ຫຼ
ອັກສອນລາວ | |||||||
---|---|---|---|---|---|---|---|
ຫຼ | |||||||
ພະຍັນຊະນະ | |||||||
ກ | ຂ | ຄ | ງ | ຈ | ສ | ຊ | ຍ |
ດ | ຕ | ຖ | ທ | ນ | ບ | ປ | ຜ |
ຝ | ພ | ຟ | ມ | ຢ | ຣ | ລ | ວ |
ຫ | ອ | ຮ | ຫງ | ຫຍ | ໜ | ໝ | ຫຼ |
ຫວ | |||||||
ສະຫຼະ | |||||||
ະ | າ | - ິ | - ີ | - ຶ | - ື | - ຸ | - ູ |
ເ | ແ | ໂ | - ໍ | ໄ | ໃ | - ໍາ | - ັ |
- ົ | |||||||
ວັນນະຍຸດ | |||||||
–້ | –້ | –໊ | –໋ | ||||
ເຄື່ອງໝາຍອື່ນໆ | |||||||
–໌ | ຽ | ||||||
ເຄື່ອງໝາຍວັກຕອນ | |||||||
ຯ | ຯລຯ | ໆ |
ເພື່ອນຜູ້ອ່ານຫລາຍຄົນ ປະກອບຄວາມເຫັນ ໃຫ້ກອງບັນນາທິການ ປະເທດລາວ ໃຫ້ເອົານຳໄປຄົ້ນຄິດ ແລະ ສ່ອງແສງ ໃຫ້ສັງຄົມວ່າ ການໃຊ້ພະຍັນຊະນະຕົວ ລ ຫ້ອຍ ຍັງໄປຕາມຄວາມຄິດ ແລະ ເຂົ້າໃຈຂອງໃຜລາວ, ໂດຍສະເພາະມັກພົບເຫັນ ການໃຊ້ກັບຄຳທັບສັບ ຫລື ຄຳຢືມຈາກພາສາອື່ນ ເຊັ່ນ: ຄຼີນິກ, ຄຣີນິກເປັນປ້າຍ ໂຄສະນາ ເອກະຊົນ ຫລື ທຸລະກິດບຸກຄົນ… ສະນັ້ນມື້ນີ້ ຈຶ່ງຂໍນຳມາແລກ ປ່ຽນ ນໍາບັນດາທ່ານ ຜູ້ຮອບຮູ້ພາສາລາວ ບາງອັນຄືດັ່ງນີ້:
ຕາມການສຶກສາ ເບິ່ງໄວຍາກອນລາວ ທັງສະບັບໃຊ້ຢູ່ດຽວນີ້ ແລະ ແຕ່ປາງກ່ອນ (ກ່ອນ 1975), ການກຳນົດຮູບອັກສອນ ລ ຫ້ອຍບໍ່ໄດ້ຕ່າງກັນ ຫລື ໄປຕາມຍຸກ ສະໄໝການພັດທະນາ ເຊິ່ງໄດ້ກຳນົດ ໃຊ້ກັບ ພະຍັນຊະນະປະສົມ ຫລ ສະເພາະມີສອງຮູບຂຽນຄື ຫລ ແລະ ຫຼ ມີເຄື່ອງໝາຍອັກສອນ ຕາມການຈົດສຽງສາກົນຄື /l/. ໃນຄວາມເຂົ້າໃຈ ຂອງຜູ້ຂຽນ, ການພົບເຫັນໃຊ້ ລ ຫ້ອຍແທນສຽງ ຣ ອາດເປັນຄວາມເຂົ້າໃຈ ສະເພາະຂອງຜູ້ໃຊ້ ເຊິ່ງອາດຈະມາຈາກ ຍັງຊິນເຄີຍ ສະພາບແວດລ້ອມ ໃນໄລຍະກ່ອນນີ້ ຫລາຍສິບປີ ທີ່ໄວຍາກອນລາວ ບໍ່ໄດ້ກຳນົດເອົາຮູບ ພະຍັນຊະນະ ຫລື ອັກສອນ ຣ ໄວ້ເນື່ອງຈາກເຫດຜົນບາງປະການ, ແຕ່ຕອນນັ້ນກໍ່ບໍ່ພົບວ່າ ໃຫ້ໃຊ້ ລ ຫ້ອຍແທນຕົວ ຣ, ພົບແຕ່ການຂຽນທັບ ສັບພາສາຕ່າງປະເທດ ທີ່ອອກສຽງ ຣ /r/ປ່ຽນເປັນ “ລ”, ແຕ່ບໍ່ຄ່ອຍໃຊ້ຮູບ ລ ຫ້ອຍ. ຫລາຍປີມານີ້ ຂະແໜງການກ່ຽວຂ້ອງ ໄດ້ບັນຈຸພະຍັນຊະນະ “ຣ” ໄວ້ໃນປຶ້ມໄວຍາກອນລາວ ເປັນພະຍັນຊະນະພິເສດ ຍ້ອນຄວາມຮຽກຮ້ອງ ຕ້ອງການທາງດ້ານວິຊາການ. ດຽວນີ້ບໍ່ສະເພາະຕົວ “ຣ”, ຍັງມີການ ເພີ່ມ ຕົວສະກົດພິເສດອີກ 3 ຕົວຄື: ສ, ຟ, ລ ເຊິ່ງ ຕຳລາສິດສອນ ວິຊາອັກຂະຫລະ ວິທີຂອງມະຫາ ວິທະຍາໄລແຫ່ງຊາດ ກໍ່ອະທິບາຍໄວ້ວ່າ: ໂຕສະກົດພິເສດນີ້ ອະນຸຍາດ ໃຫ້ໃຊ້ສຳລັບຂຽນ ທັບສັບທີ່ຢືມ ມາຈາກພາສາຕ່າງປະເທດເທົ່ານັ້ນ , ໂດຍບໍ່ໄດ້ກວມເອົາ ເຄົ້າສັບທີ່ມາຈາກ ພາສາປາລີ-ສັນສະກິດ… ສະເພາະຮູບ ຫລ ຫລື ຫຼ ບໍ່ມີຍັງປ່ຽນແປງ ຍັງຮັກສາໄວ້ສຽງ /l/ ແລະ ບໍ່ໄດ້ແທນ ຕົວ “ຣ” ແຕ່ປະການໃດ.
ພາສາລາວ ປັດຈຸບັນພວມຢູ່ ໃນໄລຍະການພັດທະນາ, ທຸກພາກສ່ວນ ຂອງພາສາລາວ ນັບແຕ່ອັກຂະຫລະ, ວັດຈະນາ ແລະ ໄວຍາກອນພວມ ໄດ້ຮັບການສົນທະນາ, ຖົກຖຽງກັນດຸເດືອດ ພໍສົມຄວນ ທັງຢູ່ຕາມສະຖາບັນ ການສຶກສາ, ສຳນັກງານ-ອົງການ, ຕະຫລອດສະພາກາເຟ ແລະ ອື່ນໆ ເຊິ່ງສິ່ງດັ່ງກ່າວ ລ້ວນແຕ່ສະທ້ອນ ຄວາມຮັກ ທີ່ມີຕໍ່ພາສາແມ່.