ຄວາມໄດ້ປຽບທຽບຖານ

ຈາກ ວິກິພີເດຍ

ຄວາມໄດ້ປຽບທຽບຖານ(comparative advantage) ທີ່ຖືກນຳໃຊ້ກັນຢ່າງກ້ວາງຂວາງ ໃນ ເສດຖະສາດ ເພື່ອອະທິບາຍວ່າ ເປັນຫຍັງ ການຄ້າ ຈະເປັນຜົນດີ ຕໍ່ກັບ ແຕ່ລະຄູ່ຄ້າ. ໃນຂະນະທີ່ ຄວາມໄດ້ປຽບເດັດຖານ ຈະສົມທຽບ ໂດຍກົງ ຜະລິດຕະພາບ ຂອງ ສິນຄ້າດຽວກັບ ລະຫວ່າງ 2 ປະເທດ, ຄວາມໄດ້ປຽບທຽບຖານ ຈະສົມທຽບ ອັດຕາສ່ວນ ຂອງ ຜະລິດຕະພາບ ຂອງ 2 ສິນຄ້າ ໃດໜຶ່ງ ລະຫວ່າງ 2 ປະເທດ. ໃນນີ້ ເຖິງວ່າ ປະເທດໃດໜຶ່ງ ຈະມີ ຄວາມໄດ້ປຽບເດັດຖານ (ເຊັ່ນຜະລິດໂດຍຕົ້ນທຶນທີ່ຕໍ່າທີ່ສຸດ)ກໍ່ຕາມ ມັນບໍ່ໄດ້ໝາຍຄວາມວ່າ ປະເທດນັ້ນ ຈະໄດ້ປຽບໂລດ ເມື່ອ ມີການຄ້າເສລີ.

ຕົວຢ່າງ[ແກ້ໄຂ]

ສົມມຸດວ່າ ປັດໃຈການຜະລິດທີ່ຈຳເປັນ ມີ ແຕ່ ແຮງງານ ແລະ ແຮງງານ ທີ່ຈຳເປັນ ໃນການຜະລິດ ລົດຈັກຄັນໜຶ່ງ ແລະ ເຂົ້າໂຕນໜຶ່ງ ໃນ ປີໜຶ່ງ ຢູ່

  • ປະເທດ ກ ແມ່ນ 100 ຄົນ ແລະ 50​ ຄົນ. ຢູ່ ປະເທດ ກ ລາຄາລົດຈັກ 1 ຄັນ ຈະເທົ່າກັບ ລາຄາ ເຂົ້າ 2 ໂຕນ (100 ຫານ 50)
  • ປະເທດ ຂ ແມ່ນ 50 ຄົນ ແລະ 5 ຄົນ. ຢູ່ ປະເທດ ຂ ລາຄາລົດຈັກ 1 ຄັນ ຈະເທົ່າກັບ ລາຄາເຂົ້າ 10 ໂຕນ(50​ ຫານ 5)

ຖ້າສົມທຽບ ໂດຍ ກົງແລ້ວ ຊິເຫັນວ່າ ປະເທດ ຂ ມີຄວາມໄດ້ປຽບເດັດຖານ ທັງ ໃນການຜະລິດລົດຈັກ ແລະ ເຂົ້າ ເຊິ່ງ ເບິ່ງຄືວ່າ ການຄ້າກັບ ປະເທດ ກ ຈະບໍ່ມີປະໂຫຍດຫຍັງເລີຍ ຕໍ່ກັບ ປະເທດ ຂ.ແຕ່ ໃນທິດສະດີຄວາມໄດ້ປຽບທຽບຖານ ການທີ່ ທັງສອງປະເທດ ສຸມໃສ່ ການຜະລິດທີ່ຕົນເອງ ມີ ຄວາມໄດ້ປຽບທຽບຖານ ຈະເຮັດ ໃຫ້ ທັງ 2 ປະເທດ ມີ ລາຍຮັບເພີ່ມຂຶ້ນ. ໃນທີ່ນີ້ ເຫັນວ່າ ຢູ່ ປະເທດ ກ ລາຄາລົດຈັກ / ລາຄາເຂົ້າ = 2 ນ້ອຍກວ່າ ລາຄາລົດຈັກ / ລາຄາເຂົ້າ ຢູ່ ປະເທດ ຂ (=10) ສະນັ້ນ ປະເທດ ກ ຄວນຈະຜະລິດ ແຕ່ ລົດຈັກ ແລະ ສົ່ງອອກສ່ວນເຫຼືອ ເພື່ອ ນຳເຂົ້າ ເຂົ້າ ຈາກ ປະເທດ ຂ ຊິດີກ່ວາ. ໃນ ທາງກົງກັນຂ້າມ ປະເທດ ລາຄາເຂົ້າ / ລາຄາລົດຈັກ ຢູ່ ປະເທດ ຂ ແມ່ນ 1/10 ນ້ອຍກວ່າ ລາຄາເຂົ້າ / ລາຄາລົດຈັກ ຢູ່ ປະເທດ ກ (=1/2) ສະນັ້ນ ປະເທດ ຂ ຄວນຈະຜະລິດ ແຕ່ ເຂົ້າ ແລະ ສົ່ງອອກ ເຂົ້າ ເພື່ອ ນຳເຂົ້າ ລົດຈັກ ຈາກ ປະເທດ ກ ຈະເຮັດໃຫ້ ຕົນເອງ ມີ ລາຍໄດ້ຫຼາຍຂຶ້ນ.

ພິສູດ[ແກ້ໄຂ]

  • ສຳຫຼັບ ປະເທດ ກ

ຖ້າ ພົນລະເມືອງ ຂອງ ປະເທດ ກ ເທົ່າກັບ x ແລະ ແບ່ງໃຫ້ເຮັດວຽກ ຜະລິດລົດຈັກ x1 ຄົນ ແລະ ຜະລິດເຂົ້າ x2 ຄົນ ລາຍຮັບຕໍ່ປີ ຂອງ ປະເທດ ກ ຈະເທົ່າກັບ ລົດຈັກ x1/100 ຄັນ + ເຂົ້າ x2/50 ໂຕນ. ແຕ່ ຖ້າ ປະເທດ ກ ສຸມແຮງງານທີ່ຕົນອງມີຢູ່ ເຂົ້າໃນການຜະລິດລົດຈັກ ລາຍຮັບ ຈະກາຍເປັນ ລົດຈັກ x/100 ຄັນ = ລົດຈັກ x1/100 ຄັນ + ລົດຈັກ x2/100 ຄັນ. ແຕ່ ຖ້າເອົາ ລົດຈັກ x2/100 ຄັນ ທີ່ເຫຼືອນີ້​ສົ່ງອອກ ໄປຂາຍແລກ ເຂົ້າ ຢູ່ ປະເທດ ຂ ກໍ່ ຈະໄດ້ ກໍ່ຈະໄດ້ ເຂົ້າ 10 x (x2/100) ໂຕນ (ເພາະ ຢູ່ ປະເທດ ຂ ລາຄາລົດຈັກ 1 ຄັນ ເທົ່າ ກັບ ເຂົ້າ 10 ໂຕນ. ເບິ່ງຂ້າງເທິງ). ຈະເຫັນວ່າ ເຂົ້າທີ່ ໄດ້ ຈາກການຄ້າ ເຊິ່ງ ເທົ່່າກັບ 10 x (x2/100) = 5 x (x2/50) ໂຕນ ຫຼື ຫຼາຍກ່ວາກໍລະນີຜະລິດເອງ ຕັ້ງ 5 ເທື່ອ.

  • ສຳຫຼັບ ປະເທດ ຂ

ຖ້າ ພົນລະເມືອງ ຂອງ ປະເທດ ຂ ເທົ່າກັບ y ແລະ ແບ່ງໃຫ້ເຮັດວຽກ ຜະລິດລົດຈັກ y1 ຄົນ ແລະ ຜະລິດເຂົ້າ y2 ຄົນ ລາຍຮັບຕໍ່ປີ ຂອງ ປະເທດ ຂ ຈະເທົ່າກັບ ລົດຈັກ y1/50 ຄັນ + ເຂົ້າ y2/5 ໂຕນ. ແຕ່ ຖ້າ ປະເທດ ຂ ສຸມແຮງງານທີ່ຕົນອງມີຢູ່ ເຂົ້າໃນການຜະລິດເຂົ້າ ລາຍຮັບ ຈະກາຍເປັນ ເຂົ້າ y/5 ໂຕນ = ເຂົ້າ y1/5 ໂຕນ + ເຂົ້າ y2/5 ໂຕນ. ແຕ່ ຖ້າເອົາ ເຂົ້າ y1/5 ໂຕນ ທີ່ເຫຼືອນີ້​ສົ່ງອອກ ໄປຂາຍແລກ ລົດຈັກ ຢູ່ ປະເທດ ກ ກໍ່ ຈະໄດ້ ກໍ່ຈະໄດ້ ລົດຈັກ (y1/5)/2 ໂຕນ (ເພາະ ຢູ່ ປະເທດ ກ ລາຄາລົດຈັກ 1 ຄັນ ເທົ່າ ກັບ ເຂົ້າ 2 ໂຕນ. ເບິ່ງຂ້າງເທິງ). ຈະເຫັນວ່າ ລົດຈັກທີ່ ໄດ້ ຈາກການຄ້າ ເຊິ່ງ ເທົ່່າກັບ y1/10 = 5 x (y1/50) ໂຕນ ຫຼື ຫຼາຍກ່ວາກໍລະນີຜະລິດເອງ ຕັ້ງ 5 ເທື່ອ.

ແນ່ນອນວ່າ ໂມເດລດັ່ງກ່າວນີ້ ເປັນໂຄງສ້າງທີ່ຖືກປັບແປງໃຫ້ ກະທັດຮັດ ແລະ ມີຫຼາຍເງື່ອນໄຂ ທີ່ບໍ່ຖືກກັບ ສະພາບການໃນໂລກຕົວຈິງ ແຕ່ ແມ່ນແຕ່ໃນປະຈຸບັນນີ້ ກໍ່ຍັງສາມາດເວົ້າໄດ້ວ່າ ທິດສະດີດັ່ງກ່າວ ກໍ່ຍັງຖືກໃຊ້ ເປັນ ບ່ອນອ້າງອີງ ຂອງ ບັນດາຜູ້ທີ່ (ບໍລິສັດ,ປະເທດ) ທີ່ຮຽກຮ້ອງ ໃຫ້ ມີການຄ້າເສລີ.