ອຸປະສັກທາງການຄ້າ

ຈາກ ວິກິພີເດຍ
Jump to navigation Jump to search

ອຸປະສັກທາງການຄ້າ ແມ່ນການກຳນົດຂໍ້ຈໍາກັດຂອງລັດຖະບານຕໍ່ການຄ້າສາກົນ . [໑]

ນັກເສດຖະສາດ ໂດຍທົ່ວໄປແມ່ນເຫັນດີວ່າອຸປະສັກທາງການຄ້າແມ່ນເປັນອັນຕະລາຍຕໍ່ເສດຖະກິດ ແລະ ຫຼຸດປະສິດທິພາບໂດຍລວມຂອງເສດຖະກິດລົງ; ນີ້ສາມາດອະທິບາຍໄດ້ໂດຍ ທິດສະດີຄວາມໄດ້ປຽບທຽບຖານ(comparative advantage theory).

ບັນດາອຸປະສັກທາງດ້ານການຄ້າສ່ວນໃຫຍ່ແມ່ນເຮັດວຽກຕາມຫຼັກການດຽວກັນຄື: ການຈັດການຄ່າຕົ້ນທຶນບາງຢ່າງ (ເງິນ, ເວລາ, ລະບົບການປົກຄອງຂອງລັດ, ສ່ວນແບ່ງຫຼືໂກຕ້າ) ຂອງການຄ້າ ເຊິ່ງເປັນການເພີ່ມລາຄາຂອງສິນຄ້າ ຫຼື ເຮັດໃຫ້ມີສິນຄ້າຕ່າງໆເພື່ອການຊື້ຂາຍ. ຖ້າມີສອງປະເທດ ຫລື ຫຼາຍກວ່ານັ້ນ, ໃຊ້ຂ້ກຳນົດອຸປະສັກທາງການຄ້າຕໍ່ຕ້ານກັນແລະກັນຢູ່ເລື້ອຍໆ, ຜົນທີ່ຕາມມາກໍ່ຄື ສົງຄາມການຄ້າ. ບັນດາສິ່ງກີດຂວາງ ຫຼື ຂໍ້ກຳນົດຕ່າງໆແມ່ນຈະມາໃນຮູບແບບຂອງ ພາສີອາກອນ (ເຊິ່ງເປັນການກຳນົດພັນທະໃນການຈ່າຍພາສີຂອງການນໍາເຂົ້າສິນຄ້າ) ແລະ ສິ່ງກີດຂວາງຕ່າງໆທີ່ບໍ່ແມ່ນພາສີຕໍ່ການຄ້າ (ອັນໄດ້ນໍາໃຊ້ວິທີອື່ນໆແບບທາງກົງ ແລະ ທາງອ້ອມເພື່ອຈໍາກັດການນໍາເຂົ້າ ແລະ ສົ່ງອອກສິນຄ້າ).

ໃນທາງທິດສະດີ, ການຄ້າເສລີ ແມ່ນເປັນການລົບລ້າງອຸປະສັກທັງຫມົດທາງການຄ້າ, ຍົກເວັ້ນໃນບາງກໍລະນີທີ່ພິຈາລະນາເຖິງຄວາມຈໍາເປັນດ້ານສຸຂະພາບ ຫຼື ຄວາມປອດໄພພາຍໃນປະເທດ. ເຖິງຢ່າງໃດກໍ່ຕາມ, ໃນທາງປະຕິບັດຕົວຈິງ, ບັນດາປະເທດທີ່ສົ່ງເສີມການຄ້າເສລີແມ່ນໄດ້ລົງທຶນຢ່າງໜັກໃສ່ອຸດສາຫະກໍາບາງຢ່າງເຊັ່ນ: ການກະສິກໍາ ແລະ ເຫຼັກ .

ພາບລວມ[ແກ້ໄຂ]

ບັນດາປະເທດທີ່ມີລາຍໄດ້ສູງມັກຈະມີອຸປະສັກ ຫຼື ຂໍ້ຈຳກັດທາງການຄ້າ ໜ້ອຍກວ່າປະເທດທີ່ມີລາຍຮັບປານກາງ,ເຊິ່ງໃນເວລາດຽວກັນ ປະເທດທີ່ມີລາຍຮັບປານກາງກໍມັກຈະມີອຸປະສັກທາງການຄ້າຫນ້ອຍກວ່າບັນດາປະເທດທີ່ມີລາຍໄດ້ຕ່ໍາ. [໒] ລັດຂະຫນາດນ້ອຍມີແນວໂນ້ມທີ່ຈະມີອຸປະສັກການຄ້າຫນ້ອຍລົງກ່ວາລັດຂະຫນາດໃຫຍ່. [໓] [໔] [໕] ອຸປະສັກທາງການຄ້າທົ່ວໄປສ່ວນຫຼາຍແມ່ນຢູ່ໃນສິນຄ້າກະສິກໍາ. [໒] ສິ່ງທໍສານ, ເຄື່ອງນຸ່ງຫົ່ມແລະເກີບ ແມ່ນສິນຄ້າທີ່ຜະລິດໃນໂຮງຈັກໂຮງງານທີ່ຖືກຈຳກັດໂດຍຂໍ້ກຳນົດຂອງອຸປະສັກທາງການຄ້າຫລາຍທີ່ສຸດ. [໒] ອັດຕາພາສີໄດ້ຫຼຸດລົງເລື້ອຍໆ ໃນ 20 ປີຜ່ານມາຍ້ອນອິດທິພົນຂອງ ອົງການການຄ້າໂລກ(WTO) ໄດ້ເປີດກວ້າງຂຶ້ນ, ແຕ່ລັດ ຫຼື ປະເທດຕ່າງໆແມ່ນໄດ້ເພີ່ມການນໍາໃຊ້ ຂໍ້ກຳນົດຂອງອຸປະສັກການຄ້າຕ່າງທີ່ບໍ່ແມ່ນພາສີ ຂຶ້ນ. [໒]

ອີງຕາມ ຊັດ ບາວນ໌ (Chad Bown) ແລະ ເມເຣດິດ ຄຣາວເລ້ (Meredith Crowley), ການຄ້າສາກົນໃນປະຈຸບັນແມ່ນ "ອາດຈະ" ເສລີກວ່າສະໄຫມແຕ່ກີ້ຫຼາຍ. [໒] ອີງຕາມ ໂຣນອດ ຟິນເລ້ (Ronald Findlay) ແລະ ເຄວິນ ອໍຣວກກີ (Kevin H. O'Rourke), "ອຸປະສັກທາງການຄ້າ ແລະ ຄ່າຂົນຄົມມະນາຄົມສົ່ງ ໃນຊ່ວງ ສະຕະວັດທີ່ 18 ແລະ 19 ແມ່ນເປັນອຸປະສັກຕົ້ນຕໍທາງການຄ້າ". [໖]

ວິທະຍາໄລ ຈອດຈ໌ທາວນ໌ ( Georgetown University) ອາຈານ ມາກ ບຸສ ( Marc L Busch) ແລະ ວິທະຍາໄລ ແມັກກິວ (McGill University ) ອາຈານ ຄຣິສໂຕຟ ( Krzysztof J Pelc) ສັງເກດວ່າຂໍ້ສະເຫນີດ້ານການຄ້າໃນປະຈຸບັນນີ້ ແມ່ນຍືດຍາວ ແລະສະຫຼັບຊັບຊ້ອນ ເພາະວ່າ ນອກເໜືອຈາກ ອັດຕາພາສີ, ສ່ວນຫຼາຍແລ້ວແມ່ນພວກເຂົາຈະຄວບຄຸມເລື່ອງ ຂໍ້ກຳນົດຂອງອຸປະສັກທາງການຄ້າທີ່ບໍ່ແມ່ນການຈ່າຍພາສີຕໍ່ການຄ້າ, ເຊັ່ນ: ມາດຕະຖານ ແລະ ລະບຽບການຕ່າງໆ. ເນື່ອງຈາກການຫຼຸດລົງຢ່າງຕໍ່ເນື່ອງຂອງມາດຕະການພາສີອາກອນ ນັບຕັ້ງແຕ່ ສົງຄາມໂລກຄັ້ງທີ II, ບັນດາປະເທດຕ່າງໆໄດ້ອອກຂໍ້ກຳນົດ ແລະ ກົດລະບຽບຂອງອຸປະສັກທາງການຄ້າ ໃນຮູບແບບທີ່ບໍ່ແມ່ນການຈ່າຍພາສີຕໍ່ການຄ້າ ເພີ່ມຂຶ້ນ. ບັນດາບໍລິສັດແຫ່ງຊາດຕ່າງໆມັກຈະສະຫນັບສະຫນູນລັດຖະບານຂອງຕົນໃຫ້ອອກຂໍ້ກໍານົດ ແລະ ກົດລະບຽບ ທີ່ຖືກອອກແບບເພື່ອປ້ອງກັນບໍລິສັດຕ່າງປະເທດ. ນອກນັ້ນ, ຂໍ້ສະເຫນີດ້ານການຄ້າທີ່ທັນສະໄຫມໃນປະຈຸບັນນີ້ແມ່ນເປັນວິທີຫນຶ່ງທີ່ຈະເຮັດໃຫ້ມີກົດລະບຽບດັ່ງກ່າວ. [໗]

ອຸປະສັກທາງການຄ້າສາມາດໃຊ້ໄດ້ຫຼາຍຮູບແບບ, ລວມທັງດັ່ງຕໍ່ໄປນີ້:

  • ພາສີອາກອນ
  • ອຸປະສັກທາງການຄ້າທີ່ບໍ່ແມ່ນການຈ່າຍພາສີຕໍ່ການຄ້າ ລວມມີ:
    • ໃບອະນຸຍາດການນຳເຂົ້າສິນຄ້າ
    • ໃບອະນຸຍາດການສົ່ງອອກສິນຄ້າ
    • ຈຳນວນ ຫຼື ໂກຕ້າ ໃນການນໍາເຂົ້າ
    • ເງິນສະໜັບສະໜູນ
    • ການຈຳກັດການສົ່ງອອກດ້ວຍຄວາມສະໝັກໃຈ
    • ຄວາມຕ້ອງການຂອງເນື້ອຫາໃນທ້ອງຖິ່ນ
    • ການສັ່ງຫ້າມ
    • ການລົດລົງຂອງຄ່າເງິນຕາ [໘]
    • ການຈໍາກັດການຄ້າ

ຜົນກະທົບຂອງອຸປະສັກທາງການຄ້າໃນທຸລະກິດ[ແກ້ໄຂ]

ອຸປະສັກທາງການຄ້າແມ່ນໄດ້ຖືກວິພາກວິຈານຢູ່ເລື້ອຍໆກ່ຽວກັບຜົນກະທົບທີ່ມີຢູ່ໃນໂລກທີ່ກໍາລັງພັດທະນາ (ປະເທດທີ່ກຳລັງພັດທະນາ). ເນື່ອງຈາກປະເທດທີ່ອຸດົມສົມບູນ ຫຼື ປະເທດທີ່ພັດທະນາແລ້ວແມ່ນໄດ້ເອີ້ນເອົາຂໍ້ກຳນົດ ແລະ ຈັດວາງນະໂຍບາຍທາງການຄ້າຕ່າງໆໄວ້ແລ້ວ, ສິນຄ້າຢ່າງເຊັ່ນ: ພືດ ທີ່ບັນດາປະເທດກໍາລັງພັດທະນາສາມາດຜະລິດໄດ້ດີທີ່ສຸດຍັງມີອຸປະສັກຫລາກຫລາຍຢ່າງ. ອຸປະສັກທາງການຄ້າເຊັ່ນ: ພາສີອາກອນກ່ຽວກັບການນໍາເຂົ້າອາຫານ ຫຼື ເງິນອຸດຫນູນສໍາລັບຊາວກະສິກອນໃນປະເທດທີ່ພັດທະນາແລ້ວ ໄດ້ເຮັດໃຫ້ການຜະລິດລົ້ນ ແລະ ຖິ້ມຂາຍ (ຂາຍອອກໃນລາຄາທີ່ຖືກ)ໃນຕະຫລາດໂລກ ເຊິ່ງນັ້ນມັນເປັນການທຳຮ້າຍຊາວກະສິກອນທີ່ຢູ່ໃນປະເທດທຸກຍາກ. ອັດຕາພາສີກໍຍັງອາດເປັນການຕໍ່ຕ້ານຄວາມທຸກຍາກ, ທີ່ມີອັດຕາທີ່ຕໍ່າ ສໍາລັບສິນຄ້າທີ່ຍັງບໍ່ທັງຜ່ານຂະບວນການຜະລິດ ຫຼື ການອຸສາຫະກຳ (ສິນຄ້າດິບ) ແລະ ມີອັດຕາທີ່ສູງ ສໍາລັບສິນຄ້າທີ່ໄດ້ຜ່ານການຜະລິດຈາກຫຼາຍແຮງງານ. ''ນະໂຍບາຍການລົງທຶນເພື່ອການພັດທະນາ'' ໄດ້ປະເມີນວ່າ ຜົນກະທົບຂອງນະໂຍບາຍທາງການຄ້າຂອງປະເທດທີ່ມີຄວາມອຸດົມສົມບູນນັ້ນ ມັນມີຜົນກະທົບຕໍ່ປະເທດທີ່ກໍາລັງພັດທະນາໂດຍແທ້ຈິງ.

ອຸປະສັກທາງການຄ້າຕ່າງໆ ສ່ວນຫຼາຍແລ້ວແມ່ນເປັນການຮວມຮວມຄວາມຕ້ອງການຂອງຂໍ້ຕົກລົງ ແລະ ຂໍ້ກຳນົດການຂົນສົ່ງຈາກຕ່າງປະເທດ ກັບ ຂະບວນການກວດສອບຂໍ້ບົກພ່ອງ ຫຼື ການຮັບຮອງຕ່າງໆພາຍໃນປະເທດ. ຜົນກະທົບຂອງອຸປະສັກທາງການຄ້າຕໍ່ບໍລິສັດ ແລະ ປະເທດ ແມ່ນຂຶ້ນໆລົງໆ. ການສຶກສາໜຶ່ງແມ່ນເຜີຍໃຫ້ເຫັນວ່າ ບໍລິສັດຂະຫນາດນ້ອຍແມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດ (ຫຼາຍກວ່າ 50%). [໙]

ໃນແງ່ມຸມທາງລົບໜຶ່ງຕໍ່ກັບອຸປະສັກທາງການຄ້າແມ່ນວ່າ ພວກເຂົາ (ຜູ້ບໍລິໂພກ) ມີທາງເລືອກທີ່ຈໍາກັດຕໍ່ກັບຜະລິດຕະພັນ ຫຼື ສິນຄ້າຕ່າງໆງ ເຊິ່ງຈະບັງຄັບໃຫ້ລູກຄ້າຈ່າຍໃນລາຄາທີ່ສູງຂຶ້ນ ແລະ ຍອມຊື້ສິນຄ້າທີ່ມີຄຸນນະພາບດ້ອຍກວ່າ. [໑໐]

ອຸປະສັກທາງການຄ້າແມ່ນເປັນສິ່ງກີດຂວາງການຄ້າແບບເສລີ. ກ່ອນທີ່ຈະນຳເຂົ້າ ແລະ ສົ່ງອອກສິນຄ້າສູ່ປະເທດອື່ນໆ, ຂັ້ນຕອນທຳອິດແມ່ນ ພວກເຂົາຕ້ອງຄຳນຶງເຖິງຂໍ້ກຳນົດ ແລະ ລະບຽບການຕ່າງໆທີ່ລັດຖະບານໄດ້ວາງໄວ້. ເຊິ່ງພວກເຂົາຕ້ອງໝັ້ນໃຈກ່ອນວ່າ ພວກເຂົາບໍ່ໄດ້ທຳການລະເມີດກົດໝາຍ ແລະ ກົດລະບຽບຕ່າງໆ ໂດຍການກວດອ່ານ ແລະ ສຶກສາເບິ່ງເຖິງຂໍ້ກຳນົດຕ່າງໆທີ່ກ່ຽວຂ້ອງກັບພາສີ ແລະ ອາກອນ, ແລະ ສຸດທ້າຍແມ່ນ ພວກເຂົາຕ້ອງໄດ້ຮັບໃບອະນຸຍາດ ເພື່ອຮັບປະກັນວ່າການນຳເຂົ້າ ແລະ ສົ່ງອອກສິນຄ້ານັ້ນຈະດຳເນີນໄປດ້ວຍດີ ແລະ ຫຼຸດຜ່ອນຄວາມສ່ຽງຂອງການຖືກປັບໄຫມ ລົງໂທດ ຫຼື ການລະເມີດກົດໝາຍ. ບາງຄັ້ງ, ສະຖານະການອາດມີຄວາມສະລັບຊັບຊ້ອນຍິ່ງຂຶ້ນ ເນື່ອງຈາກການປັບປ່ຽນຂອງນະໂຍບາຍ ແລະ ກົດລະບຽບຕ່າງໆຂອງປະເທດຫນຶ່ງໆ.

ຕົວຢ່າງປະເທດທີ່ມີການຄ້າແບບເສລີ[ແກ້ໄຂ]

  • ສັນຍາການຄ້າພາກເຫນືອອາເມລິກາ (NAFTA)
  • ສັນຍາການຄ້າເສລີອາຊີໃຕ້ (SAFTA)
  • ສະມາຄົມການຄ້າເສລີເອີຣົບ
  • ສະຫະພັນຂອງອາເມລິກາໃຕ້
  • New West Partnership (ເຂດການຄ້າເສລີພາຍໃນປະເທດການາດາລະຫວ່າງ Alberta, British Columbia ແລະ Saskatchewan)
  • ສະພາການຮ່ວມມືຮ່ວມກັນຂອງສະຫນາມກອຟ

ການຄ້າລະຫວ່າງປະເທດ[ແກ້ໄຂ]

ສະຫະລັດອາເມລິກາ[ແກ້ໄຂ]

ເມື່ອມາຮອດການບໍລິຫານປະເທດຂອງ ໂດນໍ້ ທຣັມ (Trump Administration), ສະຫະລັດອາເມລິກາໄດ້ເພີ່ມທະວີຂໍ້ກຳນົດພາສີອາກອນດ້ານອຸປະສັກທາງການຄ້າ. ອີງຕາມການບໍລິຫານ, ຂໍ້ກຳນົດເຫຼົ່ານີ້ຖືກຈັດຕັ້ງຂຶ້ນເພື່ອສະໜັບສະໜູນອຸດສາຫະກໍາພາຍໃນປະເທດ ທີ່ເຫັນວ່າເປັນການແຂ່ງຂັນທີ່ບໍ່ຍຸດຕິທໍາຈາກການນໍາເຂົ້າ. ນອກນີ້ກໍຍັງໄດ້ກ່າວຫາບັນດາປະເທດອື່ນໆອີກດ້ວຍ, ໂດຍສະເພາະແມ່ນ ປະເທດຈີນ, ກ່ຽວກັບການນໍາໃຊ້ຂໍ້ກຳນົດການຄ້າໃນຮູບແບບທີ່ບໍ່ແມ່ນການຈ່າຍພາສີກັບສະຫະລັດອາເມລິກາ ຕົວຢ່າງເຊັ່ນ: ຄວາມຕ້ອງການໃນການຈຳກັດການໂອນຊັບສິນທາງປັນຍາ . ໃນປີ 2018 , ມັນໄດ້ເລີ່ມຂຶ້ນຢູ່ໃນສົງຄາມການຄ້າຈີນ - ສະຫະລັດ.

ສະຫະພາບເອີຣົບ ແລະ ສະຫະລັດອາເມລິກາ

ສະຫະພາບເອີຣົບ (ໂດຍລວມ) ແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດຂອງສະຫະລັດ.

ລາຊະອານາຈັກອັງກິດ ແລະ ສະຫະລັດອາເມລິກາ

ໃນປີ 2018 , ລາຊະອານາຈັກອັງກິດແມ່ນສະມາຊິກຂອງສະຫະພາບເອີຣົບ ແລະຈຳນວນຕົວເລກຂ້າງລຸ່ມນີ້ແມ່ນລວມຢູ່ໃນຈຳນວນຕົວເລກຂອງ US / EU ຂ້າງເທິງ.

  • ອັງກິດສົ່ງອອກສິນຄ້າ 65,729 ລ້ານໂດລາສະຫະລັດໃນປີ 2016 ໃຫ້ແກ່ສະຫະລັດອາເມລິກາ. [໑໑]
  • ສະຫະລັດອາເມລິກາສົ່ງອອກສິນຄ້າມູນຄ່າ 51,698 ລ້ານໂດລາໃນປີ 2016 ສູ່ອັງກິດ [໑໑]
ເມັກຊິໂກ ແລະສະຫະລັດອາເມລິກາ
  • ເມັກຊິໂກສົ່ງອອກສິນຄ້າມູນຄ່າ 32,045 ລ້ານໂດລາຕໍ່ສະຫະລັດອາເມລິກາໃນປີ 2016. [໑໑]
  • ສະຫະລັດອາເມລິກາສົ່ງອອກມູນຄ່າສິນຄ້າ 24,569 ລ້ານໂດລາຕໍ່ເມັກຊິໂກໃນປີ 2016 [໑໑]

ສະຫະພາບເອີຣົບ[ແກ້ໄຂ]

ສະຫະພາບເອີຣົບ (EU) ແມ່ນສະມາຄົມຂອງ 28 ປະເທດທີ່ເປັນອະທິປະໄຕ ເຊິ່ງໄດ້ຕົກລົງຮ່ວມມືກັນເປັນໜຶ່ງດຽວໃນບາງຂອບເຂດວຽກງານ, ໂດຍສະເພາະແມ່ນຂອບເຂດວຽກງານການຄ້າ. ອັນໄດ້ດໍາເນີນການເປັນຕະຫລາດດຽວຂອງສະຫະພາບເອີຣົບ (European Union Single Market) ເພື່ອທຳການຄ້າລະຫວ່າງປະເທດຂອງພວກເຂົາເອງ ໂດຍທີ່ບໍ່ມີອຸປະສັກທາງການຄ້າ ທັງແບບທີ່ເສຍພາສີອາກອນ ແລະ ແບບທີ່ບໍ່ເສຍພາສີອາກອນ. ການຄ້າກັບບັນດາປະເທດທີສາມ (ປະເທດທີ່ກຳລັງພັດທະນາ) ແມ່ນຄວບຄຸມໂດຍລວມ ເຊິ່ງຜ່ານພາສີສຸລະກາກອນຂອງສະຫະພາບເອີຣົບ(The European Union Customs Union). ສະຫະພາບເອີຣົບໄດ້ດໍາເນີນການໃຊ້ຂໍ້ກຳນົດຂອງອຸປະສັກທາງການຄ້າເປັນຈໍານວນຫນ້ອຍ, [໑໒]   ສິ່ງທີ່ສໍາຄັນກວ່ານີ້ແມ່ນ ມາດຕະຖານດ້ານສຸຂະນາໄມ ແລະ ສຸຂະນາໄມພືດ ແລະ ລະດັບຈຳນວນ (ໂກຕ້າ) ຜະລິດຕະພັນກະສິກໍາ. ລະບົບຂໍ້ມູນອັດຕາພາສີອາກອນທີ່ຜູກມັດຂອງສະຫະພາບເອີີຣົບ (The EU Binding Tariff Information System) ລະບຸເຖິງອັດຕາພາສີອາກອນສໍາລັບສິນຄ້າແລະບໍລິການພາຍນອກທີ່ສະຫນອງໃຫ້ແກ່ປະເທດສະມາຊິກ. [໑໓] [໑໔]

The European Customs Information Portal ໄດ້ສະຫນອງຂໍ້ມູນໃຫ້ກັບທຸລະກິດຕ່າງໆໃນປະເທດສະມາຊິກກ່ຽວກັບບັນຫາການສົ່ງອອກ.

ລາຊະອານາຈັກອັງກິດ[ແກ້ໄຂ]

ໃນເດືອນທັນວາ 2018 , ລາຊະອານາຈັກອັງກິດເປັນສະມາຊິກຂອງສະຫະພາບເອີຣົບ ແລະ ໄດ້ເຂົ້າຮ່ວມຢູ່ໃນສະຖານະພາບໂດຍລວມ ຂອງສະຫະພາບເອີຣົບກ່ຽວກັບການຄ້າ.

ລາຊະອານາຈັກອັງກິດ ແລະ ຄູ່ຄ້າອັນດັບຕົ້ນໆ:

  • ປະເທດອັງກິດສົ່ງອອກ 14 ຕື້ເອີໂຣໃຫ້ໄອແລນໃນປີ 2011 [໑໕]
  • ປະເທດອັງກິດສົ່ງອອກ 7 ຕື້ເອີໂຣໃຫ້ຈີນໃນປີ 2011 [໑໕]
  • ອັງກິດໄດ້ສົ່ງອອກ 4,6 ຕື້ເອີໂຣໃຫ້ອິນເດຍໃນປີ 2011. [໑໕]
  • ປະເທດອັງກິດສົ່ງອອກ 3,8 ຕື້ເອີໂຣໃຫ້ຣັດເຊຍໃນປີ 2011. [໑໕]

ເຢຍລະມັນ[ແກ້ໄຂ]

ເຢຍລະມັນຍັງເປັນສະມາຊິກຂອງສະຫະພາບເອີຣົບ. ແລະ ຄູ່ຄ້າອັນດັບຕົ້ນໆຂອງເຢຍລະມັນແມ່ນ:

  • ເຢຍລະມັນສົ່ງອອກ 107 ຕື້ເອີໂຣໃຫ້ສະຫະລັດອາເມລິກາ [໑໖]
  • ເຢຍລະມັນສົ່ງອອກ 101 ຕື້ເອີໂຣໃຫ້ປະເທດຝຣັ່ງ [໑໖]
  • ເຢຍລະມັນສົ່ງອອກ 86 ຕື້ເອີໂຣໃຫ້ອັງກິດ [໑໖]

ຈີນ[ແກ້ໄຂ]

ຈີນໄດ້ເຂົ້າຮ່ວມ WTO (World Trade Organization) ໃນປີ 2001 ແລະນັບຕັ້ງແຕ່ນັ້ນມາ, ພວກເຂົາໄດ້ຫລຸດຜ່ອນກົດລະບຽບການຄ້າຂອງພວກເຂົາລົງຢ່າງຊ້າໆ. ໃນປີ 2004 ພວກເຂົາໄດ້ເຊັນສັນຍາ ກົດຫມາຍການຄ້າຕ່າງປະເທດ. ນີ້ເຮັດໃຫ້ທຸລະກິດທຸກປະເພດສາມາດຄ້າຂາຍໄດ້ທົ່ວໂລກຕາບໃດທີ່ພວກເຂົາໄດ້ຍື່ນເອກະສານຢ່າງຖືກຕ້ອງ. [໑໗]

  • ຈີນສົ່ງອອກສິນຄ້າ 27,68 ຕື້ໂດລາສະຫະລັດໄປສະຫະລັດອາເມລິກາ ໃນປີ 2017 [໑໘]
  • ຈີນສົ່ງອອກສິນຄ້າ 273,6 ຕື້ໂດລາສະຫະລັດໄປຮ່ອງກົງໃນປີ 2017 [໑໘]
  • ຈີນສົ່ງອອກສິນຄ້າ 561 ຕື້ໂດລາສະຫະລັດໃຫ້ແກ່ເນເທີແລນສ໌ ໃນປີ 2017 [໑໘]

ເບິ່ງເພີ່ມຕື່ມ[ແກ້ໄຂ]

  • ນະໂຍບາຍດ້ານກະສິກໍາ
  • ພາສີສຸລະກາກອນ
  • ປະຕິເສດການກວດສອບການຄ້າ
  • ໃບຢັ້ງຢືນການນໍາໃຊ້ທີ່ສຸດ
  • ການ​ຄ້າ​ເສລີ
  • ສັນຍາການຄ້າເສລີສາກົນ
  • ການກັ້ນພູມມີພາກ

ຖານຂໍ້ມູນທີ່ເປັນປະໂຫຍດກ່ຽວກັບອຸປະສັກທາງການຄ້າ[ແກ້ໄຂ]

ອ້າງອິງ[ແກ້ໄຂ]

  1. Empty citation‎ (help) 
  2. ໒.໐ ໒.໑ ໒.໒ ໒.໓ ໒.໔ Empty citation‎ (help) 
  3. Empty citation‎ (help) 
  4. Empty citation‎ (help) 
  5. Empty citation‎ (help) 
  6. Empty citation‎ (help) 
  7. Empty citation‎ (help) 
  8. The Wall Street Journal of Europe, October. 11, 2011 p. 6
  9. Empty citation‎ (help) 
  10. Bleacher Hans; Lee Dahringer; Helmet Leis, International Marketing: A Global Perspective, 1999: p. 7
  11. ໑໑.໐ ໑໑.໑ ໑໑.໒ ໑໑.໓ Empty citation‎ (help) 
  12. Empty citation‎ (help) 
  13. Empty citation‎ (help) 
  14. Empty citation‎ (help) 
  15. ໑໕.໐ ໑໕.໑ ໑໕.໒ ໑໕.໓ Empty citation‎ (help) 
  16. ໑໖.໐ ໑໖.໑ ໑໖.໒ Empty citation‎ (help) 
  17. Empty citation‎ (help) 
  18. ໑໘.໐ ໑໘.໑ ໑໘.໒ Empty citation‎ (help)