ເທສະລາ (ບໍລິສັດ)

ຈາກ ວິກິພີເດຍ
ສັນຍະລັກເທສະລາ
ລົດເທສະລາ ໂມເດວເອັດ ຂະນະຈອດຊາດໄຟຢູ່ສະຖານີຊາດໄຟສາທາລະນະ ປະເທດໂຮນລັງ

ເທສລາ (ອັງກິດ: Tesla, Inc. ເມື່ອກ່ອນ "ເທສະລາມໍເຕີ") ແມ່ນບໍລິສັດຂອງສະຫະລັດອາເມລິກາ ອອກແບບ ຜະລິດແລະຈຳໜ່າຍລົດພະລັງງານໄຟຟ້າແລະສ່ວນປະກອບລະບົບສົ່ງກຳລັງຂອງຍານພາຫະນະໄຟຟ້າ. ແມ່ນບໍລິສັດມະຫາຊົນ ມີຊື່ທາງການຄ້າໃນຕະຫຼາດຫຼັກຊັບແນສະແດັກວ່າ TESLA. ເຮັດກຳໄລເທື່ອທໍາອິດໃນຊ່ວງໄຕມາດທໍາອິດຂອງປີ ຄ.ສ. 2013 ໂດຍບໍລິສັດມີພາລະກິດຫຼັກແມ່ນ ກະຕຸ້ນໃຫ້ເກີດການເຂົ້າສູ່ຍຸກການເດີນທາງທີ່ຍັ່ງຍືນ (Accelerate the World’s Transition to Sustainable Transport). ປັດຈຸບັນປະທານບໍລິຫານບໍລິສັດ (ຊີອີໂອ) ແມ່ນ ອີລອນ ມັດ.

ເທສະລາໄດ້ຮັບຊື່ສຽງແຜ່ຫຼາຍເທື່ອທໍາອິດຫຼັງໄດ້ເລີ່ມຈຳໜ່າຍລົດເທສະລາ ໂລດສະເຕີ, ລົດສະປອດໄຟຟ້າຄັນທໍາອິດ, ລົດຄັນທີສອງຂອງບໍລິສັດແມ່ນເທສະລາ ໂມເດວເອັດ, ລົດເກງຫຼູຫຼາທີ່ໃຊ້ພະລັງງານໄຟຟ້າ, ເທສະລາ ໂມເດວເອັກ ແລະລົດ SUV ຄັນທໍາອິດ ເປັນຕົ້ນ.

ອ້າງອີງ[ດັດແກ້]