ແຈ່ວ
ແຈ່ວ ໃນພາສາລາວ ມີຄຳທີ່ບົ່ງບອກ ຊື່ອາຫານຫລວງຫລາຍ, ທັງນີ້ຍ້ອນວ່າ ການດຳລົງຊີວິດ ຂອງຄົນເຮົາ ລ້ວນຕິດພັນກັບການກິນ-ດື່ມ ເຊິ່ງເປັນປັດໄຈສຳຄັນ ຂາດບໍ່ໄດ້ໃນການດຳລົງຊີບ. ດ້ວຍປະການດັ່ງກ່າວ ຈຶ່ງມີການປະດິດ ຄຳສັບບົ່ງ ບອກອາຫານ ຂະຫຍາຍຕົວ ໄປຕາມຄວາມຮຽກຮ້ອງ ຕ້ອງການຂອງການສື່ສານ ແລະ ດຽວນີ້ຍິ່ງການ ຄົບຄ້າສະມາຄົມເປີດກວ້າງ ກັບຕ່າງປະເທດ ກໍ່ຍິ່ງເຮັດໃຫ້ຄັງສາງຄຳສັບ ທີ່ບົ່ງບອກນາມ ຂອງອາຫານທະວີຄູນຂຶ້ນ, ບາງຄຳກໍ່ບໍ່ສາມາດ ແປເປັນລາວແທ້ໄດ້, ຕ້ອງໃຊ້ເປັນຄໍາຢືມ, ທັບສັບຕາມສຽງ ແລະ ເຄົ້າທີ່ມາຂອງຄຳດັ້ງເດີມນັ້ນ ເປັນຕົ້ນພີດຊາ, ແຊນວິດ…ດັ່ງນີ້ເປັນຕົ້ນ. ແຕ່ສໍາລັບບົດນີ້ ຂໍຍົກຄຳ ເອີ້ນຊື່ອາຫານລາວແທ້ ມາສຶກສາຮ່ວມກັນ ນັ້ນຄືຄຳ “ແຈ່ວ”.
ຄຳ “ແຈ່ວ” ເປັນພາສາລາວ ຄຳໂດດ ຫລື ຄຳປ່ຽວພະຍາງດຽວ ທີ່ໃຊ້ບົ່ງບອກ ຫລື ເປັນຊື່ເອີ້ນອາຫານລາວ ຊະນິດໜຶ່ງທີ່ (ຢາກວ່າ) ຂາດບໍ່ໄດ້ ໃນພາເຂົ້າຂອງຄົນລາວ ທີ່ມີມາແຕ່ປູສັງກະສາ ຍ່າສັງກະສີ ປີໃດບໍ່ຮູ້ແຈ້ງ, ຄົນລາວ (ເຜົ່າລາວ) ພໍຮູ້ຄວາມມາ ກໍ່ເຫັນແຈ່ວ ໃນພາເຂົ້າແລ້ວ ຫລື ໃນຊົນນະບົດ ກໍ່ຍັງມີປະໂຫຍກ ຄຳເວົ້າວ່າ ກິນເຂົ້າບໍ່ມີຫຍັງກັບ ກໍ່ກິນກັບແຈ່ວ, ຖືວ່າແຈ່ວມີບົດບາດ ແລະ ເປັນທາງເລືອກໜຶ່ງ ໃນການກິນເຂົ້າກັບ, ແຕ່ໃນຊີວິດຕົວຈິງ ຄົງບໍ່ມີໃຜກິນແຈ່ວລ້າ, ຍ້ອນວ່າ ແຈ່ວຖືກປຸງແຕ່ງຂຶ້ນ ເພື່ອກິນກັບເຂົ້າ ຫລື ເອົາອາຫານເຍື່ອງອື່ນໆຈໍ້າ ເພື່ອໃຫ້ໄດ້ລົດຊາດຕາມຕ້ອງການ.
ໃນພົດຈະນານຸກົມ ພາສາລາວ ຂອງທ່ານ ດຣ ທອງຄຳ ອ່ອນມະນີສອນ ພິມປີ 2008 ບັນຈຸຄຳ: “ແຈ່ວ” ຄື ເປັນຄຳນາມ, ໝາຍເຖິງ ຊື່ອາຫານຢ່າງໜຶ່ງ ເຮັດດ້ວຍໝາກ ເຜັດປົ່ນ ປະສົມນໍ້າປາ ຫລື ເກືອ ຫລື ປາແດກ ເອີ້ນ ແຈ່ວ. ເມື່ອເວົ້າເຖິງຄຳ “ແຈ່ວ” ກໍ່ສົມຄວນສຶກສາ ຄຳທີ່ກ່ຽວຂ້ອງ ທີ່ສະແດງອາການຂອງຄົນ ໃນການກິນ “ແຈ່ວ” ເຊິ່ງມີຊຸມຄຳ: ຈໍ້າ, ຈິ, ຄຸ້ຍ, ບ່າຍ…”ແຈ່ວ” ມີຫລາຍຊະນິດ ຕາມແຕ່ລະທ້ອງຖິ່ນ, ແຕ່ສ່ວນປະສົມ ຫລື ວັດຖຸດິບຕົ້ນຕໍ ໃນການປະກອບເປັນແຈ່ວ ທີ່ຄືກັນແມ່ນສິ່ງ ທີ່ມີລົດເຜັດ ເຊັ່ນ: ໝາກເຜັດ, ຂີງ, ຂ່າ…, ສ່ວນເຄື່ອງປະສົມອື່ນໆ ເພື່ອປຸງແຕ່ງລົດຊາດ ແມ່ນຂຶ້ນກັບ ຫາໄດ້ ແລະ ຄວາມມັກ… ເປັນຕົ້ນປາແດກ, ນໍ້າປາ ແລະ ເກືອໃຊ້ຕາງກັນ ໄດ້ດັ່ງນີ້ເປັນຕົ້ນ.