ພາສາກລິງກອງ

ຈາກ ວິກິພີເດຍ

ພາສາກລິງກອງ (ອັງກິດ: Klingon language; ກລິງກອງ: tlhIngan Hol, ອອກສຽງ /ˈt͡ɬɪ.ŋɑn xol/) ແມ່ນພາສາປະດິດເຊິ່ງຖືກເວົ້າໂດຍພວກກລິງກອງ ຢູ່ໃນຮູບເງົາ ສະຕາ ເທຣັກ (Star Trek). ພາສານີ້ແມ່ນຖືກປະດິດຂຶ້ນໂດຍມາຣ໌ກ ໂອແຄຣນ ນັກພາສາສາດຊາວອາເມລິກັນ.

ກ່ອນທີ່ຈະມີການປະດິດພາສາກລິງກອງຂຶ້ນມາ, ພວກກລິງກອງໃນຮູບເງົາເລື່ອງ ສະຕາ ເທຣັກ ຈະສື່ສານພົວພັນກັນໂດຍໃຊ້ພາສາອັງກິດ. ແຕ່ເມື່ອພາສາກລິງກອງໄດ້ຖືກປະດິດຂຶ້ນມາແລ້ວ, ພວກກລິງກອງກໍປ່ຽນໄປສື່ສານພົວພັນກັນໂດຍໃຊ້ພາສາກລິງກອງແທນ.

ຜູ້ຄົນທີ່ສາມາດໃຊ້ພາສາກລິງກອງໄດ້ເປັນຢ່າງດີແມ່ນມີນ້ອຍຫຼາຍ. ເພາະວ່າຄຳສັບໃນພາສານີ້ມີສູນກາງມາຈາກແນວຄິດທາງດ້ານຍານອາວະກາດແລະສົງຄາມເປັນສ່ວນໃຫຍ່, ແລະຍາກທີ່ຈະເອົາພາສານີ້ໄປໃຊ້ໃນຊີວິດປະຈຳວັນຂອງຜູ້ຄົນໄດ້.