ອົງການບໍລິຫານ

ຈາກ ວິກິພີເດຍ

ລະບອບວິທີເຮັດວຽກຂອງລັດຖະບານ[ດັດແກ້]

ມາດຕາ 30 ( ​ໃໝ່ ). ວິທີເຮັດວຽກຂອງລັດຖະບານ

ລັດຖະບານ​ເຮັດ​ວຽກ​ຕາມຫລັກ​ການລວມສູນ​ປະຊາທິປະ​ໄຕ ​ໂດຍ​ມີ​ການ​ສົມທົບ​​ລະຫວ່າງ​ຄວາມ​ ຮັບ​ຜິດ​ຊອບ​ຂອງໝູ່​ຄະນະ ກັບ​ການຍົກ​ສູງຄວາມ​ຮັບ​ຜິດ​ຊອບຂອງ​ບຸ​ກຄົນ. ລັດຖະບານຖື​ເອົາ​ກອງ​ປະຊຸມ ເປັນຮູບການ​ຕົ້ນຕໍໃນການເຄື່ອນ​​ໄຫວ​ວຽກງານ​ຂອງ​ຕົນ.

ມາດຕາ 31. ການເຄື່ອນໄຫວວຽກງານຂອງສະມາຊິກລັດຖະບານ

ໃນການເຄື່ອນໄຫວວຽກງານຂອງຕົນ ສະມາຊິກລັດຖະບານຕ້ອງເຄົາລົບພາລະ ບົດບາດ, ໜ້າທີ່ ຂອງກັນ ແລະກັນ, ພ້ອມ​ທັງປະສານ​ສົມທົບ​ກັນ.

ໃນກໍລະນີທີ່ມີບັນຫາບໍ່ເປັນເອກະພາບລະຫວ່າງສະມາຊິກດ້ວຍກັນ ໃຫ້ນຳສະເໜີ ຕໍ່ນາຍົກລັດ ຖະມົນຕີ ເພື່ອພິຈາລະນາແກ້ໄຂ.

ໃນການເຄື່ອນໄຫວວຽກງານຕ່າງປະເທດສະມາຊິກລັດຖະບານ ຕ້ອງຂໍຄວາມເຫັນ ຈາກນາຍົກລັດຖະມົນຕີ.

ມາດຕາ 32 ( ​ໃໝ່ ). ການພົວພັນກັບສະພາແຫ່ງຊາດ

ລັດຖະບານ ມີພັນທະລາຍງານການເຄື່ອນໄຫວປະຈຳປີຂອງຕົນຕໍ່ສະພາແຫ່ງຊາດ, ສະເໜີຜ່ານ ແຜນຍຸດທະສາດແຫ່ງການພັດທະນາເສດຖະກິດສັງຄົມ ແລະ​ແຜນ ງົບປະມານ ແຫ່ງລັດ, ການດັດແກ້​ ແຜນງົບປະມານແຫ່ງລັດ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ, ອະທິບາຍ ແກ້ຂໍ້ຂ້ອງ ໃຈ, ຕອບການຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວ​ກັບການ​ປະຕິບັດໜ້າທີ່​ຂອງລັດຖະບານ ຫລື ຂອງສະມາຊິກ​ລັດຖະບານ​ທ່ານ​ໃດທ່ານ ໜຶ່ງ.

ໃນເວລາສະພາແຫ່ງຊາດບໍ່ເປີດກອງປະຊຸມ ລັດຖະບານມີພັນທະລາຍງານການ ເຄື່ອນໄຫວວຽກ ງານຂອງຕົນ ຕໍ່ຄະນະປະຈຳສະພາແຫ່ງຊາດ ແລະສະໜອງຂໍ້ມູນຕ່າງໆ ຕາມຄຳສະເໜີຂອງຄະນະ​ປະຈຳ ສະພາແຫ່ງຊາດ.

ໃນການພົວພັນວຽກງານກັບຕ່າງປະເທດ ຫລືວຽກງານຢູ່ພາຍໃນປະເທດທີ່ສຳຄັນ ນັ້ນລັດຖະ ບານຈະຕ້ອງຂໍຄວາມເຫັນດີຈາກສະພາແຫ່ງຊາດເສຍກ່ອນ. ໃນ​ການ​ພົວພັນ​ກັບຕ່າງ​ປະ​ເທດຖ້າຫາກ​ ໄດ້​ມີ​ການ​ເຊັນສົນທິສັນຍາ ຫລືສັນຍາ​ທີ່​ຕ້ອງ​​ໃຫ້​ສັດຕະຍາບັນ ຕາມ​ກົດໝາຍ​ນັ້ນ ລັດຖະບານ ຕ້ອງ​ນຳ​ສະ​ເໜີຕໍ່​ສະພາ​ແຫ່ງ​ຊາດ​ ເພື່ອ​ພິຈາລະນາຕົກລົງ.

ມາດ​ຕາ 33 ( ​ໃໝ່ ). ການ​ພົວ​ພັນ​ກັບ​ປະ​ທານ​ປະ​ເທດ

ລັດ​ຖະ​ບານ ​ລາຍ​ງານການ​ເຄື່ອນ​ໄຫວ​ວຽກ​ງານ​​ຂອງ​ຕົນ​ຕໍ່​ປະ​ທານ​ປະ​ເທດ. ກອງ​ປະຊຸມພິເສດ ຂອງລັດຖະບານ ແມ່ນປະທານປະເທດເປັນຜູ້ຮຽກໂຮມ ແລະເປັນປະທານ.

ມາດຕາ 34 ( ​ໃໝ່ ). ການພົວພັນກັບສານປະຊາຊົນສູງ​ສຸດ ແລະອົງ​ການໄອ​ຍະການປະຊາຊົນສູງ​ສຸດ

ລັດຖະບານປະສານສົມທົບກັບສານປະຊາຊົນສູງ​ສຸດ ແລະອົງ​ການໄອຍະການ ປະຊາຊົນສູງ​ສຸດ ໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະສະກັດກັ້ນສິ່ງ​ຫຍໍ້​ທໍ້​ຕ່າງໆໃນ​ສັງຄົມ.

​ໃນ​ກໍ​ລະ​ນີທີ່ຈຳ​ເປັນ ລັດຖະບານອາດຈະເຊີນປະທານສານປະຊາຊົນສູງສຸດ ແລະ ໄອຍະການ ປະຊາຊົນສູງ​ສຸດ ເຂົ້າຮ່ວມກອງປະຊຸມລັດຖະບານກໍໄດ້.


ມາດຕາ 35 ( ​ໃໝ່ ). ການພົວພັນກັບແນວ​ລາວ​ສ້າງ​ຊາດ, ອົງການຈັດຕັ້ງມະຫາຊົນ ແລະອົງ​ການ ຈັດຕັ້ງສັງຄົມ

ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານມີປະສິດທິຜົນ ລັດຖະບານປະສານ ສົມທົບກັບແນວ ລາວສ້າງຊາດ, ຄະນະຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ, ສະຫະພັນກຳ ມະບານລາວ, ສະຫະພັນ​ແມ່​ຍິງ​ ລາວ ແລະອົງ​ການຈັດຕັ້ງສັງຄົມ ເພື່ອປຶກສາຫາລື, ແລກ ປ່ຽນ​ຄວາມ​ຄິດ​ເຫັນ, ປຸກລະດົມຊຸກຍູ້ໃຫ້ອົງ ການຈັດຕັ້ງດັ່ງ​ກ່າວ​ເຂົ້າ​ຮ່ວມໃນການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ແຈ້ງທິດທາງວຽກງານ, ມະຕິກອງປະຊຸມຂອງລັດ​ຖະບານ , ສະພາບການຕ່າງໆທີ່ສຳຄັນ, ຕອບຂໍ້​ຂ້ອງ​ໃຈ ແລະສ້າງເງື່ອນໄຂໃຫ້ ​ແນວ​ລາວ​ສ້າງ​ຊາດ, ອົງການຈັດຕັ້ງມະຫາຊົນ ແລະອົງການຈັດຕັ້ງສັງຄົມ ໄດ້ເຄື່ອນໄຫວຕາມ​ພາ ລະ​ບົດ​ບາດຂອງຕົນ.

​ໃນ​ກໍ​ລະ​ນີທີ່ຈຳ​ເປັນ​ກໍອາດຈະເຊີນຜູ້ຕາງໜ້າຂອງ​ແນວ​ລາວ​ສ້າງ​ຊາດ, ​ອົງ​ການ​ຈັດຕັ້ງມະ ຫາຊົນ ແລະອົງການຈັດຕັ້ງສັງຄົມ​ເຂົ້າຮ່ວມກອງ​ປະຊຸມ​ຂອງ​ລັດຖະບານກໍໄດ້.

ມາດຕາ 36 ( ​ໃໝ່ ). ການພິຈາລະນາ​​ແກ້​ໄຂຄຳ​ຮ້ອງທຸກ ຫລືຄຳ​ສະ​ເໜີ​ຂອງ​ປະຊາຊົນ

​ໃນ​ການ​ເຄື່ອນ​ໄຫວ​ປະຕິບັດວຽກ​ງານຂອງ​ຕົນ ລັດຖະບານ ​ແລະສະມາຊິກ​ລັດຖະບານ​ຕ້ອງຮັບ ​ຟັງຄວາ​ມ​ຄິດ​ຄວາ​ມເຫັນ​ຂອງ​ປະຊາຊົນ.

ລັດຖະບານພິຈາລະນາແກ້ໄຂຄຳຮ້ອງທຸກ, ຄຳ​ສະ​ເໜີຂອງ​ປະຊາຊົນກ່ຽວ​ກັບ​ການ​ກະທຳ​ທີ່​ບໍ່​ຖືກ​ຕ້ອງ​ຂອງພະນັກງານ, ລັດຖະກອນ ​ແລະ​ອົງ​ການ​ບໍລິຫານ​ລັດ​ຂັ້ນຕ່າງໆ ບົນ​ພື້ນຖານລະບຽບກົດໝາຍ.