ໂທວໂຮວໂປຣເຈັກ
| ໂທວໂຮວໂປຣເຈັກ | |
|---|---|
| ປະເພດ | ບູເລັດເຮລ (ດັນມາຄຸ), ເກມຍິງ, ຕໍ່ສູ້, ຕີບານທຳລາຍກຳແພງ |
| ຜູ້ພັດທະນາ | |
| ຜູ້ວາງຈຳໜ່າຍ | ທີມຊ້າງໄຫອາລິສ |
| ຜູ້ສ້າງ | ໂອຕະ ຈຸນຢະ ("ZUN(ຊຸນ)") |
| ເຄື່ອງຫຼິ້ນ | |
| ເປີດຕົວຄັ້ງແຮກເທິງ | ເນສ ພີຊີ-9800 |
| ພາກແຮກ | ການຕອບສະໜອງຢ່າງຮຸນແຮງຕໍ່ຜູ້ສວດພາວະນາ ວັນທີ15, ສິງຫາປີ1997 (ທີ່ງານຄອມມິເກັຕຄັ້ງທີ52) |
| ພາກຫຼ້າສຸດ | ຄວາມຝັນທີ່ບໍ່ທັນຈົບສິ້ນຂອງເຫຼົ່າຜີທັງມວນ ວັນທີ13, ສິງຫາປີ2023 (ທີ່ງານຄອມມິເກັຕຄັ້ງທີ1028 |
ໂທວໂຮວໂປຣເຈັກ ຫຼື ໂທໂຮໂປຣເຈັກ (ຍີ່ປຸ່ນ: 東方Project, ອັງກິດ: Touhou Project), ຫຼື ຮູ້ຈັກກັນໃນຊື່ ໂທໂຮ (東方, ແປວ່າ"ຕາເວັນອອກ"), ແມ່ນຊຸດວີດີໂອເກມຍິງບູເລັດເຮລທີ່ສ້າງຂຶ້ນໂດຍທີມຜູ້ພັດທະນາເກມໂດຈິນຊອບຍີ່ປຸ່ນອິດສະຫຼະທີ່ມີທີມງານພຽງຄົນດຽວ, ທີມຊ້າງໄຫອາລິສ. ນັບແຕ່ປີ1995,[1][2] ສະມາຊິກທີມພຽງຜູ້ດຽວ, ໂອຕະ ຈຸນຢະ "ຊຸນ(ZUN)"(太田順也), ໄດ້ພັດທະນາຕົວເກມໂດຍຕົນເອງທັງຂຽນໂປຣແກຣມ, ກຣາບຟິກ, ເນື້ອເລືອງ ແລະ ເພງທັງໝົດໃຫ້ກັບຊຸດເກມ ແລະ ວາງຈຳໜ່າຍເອງ, ມີເກມພາກຫຼັກທັງໝົດ19ພາກ ແລະ ພາກແຍກອີກ6ພາກ ອີງຕາມຫຼ້າສຸດໃນເດືອນຕຸລາປີ2023. ທ່ານຊຸນຍັງໄດ້ມີການເຮັດສື່ພິມ ແລະ ຊຸດເພງທີ່ກ່ຽວຂ້ອງກັບຊຸດເກມ, ແລະ ຍັງໄດ້ຮ່ວມມືກັບທີມພັດທະນາທະໄວໄລທ໌ ຟຣອນເທຍໃນການສ້າງເກມພາກແຍກທີ່ເປັນທາງການອີກ7ພາກ, ສ່ວນຫຼາຍແມ່ນເກມຕໍ່ສູ້.[3]
ເລື່ອງລາວຂອງເກມໂທໂຮໂປຣເຈັກເກີດຂຶ້ນໃນທີ່ໆເອີ້ນວ່າ ເກັນໂຊຄຽວ[note 1], ດິນແດນປິດທີ່ຕັດຂາດຈາກໂລກພາຍນອກ ແລະ ມີມະນຸດ ແລະ ໂຢໄຄອາໄສຢູ່ເປັນຫຼັກ, ໂຢໄຄແມ່ນສິ່ງມີຊີວິດໃນຕຳນານຂອງຍີ່ປຸ່ນທີ່ໄດ້ກາຍມາເປັນຕົວລະຄອນໃນໂທວໂຮວໃນຮູບຂອງບິໂຊໂຈແບບໂມເອ(ຕົວລະຄອນອະນິເມະຍິງ). ຮາຄຸເຣ ເຣມຸ, ມິໂກະແຫ່ງສານເຈົ້າຮາຄຸເຣ ແລະ ຕົວລະຄອນຫຼັກຂອງຊຸດເກມ, ມັກຈະໄດ້ຮັບມອບໝາຍໃຫ້ໄປແກ້ໄຂ"ເຫດວິປະຫຼາດ"ທີ່ເກີດຂຶ້ນທົ່ວທັງເກັນໂຊຄຽວ.
ເກມຫ້າພາກແຮກຖືກພັດທະນາຂຶ້ນສຳລັບເຄື່ອງຄອມພິວເຕີຍີ່ປຸ່ນເນສ ພີຊີ-9800 (NEC PC-9800), ໂດຍເກມພາກແຮກ, ໂທວໂຮວເຣອິເດນ ~ ການຕອບສະໜອງຢ່າງຮຸນແຮງຕໍ່ຜູ້ສວດພາວະນາ, ເປີດຕົວເມື່ອເດືອນສິງຫາປີ1997; ລະບົບດັນມາຄຸ(弾幕, ຫ່າກະສຸນ) ຫຼື ບູເລັດເຮວ(Bullet hell) ອັນເປັນເອກະລັກຂອງຊຸດເກມໂທໂຮໄດ້ເປີດຕົວໃຊ້ໃນເກມພາກທີສອງ, ໂທວໂຮວຟູວມະໂຣຄຸ ~ ເລື່ອງລາວຂອງດິນແດນອັດສະຈັນແຫ່ງຕາເວັນອອກ (ເມື່ອປີ1997ຄືກັນ). ແຕ່ເມື່ອມາເຖິງການເປີດຕົວຂອງເກມພາກທີຫົກ, ໂທວໂຮວໂຄວມະຄຽວ ~ ການສຳແດງຕົວຂອງມານແດງ ໃນເດືອນສິງຫາປີ2002ໄດ້ກາຍເປັນມຸດໝາຍສຳຄັນໃນການກ້າວສູ່ແພລັດຟອມໄມໂຄຣຊອບ ວິນໂດ. ຫຼັງຈາກນັ້ນກໍໄດ້ມີພາກໃໝ່ໆຕໍ່ມາເລື້ອຍໆ, ລວມເຖິງພາກແຍກອີກເຈັດພາກທີ່ແຍກອອກຈາກແນວເກມບູເລັດເຮວແບບດັ້ງເດີມຂອງຊຸດເກມຫຼັກ.
ໂທໂຮໂປຣເຈັກໄດ້ຮັບຄວາມນິຍົມຢ່າງຖ້ວມຖົ້ນໃນຖານະແຫຼ່ງສື່ໂດຈິນຂອງຍີ່ປຸ່ນທີ່ໂດດເດັ່ນ, ໂດຍຊຸດເກມນີ້ໄດ້ເຮັດໃຫ້ເກີດມີຜົນງານຕ່າງໆທີ່ເຫຼົ່າແຟນໆເຮັດຂຶ້ນຢ່າງຫຼວງຫຼາຍເຊັ່ນ: ງານແຕ້ມ, ງານພິມ, ດົນຕີ, ເພງ, ວີດີໂອເກມ ແລະ ມີມເທິງອິນເຕີເນັດ. ຍ້ອນເຫດນີ້, ຈຶ່ງມີຖານແຟນຄລັບໄປທົ່ວໂລກນອກຈາກໃນປະເທດຍີ່ປຸ່ນ. ຄວາມນິຍົມຂອງຊຸດເກມ ແລະ ການເກີດມີງານຮຽນແບບຢ່າງຫຼວງຫຼາຍນັ້ນແມ່ນຍ້ອນຂໍ້ກຳນົດບາງຂໍ້ທີ່ທ່ານຊຸນໄດ້ກຳນົດໄວ້ກ່ຽວກັບການນຳເນື້ອຫາທີ່ລາວສ້າງໄປໃຊ້. ຜົນງານທີ່ບໍ່ເປັນທາງການມັກຈະຖືກນຳມາເຜີຍແຜ່ໃນງານເທດສະການຂອງເຫຼົ່າແຟນໆ, ລວມເຖິງງານຄອມມິເກັຕ, ເຊິ່ງເປັນທີ່ໆຕົວຊຸດເກມໄດ້ສ້າງສະຖິຕິສຳລັບວົງສົນທະນາຂອງເຫຼົ່າແຟນຄລັບ, ແລະ ງານເທດສະການທາງການຂອງໂທວໂຮວ; ເຣໄທໄຊ, ເປັນບ່ອນທີ່ຕົວເກມເວີຊັນທົດລອງຂອງເກມໂທວໂຮວພາກຫຼັກຈະເປີດໃຫ້ລອງຫຼິ້ນກ່ອນວາງຈຳໜ່າຍ.
ວີດີໂອເກມ
[ດັດແກ້]| 1997 | 01 ່ການຕອບສະໜອງຢ່າງຮຸນແຮງຕໍ່ຜູ້ສວດພາວະນາ |
| 02 ເລື່ອງລາວແຫ່ງດິນແດນອັດສະຈັນນະຕາເວັນອອກ | |
| 03 ພາບມາຍາແຫ່ງຄວາມຝັນຕ່າງມິຕິ | |
| 1998 | 04 ເລື່ອງລາວແຫ່ງດິນແດນດອກບົວ |
| 05 ຈະຕຸລັດເວດມົນ | |
| 1999 | |
| 2000 | |
| 2001 | |
| 2002 | 06 ການສຳແດງຕົວຂອງມານແດງ |
| 2003 | 07 ຊາກຸລະບານອັນໄຮ້ທີ່ຕິ |
| 2004 | 08 ລາຕີອັນໄຮ້ສິ້ນສຸດ |
| 7.5 ພະລັງທີ່ສູນຫາຍໄຮ້ຕົວຕົນ | |
| 2005 | 09 ພາບມາຍາແຫ່ງທັດສະນະດອກໄມ້ |
| 9.5 ຖ່າຍຫ່າກະສຸນ | |
| 2006 | |
| 2007 | 10 ພູເຂົາແຫ່ງຜູ້ສັດທາ |
| 2008 | 10.5 ບົດບັນເລງແຫ່ງພູມອາກາດສີແດງ |
| 11 ຄວາມເຊື່ອທີ່ວ່າມີວິນຍາບຢູ່ໃຕ້ດິນ | |
| 2009 | 12 ວັດຖຸອັດສະຈັນທີ່ລະບຸບໍ່ໄດ້ |
| 12.3 ຈົ່ງໄລ່ຕາມຫາປິດສະໜາແຫ່ງກິນຽລອັນມະຫິມາ | |
| 2010 | 12.5 ຄູ່ແຂ່ງຂັດຂາ |
| 12.8 ມະຫາຄົງຄາມພູດ | |
| 2011 | 13 ຄວາມປາດຖະໜາທັງສິບ |
| 2012 | |
| 2013 | 13.5 ງານເຕັ້ນລຳໃສ່ໜ້າກາກອັນໄຮ້ເຊິ່ງຄວາມຫວັງ |
| 14 ສອງບຸກຄະລິກສຳພັນ | |
| 2014 | 14.3 ສະເປລກາດທີ່ເປັນໄປບໍ່ໄດ້ |
| 2015 | 14.5 ຕຳນານເມືອງໃນທີ່ໆຖືກລືມ |
| 15 ມໍລະດົກແຫ່ງອານາຈັກວິກົນຈະລິດ | |
| 2016 | |
| 2017 | 16 ດວງດາວທີ່ລີ້ຢູ່ໃນລະດູທັງສີ່ |
| 15.5 ຄວາມຂັດແຍ່ງຂອງເຫຼົ່າດອກໄມ້ສາມັນ | |
| 2018 | 16.5 ຜູ້ສືບຫາສີມ້ວງ |
| 2019 | 17 ສັດປະຫຼາດເຈົ້າເລ້ກັບສິ່ງມີຊີວິດຜູ້ອ່ອນແອ |
| 2020 | |
| 2021 | 18 ນັກຂາຍຜູ້ບໍ່ເຊື່ອງກັນ |
| 17.5 ໂລກຟອດຊິວທີ່ຈົມຢູ່ໃຕ້ນໍ້າ | |
| 2022 | 18.5 ຕະຫຼາດມືດທີ່ຮ້ອຍ |
| 2023 | 19 ຄວາມຝັນທີ່ບໍ່ທັນຈົບສິ້ນຂອງເຫຼົ່າຜີທັງມວນ |
ລິ້ງພາຍນອກ
[ດັດແກ້]- ແຫຼ່ງຂ່າວທາງການ (ພາສາຍີ່ປຸ່ນ)
- ທີມຊ້າງໄຫອາລິສ, ເວັບໄຊທ໌ທາງການຂອງທີມ (ພາສາຍີ່ປຸ່ນ)
- ທະໄວໄລທ໌ ຟຣອນເທຍ, ທີມທີ່ພັດທະນາພາກຕໍ່ສູ້ຂອງຊຸດເກມ (ພາສາຍີ່ປຸ່ນ)
- ໂທໂຮ ວິກິ, ເວັບໄຊທ໌ວິກິຫຼາຍພາສາຢ່າງບໍ່ເປັນທາງການຂອງເຫຼົ່າແຟນໆ, ມີທັງສາລານຸກົມ ແລະ ສື່ໂດຈິນຕ່າງໆ
ອ້າງອີງ
[ດັດແກ້]- ↑ ZUN (14 March 2002). "幻想掲示板" [Gensо̄ Bulletin Board]. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 3 April 2002. ຄົ້ນຫາເມື່ອ 20 July 2021.
実は霊異伝は制作は95年だったので、実に7年ほど前です。
[In fact, Highly Responsive to Prayers was produced in '95; it's really more like seven years ago.] - ↑ Davison, Pete (2013-06-08). "Curtains for You: The History of Bullet Hell". US Gamer (ພາສາອັງກິດ). ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2018-10-09. ຄົ້ນຫາເມື່ອ 2021-07-20.
- ↑ Tomohiro, Katada (2008-10-03). "ニコ動、2ちゃんねるで人気の「東方Project」って何だ?" [What is this Touhou Project popular on Nicovideo and 2ch?] (ພາສາຍີ່ປຸ່ນ). R25.jp. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2013-07-29. ຄົ້ນຫາເມື່ອ 2009-07-10.
Cite error: <ref> tags exist for a group named "note", but no corresponding <references group="note"/> tag was found