ມະຫາວິທະຍາໄລລັດ

ຈາກ ວິກິພີເດຍ
ມະຫາວິທະຍາໄລແຄລິຟໍເນຍ ເບີກລີ້ ໜຶ່ງໃນມະຫາວິທະຍາໄລລັດ ທີ່ໄດ້ຮັບຮາງວັນໂນເບລຫຼາຍ ແຫ່ງໜຶ່ງໃນໂລກ

ສະຖາບັນອຸດົມສຶກສາຂອງລັດ ຫຼື ມະຫາວິທະຍາໄລລັດ (ອັງກິດ: public university, ຝຣັ່ງ: université publique) ແມ່ນ ສະຖາບັນສຶກສາເຊິ່ງໄດ້ຮັບອຸດໜຸນງົບປະມານສ່ວນຫຼາຍຈາກລັດ ໂດຍຜ່ານລັດຖະບານກາງຫຼືລັດຖະບານທ້ອງຖິ່ນ.

ໃນສະຫະລັດອາເມລິກາ ວິທີການສະໝັກເຂົ້າຮຽນໃນ ມະຫາວິທະຍາໄລລັດແລະມະຫາວິທະຍາໄລເອກະຊົນ ແມ່ນບໍ່ແຕກຕ່າງກັນ. ສິ່ງທີ່ແຕກຕ່າງກັນຢ່າງເຫັນໄດ້ຄັກແມ່ນຄ່າຮຽນ. ຊື່ເອີ້ນຢ່າງບໍ່ເປັນທາງການຂອງກຸ່ມມະຫາວິທະຍາໄລລັດຊັ້ນນຳໃນສະຫະລັດອາເມລິກາແມ່ນ ພັບລິກໄອວີ ໂດຍປຽບທຽບໃສ່ ໄອວີລີກ ເຊິ່ງເປັນກຸ່ມມະຫາວິທະຍາໄລເອກະຊົນຊັ້ນນຳ.

ໃນສະຫະລາຊະອານາຈັກ ສະຖາບັນອຸດົມສຶກສາເກືອບທັງໝົດແມ່ນມະຫາວິທະຍາໄລລັດ ເວ້ນແຕ່ພຽງບ່ອນດຽວ ແມ່ນມະຫາວິທະຍາໄລບັກກິ້ງແຮມ.

ອ້າງອີງ[ດັດແກ້]

ບັນນານຸກົມ
  • World University Rankings 2010-2011. Times Higher Education. Retrieved on 2013-07-17.

ແຫຼ່ງຂໍ້ມູນອື່ນ[ດັດແກ້]