ຮັລລີ ເບລີ
ຮູບຮ່າງການສະແດງຜົນ
| ຮັລລີ ເບລີ | |
|---|---|
ເບລີເມື່ອປີ 2018 | |
| ເກີດ | ຮັລລີ ລິນ ເບລີ 27 ມີນາ ຄ.ສ. 2000 ແອດແລນຕາ, ລັດຈໍເຈຍ, ສະຫະລັດອາເມຣິກາ |
| ອາຊີບ |
|
| ປີປະຕິບັດວຽກ | 2006–ປັດຈຸບັນ |
| ຍາດພີ່ນ້ອງ | ໂຄລອີ (ເອື້ອຍ) |
| ລາຍມືຊື່ | |
| ອາຊີບດົນຕີ | |
| ຕົ້ນກຳເນີດ | ເມເບີລຕັນ, ລັດຈໍເຈຍ ສະຫະລັດອາເມຣິກາ |
| ປະເພດ | |
| ເຄື່ອງດົນຕີ |
|
| ຄ່າຍ | |
ຮັລລີ ລິນ ເບລີ (ອັງກິດ: Halle Lynn Bailey; ເກີດວັນທີ 27 ມີນາ 2000) ເປັນນັກຮ້ອງ ນັກແຕ່ງເພງ ແລະ ນັກສະແດງຊາວອາເມຣິກາ ນາງໄດ້ກາຍເປັນທີ່ຮູ້ຈັກຢ່າງດີຈາກການເປັນສ່ວນໜຶ່ງຂອງວົງດົນຕີຄູ່ ໂຄລອີເອັກຊ໌ຮັລລີ ຮ່ວມກັບ ໂຄລອີ ເບລີ ເອື້ອຍຂອງນາງ ເຊິ່ງວົງໄດ້ຮັບການສະເໜີຊື່ເຂົ້າຊີງລາງວັນແກຣມມີຫ້າຄັ້ງ
ນອກຈາກງານດົນຕີ ລາວຍັງສະແດງເປັນສະກາຍເລີ ຟັອສເຕີ ໃນລະຄອນຊິດຄອມເລື່ອງ ໂກຣວ-ອີຊ ຈາກບົດດັ່ງກ່າວເຮັດໃຫ້ນາງໄດ້ຮັບການສະເໜີຊື່ເຂົ້າຊີງລາງວັນເອັນເອເອຊີພີອິມເມຈອະວອດສ໌ ສາຂານັກສະແດງຍິງດີເດັ່ນໃນຊີລີ້ຕະຫຼົກ ຕໍ່ມາໃນປີ 2023 ນາງໄດ້ສະແດງເປັນເຈົ້າຍິງແອຣຽລ ໃນຮູບເງົາເລື່ອງ ນາງເງືອກນ້ອຍ