ວິກິພີເດຍ:ການອັບໂຫຼດພາບ

ຈາກ ວິກິພີເດຍ
ຄູ່ມືໃນການຂຽນ
ນະໂຍບາຍ
ນະໂຍບາຍ
ອັນໃດເຊິ່ງບໍ່ແມ່ນວິກິພີເດຍ
ຄູ່ມືພື້ນຖານ
ຫຼັກການຕັ້ງຊື່ບົດຄວາມ
ຂຽນໃຫ້ດີຍິ່ງຂຶ້ນ
ຂຽນບໍ່ໃຫ້ລະເມີດລິຂະສິດ
ຂຽນໃຫ້ເປັນກາງ
ວິທີໃຊ້
ການດັດແກ້ໜ້າ
ການຈັດໜ້າໂດຍໃຊ້ແມ່ແບບຊ່ອຍ
ການອັບໂຫຼດພາບ
ການໃສ່ພາບ
ການສ້າງຕາລາງ
ການຈັດໝວດ
ການສ້າງໜ້າປ່ຽນທາງ
ການໃສ່ລິງກ໌
ການລິງກ໌ມາທີ່ວິກິພີເດີຢ
ການແຊກສູດຄະນິດສາດ
ໄຂຄວາມ
ການດັດແກ້ເລັກນ້ອຍ
ການທັບສັບ
ຄຳທັບສັບໃນວິກິພີເດຍ
ອ່ານ/ຂຽນ ຄຳທັບສັບ
ຖອດສຽງອັງກິດເປັນລາວ
ຖອດອັກສອນລາວເປັນອັກສອນໂລມັງ
ອ້າງອີງ
ການອ້າງອິງແຫຼ່ງທີ່ມາ
ສີທີ່ໃຊ້ໃນເວັບ
ແມ່ແບບ
ແມ່ແບບ
ໂຄງ
ແມ່ແບບສະແດງຂໍ້ຄວາມ
ແມ່ແບບເຊື່ອມໂຍງຫົວຂໍ້
ວິທີການສ້າງແມ່ແບບ
ບົດຄວາມສະເພາະທາງ
ບົດຄວາມຝະລັ່ງ
ບົດຄວາມພຶກສາ
ບົດຄວາມການທະຫານ
ບົດຄວາມເພງ

ກ່ອນທີ່ທ່ານຈະເຮັດການອັບໂຫຼດພາບທີ່ໜ້າ ອັບໂຫຼດພາບ ໂປດແນ່ໃຈວ່າໄດ້ອ່ານແລະປະຕິບັດຕາມນະໂຍບາຍການໃຊ້ພາບແລ້ວ ຈື່ໄວ້ວ່າ ພາບສ່ວນໃຫຍ່ເທິງອິນເຕີເນັດມີລິຂະສິດແລະບໍ່ຄວນອັບໂຫຼດເຂົ້າສູ່ລະບົບຂອງວິກິພີເດຍ; ເບິ່ງນະໂຍບາຍການໃຊ້ພາບຂອງວິກິພີເດຍ ຫາກທ່ານບໍ່ໄດ້ເປັນຜູ້ສ້າງຟາຍນີ້ເອງຫຼືບໍ່ສາມາດລະບຸສະຖານະລິຂະສິດຂອງພາບໄດ້ ກະລຸນາຢ່າອັບໂຫຼດພາບເຂົ້າສູ່ລະບົບ

ໃຊ້ແບບຟອມທີ່ໜ້າ ອັບໂຫຼດພາບ ເພື່ອອັບໂຫຼດຟາຍພາບໃໝ່ ທີ່ຈະນຳໃຊ້ໃນໜ້າຂອງທ່ານ ທ່ານຈະເຫັນປຸ່ມ "Browse..." ໃນເບົາເຊີ ເຊິ່ງຈະສະແດງກອບໂຕ້ຕອບມາດຕະຖານ ສຳລັບການເປີດຟາຍຂອງລະບົບປະຕິບັດການຂອງທ່ານ ເມື່ອເລືອກຟາຍແລ້ວ ໃຫ້ໃສ່ຊື່ຟາຍ ໂດຍຊື່ຟາຍທີ່ເປັນຄຳອະທິບາຍ (ເຊັ່ນ "Cembridge, USA.jpg") ເພື່ອປ້ອງກັນການຊ້ຳກັບໄຟລ໌ທີ່ມີເນື້ອຫາຄົນລະຢ່າງກັນ ທ່ານຈຳເປັນຕ້ອງເຮັດເຄື່ອງໝາຍລົງໃນກ່ອງເຮັດເຄື່ອງໝາຍ ເພື່ອຍືນຍັນວ່າທ່ານບໍ່ໄດ້ລະເມີດລິຂະສິດໃດ ໆ ຈາກການອັບໂຫຼດຟາຍນີ້ ກົດປຸ່ມ "ອັບໂຫຼດ" ເພື່ອເລີ່ມການອັບໂຫຼດ ຫາກທ່ານໃຊ້ອິນເຕີເນັດຄວາມໄວຕ່ຳ ການອັບໂຫຼດອາດໃຊ້ເວລາໜ້ອຍໜຶ່ງ

ເມື່ອຕ້ອງການເບິ່ງຫຼືຄົ້ນຫາພາບທີ່ອັບໂຫຼດໄວ້ກ່ອນໜ້ານີ້ ໃຫ້ໄປທີ່ ລາຍການພາບທີ່ອັບໂຫຼດແລ້ວ ການອັບໂຫຼດແລະການລົບພາບໄດ້ຖືກບັນທຶກລົງໃນ ປູມການອັບໂຫຼດ

ຟາຍທີ່ເໝາະສົມຄວນມີຮູບແບບດັ່ງນີ້ JPEG ສຳລັບພາບຖ່າຍ, PNG ສຳລັບພາບຂຽນແລະພາບວາດ ແລະ OGG ສຳລັບສຽງ ກະລຸນາຕັ້ງຊື່ທີ່ສື່ຄວາມໝາຍ ເພື່ອປ້ອງກັນການສັບສົນ ເມື່ອຕ້ອງການໃຊ້ຮູບພາບ ໃຫ້ໃຊ້ລິງຄ໌ທີ່ມີຮູບແບບດັ່ງນີ້ [[File:file.jpg]] ຫຼື [[File:file.png|ຄຳອະທິບາຍ]] ຫຼື [[File:file.ogg]] ສຳລັບສຽງ

ໂປດຮູ້ວ່າຜູ້ໃຊ້ຄົນອື່ນອາດແກ້ໄຂຟາຍທີ່ທ່ານອັບໂຫຼດ ຫາກພວກເຂົາຄິດວ່າເປັນປະໂຫຍດຕໍ່ໂຄງການ ຫຼືລົບຟາຍຖິ້ມແລະບັອກບໍ່ໃຫ້ທ່ານອັບໂຫຼດຟາຍໄດ້ ໃນກໍລະນີທີ່ທ່ານອັບໂຫຼດຟາຍທີ່ບໍ່ເໝາະສົມເຂົ້າສູ່ລະບົບ

ການແຈ້ງລົບ[ດັດແກ້]

ຫາກທ່ານອັບໂຫຼດຜິດ ຫຼືວ່າຕ້ອງການປ່ຽນພາບທີ່ໄດ້ອັບໂຫຼດຢູ່ແລ້ວ ທ່ານສາມາດເລືອກທີ່ຈະອັບໂຫຼດຊື່ເດີມທັບພາບດັງກ່າວໄດ້ ດ້ວຍການໄປພາບທີ່ຕ້ອງການ ແລະຄະລິກທີ່ ອັບໂຫຼດລຸ້ນໃໝ່ກວ່ານີ້ ສຳລັບກໍລະນີອື່ນ ທີ່ພາບດັງກ່າວບໍ່ໄດ້ໃຊ້ ບໍ່ເໝາະສົມ ແລະຕ້ອງການແຈ້ງລົບໃຫ້ເຮັດການແກ້ໄຂທີ່ພາບ ແລະໃສ່ໂຄ້ດ {{ລົບ|ສາເຫດທີ່ແຈ້ງລົບ}} ທີ່ສ່ວນເທິງສຸດຂອງພາບ ໂດຍໃຫ້ຄົງເນື້ອຫາເດີມໄວ້ຮວມເຖິງຄຳອະທິບາຍໂດຍຫຍໍ້ ແລະສັນຍາອະນຸຢາດ

ເບິ່ງຕື່ມ[ດັດແກ້]