Jump to content

ສິນ ສີສະມຸດ

ຈາກ ວິກິພີເດຍ
ສິນ ສີສະມຸດ
ຊື່ເກີດស៊ីន សាមុត
ເກີດc. 1932
ສະຕຶງເເຕຣງ, ກຳປູເຈຍ, ສະຫະພາບອິນໂດຈີນ
ເສຍຊີວິດc. 1976 (aged 43–44)
ປະເພດຣ໋ອກ, ແຈຊ, ເພງພື້ນເມືອງ
ອາຊີບນັກຮ້ອງ, ນັກປະພັນ, ຫົວໜ້າວົງ, ຜູ້ຜະຫຼິດເພງ, ຜູ້ຜະຫຼິດຮູບເງົາ
ເຄື່ອງດົນຕີແມນໂດລິນ, ປີ່, ຂລຸ່ຍ
ປີປະຕິບັດວຽກ1957–1975
ຄ່າຍສິນ ສີສະມຸດ

ສິນ ສີສະມຸດ (ຂະແມ: ស៊ីន ស៊ីសាមុត, 1932 – 1976) ແມ່ນນັກຮ້ອງແລະນັກແຕ່ງເພງຊາວກຳປູເຈຍໃນຊ່ວງທົດສະວັດ 1950 ເຖິງ 1970 ແລະໄດ້ຮັບການຂະໜານນາມວ່າເປັນ "ລາຊາເພງຂະເໝນ" ລາວກັບໂຣສ ເຊເຣີຍໂຊເທຍ ແປນ ຣອນ ເມົາ ສາເຣດ ແລະສິລະປິນຊາວກຳປູເຈຍອື່ນໆ ແມ່ນເປັນໜຶ່ງຂອງວົງການເພງປັອບທີ່ເຟື່ອງຟູໃນເມືອງພະນົມເປນທີ່ຜະສົມຜະສານອົງປະກອບຂອງດົນຕີພື້ນເມືອງຂະເໝນພ້ອມກັບເສີຍງຂອງຣີທຶມແອນບລູສ໌ແລະຣ໋ອກແອນໂຣລເພື່ອພັດທະນາສຽງເພງຣ໋ອກກຳປູເຈຍ ສິນ ສີສະມຸດເສຍຊີວິດໃນລະບອບຂະເໝນແດງພາຍໃຕ້ສະຖານະການທີ່ບໍ່ຊັດເຈນ