ນາງເງືອກນ້ອຍ (ຮູບເງົາປີ 2023)
| ນາງເງືອກນ້ອຍ | |
|---|---|
ໂປສເຕີຮູບເງົາ | |
| ກຳກັບ | ຣັອບ ມາຣ໌ແຊລ |
| ບົດຮູບເງົາ | |
| ສ້າງຈາກ | |
| ອຳນວຍການສ້າງ |
|
| ນັກສະແດງນຳ | |
| ກຳກັບພາບ | Dion Beebe |
| ຕັດຕໍ່ | Wyatt Smith |
| ດົນຕີປະກອບ | ອະລັນ ເມນເຄນ |
| ບໍລິສັດຜູ້ສ້າງ |
|
| ຈຳໜ່າຍ/ເຜີຍແຜ່ | ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ |
| ວັນສາຍ | 26 ພຶດສະພາ 2023 (ສະຫະລັດອາເມຣິກາ) 25 ພຶດສະພາ 2023 (ລາວ) |
| ປະເທດ | ສະຫະລັດອາເມຣິກາ |
| ພາສາ | ອັງກິດ |
| ທຶນສ້າງ | 250 ລ້ານໂດລາສະຫະລັດ[1] |
| ລາຍໄດ້ | 569.6 ລ້ານໂດລາສະຫະລັດ[2][3] |
ນາງເງືອກນ້ອຍ (ອັງກິດ: The Little Mermaid) ເປັນຮູບເງົາຈິນຕະນາການດົນຕີອາເມຣິກາ ໃນປີ 2023 ກຳກັບ ແລະ ຮ່ວມອຳນວຍການສ້າງໂດຍຣັອບ ມາຣ໌ແຊລ ຂຽນບົດຮູບເງົາໂດຍ ເດວິດ ມາກີ ຮ່ວມອຳນວຍການສ້າງໂດຍວໍລ ດິສນີ ພິກເຈີ, ລຸຄາມາຣ໌ ໂປຣດັກຊັນ ແລະ ມາກ ແພຼັດ ໂປຣດັກຊັນ ເປັນຮູບເງົາຄົນສະແດງ/ຊີຈີໄອທີ່ດັດແປງຈາກຮູບເງົາແອນິເມຊັນຊື່ດຽວກັນຂອງດິສນີໃນປີ 1989 ເຊິ່ງມີເນື້ອຮ້ອງອີງມາຈາກນິທານເລື່ອງເງືອກນ້ອຍໂດຍຮັນສ໌ ຄຣິສຕຽນ ແອນເດີເຊນ ຮູບເງົານຳສະແດງໂດຍຮັລລີ ເບລີໃນບົດແອຣຽລ ຮ່ວມດ້ວຍໂຈນາ ຮາວເອີຣ໌-ຄິງ, ເດວິດ ດິກຊ໌, ອະຄວາຟິນາ, ເຈຄັອບ ເທຣມເບຼ, ໂນມາ ດູເມຊເວນີ, ຈາບິເອີ ບາເດັມ ແລະ ເມລິສຊາ ແມັກຄາທີ ຮູບເງົາເປັນເລື່ອງລາວຂອງແອຣຽລທີ່ເຮັດຂໍ້ຕົກລົງກັບເອີຊູລາ ເພື່ອແລກສຽງຂອງນາງກັບຂາມະນຸດເພື່ອສ້າງຄວາມປະທັບໃຈໃຫ້ກັບເຈົ້າຊາຍເອຣິກຜູ້ເຊິ່ງຖືກນາງຊ່ວຍໄວ້ຈາກເຮືອຫຼົ້ມ ແຕ່ນາງຕ້ອງຕໍ່ສູ້ເມື່ອຕົນເອງ ແລະ ບັນລັງພໍ່ຂອງນາງຕົກເປັນຂອງເອີຊູລາ.
ແຜນການນຳຮູບເງົາແອນິເມຊັນໃນປີ 1992 ເລື່ອງນາງເງືອກນ້ອຍກັບມາສ້າງໃໝ່ໃນຮູບແບບຄົນສະແດງ ໄດ້ຮັບການຢືນຢັນໃນເດືອນພຶດສະພາ ປີ 2016 ມາຊໍ ໄດ້ຮັບການຕິດຕໍ່ຈາກດິສນີໃຫ້ກຳກັບຮູບເງົາເລື່ອງນີ້ໃນເດືອນທັນວາ ປີ 2021 ແລະ ນັກສະແດງຫຼັກສ່ວນໃຫຍ່ເຊັນສັນຍາຕັ້ງແຕ່ເດືອນມິຖຸນາ ຫາ ເດືອນພະຈິກ ປີ 2019 ແຕ່ເດີມຄາດວ່າຈະເລີ່ມການຜະລິດໃນລອນດອນລະຫວ່າງປາຍເດືອນມີນາ ຫາ ຕົ້ນເດືອນເມສາ ປີ 2020 ແຕ່ເກີດຄວາມຫຼ້າຊ້າເນື່ອງຈາກການລະບາດທົ່ວຂອງໂຄໂຣນາໄວຣັສ 2019-2020 ໃນທີ່ສຸດການຖ່າຍທຳຈຶ່ງເກີດຂຶ້ນທີ່ໄພນ໌ວູດ ສະຕູດິໂອສ໌ໃນອັງກິດຕັ້ງແຕ່ເດືອນມັງກອນ ຫາ ເດືອນກໍລະກົດ ປີ 2021 ລິນ-ມານູເອວ ມິແຣນດາຮ່ວມຂຽນເພງໃໝ່ສຳລັບຮູບເງົາສ້າງໃໝ່ ໃນຖານະຜູ້ແຕ່ງເນື້ອຮ້ອງ ອະລັນ ເມນເຄນ ກັບມາເຮັດໜ້າທີ່ຜູ້ປະພັນເພງປະກອບຮູບເງົາ[ຕ້ອງການອ້າງອີງ]
ນາງເງືອກນ້ອຍ ມີກຳນົດສາຍໃນສະຫະລັດອາເມຣິກາໃນວັນທີ 26 ພຶດສະພາ 2023 ໂດຍ ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ ແລະ ມີກຳນົດສາຍໃນປະເທດລາວໃນວັນທີ 25 ພຶດສະພາ 2023 ໜຶ່ງມື້ກ່ອນການສາຍໃນສະຫະລັດອາເມຣິກາ ຮູບເງົາໄດ້ຮັບຄວາມຊື່ນຊົມໃນດ້ານຂອງນັກສະແດງຢ່າງ ເບລີ, ຮາວ ເອິ-ຄິງ, ແມັກຄາທີ ແລະ ອາເລັກຊານເດີ ລວມເຖິງສາກ ແລະ ຮຽບຮຽງເພງປະກອບ ແຕ່ວິຈານເຖິງງານສ້າງ ແລະ ການອອກແບບຕົວລະຄອນ[4] ຮູບເງົານີ້ເຮັດລາຍໄດ້ທົ່ວໂລກປະມານ 560 ລ້ານໂດລາສະຫະລັດ ຈາກທຶນສ້າງ 250 ລ້ານໂດລາສະຫະລັດ (ບໍ່ລວມຄ່າໂຄສະນາ) ໂດຍຮູບເງົາເປີດຕົວສູງສຸດອັນດັບທີ 5 ໃນປະຫວັດສາດຂອງວັນລະນຶກສະຫະລັດອາເມຣິກາ ແລະ ເປັນຮູບເງົາທີ່ເຮັດເງິນສູງທີ່ສຸດເປັນອັນດັບທີ 7 ຂອງປີ 2023
ເນື້ອເລື່ອງ
[ດັດແກ້]ແອຣຽລ ລູກສາວຫຼ້າຂອງລາຊາໄທຣຕັນຜູ້ປົກຄອງອານາຈັກອັດລັງຕິກາ ນາງແມ່ນເງືອກຜູ້ຫຼົງໃຫຼໃນໂລກມະນຸດ ແຕ່ນາງນັ້ນຖືກພຣະລາຊະບິດາຫ້າມບໍ່ໃຫ້ເຂົ້າໄປສຳຫຼວດໂລກມະນຸດ ຫຼັງຈາກແອຣຽລຊ່ວຍເຈົ້າຊາຍເອຣິກຈາກອຸບັດເຫດທາງເຮືອ ແລະ ຕົກຫຼຸມຮັກເຂົາ ນາງກໍມຸ່ງໝັ້ນທີ່ຈະໄປຢູ່ກັບເຂົາໃນໂລກເໜືອນ້ຳ ການກະທຳເຫຼົ່ານີ້ນຳໄປສູ່ການປະເຊີນໜ້າກັບພໍ່ຂອງນາງ ແລະ ການໄດ້ພົບກັບເອີຊູລາ ແມ່ມົດແຫ່ງທ້ອງທະເລຜູ້ໝາຍຈະຄອງແຕ່ອັດລັງຕິກາ ແອຣຽລຕົກລົງກັບຂໍ້ຕົກລົງເອີຊູລາເພື່ອແລກສຽງອັນນີ້ມນວນຂອງນາງກັບຂາມະນຸດ ເພື່ອທີ່ນາງຈະໄດ້ຂຶ້ນໄປໃນໂລກເໜືອນ້ຳ ແລະ ສ້າງຄວາມປະທັບໃຈໃຫ້ກັບເຈົ້າຊາຍເອຣິກ ແຕ່ໃນທີ່ສຸດສິ່ງນີ້ເຮັດໃຫ້ຊີວິດຂອງນາງ ແລະ ບັນລັງຂອງພຣະບິນານາງ ຕົດຢູ່ໃນອັນຕະລາຍ ແລະ ອັດລັງຕິກາກໍຕົກຢູ່ພາຍໃຕ້ອຳນາດຂອງເອີຊູລາ[5]
ນັກສະແດງ
[ດັດແກ້]- ຮັລລີ ເບລີ ຮັບບົດເປັນ ເຈົ້າຍິງແອຣຽລ ເຈົ້າຍິງເງືອກນ້ອຍ ແລະ ລູກສາວຫຼ້າຂອງລາຊາໄທຣຕັນ ຜູ້ຫຼົງໃຫຼໃນໂລກມະນຸດ ເຖິງກັບຍອມຕົກລົງກັບເອີຊູລາວ່າ ຈະແລກສຽງອັນນີ້ມນວນກັບຂາມະນຸດ ເພື່ອທີ່ຈະໄດ້ຂຶ້ນໄປຢູ່ໃນໂລກເໜືອຜິວນ້ຳ ແຕ່ນັ້ນເຮັດໃຫ້ຕົວນາງເອງ ບັນລັງພຣະບິດາ ແລະ ມະຫາສະໝຸດຕົກຢູ່ໃນອັນຕະລາຍ[6]
- ໂຈນາ ຮາວເອີ-ຄິງ ຮັບບົດເປັນ ເຈົ້າຊາຍເອຣິກ ເຈົ້າຊາຍແຫ່ງອານາຈັກມະນຸດເຊິ່ງແອຣຽລຕົກຫຼຸມຮັກຫຼັງຈາກຊ່ວຍລາວຈາກການຈົມນ້ຳ ແລະ ເປັນຮັກແລກພົບ ແລະ ຮັກແທ້ຂອງແອຣຽລ[7]
- ເດວິດ ດິກຊ໌ ຮັບບົດເປັນ ເຊບາສຕຽນ ປູຜູ້ຊື່ສັດ ແລະ ເປັນຄົນຮັບໃຊ້ຄົນສະໜິດກັບເປັນນັກປະພັນຫຼວງຂອງລາຊາໄທຣຕັນ ແລະ ຍັງເປັນອ້າຍລ້ຽງທີ່ຄ່ອຍເບິ່ງແຍງແອຣຽລ ຢູ່ສະເໝີ[7][8]
- ອະຄວາຟິນາ ຮັບບົດເປັນ ສະຄັດເທິລ ນົກການ້ຳສະໝອງນ້ອຍ ແລະ ເປັນໝູ່ຂອງແອຣຽລ ເຊິ່ງມັກໃຫ້ຄຳອະທິບາຍຜິດໆ ຂອງສິ່ງຂອງຈາກໂລກເໝືອນທີ່ແອຣຽລໄດ້ພົບ[9] ຕົວລະຄອນຈະເປັນນົກການ້ຳໂຕເມຍທີ່ດຳນ້ຳໄດ້ແທນທີ່ຈະເປັນນົກຍາງໂຕຜູ້ຄືໃນຮູບເງົາຕົ້ນສະບັບ ເພື່ອນຳສະເໜີຕົວລະຄອນໃນສາກໃຕ້ນ້ຳ [10]
- ເຈຄັອບ ເທຣມເບຼ ຮັບບົດເປັນ ຟລາວເດີ ປາເຂດຮ້ອນຂີ້ກັງວົນແຕ່ມີກຽດ ເຊິ່ງເປັນໝູ່ທີ່ດີສຸດຂອງແອຣຽລ[11]
- ໂນມາ ດູເວຊເວນີ ຮັບບົດເປັນ ລາຊິນີເຊລິນາ ເຊິ່ງເປັນຕົວລະຄອນໃໝ່ຂອງຮູບເງົາເລື່ອງນີ້[12]
- ຈາບິເອີ ບາເດັມ ຮັບບົດເປັນ ລາຊາໄທຣຕັນ ພໍ່ຂອງແອຣຽລຜູ້ຫວງລູກສາວຫຼາຍເກີນໄປ ແລະ ເປັນລາຊາແຫ່ງອັດລັງຕິກາຜູ້ມີອະຄະຕິຕໍ່ມະນຸດ[13][14]
- ເມລິສຊາ ແທັກຄາທີ ຮັບບົດເປັນ ເອີຊູລາ ແມ່ມົດແຫ່ງທ້ອງທະເລ ເອື້ອຍສາວຂອງລາຊາໄທຣຕັນ ປ້າແທ້ໆ ຂອງແອຣຽລ ຜູ້ເຊິ່ງແອຣຽລເຮັດຂໍ້ຕົກລົງເພື່ອການເປັນມະນຸດ ເຊິ່ງເປັນສ່ວນໜຶ່ງຂອງແຜນການລັບຂອງເອີຊູລາທີ່ຈະຄອບຄອງສາມງ່າມຂອງລາຊາໄທຣຕັນເພື່ອຍຶດຄອງອັດລັງຕິກາ[9]
- ເຈສຊິກ້າ ອາເລັກຊານເດີ ຮັບບົດເປັນ ວາເນສຊາ ຮ່າງຈຳແລງຂອງເອີຊູລາ ຜູ້ໃຊ້ສຽງທີ່ລັກມາຈາກແອຣຽລ ສະກົດຈິດເອຣິກໃຫ້ແຕ່ງງານ
ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ ແມ່ແບບ:Cite the numbers

- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).