Jump to content

ເຂົ້າໜຽວໝາກມ່ວງ

ຈາກ ວິກິພີເດຍ
ເຂົ້າໜຽວໝາກມ່ວງ
ເຂົ້າໜຽວໝາກມ່ວງ
ພູມິພາກອາຊີຕາເວັນອອກສຽງໃຕ້
ລາຍລະອຽດ
ປະເພດຂອງຫວານ
ສ່ວນປະສົມຫຼັກເຂົ້າໜຽວ, ໝາກມ່ວງ, ນົມໝາກພ້າວ

ເຂົ້າໜຽວໝາກມ່ວງ ເປັນຂອງຫວານທ້ອງຖິ່ນໃນປະເທດແຖບອາຊີຕາເວັນອອກສຽງໃຕ້ທີ່ນິຍົມກິນໃນຊ່ວງລະດູຮ້ອນ[1] ເພາະເປັນລະດູເກັບກ່ຽວໝາກມ່ວງ[2] ເຮັດຈາກເຂົ້າໜຽວ, ໝາກມ່ວງ ແລະນົມໝາກພ້າວ[3] ມັນມີອາຍຸການເກັບຮັກສາສັ້ນ ແລະມີປະລິມານແຄລໍລີ່, ນ້ຳຕານ ແລະ ໄຂມັນສູງ[4]

ເຂົ້າໜຽວໝາກມ່ວງໂດຍທົ່ວໄປແລ້ວປະກອບດ້ວຍ ເຂົ້າໜຽວມູນທີ່ນຳມາປຸງລົດຫວານໂດຍໃຊ້ນ້ຳຕານໝາກພ້າວ ມູນກັບນົມໝາກພ້າວແລະເກືອ[5] ຮູບແບບທີ່ນິຍົມແມ່ນໃຊ້ໝາກມ່ວງສຸກເຊິ່ງມີລົດຊາດຫວານກວ່າໝາກມ່ວງດິບ ໂດຍສະເພາະແມ່ນໝາກມ່ວງນ້ຳດອກໄມ້ ແຕ່​ອາດ​ຈະ​ພົບ​ເຫັນ​​ໝາກ​ມ່ວງອົກລ່ອງໂດຍຄື​ກັນ[6]

ໃນປະເທດລາວ

[ດັດແກ້]

ເຂົ້າໜຽວໝາກມ່ວງເປັນຂອງຫວານທີ່ສາມາດຊອກຫາກິນທົ່ວໄປ​ໃນ​ປະເທດລາວເຊິ່ງຕັ້ງຢູ່ໃນພາກ​ພື້ນແມ່ນ້ຳຂອງ​​ເຊິ່ງແມ່ນພາກ​ພື້ນ​​ທີ່​ເຂົ້າ​ໜຽວ​ມີ​ອິດ​ທິ​ພົນ​ດ້ານ​ອາ​ຫານ ແລະ ນິ​ທານ[7][8] ໂດຍເຂົ້າໜຽວແມ່ນອາຫານປະຈຳຊາດລາວທີ່ສາມາດເຂົ້າເຖິງວັດທະນະທຳ ແລະ ສາສະໜາທ້ອງຖິ່ນ[9][10][11] ເມື່ອເຖິງລະດູເກັບກ່ຽວໝາກມ່ວງ ເຂົ້າໜຽວໝາກມ່ວງແມ່ນຈະຈັດໃສ່ໂດຍເຂົ້າໜຽວມູນພ້ອມກັບນົມໝາກພ້າວລົດຊາດຫວານ ແລະ ໝາກງາຂາວແຫ້ງ ຮ່ວມກັບໝາກມ່ວງເຊິ່ງອາດຈະຖືກຊອຍໃຫ້ບາງ ຫຼື ບໍ່ຕັດມາ[12]

ອ້າງອີງ

[ດັດແກ້]
  1. "10 สูตร "เมนูมะม่วง" ทั้งคาวทั้งหวานกินได้หลายสไตล์ ต้อนรับหน้าร้อน! on wongnai.com". www.wongnai.com.
  2. "History of Mango Sticky Rice". Julee Ho Media. ຄົ້ນຫາເມື່ອ 19 April 2022.
  3. "What Is Mango Sticky Rice?". wiseGEEK. ຄົ້ນຫາເມື່ອ 29 May 2015.
  4. Hong-Jun, Chena; Shao-Yu, Chena; Puttongsirib, Tongchai; Pinsirodomb, Praphan; Changa, Yi-Huang; Chih, Cheng (22 March 2018). "production of low calories sticky rice with coconut milk". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2023-04-20. ຄົ້ນຫາເມື່ອ 2022-04-18.
  5. "'ก.พานิช' 94 ปีแห่งการสืบทอด 'ข้าวเหนียวมูน' ตำรับโบราณ". กรุงเทพธุรกิจ.
  6. "สนามข่าวชวนกิน : พาไปชิม! ข้าวเหนียวมะม่วง ป้าใหญ่ ป้าเล็ก". Channel 7 (ພາສາໄທ). 2018-03-10. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2019-03-30. ຄົ້ນຫາເມື່ອ 2022-04-18.
  7. Epstein, Steven (1993). Xieng Mieng: cleverest man in the Kingdom, a Lao tale retold by Steve Epstein; illustrated by Anoulom Souvandoune (ພາສາອັງກິດ). Vientiane Times. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 2023-03-18. ຄົ້ນຫາເມື່ອ 2021-11-18.
  8. Sasson, Vanessa R. (2013). Little Buddhas: Children and Childhoods in Buddhist Texts and Traditions (ພາສາອັງກິດ). OUP USA. ISBN 978-0-19-994561-0. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 2023-03-18. ຄົ້ນຫາເມື່ອ 2021-11-18.
  9. "A Taste of Sticky Rice, Laos' National Dish". Smithsonian Magazine (ພາສາອັງກິດ). ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 2021-10-05. ຄົ້ນຫາເມື່ອ 2021-07-17.
  10. "Laos at the crossroads". grain.org (ພາສາອັງກິດ). ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 2021-07-17. ຄົ້ນຫາເມື່ອ 2021-07-17.
  11. "Rice Landscape Analysis - Feasibility of and opportunities for rice fortification in the Lao People's Democratic Republic | World Food Programme". www.wfp.org. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 2021-11-07. ຄົ້ນຫາເມື່ອ 2021-07-17.
  12. Culloty, Dorothy (2010). Food from northern Laos: The boat landing cookbook (PDF). Galangal Press. p. 173. ເກັບບັນທຶກໄວ້ (PDF)ຈາກແຫຼ່ງດັ້ງເດີມເມື່ອ 2021-07-27. ຄົ້ນຫາເມື່ອ 2022-05-06.