ປ່າສະຫງວນແຫ່ງຊາດດົງພູວຽງ
ຮູບຮ່າງການສະແດງຜົນ
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ປ່າສະຫງວນແຫ່ງຊາດດົງພູວຽງ ເປັນ ປ່າສະຫງວນແຫ່ງຊາດ ແຂວງສະຫວັນນະ ເຂດ ໃນພາກກາງ ຂອງລາວ. ສວນປ່າໄມ້ສ່ວນຫຼາຍແຫ່ງນີ້ເປັນທີ່ຕັ້ງຂອງສັດນາໆຊະນິດໃຫຍ່ ແລະເປັນສ່ວນໜຶ່ງຂອງ ເສັ້ນທາງໃນອະດີດໂຮ່ຈິມິນ. ສວນສາທາລະນະເປັນບ້ານຂອງຊາວເຜົ່າ ກະຕູ ແລະ ເປັນສະຖານທີ່ ທ່ອງທ່ຽວດ້ານນິເວດ.
ໄດ້ປະກາດເປັນປ່າສະຫງວນແຫ່ງຊາດ ແຕ່ປີ 1995 ເປັນປ່າທີ່ມີຕົ້ນໄມ້ຫຼາຍຊະນິດເກີດຂຶ້ນປົນກັນ ມີໄມ້ລະດັບສູງ, ລະດັບກາງ ແລະ ລະດັບຕ່ຳ, ມີທັງຫຍ້າໃບຂຽວ, ພືດຫຼາຍຊະນິດ ແລະ ເປັນບ່ອນພັກອາໃສຂອງສັດປ່າຊະນິດຕ່າງໆ, ໃນປ່າແຫ່ງນີ້ຈະມີໃບຂຽວຕະຫຼອດປີ, ເປັນເຂດຫວງຫ້າມ ແລະ ເປັນເຂດອະນຸລັກວັດປ່ານາໆຊະນິດ, ມີທິວທັດທຳມະຊາດທີ່ງົດງາມ, ມີເນື້ອທີ່ປ່າທັງໝົດ 197,000 ເຮັກຕາ.ດົງພູວຽງຕັ້ງຢູ່ໃນເຂດຂອງເມືອງພີນ ແຂວງສະຫວັນນະເຂດ
