ສິ່ງແວດລ້ອມ

ສິ່ງແວດລ້ອມ ແມ່ນສິ່ງທີ່ລ້ອມຮອບຕົວຂອງພວກເຮົາ ຫຼືລ້ອມຮອບສິ່ງມີຊີວິດທຸກປະເພດ ທັງເປັນສິ່ງທີ່ເກີດຂື້ນຕາມທຳມະຊາດ ແລະສິ່ງທີ່ຖືກສ້າງຂຶ້ນໂດຍມະນຸດ. ມັນປະກອບໄປດ້ວຍສ່ວນປະສົມຂອງສິ່ງມີຊີວິດ ແລະສິ່ງບໍ່ມີຊີວິດ ທີ່ມີຜົນກະທົບແລະສຶມພັນກັນ ສ້າງເປັນລະບົບສິ່ງແວດລ້ອມທັງໝົດ.
ສິ່ງແວດລ້ອມມີຄວາມສຳຄັນຢ່າງຍິ່ງ ເນື່ອງຈາກມັນສົ່ງຜົນກະທົບຕໍ່ຊີວິດ ຄວາມມັ່ນຄົງ ແລະຄຸນນະພາບຂອງຊີວິດຂອງທຸກສິ່ງມີຊີວິດ. ສິ່ງແວດລ້ອມສະໜອງສິ່ງຈຳເປັນໃນການດຳຮົງຊີວິດ ເຊັ່ນ ອາກາດທີ່ຫາຍໃຈ, ນໍ້າທີ່ດື່ມ, ອາຫານ, ທີ່ຢູ່ອາໄສ ຂະຫຍາຍໄປຫາການສະໜອງພະລັງງານ ແລະວັດຖຸດິບທີ່ນຳໃຊ້ໃນການຜະລິດຂອງມະນຸດ.
ສິ່ງແວດລ້ອມມີຜົນກະທົບຕໍ່ຊີວິດຂອງມະນຸດ ສັດ ແລະພືດຢ່າງມະຫາສານ. ຄວາມສົມດຸນຂອງສິ່ງແວດລ້ອມເປັນສິ່ງຈຳເປັນຫລາຍ ຖ້າສິ່ງແວດລ້ອມເສຍຄວາມສົມດຸນ ອາດຈະເຮັດໃຫ້ມີຜົນກະທົບທັງໃນປະເທດແລະໂລກ.
ປະເພດຂອງສິ່ງແວດລ້ອມ
[ດັດແກ້]1. ສິ່ງແວດລ້ອມທຳມະຊາດ
[ດັດແກ້]ສິ່ງແວດລ້ອມທຳມະຊາດແມ່ນສິ່ງທີ່ມີຢູ່ໂດຍທຳມະຊາດ ບໍ່ໄດ້ຖືກສ້າງຂຶ້ນໂດຍມະນຸດ. ປະກອບໄປດ້ວຍສິ່ງມີຊີວິດ ຄື ສັດ, ຕົ້ນໄມ້, ພືດ ແລະຄົນ, ສິ່ງບໍ່ມີຊີວິດ ຄື ດິນ, ນໍ້າ, ອາກາດ, ພູເຂົາ ແລະທະເລ. ສິ່ງເຫຼົ່ານີ້ເປັນສ່ວນສຳຄັນທີ່ຊ່ວຍສະໜອງຊີວິດໃຫ້ຄົນ ແລະສັດຕ່າງໆ ຢູ່ຢ່າງສົມດຸນ.
ຕົວຢ່າງຂອງສິ່ງແວດລ້ອມທຳມະຊາດ:
- ສັດປ່າໃນທຳມະຊາດເຊັ່ນ ຊ້າງ, ເສືອ, ລິງ.
- ລົມແລະອາກາດທີ່ຄົນໃຊ້ໃນການຫາຍໃຈ.
- ພືດທີ່ເພີ່ມອອກຊິເຈນໃຫ້ສົມດຸນ.
2. ສິ່ງແວດລ້ອມທີ່ຖືກສ້າງຂຶ້ນໂດຍມະນຸດ
[ດັດແກ້]ສິ່ງແວດລ້ອມທີ່ຖືກສ້າງຂຶ້ນໂດຍມະນຸດເປັນສິ່ງທີ່ຄົນສ້າງເພື່ອຜົນປະໂຫຍດຂອງຕົນເອງເຊັ່ນ ຄວາມສະດວກ ຄວາມສະບາຍ ຫຼືການພັດທະນາ. ປະກອບໄປດ້ວຍອາຄານ, ສີ່ງກໍ່ສ້າງ, ເຄື່ອງຈັກ ແລະອຸປະກອນຕ່າງໆ.
ຕົວຢ່າງຂອງສິ່ງແວດລ້ອມທີ່ຄົນສ້າງຂຶ້ນ:
- ຖະໜົນ ແລະ ສະພານ.
- ຕຶກສູງ ແລະ ເຄື່ອງໃຊ້ໄຟຟ້າ.
- ລົດຍົນ ທີ່ເປັນພາຫະນະໃນການເຄື່ອນທີ່.
ປະເພດຂອງມົນລະພິດ
[ດັດແກ້]ມົນລະພິດທາງອາກາດ
[ດັດແກ້]ມົນລະພິດທາງນ້ຳ
[ດັດແກ້]- ນ້ຳເປື້ອນເຊັ່ນນໍ້າເສຍຈາກໂຮງງານຕ່າງໆ