ແບລັກພິງ
ແບລັກພິງ | |
|---|---|
ແບລັກພິງ ໃນປີ 2024 | |
| ຂໍ້ມູນພູມຫຼັງ | |
| ຕົ້ນກຳເນີດ | ໂຊລ, ເກົາຫຼີໃຕ້ |
| ປະເພດ | ເຄປັອບ, ອີດີເອັມ, ຮິບຮອບ |
| ປີປະຕິບັດວຽກ | 2016 – ປະຈຸບັນ |
| ຄ່າຍ | YG Entertainment Interscope |
| ເວັບໄຊ | blackpinkofficial |
| ສະມາຊິກ | ຈີຊູ ເຈນນີ່ ໂຣເຊ ລິຊ່າ |
ແບລັກພິງ (ເກົາຫຼີ: 블랙핑크; ອັງກິດ: BLACKPINK) ແມ່ນກຸ່ມນັກຮ້ອງຍິງລະດັບໂລກຈາກປະເທດເກົາຫຼີໃຕ້ ສັງກັດຄ້າຍ YG Entertainment. ກຸ່ມປະກອບດ້ວຍສະມາຊິກ 4 ຄົນ ພວກເຂົາຖືເປັນກຸ່ມນັກຮ້ອງຍິງທີ່ປະສົບຄວາມສຳເລັດສູງສຸດໃນປະຫວັດສາດເຄປັອບ ໂດຍເປັນສິລະປິນອາຊີກຸ່ມທຳອິດທີ່ໄດ້ເປັນ Headliner ໃນງານ Coachella.
ປະຫວັດ
[ດັດແກ້]2016: ການເປີດໂຕ
[ດັດແກ້]ແບລັກພິງ ເປີດໂຕໃນວັນທີ 8 ສິງຫາ 2016 ດ້ວຍຊິງເກິລອັນລະບັ້ມ Square One ທີ່ມີເພງ "Whistle" ແລະ "Boombayah". ທັງສອງເພງໄດ້ຮັບຄວາມນິຍົມທັນທີແລະຂຶ້ນອັນດັບ 1 ໃນຊາດເພງໂລກຂອງ Billboard.[1]
2022–ປະຈຸບັນ: "Born Pink" ແລະ ການຕໍ່ສັນຍາ
[ດັດແກ້]ໃນປີ 2022, ອັນລະບັ້ມ Born Pink ສາມາດຂຶ້ນອັນດັບ 1 ທັງໃນ Billboard 200 (ສະຫະລັດ) ແລະ UK Albums Chart (ອັງກິດ) ເຊິ່ງເປັນຄັ້ງທຳອິດຂອງກຸ່ມຍິງອາຊີ. ທົວຄອນເສີດ "Born Pink World Tour" ຂອງພວກເຂົາຍັງເປັນທົວຂອງກຸ່ມຍິງທີ່ເຮັດລາຍໄດ້ສູງສຸດໃນປະຫວັດສາດ.
ໃນທ້າຍປີ 2023, ສະມາຊິກທັງໝົດໄດ້ຕໍ່ສັນຍາກັບ YG Entertainment ສຳລັບກິດຈະກຳວົງ, ແຕ່ແຍກຍ້າຍກັນໄປສ້າງຕັ້ງຄ້າຍຂອງຕົນເອງສຳລັບກິດຈະກຳດ່ຽວ (ເຊັ່ນ: Odd Atelier ຂອງເຈນນີ່, LLOUD ຂອງລິຊ່າ, BLISSOO ຂອງຈີຊູ).[2]
ສະມາຊິກ
[ດັດແກ້]ຜົນງານເພງ
[ດັດແກ້]ອັນລະບັ້ມເຕັມ
[ດັດແກ້]| ຊື່ອັນລະບັ້ມ | ປີອອກຈຳໜ່າຍ |
|---|---|
| The Album | 2020 |
| Born Pink | 2022 |
ຜົນງານດ່ຽວ
[ດັດແກ້]| ສະມາຊິກ | ຊື່ຜົນງານ | ປີອອກຈຳໜ່າຍ | ໝາຍເຫດ |
|---|---|---|---|
| ເຈນນີ່ | "Solo" | 2018 | ຊິງເກິລ |
| ເຈນນີ່ | "You & Me" | 2023 | ຊິງເກິລ |
| ໂຣເຊ | R | 2021 | ອີພີ (EP) |
| ລິຊ່າ | Lalisa | 2021 | ອີພີ (EP) |
| ຈີຊູ | Me | 2023 | ອີພີ (EP) |
ອ້າງອິງ
[ດັດແກ້]- ↑ "Blackpink's Major Debut: New K-Pop Girl Group Lands No. 1 & 2 on World Digital Songs Chart". Billboard. 2016-08-16. ຄົ້ນຫາເມື່ອ 2024-01-20.
- ↑ "Blackpink promise to stay together in 'contract of the year'". BBC News. 2023-12-06. ຄົ້ນຫາເມື່ອ 2024-01-20.[dead link]