Jump to content

ສະຖານີບາງກອກ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ສະຖານີກຸງເທບ)
ບາງກອກ
Bangkok
กรุงเทพ
ຂໍ້ມູນທົ່ວໄປ
ຊື່ອື່ນກຸງເທບ, ຫົວລຳໂພງ
ຮູບແບບສະຖານີລົດໄຟ
ສະຖານະເປີດໃຫ້ບໍລິການ
ບ່ອນຕັ້ງ1 ຖະໜົນຣອງເມືອງ ແຂວງຣອງເມືອງ ເຂດປະທຸມວັນ ບາງກອກ 10300 ປະເທດໄທ
ພິກັດ 13°44′20″N 100°31′0″E / 13.73889°N 100.51667°E / 13.73889; 100.51667
ການຈອດຕໍ່ ຫົວລຳໂພງ
ສະຖານີລົດໄຟຫົວລຳໂພງ, ຫົວລຳໂພງ
ຫົວລຳໂພງ, ສະຖານີກຸງເທບ, ໜ້າສະຖານີກຸງເທບ, ຫົວລຳໂພງ (ຝັ່ງຣອງເມືອງ)
ສາຍ     ສາຍເໜືອ
     ສາຍຕາເວັນອອກສຽງເໜືອ
     ສາຍໃຕ້
     ສາຍຕາເວັນອອກ
ຜູ້ໂດຍສານຕໍ່ມື້60,000 ຄົມ/ມີ້ (ຄ.ສ. 2001)
ການດຳເນິນງານ
ເລີ່ມຕົ້ນ1910; 116 ປີທີ່ແລ້ວ (1910)
ເປີດເມື່ອ25 ມິຖຸນາ 1916; 110 ປີກ່ອນ (1916-06-25)
ເຈົ້າຂອງການລົດໄຟແຫ່ງປະເທດໄທ
ຜູ້ດຳເນິນງານການລົດໄຟແຫ່ງປະເທດໄທ
ຈຳນວນທາງແລ່ນ12 ຊານຊາລາ

ສະຖານີບາງກອກ ຫຼື ສະຖານີກຸງເທບ (ໄທ: สถานีกรุงเทพ) ຫຼື ສະຖານີຫົວລຳໂພງ (ໄທ: สถานีหัวลำโพง) ແມ່ນເຄຍເປັນສະຖານີລົດໄຟຫຼັກຂອງປະເທດໄທ ແລະຍັງແມ່ນສະຖານີທີເກົ່າແກ່ທີສຸດອີກດ້ວຍ ເລີ່ມກໍ່ສ້າງເມື່ອ ຄ.ສ. 1910 ສ້າງເສັດແລະເປີດໃຊ້ງານເມື່ອວັນທີ 25 ມິຖຸນາ ຄ.ສ. 1916.

ສະຖານີບາງກອກກໍ່ສ້າງໃນລັກສະໜະໂດມອີຕາລີຜະສົມສິນລະປະສະໄໝເຣເນສຊ໌ຄ້າຍກັບສະຖານີຫຼັກແຟງເຟີດໃນປະເທດເຢຍລະມັນ ປະດັບດ້ວຍຫີນອ່ອນແລະເພດານມີການສະຫຼັກລາຍນູນຕ່າງໆ ເປັນຫຼັກ ໂດຍມີນາລິກາຂະໜາດໃຫຍ່ລັດສະໝີ 80 ຊັງຕີແມັດ ຕັ້ງຢູ່ກາງສະຖານີເປັນສັນຍະລັກ ອອກແບບໂດຍມາຣີໂອ ຕາມັນໂຍ ແລະອັນນີບາເລ ຣິກອຕຕິ ສະຖາປະນິກຊາວອີຕາລີ.

ກ່ອນ ຄ.ສ. 2023 ສະຖານີບາງກອກເຄຍມີຂະບວນລົດໄຟມາກກວ່າ 100 ຂະບວນຕໍ່ມື້ ແລະມີຜູ້ໂດຍສານມາກເຖີງ 10,000 ຄົນຕໍ່ມື້ ໂດຍຈະມີຜູ້ໂດຍສານມາໃຊ້ບໍລິການຈຳນວນມາກໃນຊ່ວງວັນສຳຄັນແລະເທດສະການຕ່າງໆ ເຊັ່ນ ວັນຂຶ້ນປີໃໝ່ ສົງການ ເປັນຕົ້ນ ປັດຈຸບັນມີພຽງຂະບວນລົດທຳມະດາ ລົດຊານເມືອງ ແລະລົດນຳທ່ຽວ 62 ຂະບວນເທົ່ານັ້ນທີ່ຍັງບໍລິການຢູ່ບ່ອນນີ້ ສ່ວນລົດໄວ ລົດດ່ວນ ແລະລົດດ່ວນພິເສດ ຈຳນວນ 52 ຂະບວນໄດ້ຍ້າຍໄປໃຫ້ບໍລິການທີ່ສະຖານີກາງກຸງເທບອະພິວັດ ຕັ້ງແຕ່ຊ່ວງບ່າຍຂອງວັນທີ 19 ມັງກອນ ຄ.ສ. 2023.[1]

ປະຫວັດ

[ດັດແກ້]
ຮູບຖ່າຍທາງອາກາດຂອງສະຖານີບາງກອກ ຄ.ສ. 1946

ສະຖານີບ່ອນນີ້ເລີ່ມສ້າງເມື່ອ ຄ.ສ. 1910 ໃນສະໄໝພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ສ້າງເສັດແລະເລີ່ມໃຊ້ງານເມື່ອວັນທີ່ 25 ມິຖຸນາ ຄ.ສ. 1916 ໃນສະໄໝພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ສະຖານີບາງກອກເດີມແມ່ນສະຖານີບ່ອນໃຫ້ບໍລິການທັ້ງດ້ານການຂົນສົ່ງສິນຄ້າແລະຂົນສົ່ງມວນຊົນ ຕໍ່ມາການຂະຫຍາຍໂຕໃນດ້ານການໂດຍສານແລະຂົນສົ່ງສິນຄ້າມີມາກຂຶ້ນ ແຕ່ດ້ວຍພື້ນທີ່ທີ່ຈຳກັດພຽງ 120 ໄຮ່ ຈຶງທຳໃຫ້ຍ້າຍກິດຈະການຂົນສົ່ງສິນຄ້າໄປຢູ່ຍ່ານສິນຄ້າພະຫົນໂຍທິນ ຕັ້ງແຕ່ ຄ.ສ. 1960 ແລະທຳການປັບປຸງສະຖານີໃຫ້ເປັນສະຖານີລົດໄຟສຳຫຼັບຂົນສົ່ງມວນຊົນພຽງຢ່າງດຽວ ເພື່ອຮອງຮັບຜູ້ໂດຍສານຈາກທົ່ວປະເທດ.

ການເປີດໃຊ້ງານສະຖານີກາງກຸງເທບອະພິວັດ

[ດັດແກ້]
ເບິ່ງບົດຄວາມຫຼັກທີ່: ສະຖານີກາງກຸງເທບອະພິວັດ
ປ້າຍລົນນະລົງຄັດຄ້ານການປິດໂຕສະຖານີບາງກອກຂອງສະມາພັນຄົນງານລົດໄຟທີສະຖານີນະຄອນລຳປາງ

ເມື່ອສະຖານີກາງກຸງເທບອະພິວັດເປີດໃຊ້ງານໃນ ຄ.ສ. 2021 ແລະກາຍເປັນສະຖານີລົດໄຟບ່ອນໃຫຍ່ສຸດໃນອາຊີຕາເວັນອອກສຽງໃຕ້ ສົ່ງຜົນໃຫ້ສະຖານີບາງກອກຕ້ອງລົດສະຖານະເປັນສະຖານີຮອງແທນ ເຊິ່ງໃນອະນາຄົດສະຖານີບາງກອກຈະແມ່ນສະຖານີປາຍທາງຂອງລົດໄຟຟ້າສາຍສີແດງເຂັ້ມຊ່ວງບາງຊື່-ຫົວລຳໂພງ ແລະຈະພັດທະນາພື້ນທີ່ເປັນພິພິດທະພັນລົດໄຟໄທແລະສູນການຮຽນຮູ້ ຢ່າງໃດກໍຕາມມີຄົນບາງກຸ່ມທີຄັດຄ້ານ ເຊົ່ນ ສະຫະພາບແຮງງານລັດວິສາຫະກິດ ການລົດໄຟແຫ່ງປະເທດໄທ ເນື່ອງຈາກການຍົກເລີກສະຖານີບາງກອກນັ້ນຈະທຳໃຫ້ຄົນທີ່ຕ້ອງເດີນທາງເຂົ້າມາເຮັດວຽກໃນເມືອງໂດຍໃຊ້ລົດໄຟທຸກມື້ໄດ້ຮັບຄວາມເດືອດຮ້ອນ ສະໂມສອນນັກສຶກສາມະຫາວິທະຍາໄລສິນລະປາກອນ ແລະຄະນະກຳມະການນັກສຶກສາຄະນະບູຮານຄະດີ ໄດ້ຮ່ວມຖະແຫຼງການຄັດຄ້ານນະໂຍບາຍການປິດສະຖານີບາງກອກ ຂໍໃຫ້ມີການຈັດການມໍລະດົກທາງວັດທະນະທຳຂອງສະຖານີບາງກອກໃຫ້ຊັດເຈນ.

ໂດຍໃນຊ່ວງທຳອິດທີສະຖານີກາງກຸງເທບອະພິວັດເປີດໃຊ້ ຈະມີພຽງລົດໄຟທາງໄກບາງຂະບວນເທົ່ານັ້ນທີ່ສາມາດຂຶ້ນໄປໃຊ້ໄດ້ ເຊົ່ນ ຂະບວນລົດນັ່ງແລະນອນປັບອາກາດລຸ່ນ JR-West Blue train (ບນທ.ປ.JR) ທີປັບປຸງໃໝ່ເຊິ່ງຈະພ່ວງກັບລົດໄຟຟ້າກຳລັງປັບອາກາດ (ບຟກ.ປ.Power Car) ຂະບວນລົດນັ່ງແລະນອນປັບອາກາດ CNR ຊຸດ 115 ຄັນ ເຊິ່ງມີຫ້ອງນ້ຳເປັນລະບົບປິດແລະມີລົດໄຟຟ້າກຳລັງປັບອາກາດ (ບຟກ.ປ.Power Car) ຢູ່ໃນຂະບວນ ສ່ວນລົດໄຟທາງໄກຂະບວນອື່ນໆ ຍັງຄົງໃຊ້ສະຖານີບາງກອກຕໍ່ໄປຈົນກວ່າຈະປັບປຸງຫ້ອງນ້ຳໃນຕູ້ໂດຍສານເປັນລະບົບປິດຈົນແລ້ວເສັດ ຈຶງຈະທະຍອຍໄປລວມທີ່ສະຖານີກາງກຸງເທບອະພິວັດຕໍ່ໄປ.

ໃນ ຄ.ສ. 2022 ການລົດໄຟແຫ່ງປະເທດໄທມີແຜນທີ່ຈະຍ້າຍຈຸດເລີ່ມຕົ້ນຂອງລົດໄຟທາງໄກ 28 ຂະບວນໄປທີ່ສະຖານີກາງກຸງເທບອະພິວັດອີກຄັ້ງໃນວັນທີ 1 ກັນຍາ[2] ແຕ່ສຸດທ້າຍແຜນກໍໄດ້ເລື່ອນອອກໄປ ຈົນເຖີງວັນທີ 27 ທັນວາ ການລົດໄຟແຫ່ງປະເທດໄທໄດ້ປະກາດຍ້າຍຈຸດເລີ່ມຕົ້ນຂອງລົດໄຟທາງໄກກຸ່ມຂະບວນລົດໄວ ລົດດ່ວນ ແລະລົດດ່ວນພິເສດ ຂອງສາຍເໜືອ ສາຍຕາເວັນອອກສຽງເໜືອ ແລະສາຍໃຕ້ ລວມ 52 ຂະບວນໄປຍັງສະຖານີກາງກຸງເທບອະພິວັດ ໂດຍເລີ່ມຕັ້ງແຕ່ຊ່ວງບ່າຍຂອງວັນທີ 19 ມັງກອນ ຄ.ສ. 2023[3] ສ່ວນຂະບວນລົດທຳມະດາ ລົດຊານເມືອງ ແລະລົດນຳທ່ຽວຈຳນວນ 62 ຂະບວນ ຍັງຄົງໃຫ້ບໍລິການບ່ອນສະຖານີບາງກອກຕາມເດີມ[1] ທັ້ງນີ້ໄດ້ມີການປ່ຽນຊື່ຮຽກຂອງ ສະຖານີລົດໄຟກຸງເທບ ເປັນ ສະຖານີລົດໄຟກຸງເທບ (ຫົວລຳໂພງ) ເພື່ອບໍ່ໃຫ້ເກີດຄວາມສັບສົນ.

ລັກສະໜະຂອງສະຖານີ

[ດັດແກ້]
ສະຖານີບາງກອກໃນ ຄ.ສ. 1970

ໂຕສະຖານີແບ່ງເປັນສອງສ່ວນຫຼັກ ໄດ້ແກ່ ອາຄານມຸກໜ້າ ມີລັກສະໜະເໝືອນລະບຽງຍາວ ແລະອາຄານໂຖງສະຖານີເປັນອາຄານຫຼັງຄາໂຄ້ງຂະໜາດໃຫຍ່ເຊີ່ງເປັນສະຖາປັດຕະຍະກຳແບບຄລາສສິກ ຄື ເປັນງານລຽນແບບສະຖາປັດຕະຍະກຳຂອງກະເລັກ-ໂຣແມງ ຈຸດເດ່ນຂອງສະຖານີບາງກອກອີກຢ່າງຄື ກະຈົກສີທີ່ຊ່ອງລະບາຍອາກາດ ທັ້ງດ້ານໜ້າແລະດ້ານຫຼັງເຊິ່ງປະດັບໄວ້ຢ່າງຜະສົມຜະສານກົມກືນກັບໂຕອາຄານ ເຊົ່ນດຽວກັບນາລິກາບອກໂມງຕິດຕັ້ງໄວ້ກາງສ່ວນໂຄ້ງຂອງອາຄານດ້ານໃນແລະດ້ານນອກ ໂດຍນາລິກາທີ່ສັ່ງທຳຂຶ້ນພິເສດເປັນການສະເພົາະ ບໍ່ລະບຸຊື່ຜູ້ຜະຫຼິດເໝືອນນາລິກາທົ່ວໆ ໄປ.

ເມື່ອກໍ່ສ້າງເສັດໃໝ່ໆ ໃນ ຄ.ສ. 1916 ໃນຊ່ວງທຳອິດບໍລິເວນອາຄານມຸກໜ້າຂອງສະຖານີຈະຂຽນວ່າ "ສະຖານີລົດໄຟຫຼວງ ສາຍເໜືອ" ຕໍ່ມາຈຶງປ່ຽນມາເປັນຄຳວ່າ "ສະຖານີກຸງເທບ" ໃນພາຍຫຼັງ.

ບໍລິເວນບ່ອນພັກຜູ້ໂດຍສານແມ່ນຫ້ອງໂຖງຊັ້ນຄຶ່ງ ຊັ້ນລ່າງມີບ່ອນນັ່ງຈຳນວນມາກ ມີຮ້ານຄ້າຫຼາກຫຼາຍ ໄດ້ແກ່ ຮ້ານອາຫານ ເຄື່ອງດື່ມ ໜັງສື ຮ້ານຂາຍຍາ ຯລຯ ກ່ອນເຖີງຫ້ອງຈຳໜ່າຍປີ້ລ່ວງໜ້າຍັງມີຫ້ອງລະໝາດອີກດ້ວຍ ເໜືອຫ້ອງປະຊາສຳພັນມີຈໍສາຍພາບຂະໜາດ 300 ນິ້ວ ຄວບຄຸມດ້ວຍລະບົບດອລບີດິຈິຕອນ ສາຍເຮື່ອງຮາວກ່ຽວກັບການລົດໄຟ ຊັ້ນລອຍມີບ່ອນນັ່ງບໍ່ມາກນັກ ມີບໍລິສັດທົວຣ໌ ບໍລົສັດຮັບຈອງໂຮງແຮມແລະປີ້ເຮືອບິນ ບໍລິການແລກປ່ຽນເງີນຕາ ແລະຮ້ານກາແຟ.

ທີ່ຝາດ້ານຊ້າຍແລະຂວາຂອງສະຖານີມີຮູບຂຽນສີນ້ຳ ແມ່ນຮູບບ່ອນທ່ອງທ່ຽວສຳຄັນໆ ຂອງປະເທດໄທ ເຊົ່ນ ພະບໍລົມມະຫາລາຊະວັງ ຕະຫຼາດນ້ຳ ເຂົາວັງ ພູກະດຶງ ຫາດສະມິຫຼາ ຯລຯ ນອກຈາກນີ້ດ້ານໜ້າສະຖານີມີສວນຫຍ່ອມແລະນ້ຳພຸສຳຫຼັບປະຊາຊົນ ໂດຍຂ້າລາຊະການລົດໄຟໄດ້ລວບລວມທຸນຈັດສ້າງອະນຸສາວະລີນ້ອມເກົ້າຯ ອຸທິດສ່ວນກຸສົນຖະຫວາຍແດ່ພະພຸດທະເຈົ້າຫຼວງ ອະນຸສາວະລີນີ້ແມ່ນຮູບ "ຊ້າງສາມຫົວ" ມີພະບໍລົມຮູບພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວແກະສະຫຼັກເປັນຮູບນູນສູງປະດິດສະຖານຢູ່ດ້ານບົນ.

ການໃຫ້ບໍລິການ

[ດັດແກ້]

ກິດຈະການລົດໄຟ ຂໍ້ມູນເມື່ອ 19 ມັງກອນ 2023 ມີເສົ້ນທາງທີອອກຈາກສະຖານີບາງກອກ ຈຳນວນ 4 ສາຍ ໄດ້ແກ່

ທ່ຽວຂຶ້ນ

[ດັດແກ້]
ຂະບວນລົດ ຕົ້ນທາງ ສະຖານີບາງກອກ ປາຍທາງ ໝາຍເຫດ
ຊື່ສະຖານີ ເວລາອອກ ຊື່ສະຖານີ ເວລາເຖີງ
ຊ303 ບາງກອກ 04.15 ຕົ້ນທາງ ລົບບຸລີ 07.05 ຍົກເວົ້ນວັນຫຍຸດລາຊະການ
ຊ339 ບາງກອກ 05.05 ຕົ້ນທາງ ຊຸມທາງແກ່ງຄອຍ 08.05 ຍົກເວົ້ນວັນຫຍຸດລາຊະການ
ທ275 ບາງກອກ 05.55 ຕົ້ນທາງ ດ່ານພົມແດນບ້ານຄອງລຶກ 11.17
ນ921 ບາງກອກ 06.00 ຕົ້ນທາງ ເຂື່ອນປ່າສັກຊົນລະສິດ 10.35 ສະເພົາະລະດູໜາວ
ນ.ທ່ຽວໄຊຍະພູມ ບາງກອກ 06.05 ຕົ້ນທາງ ຈັດຕຸຣັດ 11.30 KIHA 183 (ເລີ່ມ 18 ກໍລະກົດ 2026)
ນ909 ບາງກອກ 06.30 ຕົ້ນທາງ ນ້ຳຕົກໄຊໂຍກນ້ອຍ 11.30 ສະເພົາະວັນຫຍຸດລາຊະການ
ນ.ທ່ຽວສະຫຼະບຸລີ ບາງກອກ 06.20 ຕົ້ນທາງ ມວກເຫຼັກ 09.15 SRT Royal Blossom (ສະເພົາະຊ່ວງ)
ນ911 ບາງກອກ 06.30 ຕົ້ນທາງ ສວນສົນປະດິພັດ 11.05 ສະເພົາະວັນຫຍຸດລາຊະການ
ດ997 ບາງກອກ 06.45 ຕົ້ນທາງ ຈຸກສະເໝັດ 10.10 ສະເພົາະວັນເສົາ-ອາທິດ
ທ283 ບາງກອກ 06.55 ຕົ້ນທາງ ຈຸກສະເໝັດ 11.45
ນ.ທ່ຽວສະຫຼະບຸລີ ບາງກອກ 07.40 ຕົ້ນທາງ ສະຫຼະບຸລີ 09.55 KIHA 183 (ເລີ່ມ 28 ກໍລະກົດ 2026)
ທ281 ບາງກອກ 08.00 ຕົ້ນທາງ ກະບິນບຸລີ 11.35
ນ901 ບາງກອກ 08.10 ຕົ້ນທາງ ອະຍຸດທະຍາ 10.20 ລົດຈັກໄອນ້ຳ (ສະເພົາະວັນສຳຄັນ)
ທ261 ບາງກອກ 09.20 ຕົ້ນທາງ ສວນສົນປະດິພັດ 14.00
ທ367 ບາງກອກ 10.10 ຕົ້ນທາງ ຊຸມທາງສະເຊີງເຊົາ 11.45
ທ201 ບາງກອກ 10.15 ຕົ້ນທາງ ພິສະນຸໂລກ 17.55
ທ209 ບາງກອກ 11.15 ຕົ້ນທາງ ບ້ານຕາຄີ 15.30
ທ233 ບາງກອກ 12.00 ຕົ້ນທາງ ສຸລິນ 20.40
ຊ389 ບາງກອກ 12.10 ຕົ້ນທາງ ຊຸມທາງສະເຊີງເຊົາ 13.30
ທ211 ບາງກອກ 12.55 ຕົ້ນທາງ ຕະພານຫິນ 19.00
ທ279 ບາງກອກ 13.05 ຕົ້ນທາງ ດ່ານພົມແດນບ້ານຄອງລຶກ 17.27
ທ207 ບາງກອກ 14.20 ຕົ້ນທາງ ນະຄອນສະຫວັນ 19.30
ທ277 ບາງກອກ 15.25 ຕົ້ນທາງ ກະບິນບຸລີ 18.20
ທ379 ບາງກອກ 16.35 ຕົ້ນທາງ ຊຸມທາງສະເຊີງເຊົາ 18.05
ຊ355 ບາງກອກ 16.40 ຕົ້ນທາງ ບ້າງໂປ່ງ 18.40 ສະເພົາະວັນຈັນ-ສຸກ
ຊ355 ບາງກອກ 16.40 ຕົ້ນທາງ ສຸພັນບຸລີ 20.10 ສະເພົາະວັນເສົາ
ຊ355 ບາງກອກ 16.40 ຕົ້ນທາງ ຊຸມທາງໜອງປາດຸກ 18.32 ສະເພົາະວັນອາທິດ
ຊ301 ບາງກອກ 16.45 ຕົ້ນທາງ ລົບບຸລີ 19.55
ຊ391 ບາງກອກ 16.55 ຕົ້ນທາງ ຊຸມທາງສະເຊີງເຊົາ 18.25
ຊ341 ບາງກອກ 17.00 ຕົ້ນທາງ ຊຸມທາງແກ່ງຄອຍ 20.00
ຊ317 ບາງກອກ 17.30 ຕົ້ນທາງ ລົບບຸລີ 20.20 ຍົກເວັ້ນວັນຫຍຸດລາຊະການ
ທ371 ບາງກອກ 17.40 ຕົ້ນທາງ ປາຈີນບຸລີ 20.32 ບຊສ.76
ຊ313 ບາງກອກ 18.20 ຕົ້ນທາງ ຊຸມທາງບ້ານພາຊີ 20.30 ຍົກເວັ້ນວັນຫຍຸດລາຊະການ
ທ383 ບາງກອກ 19.00 ຕົ້ນທາງ ຊຸມທາງສະເຊີງເຊົາ 20.50
ໝາຍເຫດຂະບວນລົດ:      = ສາຍເໜືອ /      = ສາຍຕາເວັນອອກສຽງເໜືອ /      = ສາຍໃຕ້ /      = ສາຍຕາເວັນອອກ
ດ = ລົດດ່ວນ / ທ = ລົດທຳມະດາ / ຊ = ລົດຊານເມືອງ / ນ = ລົດນຳທ່ຽວ

ທ່ຽວລ່ອງ

[ດັດແກ້]
ຂະບວນລົດ ຕົ້ນທາງ ສະຖານີບາງກອກ ປາຍທາງ ໝາຍເຫດ
ຊື່ສະຖານີ ເວລາອອກ ຊື່ສະຖານີ ເວລາເຖີງ
ຊ314 ຊຸມທາງບ້ານພາຊີ 04.45 ປາຍທາງ ບາງກອກ 06.50 ຍົກເວັ້ນວັນຫຍຸດລາຊະການ
ທ384 ຊຸມທາງສະເຊີງເຊົາ 05.20 ປາຍທາງ ບາງກອກ 07.10
ຊ302 ລົບບຸລີ 04.30 ປາຍທາງ ບາງກອກ 07.35
ທ380 ຊຸມທາງສະເຊີງເຊົາ 05.45 ປາຍທາງ ບາງກອກ 07.45
ຊ356 ບ້ານໂປ່ງ 06.05 ປາຍທາງ ບາງກອກ 08.05 ສະເພົາະວັນຈັນ-ສຸກ
ຊ356 ຊຸມທາງໜອງປາດຸກ 06.13 ປາຍທາງ ບາງກອກ 08.05 ສະເພົາະວັນເສົາ
ຊ356 ສຸພັນບຸລີ 04.00 ປາຍທາງ ບາງກອກ 08.05 ສະເພົາະວັນອາທິດ
ທ372 ປາຈີນບຸລີ 05.00 ປາຍທາງ ບາງກອກ 08.15 ບຊສ.76
ຊ342 ຊຸມທາງແກ່ງຄອຍ 05.30 ປາຍທາງ ບາງກອກ 08.30
ຊ388 ຊຸມທາງສະເຊີງເຊົາ 07.05 ປາຍທາງ ບາງກອກ 08.35
ຊ318 ລົບບຸລີ 06.00 ປາຍທາງ ບາງກອກ 08.50 ຍົກເວັ້ນວັນຫຍຸດລາຊະການ
ທ208 ນະຄອນສະຫວັນ 05.00 ປາຍທາງ ບາງກອກ 10.10
ທ278 ກະບິນບຸລີ 06.30 ປາຍທາງ ບາງກອກ 10.15
ຊ304 ລົບບຸລີ 08.00 ປາຍທາງ ບາງກອກ 10.30
ຊ340 ຊຸມທາງແກ່ງຄອຍ 08.45 ປາຍທາງ ບາງກອກ 11.10 ຍົກເວັ້ນວັນຫຍຸດລາຊະການ
ທ212 ຕະພານຫິນ 05.45 ປາຍທາງ ບາງກອກ 11.55
ທ280 ດ່ານພົມແດນບ້ານຄອງລຶກ 06.58 ປາຍທາງ ບາງກອກ 12.05
ທ202 ພິສະນຸໂລກ 06.05 ປາຍທາງ ບາງກອກ 13.45
ທ368 ຊຸມທາງສະເຊີງເຊົາ 12.35 ປາຍທາງ ບາງກອກ 14.10 ບຊສ.76
ທ234 ສຸລິນ 05.20 ປາຍທາງ ບາງກອກ 14.25
ຊ390 ຊຸມທາງສະເຊີງເຊົາ 14.05 ປາຍທາງ ບາງກອກ 15.25
ທ282 ກະບິນບຸລີ 13.25 ປາຍທາງ ບາງກອກ 17.15
ທ284 ຈຸກສະເໝັດ 13.05 ປາຍທາງ ບາງກອກ 18.15
ນ.ທ່ຽວໄຊຍະພູມ ບ້ານວະຕະແບກ 14.00 ປາຍທາງ ບາງກອກ 18.50 KIHA 183 (ເລີ່ມ 19 ກໍລະກົດ 2026)
ນ926 ເຂື່ອນປ່າສັກຊົນລະສິດ 15.30 ປາຍທາງ ບາງກອກ 18.50 ສະເພົາະລະດູໜາວ
ນ.ທ່ຽວສະຫຼະບຸລີ ສະຫຼະບຸລີ 16.30 ປາຍທາງ ບາງກອກ 18.50 KIHA 183 (ເລີ່ມ 29 ກໍລະກົດ 2026)
ດ998 ຈຸກສະເໝັດ 15.30 ປາຍທາງ ບາງກອກ 18.55 ສະເພົາະວັນເສົາ-ອາທິດ
ນ902 ອະຍຸດທະຍາ 16.50 ປາຍທາງ ບາງກອກ 18.55 ລົດຈັກໄອນ້ຳ (ສະເພົາະວັນສຳຄັນ)
ທ262 ສວນສົນປະດິພັດ 14.45 ປາຍທາງ ບາງກອກ 19.20
ນ910 ນ້ຳຕົກໄຊໂຍກນ້ອຍ 14.25 ປາຍທາງ ບາງກອກ 19.30 ສະເພົາະວັນຫຍຸດລາຊະການ
ທ210 ບ້ານຕາຄີ 15.55 ປາຍທາງ ບາງກອກ 20.05
ນ912 ສວນສົນປະດິພັດ 16.30 ປາຍທາງ ບາງກອກ 20.15 ສະເພົາະວັນຫຍຸດລາຊະການ
ທ276 ດ່ານພົມແດນບ້ານຄອງລຶກ 14.50 ປາຍທາງ ບາງກອກ 20.25
ນ.ທ່ຽວສະຫຼະບຸລີ ຊຸມທາງແກ່ງຄອຍ 18.30 ປາຍທາງ ບາງກອກ 20.50 SRT Royal Blossom (ສະເພົາະຊ່ວງ)
ໝາຍເຫດຂະບວນລົດ:      = ສາຍເໜືອ /      = ສາຍຕາເວັນອອກສຽງເໜືອ /      = ສາຍໃຕ້ /      = ສາຍຕາເວັນອອກ
ດ = ລົດດ່ວນ / ທ = ລົດທຳມະດາ / ຊ = ລົດຊານເມືອງ / ນ = ລົດນຳທ່ຽວ

ການຈອດຕໍ່

[ດັດແກ້]

ພາຍໃນສະຖານີບາງກອກຈະມີທາງເດີນເຊື່ອມໄປຍັງສະຖານີຫົວລຳໂພງໃນເສົ້ນທາງຂອງລົດໄຟຟ້າມະຫານະຄອນ ສາຍສີຟ້າ ຢູ່ພາຍໃນຊັ້ນໃຕ້ດິນຂອງສະຖານີລົດໄຟ.

ແຜນຜັງສະຖານີ

[ດັດແກ້]
G
ຊານຊາລາລົດໄຟທາງໄກ
ຊານຊາລາ 14
ຊານຊາລາເກົາະກາງ
ຊານຊາລາ 13
ຊານຊາລາ 12
ຊານຊາລາເກົາະກາງ
ຊານຊາລາ 11
ຊານຊາລາ 10
ຊານຊາລາເກົາະກາງ
ຊານຊາລາ 9
ຊານຊາລາ 8
ຊານຊາລາເກົາະກາງ
ຊານຊາລາ 7
ຊານຊາລາ 6
ຊານຊາລາເກົາະກາງ
ຊານຊາລາ 5
ຊານຊາລາ 4
ຊານຊາລາເກົາະກາງ
ຊານຊາລາ 3
ຊານຊາລາ 2
ຊານຊາລາເກົາະກາງ
ຊານຊາລາ 1
G
ຊັ້ນຂາຍປີ້
ຊັ້ນຂາຍປີ້ ໂຖງພັກຄອຍແລະຮັບຜູ້ໂດຍສານ, ຫ້ອງຂາຍປີ້, ເຄື່ອງຂາຍປີ້, ຮ້ານຄ້າ, ທາງອອກ
B1-B2
ສ່ວນຂອງສະຖານີລົດໄຟຟ້າມະຫານະຄອນ
ຊັ້ນຂາຍປີ້ ທາງເດີນເຊື່ອມໄປຍັງ ສະຖານີຫົວລຳໂພງ, ຊັ້ນຂາຍປີ້, ຊານຊາລາສະຖານີ

ອຸບັດຕິເຫດ

[ດັດແກ້]

ບ່ອນສຳຄັນໃກ້ຄຽງ

[ດັດແກ້]

ການຄົມມະນາຄົມ

[ດັດແກ້]

ລົດໄຟຟ້າມະຫານະຄອນ

[ດັດແກ້]

ເຮືອໂດຍສານຄອງຜະດຸງກຸງກະເສມ

[ດັດແກ້]
  • ທ່າສະຖານີລົດໄຟຫົວລຳໂພງ
  • ທ່າຫົວລຳໂພງ
  • ທ່ານົບພະວົງ
  • ທ່າຍົດເສ
  • ທ່າກະຊວງພະລັງງານ

ເຮືອດ່ວນເຈົ້າພະຍາ

[ດັດແກ້]

ເຮືອຂ້າມຟາກແມ່ນ້ຳເຈົ້າພະຍາ

[ດັດແກ້]
  • ທ່າສະຫວັດດີ

ສະພານ

[ດັດແກ້]

ໜ່ວຍງານລາຊະການ

[ດັດແກ້]
  • ສຳນັກປະນອມຂໍ້ພິພາດແຮງງານ
  • ສະຖານີຕຳຫຼວດນະຄອນບານພັບພາໄຊ 1
  • ສະຖານີຕຳຫຼວດນະຄອນບານພັບພາໄຊ 2

ລັດຖະວິສາຫະກິດ

[ດັດແກ້]

ບ່ອນສຶກສາ

[ດັດແກ້]

ບ່ອນໝໍ

[ດັດແກ້]

ບ່ອນໝໍສັດ

[ດັດແກ້]

ສາສະນະສະຖານ

[ດັດແກ້]

ສາສະໜາພຸດ

[ດັດແກ້]

ສາສະໜາອິສະລາມ

[ດັດແກ້]

ສາສະໜາຄຣິດ

[ດັດແກ້]

ຄວາມເຊື່ອອື່ນໆ

[ດັດແກ້]

ອະນຸສອນສະຖານ

[ດັດແກ້]

ພິພິດທະພັນ

[ດັດແກ້]

ສວນສາທາລະນະ

[ດັດແກ້]

ສະໜາມກີລາ

[ດັດແກ້]

ທຸລະກິດ

[ດັດແກ້]

ຕະຫຼາດແລະສູນການຄ້າ

[ດັດແກ້]

ອົງກອນບໍ່ສະແຫວງຫາກຳໄລ

[ດັດແກ້]

ບ່ອນທຳມະາດ

[ດັດແກ້]

ອ້າງອີງ

[ດັດແກ້]
  1. 1 2 "ดีเดย์ 'ศักดิ์สยาม' นำทีมเดินทางเที่ยวปฐมฤกษ์สถานีกลางฯ-มธ.รังสิต". ໄທໂພສຕ໌. 2023-01-19. ຄົ້ນຫາເມື່ອ 2023-01-19.{{cite news}}: CS1 maint: url-status (link)
  2. ดีเดย์ 1 ก.ย.นี้! รถไฟทางไกลให้บริการ @สถานีกลางบางซื่อ 28 ขบวน www.dailynews.co.th ຄົ້ນຫາເມື່ອ 29-05-2022.
  3. "ดีเดย์ 19 ม.ค.66 รถไฟทางไกล 52 ขบวน เปิดหวูด สถานีกลางกรุงเทพอภิวัฒน์". ກຸງເທບທຸລະກິດ. 2022-12-27. ຄົ້ນຫາເມື່ອ 2023-01-20.{{cite news}}: CS1 maint: url-status (link)
  4. "ระทึก! ไฟไหม้หลังคาสถานีรถไฟกรุงเทพ (หัวลำโพง) โชคดีไร้เจ็บ คาดไฟฟ้าลัดวงจร(มีคลิป)". mgronline.com (ພາສາໄທ). 2016-05-08.

ເບີ່ງເພີ່ມ

[ດັດແກ້]

ແຫຼ່ງຂໍ້ມູນອື່ນ

[ດັດແກ້]
Commons:Category
Commons:Category
Commons ມີພາບກ່ຽວກັບ:
ສະຖານີບາງກອກ
ກ່ອນໜ້າ ສະຖານີບາງກອກ ຖັດໄປ
ສະຖານີປາຍທາງ ທາງລົດໄຟສາຍເໜືອ
ຍົມມະຣາດ
ສະຖານີປາຍທາງ ທາງລົດໄຟສາຍຕາເວັນອອກສຽງເໜືອ
ຍົມມະຣາດ
ສະຖານີປາຍທາງ ທາງລົດໄຟສາຍໃຕ້
ຍົມມະຣາດ
ສະຖານີປາຍທາງ ທາງລົດໄຟສາຍຕາເວັນອອກ
ອຸຣຸພົງ