ນາຍົກລັດຖະມົນຕີ: Difference between revisions
No edit summary |
No edit summary |
||
ແຖວ 4: | ແຖວ 4: | ||
ລະບົບຂອງ ສປປລາວ ໃນປັດຈຸບັນ |
[[ລະບົບຂອງ ສປປລາວ ໃນປັດຈຸບັນ]] |
||
ລຸ້ນແກ້ໄຂເກົ່າເມື່ອ 11:52, 15 ພະຈິກ 2008
ນາຍົກລັດຖະມົນຕີ ແມ່ນ ລັດຖະມົນຕີທີ່ມີຕຳແໜ່ງສູງສຸດ ໃນ ຄະນະລັດຖະບານ ຫຼື ສະພາລັດຖະມົນຕີ. ເປັນ ຫົວໜ້າອົງການບໍລິຫານ ເຊິ່ງແມ່ນ ໜຶ່ງໃນສາມອຳນາດລັດ ຄື ອຳນາດນິຕິບັນຍັດ, ອຳນາດຕຸລາການ ແລະ ອຳນາດບໍລິຫານ.
ພາລະບົດບາດ, ສິດ ແລະໜ້າທີ່ຂອງນາຍົກລັດຖະມົນຕີ
ມາດຕາ 11( ໃໝ່ ). ພາລະບົດບາດຂອງນາຍົກລັດຖະມົນຕີ
ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ, ຊີ້ນຳ ແລະອຳນວຍຄວບຄຸມການເຄື່ອນໄຫວວຽກ ງານຂອງລັດຖະບານ ແລະອົງການປົກຄອງທ້ອງຖິ່ນ.
ມາດຕາ 12( ໃໝ່ ). ສິດ ແລະໜ້າທີ່ຂອງນາຍົກລັດຖະມົນຕີ
ນາຍົກລັດຖະມົນຕີ ມີສິດ ແລະໜ້າທີ່ດັ່ງນີ້ :
1. ຮຽກໂຮມ ແລະເປັນປະທານກອງປະຊຸມລັດຖະບານ;
2. ຊີ້ນຳ ແລະອຳນວຍຄວບຄຸມວຽກງານຂອງລັດຖະບານ, ກວດກາການປະຕິ ບັດມະຕິຂອງ ສະພາແຫ່ງຊາດ, ມະຕິຂອງກອງປະຊຸມລັດຖະບານ ແລະການເຄື່ອນໄຫວວຽກງານຂອງ ກະຊວງ, ອົງການທຽບເທົ່າກະຊວງ, ແຂວງ, ນະ ຄອນ ແລະອົງການອື່ນໆ ທີ່ຂຶ້ນກັບລັດ ຖະບານ;
3. ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວ ໜ້າອົງການທຽບເທົ່າກະຊວງ ຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ;
4. ສະເໜີປະທານປະເທດແຕ່ງຕັ້ງຜູ້ຕາງໜ້າທີ່ມີອຳນາດເຕັມຂອງສາທາລະນະ ລັດປະຊາທິ ປະໄຕ ປະຊາຊົນລາວ ໄປປະຈຳ ຢູ່ຕ່າງປະເທດ ຫລືຮຽກຄືນ;
5. ສະເໜີປະທານປະເທດແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງເຈົ້າແຂວງ, ເຈົ້າ ຄອງນະຄອນ ແລະສະເໜີເລື່ອນຊັ້ນ ຫລືປົດຊັ້ນນາຍພົນຢູ່ໃນກຳລັງປ້ອງກັນຊາດOປ້ອງກັນຄວາມສະ ຫງົບ;
6. ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງລັດຖະມົນຕີຊ່ວຍວ່າການກະຊວງ, ລັດຖະ ມົນຕີຊ່ວຍ ປະຈຳສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຫົວໜ້າ ແລະ ຮອງຫົວໜ້າທະບວງ, ຫົວໜ້າກົມ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນ, ເຈົ້າເມືອງ, ຫົວໜ້າເທດສະບານ, ຫົວໜ້າອົງການທີ່ຂື້ນກັບລັດຖະບານ ແລະຕຳແໜ່ງທຽບເທົ່າອື່ນໆ;
7. ເລື່ອນຊັ້ນ ຫລືປົດຊັ້ນພັນເອກຢູ່ໃນກຳລັງປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ;
8. ອອກດຳລັດ, ຂໍ້ຕົກລົງ, ຄຳສັ່ງ ແລະຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ນະໂຍບາຍ, ລະບຽບກົດໝາຍ ແລະແຜນການຂອງລັດຖະບານ; ອອກດຳລັດ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ, ອົງການທຽບເທົ່າກະຊວງ, ທະບວງ ແລະອົງການປົກຄອງ ທ້ອງຖິ່ນ;
9. ລາຍງານປະຈຳປີ ກ່ຽວກັບການປະຕິບັດໜ້າທີ່ຂອງລັດຖະບານຕໍ່ສະພາແຫ່ງ ຊາດ, ຄະນະ ປະຈຳສະພາແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງ ປະຊຸມ ແລະລາຍງານ ຕໍ່ປະທານປະເທດ;
10. ມອບສິດ ແລະໜ້າທີ່ໃຫ້ຮອງນາຍົກລັດຖະມົນຕີທ່ານໃດທ່ານໜຶ່ງວ່າການແທນໃນເວລາ ຕິດຂັດ;
11. ລາອອກຈາກຕຳແໜ່ງເມື່ອເຫັນວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດ ຜົນທາງດ້ານ ສຸຂະພາບ ຫລືດ້ວຍເຫດຜົນອື່ນໆ;
12. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ລະບຽບກົດ ໝາຍ.
ມາດຕາ 13( ໃໝ່ ). ການແຕ່ງຕັ້ງນາຍົກລັດຖະມົນຕີ
ນາຍົກລັດຖະມົນຕີ ຖືກແຕ່ງຕັ້ງ ຫລືປົດຕຳແໜ່ງ ໂດຍປະທານປະເທດພາຍຫລັງທີ່ສະພາແຫ່ງ ຊາດໄດ້ຮັບຮອງເອົາແລ້ວ.
ມາດຕາ 14( ໃໝ່ ). ພາລະບົດບາດຂອງຮອງນາຍົກລັດຖະມົນຕີ
ຮອງນາຍົກລັດຖະມົນຕີ ມີພາລະບົດບາດເປັນຜູ້ຊ່ວຍວຽກນາຍົກລັດຖະມົນຕີໃນການນຳພາ, ອຳນວຍຄວບຄຸມວຽກງານລວມຂອງລັດຖະບານ, ຮັບຜິດຊອບວຽກງານໃດ ໜຶ່ງ ຕາມການມອບໝາຍຂອງ ນາຍົກລັດຖະມົນຕີ. ເມື່ອນາຍົກລັດຖະມົນຕີຕິດຂັດແມ່ນຮອງນາຍົກລັດຖະມົນຕີ ຜູ້ທີ່ໄດ້ຮັບມອບໝາຍເປັນ ຜູ້ວ່າການແທນ.
ຮອງນາຍົກລັດຖະມົນຕີ ມີສິດລາອອກຈາກຕຳແໜ່ງ ເມື່ອເຫັນວ່າຕົນບໍ່ສາມາດ ປະຕິບັດໜ້າທີ່ ໄດ້ຍ້ອນເຫດຜົນທາງດ້ານສຸຂະພາບ ຫລືດ້ວຍເຫດຜົນອື່ນໆ.
ມາດຕາ 15 ( ໃໝ່ ). ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ
ຮອງນາຍົກລັດຖະມົນຕີຖືກແຕ່ງຕັ້ງ ຫລືປົດຕຳແໜ່ງໂດຍປະທານປະເທດ ພາຍຫລັງທີ່ສະພາ ແຫ່ງຊາດໄດ້ຮັບຮອງເອົາແລ້ວ.
ນາຍົກລັດຖະມົນຕີຂອງລັດຖະບານຕ່າງໆຢູ່ລາວ ແຕ່ ປີ 1945
- ພະຍາ ຄຳມ້າວ ວິໄລ (12 ຕຸລາ 1945) (ລັດຖຸະບານຊົ່ວຄາວ)
- ເຈົ້າ ສຸວັນນະລາດ (10 ກໍລະກົດ 1947)
- ເຈົ້າ ບຸນອຸ້ມ (4 ມັງກອນ 1948)
- ທ່ານ ຜູຍ ຊະນະນິກອນ (28 ກຸມພາ 1950)
- ສະເດັດ ເຈົ້າ ສຸພານຸວົງ (13 ສິງຫາ 1950) (ລັດຖະບານລາວອິດສະຫຼະ)
- ເຈົ້າ ສຸວັນນະພູມາ (23 ທັນວາ 1950)
- ທ່ານ ກະຕ່າຍ ໂດນສະໂສລິດ (27 ພະຈິກ 1954)
- ເຈົ້າ ສຸວັນນະພູມາ (21 ມີນາ 1956)
- ທ່ານ ຜູຍ ຊະນະນິກອນ (18 ສິງຫາ 1958)
- ທ່ານ ກຸອະໄພ (6 ມີນາ 1960)
- ທ່ານ ສົມສະໜິດ (6 ມີນາ 1960)
- ເຈົ້າ ສຸວັນນະພູມາ (31 ສິງຫາ 1960)
- ເຈົ້າ ບຸນອຸ້ມ (14 ທັນວາ 1960) (ລັດຖະບານຕັ້ງແຍກຢູ່ສະຫວັນນະເຂດ)
- ເຈົ້າ ສຸວັນນະພູມາ 23 ມີຖຸນາ 1962
- ທ່ານ ໄກສອນ ພົມວິຫານ (2 ທັນວາ 1975)
- ທ່ານ ຄຳໄຕ ສີພັນດອນ (1992)
- ທ່ານ ສີສະຫວາດ ແກ້ວບຸນພັນ (1998)
- ທ່ານ ບຸນຍັງ ວໍລະຈິດ (2001)
- ທ່ານ ບົວສອນ ບຸບຜາວັນ (8 ມີຖຸນາ 2006)