ອງໂຣບລັອກຊ໌ ສະຕູດີໂອໂດຍລະບຸວ່າ "ສຳລັບໃຜກໍຕາມທີ່ຕ້ອງພັດທະນາທັກສະທາງດ້ານວິທະຍາສາດຄອມພິວເຕີຂອນຕົນ ຫຼຶ ສ້າງໂປຣເຈັກທີ່ໄດ້ຮັບຄວາມຄິດເຫັນຈາກຜູ້ຫຼິ້ນຈຳນວນຫຼາຍໃນທັນທີ, ສິ່ງນີ້ແມ່ນຄຳຕອບທີ່ຊັດເຈນ".[71] ເຄຣັກ ຮູຣ໌ດາ, ຂຽນໃນແອນດອຍດ໌ ກາຍສ, ໃຫ້ຄຳວິຈານໃນລະດັບປານກາງ, ໂດຍຊົມເຊີຍຈຳນວນຫຼາຍທີ່ມີເທິງແພລັດຟອມ ແລະ ພົບວ່າເກມນີ້ໃຫ້ຄວາມບັນເທີງສຳລັບເດັກ, ໂນຂະນະດຽວກໍພົບວ່າລະບົບຂອງເກມນີ້ນັ້ນມີລັກສະນະ"ຖືກ ຫຼື ພາດ" ແລະ ຍັງກ່າວສ່າຕົວເກມນັ້ນມີຄວາມຈຳກັດຫຼາຍສຳລັບຜູ້ຫຼິ້ນທີ່ເປັນຜູ້ໃຫຍ່.[72]

ລາຍໄດ້

[ດັດແກ້]

ໂນລະຫວ່າງການປະຊຸມນັກພັດທະນາໂຣບລັອກຊ໌ປີ2017, ທາງໂຣບລັອກຊ໌ກ່າວວ່າ ຜູ້ສ້າງເກມເທິງແພລັດຟອມ, ເຊິ່ງມີປະມານ1.7ລ້ານຄົນໃນປີນັ້ນ,[73] ໄດ້ຮັບລາຍໄດ້ຫຼາຍກວ່າ30ລ້ານໂດລາສະຫະລັດໃນປີ2017.[74] ເວີຊັນໄອໂອເອັສຕະຫຼອດແຕ່ເປີດຕົວມາເຮັດລາຍໄດ້ໆໜຶ່ງພັນລ້ານໂດລາສະຫະລັດໃນເດືອນກັນຍາປີ2019,[75] 1.5ພັນລ້ານໂດລາສະຫະລັດໃນເດືອນມິຖຸນາປີ2020,[76] ແລະ 2ພັນລ້ານໂດລາສະຫະລັດໃນເດືອນຕຸລາປີ2020,[77] ເຮັດໃຫ້ເວີຊັນນີ້ກາຍເປັນແອັບທີ່ເຮັດລາຍໄດ້ສູງທີ່ສຸດເປັນອັນດັບສອງຂອງແອັບ ສະຕໍ.[8] ເກມຫຼາຍເກມເທິງໂຣບລັອກຊ໌ມີລາຍໄດ້ສະສົມລວມຫຼາຍກວ່າສິບລ້ານໂດລາສະຫະລັດ,[78] ໂດຍລາຍໄດ້ລວມທີ່ເຫຼົ່ານັກພັດທະນາເກມເທິງແພລັດຟອມເຮັດມີປະມານ250ລ້ານໂດລາສະຫະລັດໃນປີ2020.[79] ຕົວເກມກາຍເປັນເກມທີ່ເຮັດລາຍໄດ້ສູງທີ່ສຸດເປັນອັນດັບສາມຂອງປີ2020ດ້ວຍລາຍໄດ້ລວມ2.29ພັນລ້ານໂດລາສະຫະລັດ, ເຊິ່ງເປັນຮອງເກມຈາກເທັນເຊັນຕ໌ຢ່າງພັບຈີ (PUBG) ແລະ ຮໍເນີ ອອບ ຄິງສ (ROV).[80]

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  10. 1 2 3 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  11. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  12. ↑ https://splicedonline.com/in-which-country-roblox-is-banned
  13. ↑ https://www.reuters.com/technology/turkey-blocks-roblox-access-over-abuse-concerns-justice-minister-says-2024-08-08-2
  14. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  15. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  16. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  17. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  18. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  19. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  20. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  21. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  22. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  23. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  24. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  25. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  26. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  27. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  28. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  29. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  30. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  31. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  32. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  33. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  34. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  35. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  36. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  37. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  38. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  39. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  40. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  41. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  42. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  43. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  44. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  45. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  46. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  47. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  48. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  49. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  50. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  51. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  52. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  53. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  54. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  55. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  56. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  57. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  58. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  59. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  60. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  61. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  62. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  63. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  64. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  65. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  66. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  67. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  68. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  69. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  70. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  71. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  72. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  73. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  74. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  75. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  76. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  77. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  78. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  79. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  80. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).