Jump to content

ໂມອານາ

ຈາກ ວິກິພີເດຍ
ໂມອານາ
ໂປສເຕີຮູບເງົາ
ກຳກັບ
ບົດຮູບເງົາແຈຣ໌ ບັຊ
ເນື້ອເລື່ອງ
ອຳນວຍການສ້າງອອສແນດ ແຊລເລີ
ນັກສະແດງນຳ
ຕັດຕໍ່ເຈຟ ດຣາໄຮ
ດົນຕີປະກອບ
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີສ໌
ວັນສາຍ
  • 14 ພະຈິກ ຄ.ສ. 2016 (2016-11-14) (AFI Fest)
  • 23 ພະຈິກ ຄ.ສ. 2016 (2016-11-23) (ສະຫະລັດອາເມຣິກາ)
  • 1 ທັນວາ ຄ.ສ. 2016 (2016-12-01) (ປະເທດລາວ)
ຄວາມຍາວ107 ນາທີ[1]
ປະເທດສະຫະລັດອາເມຣິກາ
ພາສາອັງກິດ
ລາຍໄດ້$605 ລ້ານ[2]

ໂມອານາ (ອັງກິດ: Moana) ເປັນຮູບເງົາແອນິເມຊັນສັນຊາດອາເມຣິກາແນວດົນຕີ ແຟນຕາຊີ, ຜະຈົນໄພ ທີ່ອອກສາຍໃນປີ ຄ.ສ 2016 ອຳນວຍການສ້າງໂດຍ ວໍລ ດິສນີ ແອນິເມຊັນ ສະຕູດິໂອສ໌ ຈັດຈຳໜ່າຍໂດຍວໍລ ດິສນີ ພິກເຈີສ໌ ກຳກັບໂດຍ ຣອນ ເຄລເມນ ແລະ ຈອນ ມັສເຄີ ຊ່ວຍກຳກັບໂດຍ ດອນ ຮໍລ ແລະ ຄຣິສ ວິນລຽມ

ຮູບເງົາພາກຕໍ່ ໂມອານາ 2 ກຳນົດອອກສາຍໃນສະຫະລັດອາເມຣິກາ ວັນທີ 28 ພະຈິກ ປີ ຄ.ສ 2024, ສ່ວນໃນປະເທດລາວບໍ່ມີກຳນົດອອກສາຍ

ເນື້ອເລື່ອງ

[ດັດແກ້]

ຫິນຂຽວກ້ອນນ້ອຍທີ່ເປັນຫົວໃຈເລິກັບຂອງການສ້າງສັນຂອງເທບເທຟິຕິ ຖືກລັກໂດຍມາວອິ ມະນຸດເຄິ່ງເທບເຊິ່ງພວມວາງແຜນມອບເປັນຂອງຂວັນໃຫ້ມະນຸດ. ເມື່ອມາວອິລີ້ ລາວຖືກໂຈມຕີໂດຍປີສາດລາວາ ເທຄາ ເຮັດໃຫ້ຫົວໃຈເທຟິຕິ ແລະຂໍຕົກປາວິເສດຂອງມາວອິ ຈົມຫາຍໄປໃນມະຫາສະໝຸດ. ໜຶ່ງພັນປີຕໍ່ມາ ໂມອານາ ລູກສາວແລະທາຍາດຫົວໜ້າເກາະນ້ອຍໆ ຊື່ວ່າ ໂມທຸນຸຍ ໃນແຖບໂປລີເນຊີ. ນາງຖືກເລືອກໂດຍທ້ອງທະເລໃຫ້ເປັນຜູ້ທີ່ຈະນຳຫົວໃຈໄປຄືນ ແຕ່ພໍ່ຂອງນາງ ທຸອິ ມາຫານາງ ເຂົາຢັ້ນຢືນວ່າເກາະນີ້ມີທຸກຢ່າງທີ່ໄທບ້ານຕ້ອງການ ແຕ່ຫຼາຍປີຕໍ່ມາປາເລີ່ມຂາດແຄນແລະພືດຜັກຂອງເກາະກໍເລີ່ມແຫ້ງແລ້ງ. ໂມອານາ ສະເໜີໃຫ້ໄປໄກກວ່າແນວປະກາລັງເພື່ອຫາປາຫຼາຍຂຶ້ນ ທຸອິປະຕິເສດຄຳຂໍຂອງນາງຍ້ອນວ່າການແລ່ນເຮືອກາຍແນວປະກາລັງເປັນສິ່ງຕ້ອງຫ້າມ. ທາລາ ຍ່າຂອງໂມອານາພາໂມອານາຖ້ຳລັບຢູ່ຫຼັງນ້ຳຕົກຕາກ ເຊິ່ງນາງໄດ້ພົບເຮືອພາຍໃນແລະພົບວ່າບັນພະບຸລຸດນາງເປັນນັກແລ່ນເຮືອ ເປັນນັກເດີນທາງແລະຄົ້ນພົບເກາະໃໝ່ທົ່ວໂລກ. ທາລາອະທິບາຍວ່າພວກເຂົາເຊົາການເດີນທາງຍ້ອນມາວອິລັກຫົວໃຈເທຟິຕິ ເຮັດໃຫ້ມີສັດປະຫຼາດໃນມະຫາສະໝຸດ ຈາກນັ້ນທາລາກ່າວວ່າຄວາມມືດຂອງເທຄາໄດ້ລຸກລາມຈາກເກາະໜຶ່ງໄປສູ່ອີກເກາະໜຶ່ງບໍ່ເຊົາ ແລະຄ່ອຍໆ ພາກຊີວິດໄປຊ້າໆ. ຈາກນັ້ນ ທາລາເອົາຫົວໃຈແຫ່ງເທຟິຕິໃຫ້ໂມອານາ. ບໍ່ດົນ ທາລາກໍປ່ວຍໜັກແລະລົມຫາຍໃຈສຸດທ້າຍນາງບອກໂມອານາ ໃຫ້ອອກເຮືອສັກສິດທີ່ຢູ່ໃນຖ້ຳນັ້ນ ເພື່ອຕາມຫາມາວອິ.

ທາລາໄດ້ເກີດໃໝ່ເປັນກະເບນລາຫູແລະຕິດຕາມຫຼານສາວໄປນຳ ຫຼັງຈາກຄື່ນໄຕ້ຝຸ່ນພິກເຮືອໃບຂອງໂມອານາ ແລະຊັດນາງຈົນໝົດສະຕິ ນາງຕື່ນຂຶ້ນມາໃນເຊົ້າວັນຮຸ່ງຂຶ້ນເທິງເກາະທີ່ມາວອິອາໄສຢູ່ ແຕ່ລາວຂັງໂມອານາໄວ້ໃນຖ້ຳແລະໃຊ້ເຮືອຂອງນາງເພື່ອອອກຕາມຫາຂໍຕົກປາວິເສດຂອງລາວ ແຕ່ໂມອານາລີ້ອອກມາໄດ້ຕາມມາວອິໄປ ໂມອານາພະຍາຍາມໂນ້ມນ້າວໃຫ້ລາວປ່ຽນໃຈໄປກັບນາງ ແຕ່ມາວອິປະຕິເສດຍ້ອນກົວວ່າພະລັງຂອງຫົວໃຈແຫ່ງເທຟິຕິຈະດຶງດູດສິ່ງມີຊີວິດທີ່ຮ້າຍກາດ. ໂຈນສະຫຼັດໝາກພ້າວ ຊື່ ກາກາໂມຣາ ລ້ອມຮອບເຮືອແລະລັກຫົວໃຈໄປ ແຕ່ມາວອິແລະໂມອານາ ກໍສາມາດນຳມັນຄືນມາໄດ້ ມາວອິ ຕົກລງຈະຊ່ອຍຄືນຫົວໃຈແຫ່ງເທຟິຕິໃຫ້. ຫຼັງຈາກທີ່ລາວໄດ້ຂໍຕົກປາວິເສດຄືນ ເຊິ່ງເຊື່ອງຢູ່ໃນ ລາໂລໄທ ດິນແດນເລິກລັບທີ່ມີແຕ່ສັດປະຫຼາດ. ພວກລາວໄດ້ມັນມາໂດຍການຫຼອກລວງທາມາທໍ ປູໝາກພ້າວຍັກ ມາວອິສອນໂມອານາ ກ່ຽວກັບວິທີແລ່ນເຮືອແລະນຳທາງທີ່ຖືກຕ້ອງ. ເມື່ອຮອດເທຟິຕິແລະພະຍາຍາມເຂົ້າໄປຍັງເກາະທີ່ເທຟິຕິອາໄສຢູ່ ແຕ່ຖືກເທຄາໂຈມຕີ ພວກລາວຖືກໂຈມຕີຢ່າງຮຸນແຮງແລະຖືກຊັດອອກມາຈາກເທຟິຕິ. ຂໍຕົກປາວິເສດຂອງມາວອິເສຍຫາຍ. ລາວບໍ່ຢາກເຂົ້າໄປອີກ ແລະຖິ້ມໂມອານາໄປ ດ້ວຍຄວາມວິຕົກກັງວົນ. ໂມອານາຂໍຮ້ອງໃຫ້ທ້ອງທະເລນຳຫົວໃຈຂອງເທຟິຕິໄປແລະເລືອກຄົນອື່ນເພື່ອສົ່ງກັບໄປຍັງເທຟິຕິ.

ວິນຍານຂອງທາລາມາຫານາງ ແລະມາເປັນກຳລັງໃຈແກ່ນາງເພື່ອໃຫ້ນາງ ນຳຫົວໃຈແຫ່ງເທຟິຕິຄືນມາແລະກັບໄປເທຟິຕິພຽງຜູ້ດຽວ. ມາວອິໄດ້ປ່ຽນໃຈກັບມາລົບກວນເທຄາ ປີສາດລາວາແລະຂໍຂອງລາວຖືກທຳລາຍໃນການຕໍ່ສູ້ນັ້ນ ໂມອານາຕະໜັກວ່າເທຄາກໍແມ່ນເທຟິຕິທີ່ບໍ່ມີຫົວໃຈຂອງເທຟິຕິ ໂມອານາ ຂໍຮ້ອງໃຫ້ທ້ອງທະເລຊ່ອຍເປີດທາງໃຫ້ເທຄາເຂົ້າຫານາງ. ນາງຮ້ອງເພງເພື່ອຊ່ອຍໃຫ້ເທຄາຈື່ໄດ້ວ່າໂຕຕົນທີ່ແທ້ຂອງນາງແມ່ນໃຜ ເຊິ່ງຊ່ອຍໃຫ້ໂມອານາສາມາດຟື້ນຟູຈິດໃຈຂອງນາງໄດ້. ເທຟິຕິເສກເຮືອແຄນູໃໝ່ໃຫ້ແກ່ໂມອານາ ແລະຂໍຕົກປາວິເສດໃໝ່ແກ່ ມາວອິ ກ່ອນທີ່ຈະກັບໄປເປັນຮູບຮ່າງເກາະເທຟິຕິຄືນກ່ອນ. ໂມອານາ ບອກລາມາວອິ ແລະກັບໄປເກາະຂອງນາງທີ່ພວມຟື້ນຟູພ້ອມກັບ ເຮເຮ. ຕໍ່ມາໄທບ້ານແລະໂມອານາ (ເຊິ່ງກາຍເປັນຫົວໜ້າໃໝ່ຂອງພວກລາວ) ເລີ່ມເດີນທາງທ່ອງທ່ຽວແລະແລ່ນເຮືອໄປຕາມເກາະຕ່າງໆ ຕາມທີ່ມາວອິ ແລະທາລາໄດ້ມາຮ່ວມກັນໃນຮ່າງຂອງແຫຼວຍັກແລະຮ່າງຂອງປາກະເບນລາຫູຕາມລຳດັບ.

ຕົວລະຄອນ

[ດັດແກ້]
  • ໂມອານາ (Moana)
  • ມາວອິ (Maui)
  • ທາລາ (Tala) ຍ່າຂອງໂມອານາ
  • ທຸອິ (Tui) ພໍ່ຂອງໂມອານາ
  • ທາມາທົວ (Tamatoa)
  • ຊິນາ (Sina) ແມ່ຂອງໂມອານາແລະເມຍຂອງທຸອິ
  • ເຮເຮ ໄກ່ ສັດລ້ຽງຂອງໂມອານາ
  • ພົວ ໝູ ສັດລ້ຽງຂອງໂມອານາ

ນັກພາກ

[ດັດແກ້]
ຊື່ ພາກເປັນ
ອັງກິດ
ໂມອານາ (Moana) ອາວລີອິ ຄຣາວາລໂຮ (Auli'i Cravalho)
ມາວອິ (Maui) ດະເວ ຈອນສັນ (Dwayne Johnson)
ທາລາ (Tala) ຣາເຊລ ເຮົາສ໌ (Rachel House)
ທຸອິ (Tui) ເທມົວຣາ ມໍຣິສັນ (Temuera Morrison) ພາກ
ຄຣິສໂຕເຟີ ແຈັກສັນ (Christopher Jackson) ຮ້ອງ
ທາມາທົວ (Tamatoa) ຈາເມນ ເຄລເມນ (Jemaine Clement)

ອ້າງອີງ

[ດັດແກ້]
  1. "Moana". Ontario Film Review Board. November 14, 2016. ຄົ້ນຫາເມື່ອ March 19, 2017.[dead link]
  2. "Moana (2016)". Box Office Mojo. ຄົ້ນຫາເມື່ອ March 19, 2017.