Jump to content

ວັງວຽງ

ຈາກ ວິກິພີເດຍ
ວັງວຽງ
ທິວທັດເມືອງວັງວຽງຈາກບໍລລູນອາກາດຮ້ອນ
ທິວທັດເມືອງວັງວຽງຈາກບໍລລູນອາກາດຮ້ອນ
ວັງວຽງ is located in ປະເທດລາວ
ວັງວຽງ
ວັງວຽງ
ຕຳແໜ່ງໃນປະເທດລາວ
ພິກັດ: 18°56′N 102°27′E / 18.933°N 102.450°E / 18.933; 102.450ພິກັດພູມສາດ: 18°56′N 102°27′E / 18.933°N 102.450°E / 18.933; 102.450
ປະເທດທຸງຊາດຂອງປະເທດລາວ ປະເທດລາວ
ພື້ນທີ່ປົກຄອງແຂວງວຽງຈັນ
ປະຊາກອນ
 • ທັງໝົດ25,000 ຄົນ
 • ສາສະໜາພຸດ
ເຂດເວລາUTC+7 (ICT)

ວັງວຽງ ເປັນເມືອງທ່ອງທ່ຽວໃນແຂວງວຽງຈັນ, ປະເທດລາວ ຫ່າງຈາກ​ນະຄອນຫຼວງວຽງຈັນ ປະມານ 160 ກິໂລແມັດ ຈົນໄດ້ຮັບນາມວ່າ ເມືອງກຸ້ຍຫຼິນແຫ່ງເມືອງລາວ ໂດຍມີຈຸດເດັ່ນທີ່ພູມສັນຖານອ້ອມຮອບຕົວເມືອງເປັນຄລາດສ໌ ເປັນທົ່ງພຽງລະຫວ່າງພູຫີນປູນ ແລະ ປ່າໄມ້ສົມບູນ[1]

ຄັ້ງໜື່ງວັງວຽງຂຶ້ນຊື່ໃນການເປັນຈຸດໝາຍຂອງນັກທ່ອງທ່ຽວທີ່ມັກຈັດສັນມ່ວນຊື່ນ, ແຕ່ປັດຈຸບັນໄດ້ມີຄວາມພະຍາຍາມໃນການສົ່ງເສີມການທ່ອງທ່ຽວແບບຍືນຍົງ ໂດຍຫັນມາໃສ່ກິດຈະກຳທີ່ໃກ້ຊິດກັບທຳມະຊາດ ແລະ ປະສົບການດ້ານວັດທະນະທຳ. ໃນປີ 2023, ວັງວຽງ ມີປະຊາກອນປະມານ 25,000 ຄົນ, ເຊິ່ງອຸດສາຫະກຳທ່ອງທ່ຽວນັ້ນເປັນຕົ້ນຕໍທາງເສດຖະກິດທີ່ສຳຄັນ.

ປະຫວັດ

[ດັດແກ້]

ວັງ​ວຽງ ​ໄດ້ມີຄົນມາ​ຕັ້ງ​ຖິ່ນ​ຖານ​ຄັ້ງ​ທຳ​ອິດ​ໃນຊ່ວງ​ປີ 1353 ເປັນ​ບ່ອນ​ຕັ້ງ​ລະ​ຫວ່າງ​ນະ​ຄອນ​ຫຼວງ​ພະ​ບາງ​ ແລະ ​ວຽງ​ຈັນ.

ໃນອະດີດ, ພື້ນທີ່ນີ້ເຄີຍເປັນສູນກາງການຄ້າ ແລະ ການເດີນທາງລະຫວ່າງພູມີພາກ ໂດຍສະເພາະໃນສະຕະວັດທີ 16 ຫາ 18. ຕໍ່ມາ, ໃນສະຕະວັດທີ 19, ວັງວຽງ ກາຍເປັນສ່ວນໜຶ່ງຂອງລາຊະອານາຈັກລາວ ແລະ ມີບົດບາດໃນການຕໍ່ສູ້ກັບກຳລັງຕ່າງຊາດ. ໃນຊ່ວງສົງຄາມອິນດູຈີນ, ວັງວຽງ ໄດ້ຮັບຜົນກະທົບຈາກການລົງທຶນຂອງຝຣັ່ງ ແລະ ກາຍເປັນສູນກາງການທະຫານ. ຫຼັງປີ 1975, ວັງວຽງ ພັດທະນາມາເປັນເມືອງທ່ອງທ່ຽງທີ່ມີຊື່ສຽງດ້ານທຳມະຊາດສວຍງາມ ແລະ ວັດທະນະທຳອັນເປັນເອກະລັກ.[2]

ນັບແຕ່ລາວເປີດປະເທດຮັບນັກທ່ອງທ່ຽວໃນຊ່ວງປີ 1990, ວັງວຽງກໍ່ມີການຂະຫຍາຍຕົວຢ່າງຫຼວງຫຼາຍ ເນື່ອງຈາກກະແສຂອງນັກທ່ອງທ່ຽວແບັກແພັກເກີ (backpackers) ພ້ອມກັບການຂະຫຍາຍຕົວຂອງທຸລະກິດຕ່າງໆ. ເມືອງນີ້ກາຍເປັນທີ່ນິຍົມຂອງນັກທ່ອງທ່ຽວໂດຍສະເພາະແມ່ນຍ້ອນໂອກາດໃນການທ່ອງທ່ຽວຜະຈົນໄພ (adventure tourism) ຕາມແຄມແມ່ນ້ຳຊອງ ທັງການລ່ອງແພ ແລະ ສຳຫຼວດຖ້ຳໃນພູຫີນປູນທີ່ສະຫງ່າງາມອ້ອມຮອບເມືອງ.

ອ້າງອີງ

[ດັດແກ້]
  1. "Vang Vieng". VangVieng.org. 2011. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 1 July 2014.
  2. http://www.muonglao.com/vangvieng.html