ເມືອງເຊໂປນ
ສະພາບທົ່ວໄປ
[ດັດແກ້]ເມືອງເຊໂປນ (ພາສາອັງກິດ : Sepon ຫຼື Xepon) ເປັນໜຶ່ງໃນ 15 ເມືອງຂອງແຂວງ ແຂວງສະຫວັນນະເຂດ ຕັ້ງຢູ່ທາງທິດຕາເວັນອອກ ຫ່າງຈາກເທດສະບານແຂວງ ໄປຕາມເສັ້ນທາງເລກທີ 9 ປະມານ 190 ກິໂລແມັດ ແລະ ມີຊາຍແດນທິດເໜືອຕິດກັບເມືອງວິລະບູລີ, ທິດໃຕ້ຕິດກັບເມືອງນອງ ທິດຕາເວັນຕົກຕິດກັບເມືອງພີນ ແລະທິດຕາເວັນອອກຕິດກັບ ປະເທດຫວຽດນາມ. ເມືອງເຊໂປນ ມີເນື້ອທີ່ທັງໝົດ 232,480 ເຮັກຕາ ມີພົນລະເມືອງ 56,213 ຄົນ (ປີ2015). ປະຊາຊົນສ່ວນໃຫຍ່ເປັນຊາວກະສິກຳ ເຮັດນາປູກເຂົ້າຫຼາຍກວ່າໝູ່, ຮອງລົງມາແມ່ນເຮັດສວນປູກກ້ວຍ ສົ່ງຂາຍອອກຕ່າງປະເທດ ເຊັ່ນ ຫວຽດນາມ ແລະ ໄທ. ນອກນັ້ນກໍ່ຍັງມີການປູກມັນຕົ້ນເພື່ອສົ່ງຂາຍໃຫ້ໂຮງງານມັນຕົ້ນທີ່ຕັ້ງຢູ່ພາຍໃນເມືອງອີກດ້ວຍ.
ປະຫວັດຄວາມເປັນມາ
[ດັດແກ້]ກ່ອນທີ່ຈະມີການເອີ້ນເຂດນີ້ວ່າ " ເຊໂປນ " ນັ້ນ ຊ່ວງປີ ຄ.ສ1920 ໃນສະໄໝຝຣັ່ງປົກຄອງ ດິນແດນເຂດນີ້ເປັນທີ່ອາໃສຂອງປະຊາຊົນລາວເຜົ່າຕ່າງໆ ເຊັ່ນ : ເຜົ່າຜູ້ໄທ, ເຜົ່າມັງກອງ, ເຜົ່າຕຣີ ເຊິ່ງອາໃສຢູ່ລຽບຕາມແຄມແມ່ນ້ຳໃຫຍ່ ແລະ ຕາມພູຜາປ່າດົງ. ເມື່ອພວກລ່າເມືອງຂຶ້ນຝຣັ່ງ ໄດ້ປົກຄອງປະເທດລາວເປັນທີ່ຮຽບຮ້ອຍແລ້ວ ແຂວງສະຫວັນນະເຂດ ກໍ່ມີຄົນຝຣັ່ງເປັນເຈົ້າແຂວງ ແລະ ມັນໄດ້ສົ່ງທະຫານ ພ້ອມນັກສຳຫຼວດເກັບກຳຂໍ້ມູນລົງພື້ນທີ່ຕ່າງໆ ເມື່ອມາເຖິງເຂດນີ້ ມັນກໍ່ໄດ້ພົບກັບໝູ່ບ້ານແຫ່ງໜຶ່ງ ຕັ້ງຢູ່ລຽບແຄມແມ່ນ້ຳ ເຊິ່ງເປັນບ່ອນຢູ່ອາໃສຂອງປະຊາຊົນລາວເຜົ່າມັງກອງ ແລ້ວມັນກໍ່ໄດ້ເຂົ້າໄປສຳຫຼວດສອບຖາມປະຊາຊົນໃນເຂດບ້ານ ໂດຍທີ່ຕ່າງຄົນຕ່າງບໍ່ຮູ້ພາສາກັນ ທາງຝ່າຍທະຫານຝຣັ່ງກໍ່ພະຍາຍາມຈະສອບຖາມຊາວບ້ານວ່າ ບ້ານນີ້ຊື່ວ່າແນວໃດ ແຕ່ຝ່າຍຊາວບ້ານກໍ່ບໍ່ເຂົ້າໃຈ ດັ່ງນັ້ນທະຫານຝຣັ່ງຈຶ່ງເຮັດທ່າທາງປະກອບໃນການເວົ້າ ແລະ ເອົາມືຊີ້ໄປຊີ້ມາ ບັງເອີນຊາວບ້ານຜູ້ສົນທະນາກັບຝຣັ່ງນັ້ນ ເຫັນຝຣັ່ງຊີ້ມືໄປໃສ່ "ມ້າສີ່ໂຕ" ທີ່ຢືນຢູ່ໃກ້ໆນັ້ນ ຊາວບ້ານຜູ້ນັ້ນ ກໍ່ເວົ້າຂຶ້ນມາວ່າ "ອາແຊໂປນໂຕ" (ພາສາເຜົ່າມັງກອງ ແປວ່າ ມ້າສີ່ໂຕ) ເມື່ອຝຣັ່ງໄດ້ຍິນແນວນັ້ນ ກໍ່ໄດ້ຈົດບັນທຶກໄວ້ ແລະ ໝາຍໃສ່ໃນແຜນທີ່ເຂດນີ້ ມີຊື່ວ່າ "ເຊໂປນ" ແລະ ເວລາຕໍ່ມາ ກໍ່ໄດ້ຕັ້ງຊື່ແມ່ນ້ຳສາຍໜຶ່ງ ທີ່ໄຫຼມາແຕ່ປະເທດ ປະເທດຫວຽດນາມ ວ່າແມ່ນແມ່ນ້ຳເຊໂປນ ແລະ ເມື່ອມີການປ່ຽນແປງການປົກຄອງ ຈຶ່ງໄດ້ມີການຕັ້ງເປັນບ້ານເຊໂປນ (ບ້ານເຊໂປນເກົ່າໃນປັດຈຸບັນ), ຕໍ່ມາໄດ້ຕັ້ງເປັນຕາແສງເຊໂປນ ແລະ ກາຍເປັນເມືອງເຊໂປນໃນປັດຈຸບັນ.
ການປົກຄອງ
[ດັດແກ້]ເມືອງເຊໂປນ ມີບ້ານທັງໝົດ 88 ບ້ານ ແລະ 5 ຈຸດສຸມພັດທະນາ ຄື: 1.ຈຸດສຸມລະໂກ, 2.ຈຸດສຸມຜາບັງ, 3.ຈຸດສຸມລາດຫໍ້, 4.ຈຸດສຸມມັນຈີ, 5.ຈຸດສຸມດົງສະຫວັນ. ນອກນັ້ນຍັງມີກຸ່ມບ້ານພັດທະນາ ຄື ກຸ່ມບ້ານກະຕູບ-ມະຫາດ ເຊິ່ງຕັ້ງຢູ່ເຂດຊາຍແດນລາວ-ຫວຽດນາມ.
ເສດຖະກິດ
[ດັດແກ້]ເມືອງເຊໂປນ ມີພື້ນຖານເສດຖະກິດມາຈາກການຜະຫຼິດກະສິກຳເປັນຕົ້ນຕໍ ຄື ເຂົ້າ, ໝາກກ້ວຍ, ມັນຕົ້ນ, ສາລີ, ອ້ອຍ, ຢາງພາລາ, ຢາງໂບງແລະ ອື່ນໆ. ຮອງລົງມາແມ່ນການບໍລິການ ຂົນສົ່ງສິນຄ້າ ຍ້ອນເປັນເມືອງທີ່ມີຊາຍແດນຕິດກັບ ປະເທດຫວຽດນາມ ຈຶ່ງມີການຈໍລະຈອນສິນຄ້າຜ່ານໄປມາຢ່າງຫຼວງຫຼາຍ.
ສະພາບຊັບພະຍາກອນປ່າໄມ້
[ດັດແກ້]ເມືອງເຊໂປນ ເປັນເມືອງພູດອຍ ຕັ້ງຢູ່ໃນເຂດພູພຽງ ມີພູຜາສູງຊັນສະຫຼັບສັບຊ້ອນ ດັ່ງນັ້ນມັນຈຶ່ງອຳນວຍຄວາມສະດວກແກ່ການຂະຫຍາຍຕົວຂອງປ່າໄມ້ ເຊິ່ງມີຕົ້ນໄມ້ຫຼາຍຊະນິດ ບາງຊະນິດກໍ່ເປັນໄມ້ລາຄາສູງເຊັ່ນ : ໄມ້ດູ່ລາຍ (ມີສະເພາະຢູ່ເຂດຜາບັງ ເຊິ່ງຖືກລັກລອບຕັດໄປຂາຍຈົນໝົດກ້ຽງ), ໄມ້ຄະຍູງ, ໄມ້ດູ່, ໄມ້ກະຈະ, ໄມ້ແຄນ, ໄມ້ແຕ້ຂ່າ, ໄມ້ຍາງ ແລະໄມ້ອື່ນໆອີກ. ເມືອງເຊໂປນ ມີປ່າສະຫງວນແຫ່ງຊາດ 3ແຫ່ງ ຄື: ປ່າສະຫງວນແຫ່ງຊາດພູຊ້າງແຫ່ , ປ່າສະຫງວນແຫ່ງຊາດດົງພູວຽງ ແລະ ປ່າສະຫງວນແຫ່ງຊາດ ລະວີງ-ລະເວີນ . ມີປ່າປ້ອງກັນແຫ່ງຊາດ 3ແຫ່ງ ຄື: ປ່າປ້ອງກັນແຫ່ງຊາດຍອດນ້ຳເຊສະແລນ, ປ່າປ້ອງກັນແຫ່ງຊາດເຊລະນອງພູໂອ່ງ(ກະຕູບ-ມະຫາດ) ແລະ ປ່າປ້ອງກັນແຫ່ງຊາດວັງກຸງ. ນອກນັ້ນກໍ່ຍັງມີປ່າສະຫງວນລະດັບເມືອງ ຄື ປ່າສະຫງວນດົງພູສູນ ແລະ ປ່າປ້ອງກັນລະດັບເມືອງ ຄື ປ່າປ້ອງກັນຍອດນ້ຳລາດຫໍ້.
ເມືອງເຊໂປນສະໄໝສົງຄາມອິນດູຈີນ
[ດັດແກ້]ເຊໂປນເປັນເມືອງທີ່ໄດ້ຮັບຜົນກະທົບຈາກໄພພິບັດເມື່ອຕອນເກີດສົງຄາມທຳລາຍຢ່າງຫຼວງຫລາຍທີ່ສຸດ ເພາະໃນອະດີດເຊໂປນ ເປັນເມືອງຜ່ານເສັ້ນທາງສາຍໂຮ່ຈິມິນ ອັນເປັນເສັ້ນທາງສູ້ຮົບ ທີ່ມີຊື່ສຽງຫລາຍໃນສົງຄາມອິນດູຈີນ ເປັນເຄືອຂ່າຍຂອງຖະໜົນທຸລະກັນດານ ທີ່ຊັບຊ້ອນລຽບຊາຍແດນລາວ-ຫວຽດນາມ ຕັ້ງຕົ້ນ ຈາກໂພນສະຫວັນ ລົງມາເຖິງອັດຕະປື ແລະ ມີທາງຕໍ່ໄປຍັງກຳປູເຈຍໄດ້. ຈຸດເດັ່ນ, ເຊໂປນຍັງຄົງຮ່ອງຮອຍຂອງອະດີດໄວ້ຢ່າງຊັດເຈນ ຖະໜົນຮອບເມືອງທີ່ມີຊາກເພພັງ ຊາກອາວຸດຍຸດໂທປະກອນ ຖິ້ມຫລົງເຫລືອໄວ້ໄດ້ເຫັນ ໃນອະດີດເສັ້ນທາງນີ້ ພວກຫວຽດມິນ ສ້າງໄວ້ເພື່ອລຳລຽງພົນ ສູ້ກັບທະຫານຝຣັ່ງ ແລະ ທະຫານອາເມລິກາໃນຊ່ວງປີ ຄ.ສ 1963- 1974. ຊ່ວງສົງຄາມອິນດູຈີນ ກອງທັບຫວຽດນາມເໜືອ ໃຊ້ເປັນເສັ້ນທາງລຳລຽງພົນ ແລະ ອາວຸດຍຸດໂທປະກອນ ໄປຫວຽດນາມໃຕ້ ອະເມຣິກາ ພະຍາຍາມທຳລາຍເສັ້ນທາງນີ້ໂດຍການຖິ້ມລະເບີດຢ່າງໜັກ ຈົນຖິ້ມຮ່ອງຮອຍແຫ່ງສົງຄາມ ແລະ ຄວາມພິນາດປາກົດຢູ່ຊັດເຈນ ປະຈຸບັນຍັງຄົງມີກັບລະເບີດ, ລູກລະເບີດທີ່ບໍ່ທັນແຕກ ແລະ ຊາກອາວຸດ ເປັນເຄື່ອງຢືນຢັນເຫດການທາງປະຫວັດສາດທີ່ເກີດຂື້ນຢ່າງໂຫດຮ້າຍ ຕະຫລອດເສັ້ນທາງໃຫ້ນັກທ່ອງທ່ຽວໄດ້ສຶກສາຢູ່ເປັນຈຳນວນຫຼາຍ.
ສະຖານທີ່ທ່ອງທ່ຽວ
[ດັດແກ້]ຕາດສະໂຄຍ
ເປັນນ້ຳຕົກຕາດຂະໜາດໃຫຍ່ໃນສາຍນ້ຳເຊບັ້ງຫຽງ ທີ່ສວຍສົດງົດງາມ ແລະ ຫ່າງຈາກເທດສະບານເມືອງໄປທາງທິດຕາເວັນອອກ ພຽງແຕ່ 7 ກິໂລແມັດ ມີການສ້າງເສັ້ນທາງດິນແດງໄປຈົນຮອດຕາດ. ສາມາດໄປໄດ້ທຸກລະດູ ຍົກເວັ້ນເວລານ້ຳເຊບັ້ງຫຽງມີລະດັບສູງ ອາດຈະເຮັດໃຫ້ຕາດຈົມຫາຍຢູ່ໃຕ້ນ້ຳ ແຕ່ໃນເວລານ້ຳລົງ ຍາມແລ້ງ ຫຼືຍາມເທດສະການຕ່າງໆ ເຊັ່ນ ບຸນປີໃໝ່ລາວ ຈະມີປະຊາຊົນ ນັກທ່ອງທ່ຽວ ມາຫຼິ້ນໃນຕາດແຫ່ງນີ້ຢ່າງຫຼວງຫຼາຍ. ສິ່ງສຳຄັນທີ່ຕາດສະໂຄຍສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍແມ່ນ ຢູ່ຂ້າງນ້ຳຕົກຕາດ ສຳລັບຜູ້ມັກຜະຈົນໄພຫຼືຄວາມຕື່ນເຕັ້ນນັ້ນ ສາມາດປີນຂຶ້ນຢູ່ເທິງຫິນສູງແລ້ວໂດດລົງນ້ຳໄດ້ຢ່າງມ່ວນຊື່ນ ຈຸດທີ່ຫິນສູງທີ່ເຮົາສາມາດໂດດໄດ້ນັ້ນມີຄວາມສູງປະມານ 4-8ແມັດ ຕາມລຳດັບ.
ຕາດສະແລນ
ເປັນນ້ຳຕົກຕາດທີ່ມີຄວາມສູງສົມຄວນ ໃນສາຍນ້ຳເຊສະແລນ ເຊິ່ງມີຄວາມສວຍງາມຫຼາຍ ຫ່າງຈາກເທດສະບານເມືອງໄປທາງທິດຕາເວັນອອກປະມານ 30 ກິໂລແມັດ. ບ່ອນທີ່ເປັນຈຸດຕົກຂອງນ້ຳມີຄວາມສູງປະມານ 25 - 30 ແມັດ. ປະຈຸບັນມີການສ້າງເຂື່ອນໄຟຟ້ານ້ຳຕົກຢູ່ໃກ້ກັບຕາດ.
ຜາບັງ
ເປັນເຂດພູຜາສູງຊັນ ມີພູຫິນປູນຂະໜາດໃຫຍ່ລຽງກັນສະຫຼັບສັບຊ້ອນ ນັກທ່ອງທ່ຽວຫຼາຍຄົນມາເຫັນເຂດນີ້ແລ້ວ ມັກຈະເວົ້າວ່າ ເຂດນີ້ກໍ່ປຽບເໝືອນ ວັງວຽງ ແຫ່ງທີ2 ເຊິ່ງມີຄວາມຄ້າຍຄືກັນທາງພູມສາດ ເຊັ່ນພູຫິນສູງ ແລະ ມີສາຍນ້ຳໄຫຼຜ່ານອີກດ້ວຍ. ໃນສະໄໝສົງຄາມອິນດູຈີນ ເຂດຜາບັງເປັນຈຸດຍຸດທະສາດສຳຄັນຂອງກອງກຳລັງປະຕິວັດລາວ ເປັນສາຍທາງລຳລຽງອາວຸດຍຸດໂທປະກອນ, ເຄື່ອງໃຊ້ ແລະ ສະບຽງອາຫານມາແຕ່ ຫວຽດນາມ ເຊິ່ງໃນປະຈຸບັນຍັງປະກົດໃຫ້ເຫັນຖັງນ້ຳມັນຂະໜາດໃຫຍ່ໃນຖ້ຳບ້ານໃໝ່ທ່າແດງ ແລະ ມີຮ່ອງຮອຍຂຸມລະເບີດຂະໜາດໃຫຍ່ຢັ່ງຢາຍຢູ່ທົ່ວພື້ນທີ່ ເຊິ່ງໃນອະດີດແມ່ນຖືກອາເມລິກາສົ່ງຍົນມາຖິ້ມລະເບີດໃສ່ເຂດນີ້ຢ່າງໜັກໜ່ວງ. ຜາບັງເປັນເຂດທີ່ຢູ່ອາໃສຂອງຊົນເຜົ່າຕຣີ ເປັນສ່ວນຫຼາຍ ນອກນັ້ນກໍ່ມີເຜົ່າມັງກອງ ແລະ ຜູ້ໄທອີກຈຳນວນໜຶ່ງ. ປ່າສະຫງວນແຫ່ງຊາດ ລະວີງ-ລະເວີນ ແມ່ນຢູ່ທາງທິດເໜືອຂອງຜາບັງ ເຊິ່ງທຳມະຊາດເຂດນີ້ ມີຄວາມອຸດົມສົມບູນຫຼາຍ ປະຈຸບັນ ໄດ້ມີການສ້າງເສັ້ນທາງຈາກຜາບັງຕັດຂຶ້ນໄປຕາມພູສູງ ຜ່າໃຈກາງຂອງປ່າສະຫງວນ ເພື່ອຈະເຊື່ອມຕໍ່ກັບ ປະເທດຫວຽດນາມ ໃນອະນາຄົດ.