ສະຖານີທ່ານາແລ້ງ
ຮູບຮ່າງການສະແດງຜົນ
| ທ່ານາແລ້ງ Thanaleng ท่านาแล้ง | |
|---|---|
| ຂໍ້ມູນທົ່ວໄປ | |
| ບ່ອນຕັ້ງ | ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະເທດລາວ |
| ພິກັດ | 17°54′11″N 102°42′35″E / 17.90306°N 102.70972°E |
| ເສັ້ນທາງເດິນລົດໄຟ | ທາງລົດໄຟສາຍວຽງຈັນ–ໜອງຄາຍ |
| ການດຳເນິນງານ | |
| ເປີດເມື່ອ | 5 ມີນາ 2009 |
| ເຈົ້າຂອງ | ລົດໄຟແຫ່ງຊາດລາວ |
| ຜູ້ດຳເນິນງານ | ການລົດໄຟແຫ່ງປະເທດໄທ |
| ຈຳນວນທາງແລ່ນ | 5 |

ສະຖານີທ່ານາແລ້ງ ແມ່ນສະຖານີລົດໄຟສາຍວຽງຈັນ-ໜອງຄາຍ ທີ່ຕັ້ງຢູ່ໃນບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ[1] ເຊິ່ງເປັນສະຖານີລົດໄຟແຫ່ງທຳອິດໃນປະເທດລາວ.
ເສັ້ນທາງລົດໄຟລາວ-ໄທ ແມ່ນເລີ່ມຈາກ ສະຖານນີໜອງຄາຍ ຂ້າມແມ່ນ້ຳຂອງທີ່ເປັນເສັ້ນຊາຍແດນລາວ-ໄທ ໂດຍຜ່ານຂົວມິດຕະພາບລາວ-ໄທ ແລະ ເຂົ້າຫາສະຖານນີທ່ານາແລ້ງ ເຊິ່ງມີຄວາມຍາວ 3.5 ກິໂລແມັດ ສ້າງຂຶ້ນຕາມແຜນພັດທະນາເສດຖະກິດສາກົນ ໄທ-ລາວ ໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານທີ່ເດີນທາງເຂົ້າ-ອອກ.[2][3]
ສົມເດັດພະກະນິດຖາທິລາດເຈົ້າ ກົມສົມເດັດພະເທບພະຣັດລາດສຸດາ ສະຫຍາມບໍຣົມລາຊະກຸມາຣີ ໄດ້ສະເດັດໄປເປັນປະທານໃນພິທີເປີດທາງລົດໄຟໄທ - ລາວຄັ້ງທໍາອິດໃນວັນທີ 5 ມີນາ 2009.[4][5]
ປະຈຸບັນ, ລົດໄຟສາມາດເດີນທາງໄປເຖິງສະຖານີວຽງຈັນຄຳສະຫວາດ ເຊິ່ງເປັນສະຖານີສຸດທ້າຍຂອງໂຄງການທາງລົດໄຟໄທ-ລາວ ໃນວັນທີ 19 ກໍລະກົດ 2024.
| ຂະບວນລົດ | ສະຖານີຕົ້ນທາງ | ສະຖານີປາຍທາງ | ເວລາອອກ | ເວລາຮອດ |
|---|---|---|---|---|
| 481 | ໜອງຄາຍ | ທ່ານາແລ້ງ | 07:30 | 0:45 |
| 482 | ທ່ານາແລ້ງ | ໜອງຄາຍ | 10:00 | 10:15 |
| 483 | ໜອງຄາຍ | ທ່ານາແລ້ງ | 14:45 | 15:00 |
| 484 | ທ່ານາແລ້ງ | ໜອງຄາຍ | 17:30 | 17:45 |
| 26 | ໜອງຄາຍ | ກຸງເທບ | 19:40 | 06:00 |
ອ້າງອິງ
[ດັດແກ້]- ↑ สถานีรถไฟท่านาแล้ง
- ↑ Asean Railways Portal (2010-11-09). "The Ministry of Public Works and Transport has made a strong contribution. Development Socio-economic development plan of the state in each period with the conquest of victories and achievements".
- ↑ Rapeepat Mantanarat (2010-11-09). "Laos rethinks rail project". TTR Weekly. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2013-02-05. ຄົ້ນຫາເມື່ອ 2011-03-13. Archived 2011-07-27 at the Wayback Machine
- ↑ "สมเด็จพระเทพฯเสด็จเปิดรถไฟสายประวัติศาสตร์ ไทย-ลาว". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2009-07-07. ຄົ້ນຫາເມື່ອ 2009-05-29.
- ↑ "Thai-Laos Rail Link, Thailand". Railway Technology. ຄົ້ນຫາເມື່ອ 2011-03-13.
- ↑ https://lnr.org.la/%E0%BA%A5%E0%BA%B1%E0%BA%94%E0%BA%A7%E0%BA%B4%E0%BA%AA%E0%BA%B2%E0%BA%AB%E0%BA%B0%E0%BA%81%E0%BA%B4%E0%BA%94-%E0%BA%A5%E0%BA%BB%E0%BA%94%E0%BB%84%E0%BA%9F%E0%BB%81%E0%BA%AB%E0%BB%88%E0%BA%87%E0%BA%8A/