ຫໍພະແກ້ວ
ຮູບຮ່າງການສະແດງຜົນ
| ຫໍພະແກ້ວ | |
|---|---|
ຫໍພະແກ້ວ | |
| ຂໍ້ມູນທົ່ວໄປ | |
| ຊື່ | ຫໍພະແກ້ວ |
| ທີ່ຕັ້ງ | ນະຄອນຫຼວງວຽງຈັນ |
| ປະເພດ | ບູຮານສະຖານຢູ່ປະເທດລາວ |
| - ສະຖານທີ່ເຄີຍປະດິດສະຖານພະແກ້ວມໍລະກົດ | |
| ຈຸດສົນໃຈ | ຊົມວິຫານຫຼວງເກົ່າທີ່ເຄີຍປະດິດສະຖານພຣະແກ້ວມໍລະກົດ ແລະ ພິພິທະພັນພາຍໃນຫໍພະແກ້ວ |
ຫໍພະແກ້ວ ເປັນອະດີດວັດໃນວຽງຈັນ ຕັ້ງຢູ່ຖະໜົນເສດຖາທິລາດທາງຕາເວັນຕົກສຽງໃຕ້ວັດສີສະເກດ. ວັດນີ້ສ້າງຂື້ນໃນປີຄ.ສ 1565 ສຳລັບເປັນບ່ອນປະດິດສະຖານພຣະແກ້ວມໍລະກົດ, ໂດຍພະເຈົ້າໄຊເຊດຖາທິລາດໃນເວລາທີ່ໄດ້ຕັດສິນໃຈຍ້າຍນະຄອນຫຼວງ ຈາກ ຫຼວງພະບາງມາຢູ່ວຽງຈັນ, ພາຍຫຼັງການສິ້ນພະຊົນຂອງພະເຈົ້າໂພທິສະລາດຜູ້ເປັນພະບິດາ.
ບໍລິເວນດ້ານນອກສິມຂອງບູຮານສະຖານຫໍພະແກ້ວອ້ອມຮອບໄປດ້ວຍພຣະພຸດທະຮູບຫຼໍ່ຈາກທອງ ໃນປາງຕ່າງໆ ທີ່ແຕກຕ່າງກັນ ແລະ ມີຄວາມສະຫງ່າງາມໂດດເດັ່ນ ສະແດງອອກເຖິງສິລະປະທີ່ງົດງາມ ແລະ ໂດດເດັ່ນຂອງຄົນລາວໃນແຕ່ລະຍຸກສະໄໝ.
ປັດຈຸບັນວັດນີ້ກາຍເປັນຫໍພິພິທະພັນ. ສ່ວນອົງພະແກ້ວມໍລະກົດປັດຈຸບັນແມ່ນຖືກເອົາໄປປະດິດສະຖານຢູ່ທີ່ ວັດພຣະສີລັດຕະນະສາດສະດາລາມ ຫຼື ວັດພະແກ້ວ ທີ່ ບາງກອກ, ປະເທດໄທ.