ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ພະເຈົ້າຢູ່ຫົວບໍຣົມໂກດ)
ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ

ພະບໍລົມນາມາພິໄທ ເຈົ້າຟ້າພອນ
ພະລາຊະອິສະລິຍະຍົດ ພະມະຫາກະສັດແຫ່ງອານາຈັກອະຍຸທະຍາ
ລາຊະວົງ ບ້ານພູຫຼວງ
ຄອງລາດ ຄ.ສ. 1732-ຄ.ສ.1758
ໄລຍະຄອງລາດ 26 ປີ
ລາຊະການກ່ອນໜ້າ ສົມເດັດພະສັນເພັດທີ 9
ລາຊະການຕໍ່ໄປ ສົມເດັດພະເຈົ້າອຸທຸມພອນ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ ຄ.ສ.1680
ສະຫວັນຄົດ ຄ.ສ.1758
ພະລາດຊະບິດາ ສົມເດັດພະສັນເພັດທີ 8
ພະອັກຄະລະມະເຫສີ ກົມມະຫຼວງອະໄພນຸຊິດ
ກົມມະຫຼວງພິພິດມົນຕີ

ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ ຫຼື ສົມເດັດພະບໍຣົມລາຊາທີ່ 3 ຫຼື ສົມເດັດພະພູມິນມະຫາລາຊາບໍຣົມໂກດ (ໄທ: สมเด็จพระเจ้าอยู่หัวบรมโกศ หรือ สมเด็จพระบรมราชาที่ 3 หรือ สมเด็จพระภูมินทรมหาบรมโกศ) ແມ່ນພະມະຫາກະສັດພະອົງທີ່ 31 ແຫ່ງກຸງສີອະຍຸທະຍາ

ພະລາຊະປະຫວັດ[ດັດແກ້]

ສົມເດັດພະເຈົ້າຢູ່ຫົວບໍຣົມໂກດມີພະນາມເດີມວ່າ ເຈົ້າຟ້າພອນ (ໄທ:เจ้าฟ้าพร ເຈ້າຟ້າພຣ)ແມ່ນພະລາຊະໂອລົດໃນສົມເດັດພະສັນເພັດທີ່ 8 (ພະເຈົ້າເສືອ) ມີພະເຊດຖາ (ອ້າຍ) ໄດ້ແກ່ ເຈົ້າຟ້າເພັດ ພະອົງໄດ້ຮັບການສະຖາປະນາເປັນພະບັນທູນໜ້ອຍໃນລາຊະສະໄໝສົມເດັດພະສັນເພັດທີ່ 8 ແລະເປັນກົມພະລາຊະວັງບໍວອນສະຖານມົງຄົນໃນລາຊະສະໄໝສົມເດັດພະສັນເພັດທີ່ 9

ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ ຊົງມີພະລາຊະໂອລົດ 2 ພະອົງ ແລະພະລາຊະທິດາ 6 ພະອົງ ກັບກົມມະຫຼວງພິພິດມົນຕີ ຕາມລຳດັບ ດັງນີ້[1]

  1. ເຈົ້າຟ້າຍິງສິລິປະຊາ (ຫຼືເຈົ້າຟ້າປະຊາວະດີ)
  2. ເຈົ້າຟ້າຍິງສິລິປະພາ (ຫຼືເຈົ້າຟ້າປະພາວະດີ)
  3. ເຈົ້າຟ້າຍິງອິນທະວະດີ (ຫຼືເຈົ້າຟ້າພິນທະວະດີ)
  4. ເຈົ້າຟ້າຍິງກະສັດຕີ
  5. ເຈົ້າຟ້າຊາຍເອກກະທັດ ກົມມະຂຸນອະນຸລັກມົນຕີ ສົມເດັດພະທີ່ນັ່ງສຸລິຍາດອະມະລິນ)
  6. ເຈົ້າຟ້າຍິງບົວຈັນ (ຫຼືເຈົ້າຟ້າຈັນທະຣະວະດີ)
  7. ເຈົ້າຟ້າຍິງນວນ (ຫຼືເຈົ້າຟ້ານຸ່ມ)
  8. ເຈົ້າຟ້າຊາຍອຸທຸມພອນລາຊະກຸມານ ກົມມະຂຸນພອນພິນິດ (ສົມເດັດພະເຈົ້າອຸທຸມພອນ)

ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ ຊົງມີພະລາຊະໂອລົດແລະພະລາຊະທິດາກັບກົມມະຫຼວງອະໄພນຸຊິດ ດັງນີ້

  • ພະລາຊະໂອລົດ :
  • ພະລາຊະທິດາ :
    • ເຈົ້າຟ້າຍິງບໍຣົມ
    • ເຈົ້າຟ້າຍິງສຸລິຍະວົງ
    • ເຈົ້າຟ້າຍິງສຸລິຍາ
    • ເຈົ້າຟ້າຍິງທິດາ
    • ເຈົ້າຟ້າຍິງລັດຊະໝີ
    • ເຈົ້າຟ້າຍິງອິນທະສຸດາວະດີ (ຕໍ່ມາໄດ້ຮັບການສະຖາປະນາ ກົມມະຂຸນຍິສານເສນີ ແລະໄດ້ເປັນພະອັກຄະຣະຊາຍາໃນກົມມະຂຸນເສນາພິທັກ)

ນອກຈາກນັ້ນ ສົມເດັດພະເຈົ້າຢູ່ຫົວບໍຣົມໂກດຍັງຊົງມີພະລາຊະໂອລົດທີ່ປະສູດແຕ່ພະສະໜົມຫຼາຍພະອົງ ເຊັ່ນ

  • ພະອົງເຈົ້າແຂກ (ກົມມະໝື່ນເທບພິພິດ)
  • ພະອົງເຈົ້າມັງຄຸດ (ກົມມະໝື່ນຈິດສຸນທອນ)
  • ພະອົງເຈົ້າລົດ (ກົມມະໝື່ນສຸນທອນເທບ)
  • ພະອົງເຈົ້າປານ (ກົມມະໝື່ນເສບພັກດີ)

ສົງຄາມແຍ່ງລາຊະສົມບັດ[ດັດແກ້]

ເມື່ອສົມເດັດພະສັນເພັດທີ່ 9 ຊົງພະປະຊວນໜັກໄກ້ສະຫວັນຄົດນັ້ນ ໄດ້ພະລາຊະທານລາຊະສົມບັດໃຫ້ແກ່ເຈົ້າຟ້າອະໄພ ພະເຈົ້າບໍຣົມໂກດເຊິ່ງໃນຂະນະນັ້ນດຳລົງຕຳແໜ່ງພະມະຫາອຸປະຫຼາດຢູ່ບໍ່ເຕັມພະໄທ ເພາະປາດຖະໜາຈະໃຫ້ຊົງມອບລາຊະສົມບັດແກ່ເຈົ້າຟ້ານະເຣນທອນ (ກົມມະຂຸນສຸເຣນທອນພິທັກ) ເຊິ່ງໃນຂະນະນັ້ນຜະໜວດ (ບວດ) ຢູ່

ພາຍຫຼັງການສະເດັດສະຫວັນຄົດຂອງສົມເດັດພະສັນເພັດທີ່ 9 ໄດ້ເກີດການສູ້ຮົບກັນລະຫວ່າງພະອົງກັບພະລາຊະໂອລົດຂອງສົມເດັດພະສັນເພັດທີ່ 9 ຄື ເຈົ້າຟ້າອະໄພແລະເຈົ້າຟ້າປໍຣະເມດ ອັນເນື່ອງມາຈາກພະອົງຊົງດຳລົງພະອິສະລິຍະຍົດທີ່ກົມພະລາຊະວັງບໍວອນສະຖານມົງຄົນມີສິດທີ່ຈະຂຶ້ນຄອງລາຊະສົມບັດສືບຕໍ່ຈາກພະເຊດຖາຢ່າງຖືກຕ້ອງ ແຕ່ເມື່ອພະເຊດຖາໄກ້ສະຫວັນຄົດກັບຕັດສິນພະໄທຍົກລາຊະສົມບັດແກ່ເຈົ້າຟ້ານະເຣນທອນ ພະລາຊະໂອລົດພະອົງໃຫຍ່ ແຕ່ເຈົ້າຟ້ານະເຣນທອນບໍ່ເຫັນດ້ວຍຊອບດ້ວຍຈຶງຍົກລາຊະສົມບັດໃຫ້ແກ່ເຈົ້າຟ້າອະໄພ ພະລາຊະໂອລົດອົງຮອງ ເປັນເຫດໃຫ້ເກີດການຕໍ່ສູ້ຍາດແຍ່ງລາຊະບັນລັງຈົນກາຍເປັນສົງຄາມກາງເມືອງກິນໄລຍະເວລາບໍ່ຕ່ຳກວ່າ 1 ປີ ພາຍຫຼັງເຫດການສະຫງົບແລ້ວ ພະອົງຈຶງໄດ້ຂຶ້ນຄອງລາດແລະປະຫານຊີວິດເຈົ້າຟ້າທັງ 2 ພະອົງ

ລັດຊະສະໄໝ[ດັດແກ້]

ສົມເດັດພະເຈົ້າຢູ່ຫົວບໍຣົມໂກດຊົງທຳນຸບຳລຸງບ້ານເມືອງແລະພະສາດສະໜາຈົນກ່າວໄດ້ວ່າກຸງສີອະຍຸທະຢາໃນສະໄໝພະອົງນັ້ນເປັນຍຸກທີ່ບ້ານເມືອງດີ ມີຂຸນນາງຄົນສຳຄັນທີ່ເຕີບໂຕໃນເວລາຕໍ່ມາ ໃນລາຊະການຂອງພະອົງຫຼາຍຄົນ ເຊັ່ນ ສົມເດັດພະເຈົ້າກຸງທົນບຸລີ, ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ເປັນຕົ້ນ ໃນທາງດ້ານວັນນະຄະດີກໍມີກະວີຄົນສຳຄັນ ເຊັ່ນ ເຈົ້າຟ້າທຳມາທິເບດໄຊຍະເຊດສຸລິຍະວົງ ກົມມະຂຸນເສນາພິທັກ ຫຼືເຈົ້າຟ້າກຸ້ງ ເຊິ່ງເປັນພະໂອລົດ ເປັນຕົ້ນ

ໃນປີ ຄ.ສ. 1753 ພະເຈົ້າກີລະຕິສິຣິສິງ ກະສັດລັງກາ (ສີລັງກາ) ໄດ້ສົ່ງລາຊະທຸດມາຂໍພະມະຫາເຖຣະແລະຄະນະສົງໄປຊ່ວຍເຫຼືອຟື້ນຟູພະພຸດທະສາດສະໜາໃນລັງກາ ເຊິ່ງເສື່ອມໂຊມລົງໄປ ສົມເດັດພະເຈົ້າຢູ່ຫົວບໍຣົມໂກດຈຶງໂປດໃຫ້ສົ່ງສະມະນະທູດປະກອບດ້ວຍພະລາຊາຄະນະສອງຮູບຄື ພະອຸບາລີ ແລະ ພະອະລິຍະມຸນີ ພ້ອມຄະນສົງອີກ 12 ຮູບ ໄປລັງກາເພື່ອປະກອບພິທີບັນພະຊາ ອຸປະສົມບົດ ໃຫ້ກັບຊາວລັງກາ ຄະນະສົງຄະນະນີ້ໄດ້ໄປຕັ້ງນິກາຍສະຫຍາມວົງຂຶ້ນໃນລັງກາ ຫຼັງຈາກທີ່ໄດ້ຊ່ວຍຟື້ນຟູພະພຸດທະສາດສະໜາໃນລັງກາເປັນເວລາເຈັດປີແລ້ວ ຄະນະສົງຄະນະນີ້ບາງສ່ວນໄດ້ເດີນທາງກັບກຸງສີອະຍຸທະຢາເມື່ອປີ ຄ.ສ. 1760

ສົມເດັດພະເຈົ້າຢູ່ຫົວບໍຣົມໂກດສະຫວັນຄົດໃນປິ ຄ.ສ. 1758 ຮວມໄລຍະເວລາການຄອງລາດນານ 26 ປີ

ເຫດພະນາມ"ບໍຣົມໂກດ"[ດັດແກ້]

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ມີພະບໍລົມລາຊະວິນິດໄສໃນພະລາຊະພິທີສິບສອງເດືອນວ່າ ເປັນເພາະເມື່ອສົມເດັດພະເຈົ້າຢູ່ຫົວບໍຣົມໂກດສະຫວັນຄົດ ກົມພະລາຊະວັງບໍວອນສະຖານມົງຄົນ ໄດ້ສະເດັດຂຶ້ນຄອງລາດເປັນ ສົມເດັດພະເຈົ້າອຸທຸມພອນ ກໍຮຽກຂຸນຫຼວງບໍຣົມໂກດ ຈົນຜັດແຜ່ນດິນມາເປັນ ພະເຈົ້າເອກກະທັດ ກໍບໍ່ມີການປ່ຽນແປງ ຈົນມາສະໄໝທົນບຸລີ ແລະລັດຕະນະໂກສິນ ຈຶງຮຽດຕິດປາກໄປ ຄິດວ່າເປັນຊື່ຈິງໆ

ພະລາຊະຕະກູນ[ດັດແກ້]

ພະລາຊະຕະກູນໃນສົມເດັດພະເຈົ້າຢູ່ຫົວບໍຣົມໂກດ
 
 
 
 
 
 
 
 
 
 
 
 
 
 
 
 
 
 
ສົມເດັດພະເຈົ້າປາສາດທອງ
 
 
 
 
 
 
 
 
 
 
 
ສົມເດັດພະນາລາຍມະຫາລາດ
 
 
 
 
 
 
 
 
 
 
 
 
 
 
ພະລາຊະເທວີ ສິຣິກັນລະຍານີ
 
 
 
 
 
 
 
 
 
 
 
ສົມເດັດພະສັນເພັດທີ່ 8 (ພະເຈົ້າເສືອ)
 
 
 
 
 
 
 
 
 
 
 
 
 
 
 
 
 
ພະແສນເມືອງ (ພະເຈົ້າຊຽງໃໝ່)
 
 
 
 
 
 
 
 
 
 
 
ພະນາງກຸສາວະດີ
 
 
 
 
 
 
 
 
 
 
 
 
 
 
ບໍ່ຊາບ
 
 
 
 
 
 
 
 
 
 
 
ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
ບໍ່ຊາບ
 
 
 
 
 
 
 
 
 
 
 
 
 
 
 
 

ອ້າງອິງ[ດັດແກ້]

  1. ພະລາຊະພົງສາວະດານກຸງສີອະຍຸດທະຍາ ສະບັບພັນຈັນທະນຸມາດ (ເຈີມ) ແລະເອກະສານອື່ນ, ໜ້າ 623-624

ເບິ່ງຕື່ມ[ດັດແກ້]

ກ່ອນໜ້າ ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ ຖັດໄປ
นายจบคชประสิทธิ์
(ราชวงศ์บ้านพลูหลวง)
ກົມພະລາຊະວັງບໍວອນສະຖານພີມຸກແຫ່ງອານາຈັກອະຍຸດທະຍາ
(ລາຊະວົງບ້ານພູຫຼວງ)

สมเด็จเจ้าฟ้าฯ กรมหลวงอนุรักษ์เทเวศร์
(กรุงรัตนโกสินทร์)
(ราชวงศ์จักรี)
เจ้าฟ้าเพชร
(ราชวงศ์บ้านพลูหลวง)
ກົມພະລາຊະວັງບໍວອນສະຖານມົງຄົນແຫ່ງອານາຈັກອະຍຸດທະຍາ
(ລາຊະວົງບ້ານພູຫຼວງ)

สมเด็จเจ้าฟ้าฯ กรมขุนเสนาพิทักษ์
(ราชวงศ์บ้านพลูหลวง)
สมเด็จพระสรรเพชญ์ที่ 9
(ราชวงศ์บ้านพลูหลวง)
พระมหากษัตริย์แห่งอาณาจักรอยุธยา
(ราชวงศ์บ้านพลูหลวง)

(พ.ศ. 2275 - พ.ศ. 2301)
สมเด็จพระเจ้าอุทุมพร
(ราชวงศ์บ้านพลูหลวง)


ແມ່ແບບ:ພະມະຫາກະສັດແຫ່ງກຸງສີອະຍຸດທະຍາ ແມ່ແບບ:ກົມພະລາຊະວັງບໍວອນສະຖານມົງຄົນ


ແມ່ແບບ:ອາຍຸໄຂ