ສູດອາຫານເດັດປະຈຳເດືອນ

ຈາກ ວິກິພີເດຍ


ແຈ່ວຫມາກເດັ່ນ[ດັດແກ້]

ແຈ່ວຫມາກເດັ່ນ ເປັນອາຫານ ປະຈຳຄອບຄົວ ຢູ່ຄູ່ກັບຄົນລາວ ມາດົນແລ້ວ. ເປັນອາຫານທີ່ໃຜຯກໍ່ມັກ ຊ່ວຍເຮັດໃຫ້ກິນເຂົ້າແຊບ ເຫມາະກັບການກິນກັບເຂົ້າຫນຽວ ແລະ ຜັກລວກ. ວິທີປຸງແຕ່ງ ແມ່ນງ່າຍດາຍ ແລະ ມີລົດຊາດທີ່ແຊບ.

  • ສ່ວນປະກອບ
ຫມາກເດັ່ນຫວ່ຍໃຫຍ່ 1 ຫວ່ວຍ
ຫມາກເພັດດິບ 5 ຫນ່ວຍ
ຫົວຜັກບົ່ວແດງແຫ້ງ 2 ຫົວ
ຫົວຜັກທຽມແຫ້ງ 2 ງີມ
ຜັກຫອມປ້ອມ ໃສ່ຕາມໃຈ
ເກືອ,ນໍ້າປາ,ນໍ້າຕາມ ໃສ່ຕາມຄວາມມັກ
  • ວິທີປຸງແຕ່ງ
1.ເອົາຫມາກເດັ່ນ,ຫມາກເຜັດດິບ,ຫົວຜັກບົ່ວແດງແຫ້ງ ແລະ ຫົວຜັກທຽມແຫ້ງ ໄປຈີ່ ໃຫ້ສຸກ. ຫລັງຈາກສຸກແລ້ວ ປອກເປືອກຫມາກເດັ່ນ,ຫົວຜັກບົ່ວແດງແຫ້ງ ແລະ ຫົວຜັກທຽມແຫ້ງໄວ້ກ່ອນ.
2.ຕຳຫມາກເຜັດ,ຫົວຜັກບົ່ວແດງແຫ້ງ ແລະ ຫົວຜັກທຽມແຫ້ງ ພ້ອມທັງໃສ່ເກືອລົງໄປຫນ້ອຍຫນື່ງ ໃຫ້ແຫລກ. ຫລັງຈາກນັ້ນ ເອົາຫມາກເດັ່ນ ທີ່ປອກໄວ້ຕຳລົງໄປໃຫ້ແຫລກດີ.
3.ສຸດທ້າຍ ປຸງລົດຊາດ ດ້ວຍ ນໍ້າປາ,ນໍ້າຕານ ໃຫ້ໄດ້ລົດຊາດທີ່ຕ້ອງການ ຫລັງຈາກນັ້ນ ຊອຍຜັກຫອມປ້ອມໃສ່ ທ່ານກໍ່ຈະໄດ້ ແຈ່ວຫມາກເດັ່ນ ທີ່ເປັນລົດຊາດແຊບຯຂອງທ່ານເອງ.