ພາສາເຮົາຊາ

ຈາກ ວິກິພີເດຍ

ພາສາເຮົາຊາ (هَوُسَ, Yaren Hausa – "ພາສາຂອງ[ຄົນ]ເຮົາຊາ") ແມ່ນພາສາແຈດພາສາໜຶ່ງທີ່ມີຜູ້ເວົ້າຫຼາຍທີ່ສຸດໃນຕະກູນພາສານີ້. ເວົ້າເປັນພາສາແມ່ປະມານ 25 ລ້ານຄົນ ແລະ ເວົ້າເປັນທີ່ສອງປະມານ 18 ລ້ານຄົນ.[1] ພາສາເຮົາຊາແມ່ນໜຶ່ງໃນພາສາຂອງທະວີບອາຟະລິກາທີ່ມີຜູ້ເວົ້າຫຼາຍທີ່ສຸດ ເຊິ່ງຕາມຫຼັງພາສາອາຫຼັບ, ພາສາຝະລັ່ງ, ພາສາອັງກິດ, ພາສາໂປຕຸເກດ, ແລະ ພາສາສະວາຮີລີ.

ອ້າງອີງ[ດັດແກ້]

  1. Lewis, M. Paul (ed.), 2009. Ethnologue: Languages of the World, Sixteenth edition. Dallas, Tex.: SIL International. Online version: http://www.ethnologue.com/.