ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ)

ຈາກ ວິກິພີເດຍ
ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ)
ຂໍ້ມູນເບື້ອງຕົ້ນ
ຊື່ເຕັມ ພຣະຍອດຄຳພັດທະຣະເກສີ ສິຣິຄັມພີຣະຍານໂສພົນ
ອະດຸນສີລະສະມາຈາຣະບັນດິດ (ປອ. ດຳຣົງ ພິມມະຈັກ)
ຊື່ເດີມ ດຳຣົງ
ນາມສະກຸນ ພິມມະຈັກ
ສາຍາ ພ. ທັມມິກະມຸນີ
ເກີດ 24 ກໍລະກົດ ພ.ສ. 2523 (ຄ.ສ. 1980)
ອາຍຸ 39 ປີ
ອຸປະສົມບົດ 22 ພຶດສະພາ ພ.ສ. 2542 (ຄ.ສ.1999)
ພັນສາ 20 ພັນສາ
ພຳນັກ ວັດພຣະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນ
ຫຼວງວຽງຈັນ
ຕຳແໜ່ງທາງຄະນະສົງ ຄະນະບໍລິຫານງານປະຈຳການ, ຫົວໜ້າຫ້ອງການ
ບໍລິຫານງານ, ຫົວໜ້າກັມມາທິການການຕ່າງປະເທດ
ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ,
ເຈົ້າອະທິການວັດປ່າພິລາວົງທຸດົງທັມມະສະຖານ
ວຸດທິການສຶກສາ ນັກທັມເອກ, Bachelor Degrees (ກຽດນຍົມ
ອັນດັບ 2 )[[4]][1],M.A.(Buddhist Studie),
Ph.D (Buddhist Studie)[[5]][2]
ງານວິຊາການ
  • Theravada Buddhism and Its influence on Lao Society[3]
  • Supremacy of Righteousness (Dhamma) The Adminis
    tration of Buddhist Ideology [4]
  • Buddhism Approach to World Peace
  • Lao Buddhist Sangiti (Rehearsal)
  • Buddhism and Human Rights
  • Buddhism and Democracy
  • ພຣະພຸດທະສາສະໜາໃນລາວສຶກສາຕັ້ງແຕ່ອະດີດເຖິງປັດຈຸບັນ
  • ສັງຄົມໃນອຸດົມຄະຕິ
  • ທັມມະສອນໃຈໃນນິທານນາງຕັນໄຕ
  • ພຣະທາດອີງຮັງ:ປະຫວັດພຣະພຸດທະສາສະໜາໃນສະຫວັນນະເຂດ
  • ຄູ່ມືພິທີ ແລະ ສາສະນະພິທີຕ່າງໆ


ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ)[5] ພາສາອັງກິດ: Most Venerable Phra Yotkham Bhaddarakesi (Dr. Damrong Phimmajak) ຕຳແໜ່ງທາງຄະນະສົງ ຄະນະບໍລິຫານງານປະຈຳການ, ຫົວໜ້າຫ້ອງການບໍລິຫານງານ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ(ອພສ) ອາຍຸ 39 ປີ ພັນສາ 20 ພັນສາ ພຳນັກຢູ່ ວັດພຣະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ສະຖານະເດີມ[ດັດແກ້]

ສະຖານະເດີມ ມີຊື່ວ່າ ດຳຣົງ ນາມສະກຸນ ພິມມະຈັກ ເກີດວັນທີ 24 ກໍລະກົດ ພ.ສ. 2523 (ຄ.ສ. 1980) ທີ່ ບ້ານຍາງຄຳ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ຖືກຳເນີດໃນຄອບຄົວ ຊົນເຜົ່າລາວ ລຸ່ມ ບິດາ ຊື່ ທ່ານອຳຄາ ພິມມະຈັກ (ເສຍຊີວິດ ປີ 2010) ມານດາ ຊື່ ນາງພູທອນ ພິມມະຈັກ ມີອ້າຍເອື້ອຍນ້ອງ ຮ່ວມໂສທອນມານດາບິດາດຽວກັນ 7 ຄົນ ພຣະຍອດຄຳດຳຣົງ ເປັນບຸດຄົນທີສອງ ຂອງ ຄອບຄົວ ພິມມະຈັກ.

ບັນພະຊາ[ດັດແກ້]

ໃນປີ ພຣະພຸດທະສັງກາດ 2536 (ຄ.ສ. 1993) ວັນທີ 28 ມິຖຸນາ ທ້າວ ດຳຣົງ ພິມມະຈັກ ໄດ້ ເຂົ້າບັນພະຊາ ໃນພຣະພຸດທະສາສະໜາ ເປັນ ສາມະເນນ ເມື່ອອາຍຸ 13 ປີ ທີ່ ວັດສີບຸນເຮືອງ[6] ບ້ານຍາງຄຳ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ໂດຍມີ ພຣະອາຈານຈັນທາ ປັນຍາວະໂຣ ເຈົ້າອະທິການວັດ ວັດສີບຸນເຮືອງ (ປັດຈຸບັນ ລາສິກຂາແລ້ວ) ເປັນພຣະອຸປັດຊາ ພ້ອມດ້ວຍຄະນະສົງ 4 ອົງ.

ອຸປະສົມບົດ[ດັດແກ້]

ເມື່ອ ສາມະເນນ ດຳຣົງ ພິມມະຈັກ ອາຍຸໄດ້ 19 ປີ 8 ເດືອນ ກໍໄດ້ເຂົ້າຮັບການອຸປະສົມບົດ ບວດ ເປັນພຣະພິກຂຸ ໃນພຣະພຸດທະສາສະໜາ ໃນວັນທີ 22 ພຶດສະພາ ພຣະພຸດທະສັງກາດ 2542 (ຄ.ສ.1999) ທີ່ ພັດທະສີມາ ວັດໄຊຍະພູມາຣາມ ບ້ານໄຊຍະພູມ ເມືອງຄັນທະບູລີ (ປັດຈຸບັນ - ນະຄອນ ໄກສອນພົມວິຫານ) ແຂວງສະຫວັນນະເຂດ ໂດຍມີ ຍາທ່ານໃຫຍ່ ມະຫາງອນ ດຳຣົງບຸນ (ປັດຈຸບັນ - ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ ມະຫາງອນ ດຳຣົງບຸນ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ) ເປັນເຈົ້າພາບເຈົ້າສັດທາ ອຸປະຖັມໃນການໃຫ້ອຸປະສົມບົດ ເຊິ່ງມີ ຍາທ່ານ ມະຫາບຸນປັນ ນິຍະພັນ ປະຣຽນທັມ 9 ປະໂຫຍກ, ຮອງເຈົ້າຄະນະ (ຮອງປະທານ ອພສ) ແຂວງສະຫວັນ ນະເຂດ ເປັນພຣະອຸປັດຊາ, ຍາທ່ານຄຳມົນ ສຸຂະເສີມ ຄະນະ ອພສ ແຂວງສະຫວັນນະເຂດ (ປັດຈຸບັນ - ທີ່ປຶກສາ ອພສ ແຂວງສະຫວັນນະເຂດ) ເປັນພຣະກັມມະວາຈາຂວາ, ຍາທ່ານສົມບູນ ສິຣິປັນໂຍ (ປັດຈຸບັນ - ພຣະຫຼັກຄຳສຸວັນນະເຂດຕາທິຄຸນເຖຣາຈານ ສົມບູນ ສິຣິປັນໂຍ) ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານແຂວງສະຫວັນນະເຂດ (ປັດຈຸບັນ - ເຈົ້າຄະນະ ແຂວງ ສະຫວັນນະເຂດ) ເປັນພຣະກັມມະວາຈາຊ້າຍ ອຸປະສົມບົດສຳເລັດ ໃນເວລາ 07 ໂມງ 30 ນາທີ ມີຄະນະສົງ ນັ່ງຫັດຖະບາດ 20 ອົງ.

ວຸດທິການສຶກສາ[ດັດແກ້]

  • ປີ ພ.ສ. 2533 (ຄ.ສ. 1990) ຈົບປະຖົມສຶກສາ ທີ່ ໂຮງຮຽນເຂດຍາງຄຳ້ ບ້ານຍາງຄຳ້ ເມືອງໄຊບູລີ ແຂວງສະຫວັນນະເຂດ.
  • ປີ ພ.ສ. 2541 (ຄ.ສ. 1998) ຈົບມັດທະຍົມສຶກສາສົງ (ກຽດນິຍົມອັນດັບໜຶ່ງ) ທີ່ ໂຮງຮຽນມັດທະຍົມສົງວັດໄຊຍະພູມ ບ້ານໄຊຍະພູມ ເມືອງຄັນທະບູລີ (ນະຄອນໄກສອນພົມວິຫານ) ແຂວງສະຫວັນນະເຂດ.
  • ປີ ພ.ສ. 2546 (ຄ.ສ. 2003) ຈົບປະຣິນຍາຕີ ສາຂາສາສະໜາ (ກຽດນິຍົມອັນດັບສອງ) ຈາກ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ວິທະຍາເຂດ ຂອນແກ່ນ ຣາຊະ ອານາຈັກໄທ.
  • ປີ ພ.ສ. 2549 (ຄ.ສ. 2006) ຈົບປະຣິນຍາໂທ ສາຂາພຣະພຸດທະສາສະໜາສຶກສາ ມະຫາວິທະຍາໄລເດລີ ນະຄອນຫຼວງເດລີ ສາທາລະນະລັດອິນເດຍ.
  • ປີ ພ.ສ. 2551 (ຄ.ສ. 2008) ຈົບອະນຸປະຣິນຍາເອກ ສາຂາພຣະພຸດທະສາສະໜາສຶກສາ ມະຫາວິທະຍາໄລເດລີ ນະຄອນຫຼວງເດລີ ສາທາລະນະລັດອິນເດຍ.
  • ປີ ພ.ສ. 2554 (ຄ.ສ. 2011) ຈົບປະຣິນຍາເອກ ສາຂາພຣະພຸດທະສາສະໜາສຶກສາ ມະຫາວິທະຍາໄລເດລີ (University of Delhi)[7] ນະຄອນຫຼວງເດລີ ສາທາລະນະລັດອິນເດຍ.

ໜ້າທີ່ຕຳແໜ່ງ[ດັດແກ້]

  • ປີ ພ.ສ. 2546 (ຄ.ສ. 2003) ໄດ້ຮັບແຕ່ງຕັ້ງໃຫ້ເປັນ ຄະນະພຣະວິປັດສະນາຈານ ແຂວງ ສະຫວັນນະເຂດ.
  • ປີ ພ.ສ. 2554 (ຄ.ສ. 2011) ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ອາຈານສອນ ທີ່ ໂຮງຮຽນມັດທະຍົມ ສົງຕອນປາຍ ວັດໄຊຍະພູມ ແຂວງສະຫວັນນະເຂດ.
  • ປີ ພ.ສ. 2554 (ຄ.ສ. 2011) ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ຄະນະບໍລິຫານງານປະຈຳ ອພສ ແຂວງ, ຫົວໜ້າກັມມາທິການສຶກສາສົງ ແຂວງສະຫວັນນະເຂດ.
  • ປີ ພ.ສ. 2555 (ຄ.ສ. 2012) ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ເຈົ້າອະທິການ ວັດອົບມາພຸດທາວາດ ບ້ານສະໜາມໄຊ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ.
  • ປີ ພ.ສ. 2559 (ຄ.ສ. 2016) ໄດ້ຮັບການແຕ່ງຕັ້ງໃຫ້ ເປັນ ຮອງເຈົ້າຄະນະແຂວງ (ຮອງ ປະທານ ອພສ), ຫົວໜ້າກັມມາທິການສຶກສາສົງ ແຂວງສະຫວັນນະເຂດ.
  • ປີ ພ.ສ. 2559 (ຄ.ສ. 2016) ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ຄະນະບໍລິຫານງານປະຈຳການ, ຫົວ ໜ້າຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.[8]
  • ປີ ພ.ສ. 2561 (ຄ.ສ. 2018) ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ເລຂາທິການ, ຫົວໜ້າຫ້ອງການ ບໍລິຫານງານ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.
  • ປີ ພ.ສ. 2562 (ຄ.ສ. 2019) ອີງຕາມທັມມະນູນສົງລາວ ສະບັບເລກທີ 37/ນຍ ລົງວັນທີ 15 ກຸມພາ 2019 ແລະ ອີງຕາມ ມະຕິເປັນເອກະສັນ ຂອງກອງປະຊຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຄັ້ງ ວັນທີ 29 ກໍລະກົດ 2019 ພຣະ ເດດພຣະຄຸນ ໄດ້ຮັບຂຶ້ນເປັນ ພຣະຍອດຄຳ ຕາມສຸວັນນະຈາຣຶກວ່າ ພຣະຍອດຄຳພັດທະຣະເກສີ ສິຣິຄັມພີຣະຍານໂສພົນ ອະດຸນສີລະສະມາຈາຣະບັນດິດ (ປອ. ດຳຣົງ ພິມມະຈັກ) ຫຼື ພຣະຍອດ ຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ).

ຜົນງານທາງດ້ານວິຊາການ[ດັດແກ້]

  • ສະເໜີງານວິຊາການ ໃນຫົວຂໍ້ Theravada Buddhism and Its influence on Lao Society ໃນທີ່ປະຊຸມສັມມະນານານາຊາດ ທີ່ມະຫາວິທະຍາໄລເດລີ ປີ 2009.
  • ສະເໜີງານວິຊາການ ໃນຫົວຂໍ້ Supremacy of Righteousness (Dhamma) The Administration of Buddhist Ideology ໃນ ທີ່ປະຊຸມສັມມະນາວິຊາການ ນານາຊາດ ທີ່ ມະຫາວິທະຍາໄລເດລີ 2010.
  • ສະເໜີງານວິຊາການ ໃນຫົວຂໍ້ Buddhism Approach to World Peace ໃນທີ່ປະຊຸມສັມ ມະນາ ນານາຊາດ ທີ່ ມະຫາວິທະຍາໄລເດລີ 2010.
  • ສະເໜີງານວິຊາການ ໃນຫົວຂໍ້ Lao Buddhist Sangiti (Rehearsal) ໃນທີ່ປະຊຸມ ສັມມະນາ ນານາຊາດ ທີ່ ມະຫາວິທະຍາໄລເດລີ 2010.
  • ໜັງສື ເລື່ອງ ພຸດທະທັມກັບການດຳເນີນຊີວິດ.
  • ໜັງສື ເລື່ອງ: ທັມມະສຳລັບຄອບຄົວ.
  • ໜັງສື ເລື່ອງ: ພຣະພຸດທະສາສະໜາໃນປະເທດລາວ.
  • ໜັງສື ເລື່ອງ: ສີລ ສັມມາອາຊີວະ ຫຼັກແຫ່ງການດຳຣົງຊີວິດທີ່ດີງາມຂອງສັງຄົມ.
  • ໜັງສື ເລື່ອງ: ພຣະທັມມະບົດ 3 ພາສາ.
  • ໜັງສື ເລື່ອງ: ທັມມະສອນໃຈໃນນິທານນາງຕັນໄຕ.
  • ໜັງສື ເລື່ອງ: ການຈະເຣີນເມດຕາ ຄືການສ້າງບຸນອັນສູງສຸດ.
  • ໜັງສື ເລື່ອງ: ອະໄພຍະທານ.
  • ໜັງສື ເລື່ອງ: ຕອບແທນບຸນຄຸນ ຕອບແທນຄ່ານຳ້ນົມ.
  • ໜັງສື ເລື່ອງ: ເວດສັນຕະຣະຊາດົກ 3 ພາກ.
  • ໜັງສື ເລື່ອງ: ສັງຄົມອຸດົມຄະຕິ.
  • ໜັງສື ເລື່ອງ: ເວດສະດອນຊາດົກ ຄຳກອນ.
  • ໜັງສື ເລື່ອງ: ພຣະທາດອີງຮັງ: ປະຫວັດພຣະພຸດທະສາສະໜາໃນສະຫວັນນະເຂດ.
  • ໜັງສື ເລື່ອງ: ຄູ່ມືການບວດແບບຄະນະສົງລາວ.
  • ໜັງສື ເລື່ອງ: ໄຫວ້ພຣະສູດມົນ ສະບັບຄະນະສົງລາວ.
  • ໜັງສື ເລື່ອງ: ໄຫວ້ພຣະສູດມົນ ແບບວັດອົບມາພຸດທາວາດ.
  • ໜັງສື ເລື່ອງ: ຄຳກອນສອນທັມ ເທວະທູດ 4
  • ໜັງສື ເລື່ອງ: ໄຫວ້ພຣະສູດມົນ ສະບັບພຣະທາດຫຼວງເຈົ້າ.
  • ໜັງສື ເລື່ອງ: ບົດສູດມົນ ສະບັບວັນວິສາຂະບູຊາ.
  • ໜັງສື ເລື່ອງ: ບົດສູດມົນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່.
  • ໜັງສື ເລື່ອງ: ບົດສູດສົມໂພດ ແບບຄະນະສົງລາວ.
  • ໜັງສື ເລື່ອງ: ຄູ່ມືພິທີ ແລະ ສາສະນະພິທີຕ່າງໆ.
  • ໜັງສື ເລື່ອງ: Buddhism and Human Rights.
  • ໜັງສື ເລື່ອງ: Buddhism and Democracy.

ຜົນງານທາງດ້ານນິຕິກັມ[ດັດແກ້]

ທັມມະນູນສົົງລາວ ສະບັບປັບປຸງ ປີ ພ.ສ 2561
  • ເປັນຄະນະກັມມະການ ຮ່າງກົດລະບຽບ ໂຮງຮຽນມັດທະຍົມສົງຕອນປາຍ ສະຫວັນນະເຂດ.
  • ເປັນຄະນະກັມມະການ ຮ່າງທັມມະນູນສົງລາວ ສະບັບປັບປຸງ ປີ ພຣະພຸດທະສັງກາດ 2561.
  • ເປັນຄະນະກັມມະການ ຮ່າງກົດລະບຽບ ມູນນິທິພຸດທະບັນດິດສະພາ.
  • ເປັນຄະນະກັມມະການ ຮ່າງຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດລຸ່ມທັມມະນູນສົງລາວ ປີ ພຣະພຸດທະສັງກາດ 2561.
  • ເປັນຄະນະກັມມະການ ຮ່າງຂໍ້ກຳນົດ ວ່າຫ້ອງການບໍລິຫານງານ ແລະ ກັມມາທິການຕ່າງ ຂອງ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.

ຜົນງານທາງດ້ານການບັນຍາຍທັມມະ[ດັດແກ້]

  • ຫົວຂໍ້ບັນຍາຍ ເລື່ອງ: ສຽງພິນສຽງທັມ ອິນທິຍານສອນລູກ.
  • ຫົວຂໍ້ບັນຍາຍ ເລື່ອງ: ຕື່ມນຳ້ໃຈສູ່ພຣະທັມ.
  • ຫົວຂໍ້ບັນຍາຍ ເລື່ອງ: ສຽງພິນສຽງທັມ ໜ້າທີ່ຜົວເມຍ.
  • ຫົວຂໍ້ບັນຍາຍ ເລື່ອງ: ສຽງພິນສຽງທັມ ຂອງຝາກຈາກອິນເດຍ.
  • ຫົວຂໍ້ບັນຍາຍ ເລື່ອງ: ສຽງພິນສຽງທັມ ທັມອັນເປັນກຳລັງຂອງຊີວິດ.
  • ຫົວຂໍ້ບັນຍາຍ ເລື່ອງ: ການທຳບຸນໃນພຣະພຸດທະສາສະໜາ.
  • ຫົວຂໍ້ບັນຍາຍ ເລື່ອງ: ການຈະເຣີນສະຕິ.
  • ຫົວຂໍ້ບັນຍາຍ ເລື່ອງ: ສະມະຖະ ວິປັດສະນາ ວິມຸດ.
  • ຫົວຂໍ້ບັນຍາຍ ເລື່ອງ: ທັມມິກະຖາ ບຸນເຂົ້າປະດັບດິນ.
  • ຫົວຂໍ້ບັນຍາຍ ເລື່ອງ: ທັມມິກະຖາ ບຸນເຂົ້າສະຫຼາກ.
  • ຫົວຂໍ້ບັນຍາຍ ເລື່ອງ: ສຽງພິນສຽງທັມ ມາໄລໝື່ນມາໄລແສນ.
  • ຫົວຂໍ້ບັນຍາຍ ເລື່ອງ: ສຽງພິນສຽງທັມ ພຣະພຸດທະທຳນວາຍຄວາມຝັນພຣະຍາປະເສນ.
  • ຫົວຂໍ້ບັນຍາຍ ເລື່ອງ: ທຳມະດາຂອງຊີວິດ.
  • ຫົວຂໍ້ບັນຍາຍ ເລື່ອງ: ກົດແຫ່ງກັມຕາມຫຼັກພຣະພຸດທະສາສະໜາ.
  • ຫົວຂໍ້ບັນຍາຍ ເລື່ອງ: ຄຸນທັມຂອງພຣະອະຣິຍະບຸກຄົນ.
  • ຫົວຂໍ້ບັນຍາຍ ເລື່ອງ: ພຣະຣັດຕະນະໄຕຣ ທີ່ທ່ານຄວນຮູ້.
  • ຫົວຂໍ້ບັນຍາຍ ເລື່ອງ: ຄວາມກະຕັນຍູກະຕະເວທີ.
  • ຫົວຂໍ້ບັນຍາຍ ເລື່ອງ: ສຽງພິນສຽງທັມ ສອນໂລກ 1.[9]
  • ຫົວຂໍ້ບັນຍາຍ ເລື່ອງ: ສຽງພິນສຽງທັມແຫ່ງການທຳຄວາມດີ.
  • ຫົວຂໍ້ບັນຍາຍ ເລື່ອງ: ລັກສະນະຂອງພຣະພຸດທະສາສະໜາ.
  • ຫົວຂໍ້ບັນຍາຍ ເລື່ອງ: ທັມມິກະຖາກ່ອນຟ້າແຈ້ງ.

ຜົນງານທາງດ້ານສາທາຣະນູປະການ[ດັດແກ້]

  • ສ້າງຫໍຊົງທັມວັດອົບມາພຸດທາວາດ.
  • ສ້າງຣັດຕະນະວິຫານວັດອົບມາພຸດທາວາດ.
  • ສ້າງກຸຕີມີໄຊຣັດຕະນະວັດອົບມາພຸດທາວາດ.
  • ສ້າງພາຍັບຣັດຕະນະກຸຕີວັດອົບມາພຸດທາວາດ.
  • ສ້າງກຸຕີສົງສາມັກຄີວັດອົບມາພຸດທາວາດ.
  • ສ້າງປັດສິມະຣັດຕະນະກຸຕີວັດອົບມາພຸດທາວາດ.
  • ສ້າງຣັດຕະນະເວດຈະກຸຕີວັດອົບມາພຸດທາວາດ.
  • ສ້າງອາຄານຮຽນໂຮງຮຽນພຣະປະຣິຍັດຕິທັມ ວັດອົບມາພຸດທາວາດ.
  • ສ້າງກຸຕີເຄນນະວົງວັດອົບມາພຸດທາວາດ.
  • ສ້າງຫໍພຣະເຈົ້າອົງແສນວັດອົບມາພຸດທາວາດ.
  • ສ້າງ ຫໍກອງສອນປະດິດວັດອົບມາພຸດທາວາດ.
  • ສ້າງຫໍລະຄັງສີຫາຈັກວັດອົບມາພຸດທາວາດ.
  • ສ້າງສຸທັມມະຣັດຕະນະສາສລາໃຫຍ່ ວັດອົບມາພຸດທາວາດ.
  • ສ້າງຊົນລະປະທານຂະໜາດນ້ອຍ ເຂດຍາງຄຳ້-ນາຂະໜາຍ.
  • ສ້າງຊົນລະປະທານຂະໜາດນ້ອຍ ເຂດບ້ານຍາງຄຳ້.
  • ສ້າງສາລາໂຮງທັມ ວັດສີບຸນເຮືອງ ບ້ານຍາງຄຳ້ ເມືອງໄຊບູລີ ແຂວງສະຫວັນນະເຂດ.
  • ສ້າງອາຄານຮຽນ ໂຮງຮຽນມັດທະຍົມ ເຂດດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
  • ສ້າງອາຄານຮຽນ ໂຮງຮຽນມັດທະຍົມ ເຂດຍາງຄຳ້ ເມືອງໄຊບູລີ ແຂວງສະຫວັນນະເຂດ.
  • ເປັນ ຜູ້ອຳນວຍການ ສ້າງອາຄານ 3 ຫຼັງ ຂອງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.

ຄະຕິທັມປະຈຳໃຈ[ດັດແກ້]

ພຣະຍອດຄໍາພັດທະຣະເກສີ
   ກາຍແລະໃຈຂໍຖວາຍໄທ້ ພຸດທະບາດຈອມທັມ
ມະໂນໃນທວງຄຶດ ມອບຖວາຍພຣະທັມເຈົ້າ
ວິນຍານນ້ອມ ບູຊາສັງຄະບາດ
ສິຣະວາດຖວາຍໃຫ້ ບູຊາໄວ້ສາສະໜາ
ກໍເພື່ອຫວັງຢາກສ້າງ ດວງຍອດສັບພັນຍູ
ບໍຣົມນາໂຖສຸດ ຍອດຍານເຍືອງລຳ້
ເພື່ອຈັກນຳສັດຂວ້າມ ສົງສານໃຫ້ມົ້ມຝັ່ງ
ເຖິງນິບພານຍອດແລ້ວ ປານນັ້ນຈຶ່ງເພື່ອພໍ











Reference[ດັດແກ້]

  1. ມະຫາວິທະຍາໄລມະຫາຈຸຣາລົງກອນຣາຊະວິທະຍາໄລ, ເລກທີ 79 ໝູ່ທີ 1 ຫຼັກກິໂລແມັດທີ 55 ຕຳບົນລຳໄທ ອຳເພີວັງນ້ອຍ ຈັງຫວັດນະຄອນສີອະຍຸດທະຍາ ປະເທດໄທ
  2. University of Delhi, Benito Juarez Marg [[1]], South Campus, Moti Bag, New Delhi[[2]], Delhi 110021, ປະເທດອິນເດຍ
  3. ກອງປະຊຸມສັມມະນານານາຊາດ ທີ່ University of Delhi ປີ 2009.
  4. ກອງປະຊຸມສັມມະນານານາຊາດ ທີ່ University of Delhi ປີ 2010.
  5. Buddhism in Laos a Study from the Ancient up to the Present, ພຣະອາຈາຣຍ໌ ດຳຣົງ ພ. ທັມມິກະມຸນີ ພິມຄັ້ງທີ 1 ມິຖຸນາ ພ.ສ. 2553(2010) ISBN:978-974-225-310-3
  6. ວັດສີບຸນເຮືອງ
  7. http://www.du.ac.in/du/
  8. ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
  9. ສຽງພິນສຽງທັມ ສອນໂລກ 1[[3]]