ອີລອນ ມັດ

ຈາກ ວິກິພີເດຍ

ອີລອນ ລີບ ມັດ (ອັງກິດ: Elon Reeve Musk) ເປັນນັກທຸລະກິດຊາວອາຟະລິກໃຕ້ ນັກລົງທຶນ ວິສະວະກອນ ນັກປະດິດ ໂດຍເປັນຜູ້ສ້າງຕັ້ງແລະບໍລິຫານບໍລິສັດສະເປດເອັກ ຜູ້ຮ່ວມສ້າງຕັ້ງ ຜູ້ບໍລິຫານ ແລະສະຖາປະນິກຜະລິດຕະພັນຂອງເທສະລາມໍເຕີ ແລະເປັນຜູ້ຮ່ວມສ້າງຕັ້ງແລະປະທານຂອງບໍລິສັດເພພາວແລະບໍລິສັດອື່ນອີກຫຼາຍແຫ່ງ. ນອກຈາກນີ້ ຍັງເປັນຜູ້ຈຸດປະກາຍຄວາມຄຶດລະບົບຂົນສົ່ງຄວາມໄວສູງອັນເອີ້ນວ່າ ໄຮເປີລູບ ແລະເປັນຜູ້ສົ່ງເສີມການພັດທະນາຍົນໃບພັດຂັບເຄື່ອນໄຟຟ້າເໜືອສຽງແບບຂຶ້ນລົງທາງກົງ. ເມື່ອເດືອນມິຖຸນາ 2018 ລາວໄດ້ຮັບການຈັດອັນດັບຈາກວາລະສານຟອບໃຫ້ເປັນບຸກຄົນທີ່ຮັ່ງມີທີ່ສຸດເປັນອັນດັບ 56 ຂອງໂລກ[1].

ອ້າງອີງ[ດັດແກ້]

  1. "The World's Billionaires List". Forbes. Retrieved June 4, 2018.