ແມັດ
ຮູບຮ່າງການສະແດງຜົນ
ແມັດ (m)ແມ່ນ ຫົວໜ່ວຍວັດແທກ ຄວາມຍາວ. ມັນ ແມ່ນ ຫົວໜ່ວຍພື້ນຖານ ຂອງ ຄວາມຍາວ ໃນລະບົບຫົວໜ່ວຍສາກົນ(SI) ແລະ ຖືກໃຊ້ໂດຍທົ່ວໄປ ໃນ ຂະແໜງການຕ່າງໆ ຂອງ ວິທະຍາສາດ. ເມື່ອກ່ອນ ສະພາວິທະຍາສາດຝຣັ່ງ ກຳນົດ ໃຫ້ 1 ແມັດ ເທົ່າກັບ 1/10,000,000 ຂອງ ໄລຍະ ທາງ ແຕ່ ເສັ້ນສູນສູດ ຫາ ຂົ້ວໂລກເໜືອ ຜ່ານ ນະຄອນຫຼວງປາຣີ. ແຕ່ ປະຈຸບັນ ມັນຖືກກຳນົດ ໂດຍ International Bureau of Weights and Measures ໃຫ້ ເທົ່າກັບ ໄລຍະທາງ ທີ່ ແສງ ໄປໄດ້ໃນ ສູນຍາກາດ ພາຍໃນ ໄລຍະເວລາ 1/299,792,458 ວິນາທີ.

| ສຳປະສິດ | ຊື່ | ເຄື່ອງໝາຍ | ສຳປະສິດ | ຊື່ | ເຄື່ອງໝາຍ | |
| 10−1 | ເດຊີແມັດ | dm | 101 | ເດກາແມັດ | dam | |
| 10−2 | ຊັງຕີແມັດ | cm | 102 | ເຮັກໂຕແມັດ | hm | |
| 10−3 | ມິລີແມັດ | mm | 103 | ກິໂລແມັດ | km | |
| 10−6 | ມິໂກຣແມັດ | µm | 106 | ເມກາແມັດ | Mm | |
| 10−9 | ນາໂນແມັດ | nm | 109 | ກິກາແມັດ | Gm | |
| 10−12 | ປິໂກແມັດ | pm | 1012 | ເຕລາແມັດ | Tm | |
| 10−15 | ເຟັມໂຕແມັດ | fm | 1015 | ເປຕາແມັດ | Pm | |
| 10−18 | ອັດໂຕແມັດ | am | 1018 | ເອຊາແມັດ | Em | |
| 10−21 | ເຊັບໂຕແມັດ | zm | 1021 | ເຊັດຕາແມັດ | Zm | |
| 10−24 | ຢົກໂຕແມັດ | ym | 1024 | ຢອດຕາແມັດ | Ym |
ສົມທຽບໃສ່ຫົວໜ່ວຍອື່ນ
[ດັດແກ້]| ຫົວໜ່ວຍ SI | ຫົວໜ່ວຍອື່ນ |
|---|---|
| 1 ແມັດ | 10000/254 ≈ 39.37 ນິ້ວ |
| 2.54 ຊັງຕີແມັດ | 1 ນິ້ວ |
| 1 ນາໂນແມັດ | 10 ອົງສໂຕຣມ |
ແຫຼ່ງຂໍ້ມູນອື່ນ
[ດັດແກ້]- Length—Evolution from Measurement Standard to a Fundamental Constant at U.S. NIST
- The History of the Meter By Tibo Qorl (Translated by Sibille Rouzaud)