ສົນທະນາຂອງຜູ້ໃຊ້:ບັນດິດ ແດນຈຳພອນ

Page contents not supported in other languages.
ຈາກ ວິກິພີເດຍ

ສະບາຍດີ ທ່ານ ບັນດິດ. ຍິນດີຕ້ອນຮັບສູ່ ວິກິພີເດຍ ສະບັບພາສາລາວ. ທ່ານ ສາມາດ ກາງລິ້ງຄ໌ ຫາ ບົດຄວາມກ່ຽວກັບ ຫົວຂໍ້ດຽວກັນ ເປັນ ພາສາອື່ນໄດ້ ໂດຍ ຕື່ມ [[en:ຫົວຂໍເປັນພາສາອັງກິດ]] ຢູ່ ທາງລຸ່ມສຸດ ເຊັ່ນ ສຳຫຼັບ ໜ້າ "ເສດຖະກິດຕະຫຼາດ" ຢູ່ ສະບັບພາສາລາວ ຈະແມ່ນ [[en:Market economy]]. ຫວັງວ່າ ທ່ານ ຊິມ່ວນຊື່ນກັບ ການປະກອບສ່ວນ ເພື່ອເຜີຍແພ່ຄວາມຮູ້ ໃຫ້ ຜູ້ຄົນໃຊ້ພາສາລາວ ໃນທີ່ນີ້. ຂອບໃຈຫຼາຍໆ ສຳຫຼັບການປະກອບສ່ວນ ຂອງ ທ່ານອີກເທື່ອໜຶ່ງ. Tuinui ໑໐:໒໘, ໑໕ ພະຈິກ ໒໐໐໘ (UTC)

ສະບາຍດີ ທ່ານ ບັນດິດ ແດນຈຳພອນ. ຢາກຂໍມີຄຳຖາມກ່ຽວກັບເນື້ອໃນທີ່ທ່ານຂຽນຢູ່ ບົດຄວາມ ພາສາລາວ. ກ່ຽວກັບການໄລຍະທີ່ລາວສູນເສຍດິນແດນຝັ່ງຂວານັ້ນ ຄຶດວ່າ ແມ່ນ ຕອນຕົ້ນສັດຕະວັດທີ 20 ຫຼື ໂດຍສັນຍາ ຝະລັ່ງ-ສະຫຍາມ ທີ່ຕັດແບ່ງດິນແດນ ລາວໃຫ້ຂຶ້ນກັບ ສະຫຍາມ ແລະ ຝະລັ່ງ(en:Franco-Siamese War), ບໍ່ແມ່ນໄລຍະສົງຄາມໂລກຄັ້ງທີ2. Tuinui ໐໑:໑໓, ໒໙ ກໍລະກົດ ໒໐໑໐ (UTC)


ຫລັງຈາກ (en:Franco-Siamese War) ດີນແດນລ້ານຊ້າງທັງສອງຂ້າງແມ່ນໍ້າຂອງຍັງເປັນຂອງລາວ (ຂື້ນກັບການປົກຄອງຂອງຝຣັງ). ຫຼັງຈາກຝຣັງອອກແອລົງໃນປາງສົງຄາມໂລກຄັ້ງທີສອງການແບ່ງປັນດິນແດນລະຫວ່າງ ສະຫຍາຍ-ຝຣັງ ຈຶ່ງໄດ້ຮັບການລົງນາມກັນ ໂດຍມີຍີ່ປຸ່ນເປັນຜູ້ບັງຄັບ ໃຫ້ຝຣັງຍອມຮັບເອົາຂໍ້ສະເຫນີຂອງສະຫຍາມ,ຖ້າບໍ່ດັ່ງນັ້ນຍີ່ປຸ່ນຈະໃຊ້ເຮືອກຳປັ່ນຍິງ ເຮືອສູ້ຮົບຂອງຝຣັງຢູ່ອ່າວຕົງແກງ (ຫວຽດນາມ). ຝລັງບໍ່ມີທາງສູ້ຈຶ່ງໄດ້ແຕ່ຮັບເອົາ ແລະຍອມເຊັນສັນຍາແບ່ງປັນດິນແດນ. ສັນຍາສະບັບນີ ໄດ້ກາຍເປັນເອກະສານຢັ້ງຢືນການປັກຫຼັກຊາຍແດນ ທີ່ບໍ່ທັນແລ້ວຂອງ ສປປລາວ ໃນປັດຈຸບັນ.

ສັນຍາສະບັບນີ້ມີຢູ່ເວັບຫຼາຍໆແຫ່ງ ແຕ່ກ່ອນເຫັນຢູ່ເວັບຂອງ ສະຖານທູດລາວທີ່ບາງກອກ.

ຂອບໃຈທີ່ຖາມ ປັນຫານີ້ໜ້ອຍຄົນທີ່ຮູ້ ແລະເຂົ້າໃຈ.ຫຼາຍຄົນວ່າລາວເສຍດິນຟາກນໍ້າເບືອງນັ້ນໃຫ້ໄທແຕ່ເຫິງ, ແທ້ທີ່ຈິງແມ່ນຫາກໍເສຍໃນປາງສົງຄາມໂລກຄັ້ງທີສອງນີ້.

ບດ ແດນຈຳພອນ