ເຮືອນຄົວ

ຈາກ ວິກິພີເດຍ
ເຮືອນຄົວສະໄໝໃໝ່.

ເຮືອນຄົວ (ອັງກິດ: kitchen, ຝຣັ່ງ: cuisine) ແມ່ນ ໂຮງ ຫຼື ຫ້ອງສຳລັບແຕ່ງກິນ. ໃນທາງຕາເວັນຕົກ ເຮືອນຄົວທັນສະໄໝຈະປະກອບດ້ວຍອຸປະກອນຢ່າງເຕົາ ອ່າງລ້າງຈານທີ່ອາດມີອຸປະກອນເຮັດນ້ຳຮ້ອນ ນ້ຳເຢັນ ມີຕູ້ເຢັນແລະຊັ້ນໃສ່ຂອງ. ບາງບ້ານມີຕູ້ອົບ ເຄື່ອງລ້າງຈານຫຼືອຸປະກອນໄຟຟ້າອື່ນໆ. ໜ້າທີ່ຂອງເຮືອນຄົວມີໄວ້ສຳລັບປະກອບອາຫານ.