ມາຣິລິນ ມອນໂຣ

ຈາກ ວິກິພີເດຍ
ມາຣິລິນ ມອນໂຣ
ພາບຖ່າຍສາທາລະນະຈາກສະຕູດິໂອ
ເກີດນໍມາ ຈີນ ມໍເທນສັນ
1 ມິຖຸນາ ຄ.ສ. 1926(1926-06-01)
ລອດແອນເຈລິດ ລັດແຄລິຟໍເນຍ ສະຫະລັດອາເມລິກາ
ເສຍຊີວິດ5 ສິງຫາ ຄ.ສ. 1962 (36 ປີ)
ລອດແອນເຈລິດ ລັດແຄລິຟໍເນຍ ສະຫະລັດອາເມລິກາ
ສາເຫດເສຍຊີວິດ
ໃຊ້ສານບາບີທູເຣຕເກີນຂະໜາດ
ສຸສານສຸສານເວສວູດວິນເລດເມໂມຣຽລພາກເຊເມແທລີ
ຊື່ອື່ນ
  • ນໍມາ ຈີນ ເບເຄີ
ອາຊີບນັກສະແດງ
ປີປະຕິບັດວຽກ1945–1962
ຄູ່ສົມລົດ
ເວັບໄຊທ໌marilynmonroe.com
ລາຍເຊັນ


ມາຣິລິນ ມອນໂຣ (ອັງກິດ: Marilyn Monroe) ຫຼືສະກົດ ມາລິລິນ ມອນໂລ ເດີມມີຊື່ວ່າ ນໍມາ ຈີນ ມໍເທນສັນ (1 ມິຖຸນາ ຄ.ສ. 1926 – 5 ສິງຫາ ຄ.ສ. 1962) ເປັນອະດີດນັກສະແດງ ນັກຮ້ອງ ນາງແບບຊື່ດັງຊາວອາເມລິກັນ.

ປະຫວັດ[ດັດແກ້]

ຄຳວ່າ "ມາຣິລິນ" ມາຈາກຊື່ຂອງດາລາລະຄອນເພງຕອນຊ່ວງປີ 1920 ແມ່ນ ມາຣິລິນ ມິນເລີ ສ່ວນ "ມອນໂຣ" ມາຈາກນາມສະກຸນເດີມຂອງແມ່ຕູ້ ແລະ ຈີນ ນໍແມນ ແມ່ນຊື່ທີ່ມາຣິລິນ ໃຊ້ຕອນທີ່ເປັນນາງແບບ.

ມາຣິລິນມີແມ່ທີ່ເປັນໂລກທາງປະສາດແລະບໍ່ຮູ້ວ່າພໍ່ແມ່ນໃຜຢ່າງແນ່ນອນ ອັນເປັນເຫດທີ່ເຮັດໃຫ້ຕ້ອງໃຊ້ຊີວິດໃນຊ່ວງໄວເດັກໃນສະຖານລ້ຽງເດັກກຳພອຍຕ່າງ ໆ. ເມື່ອຕອນອາຍຸ 12 ປີ ມາຣິລິນຄົ້ນພົບວ່າຕົວເອງມີແຮງດຶງດູດທາງເພດຢ່າງແຮງເປັນຄັ້ງທຳອິດ. ເມື່ອຄັ້ງທີ່ມາຣິລິນສວມສະເວດເຕີພ້ອມກັບທາລິບສະຕິກເປັນຄັ້ງທຳອິດໄປໂຮງຮຽນ ມາຣິລິນເລົ່າວ່າເມື່ອຍ່າງເຂົ້າໄປໃນໂຮງຮຽນ ນັກຮຽນຊາຍກໍພາກັນເບິ່ງມາຣິລິນດ້ວຍຄວາມມັກ. ລາງຄົນກໍຜິວປາກແລະລາງຄົນກໍເຂົ້າມາລົມນຳ ເຊິ່ງເຮັດໃຫ້ນັກຮຽນຍິງພາກັນເບິ່ງມາຣິລິນດ້ວຍຄວາມອິດສາ. ເມື່ອອາຍຸ 16 ປີ ຈິ່ງເລີ່ມມີອາຊີບເປັນນາງແບບ.

ຕໍ່ມາ ມາຣິລິນກໍເລີ່ມສະແດງຮູບເງົາຕ່າງ ໆ. ໃນເລື່ອງ Gentleman Prefer Blondes (1953) ມາຣິລິນໄດ້ຄ່າຕັວສັບດາລະ 500 ໂດລາ. ໃນຂະນະທີ່ ເຈນ ຣັດເຊນ ຜູ້ເປັນດາລານຳອີກຄົນໄດ້ 200,000 ໂດລາສຳລັບຮູບເງົາ 1 ເລື່ອງ ແຕ່ຮູບເງົາເລື່ອງນີ້ກໍເຮັດໃຫ້ມາຣິລີນກາຍເປັນດາລາດັງໄປໃນທັນທີ. ສາກໃນເລື່ອງດຽວກັນນີ້ ກໍແມ່ນສາກທີ່ມາຣິລິນຮ້ອງເພງ Diamonds Are A Girls's Bestfriend ເຊິ່ງແມ່ນເພງທີ່ມາດອນນາກໍເອົາໄປເຮັດລຽນແບບໃນມິວສິກວິດີໂອເພງ Material Girl ຄືກັນ. ຮູບເງົາເລື່ອງ The Seven Year Itch (1955) ມີສາກທີ່ເປັນອະມະຕະຂອງມາຣິລິນ ໂດຍມີລົມພັດແຮງຈົນກະໂປງເປີດຂຶ້ນມາ. ແຕ່ຢ່າງໃດກໍຕາມ ສາກນີ້ກໍເຮັດໃຫ້ມາຣິລິນຮ້າງຢ່າກັບຜົວ (ໂຈ ດິແມກຈິໂອ ນັກເບສະບານຊື່ດັງ)[ຕ້ອງການອ້າງອີງ].

ອ້າງອີງ[ດັດແກ້]