ພາສາ

ຈາກ ວິກິພີເດຍ
ພາສາ

ພາສາ ໃນຄວາມໝາຍຢ່າງກວ້າງ ​ໝາຍເຖິງ ກະລິຍາອາການທີ່ສະແດງອອກມາແລ້ວສາມາດເຮັດຄວາມເຂົ້າໃຈກັນໄດ້ ​ບໍ່ວ່າຈະແມ່ນ​ລະຫວ່າງພາສາລາວກັບມະນຸດ ມະນຸດກັບສັດ ຫຼືສັດກັບສັດ. ສ່ວນພາສາໃນຄວາມໝາຍຢ່າງແຄບ ໝາຍເຖິງ ສຽງເວົ້າທີ່ມະນຸດໃຊ້ສື່ສານກັນເທົ່ານັ້ນ.

ວິຊາທີ່ວ່າດ້ວຍການສຶກສາພາສາໃນແງ່ຕ່າງໆ ເອີ້ນວ່າ ພາສາສາດ ເລີ່ມບຸກເບີກໂດຍແຟກດິນັງ​ ເດີ ໂຊຊູ (Ferdinand de Saussure). ບຸກຄນທີ່ເວົ້າພາສາໃດກໍ່ຕາມ ຖືໄດ້ວ່າເປັນສ່ວນໜຶ່ງຂອງຊຸມຊົນທາງພາສາສາດຂອງພາສານັ້ນໆ.

ພາສາມະນຸດ[ດັດແກ້]

ພາສາມະນຸດຫຼືວ່າພາສາທຳມະຊາດ ແລະຢູ່ໃນເນື້ອຫາຂອງວິຊາພາສາສາດ ພາສາມະນຸດໂດຍທົ່ວໄປ ເຊື່ອວ່າມີພັດທະນາການທຳອິດ ສຳລັບໃຊ້ໃນການເວົ້າ ຫຼັງຈາກນັ້ນ ຈຶ່ງຖືກນຳມາໃຊ້ໃນການຂຽນ ແລະໄດ້ມີການເຮັດການສຶກສາເພື່ອເຮັດຄວາມເຂົ້າໃຈຫຼັກໄວຍາກອນ.

ພາສາຕ່າງໆ ມີການດຳລົງຊີວິດ ເດີນທາງຈາກສະຖານທີ່ໜຶ່ງໄປຍັງອີກສະຖານທີ່ໜຶ່ງ. ມີການປ່ຽນແປງໄປກັບເວລາ ແລະຕາຍໄປ. ພາສາໃດໆ ທີ່ເຊົາການພັດທະນາ ຫຼືປ່ຽນແປງ ຈະຖືກຈັດວ່າເປັນພາສາຕາຍ. ສ່ວນພາສາທີ່ຍັງຄົງມີສະພາວະບໍ່ຢຸດນິ້ງຫຼືມີການສືບຕໍ່ປ່ຽນແປງ ກໍຈັດວ່າເປັນພາສາທີ່ຍັງມີຊີວິດ.

Commons
Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ພາສາ