ຫຼັກເກນ ເຮັກເຊີ=ໂອລີນ

ຈາກ ວິກິພີເດຍ

ຫຼັກເກນ ເຮັກເຊີ-ໂອລີນ (Huckster-Ohlin theorem) ແມ່ນຫຼັກເກນ ກ່ຽວກັບ ໂຄງສ້າງການຄ້າສາກົນ ຕາມການແບ່ງວຽກ ຄິດຄົ້ນທິດສະດີນີ້ໂດຍ ນັກເສດຖະສາດຄົນສະວີເດັນ ທ່ານ ເອລີ ເຮັກເຊີ ແລະ ທ່ານ ເບລຕີລ ໂອລີນ. ຫຼັກເກນດັ່ງກ່າວເວົ້າວ່າ: ໂຄງສ້າງການສົ່ງອອກ ແລະ ນຳເຂົ້າ ຂອງແຕ່ລະປະເທດ ຂຶ້ນກັບອັດຕາສ່ວນຂອງ ປັດໃຈການຜະລິດທີ່ມີ ເຊັ່ນ: ທຶນ, ແຮງງານແລະ ອື່ນໆ.

ຍ້ອນຫຼັກເກນດັ່ງກ່າວ, ເຮັດໃຫ້ ທ່ານ ໂອລີນ ໄດ້ຮັບ ລາງວັນເສດຖະສາດທະນາຄານສະວີເດັນ ທີ່ລະນຶກ ອາລເຟຼດໂນເບລ ພ້ອມກັບນັກເສດຖະສາດສາກົນຄົນອັງກິດອີກທ່ານໜຶ່ງ ຄືທ່ານ ເຈມສ໌ ມີດໃນປີ 1977.

ສັງລວມຫຍໍ້ ທິດສະດີຂອງເພີ່ນ[ແກ້ໄຂ]

ໃນໂລກທີ່ມີ 2 ປະເທດ, 2 ປັດໃຈ ແລະ 2 ຜະລິດຕະພັນ ແລະ ໃນສະພາບການທີ່ບໍ່ມີການເຄື່ອນຍ້າຍປັດໃຈ ການຜະລິດ, ຫຼັກເກນ ເຮັກເຊີ=ໂອລີນ ອະທິບາຍວ່າ:

ສຳຫຼັບປະເທດຮັ່ງມີແຮງງານ ທີ່ມີແຮງງານຫຼາຍກວ່າທຶນ, ຄ່າເຊົ່າແຮງງານຈະມີຄ່າຕໍ່າກວ່າຄ່າເຊົ່າທຶນ ດັ່ງນັ້ນ ຜະລິດຕະພັນທີ່ໃຊ້ແຮງງານຫຼາຍ (ສຸມແຮງງານ) ຈະມີຕົ້ນທຶນການຜະລິດຕໍ່າກວ່າ ຜະລິດຕະພັນທີ່ໃຊ້ ທຶນຫຼາຍ. ກົງກັນຂ້າມ ຢູ່ປະເທດຮັ່ງມີດ້ານທຶນຮອນ ທີ່ມີທຶນຫລາຍກວ່າແຮງງານ, ຄ່າເຊົ່າທຶນ ຈະຕໍ່າກວ່າຄ່າເຊົ່າ ແຮງງານ ເຮັດໃຫ້ຕົ້ນທຶນການຜະລິດສິນຄ້າທີ່ໃຊ້ທຶນຫຼາຍ (ສຸມທຶນ) ຕໍ່າກວ່າ. ຍ້ອນແນວນັ້ນ, ປະເທດຮັ່ງມີແຮງງານ ຈະສົ່ງຜະລິດຕະພັນສຸມແຮງງານອອກ ຂະນະທີ່ ປະເທດຮັ່ງມີທຶນ ກໍຈະສົ່ງຜະລິດຕະພັນສຸມທຶນ ອອກ.

ບົດຄວາມກ່ຽວຂ້ອງ[ແກ້ໄຂ]